Biblica® Open Lao Contemporary Version
2 ເປໂຕ 2
ພວກຄູສອນປອມ ແລະ ຄວາມຈິບຫາຍຂອງພວກເຂົາ
ແຕ່ກໍມີພວກຜູ້ທຳນວາຍປອມໃນທ່າມກາງປະຊາຊົນ ເຊັ່ນດຽວກັບທີ່ມີຄູສອນປອມໃນທ່າມກາງພວກເຈົ້າເໝືອນກັນ. ພວກເຂົາຈະລັກນຳເອົາຄຳສອນຜິດທີ່ເຮັດໃຫ້ເສຍຫາຍເຂົ້າມາ, ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າອົງເຈົ້ານາຍຜູ້ໄດ້ໄຖ່ພວກເຂົາ. ເຊິ່ງການກະທຳຢ່າງນີ້ຈະນຳຄວາມຈິບຫາຍມາເຖິງພວກເຂົາເອງຢ່າງໄວວາ. ຈະມີຫລາຍຄົນປະຕິບັດຕາມການປະພຶດຊົ່ວຮ້າຍຂອງພວກເຂົາ ແລະ ຈະນຳທາງແຫ່ງຄວາມຈິງໄປສູ່ຄວາມເສື່ອມເສຍ. ດ້ວຍຄວາມໂລບຂອງພວກເຂົານັ້ນ ພວກຄູສອນເຫລົ່ານີ້ຈະແຕ່ງເລື່ອງຕ່າງໆຂຶ້ນມາເພື່ອຂູດຮີດພວກເຈົ້າ. ຄຳພິພາກສາລົງໂທດຂອງພວກເຂົາກໍຖືກຫ້ອຍຢູ່ເທິງພວກເຂົາດົນນານມາແລ້ວ ແລະ ຄວາມຈິບຫາຍຂອງພວກເຂົາກໍບໍ່ໄດ້ຫລັບຢູ່.
ເພາະຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນບັນດາເທວະດາທີ່ໄດ້ເຮັດບາບ, ແຕ່ໄດ້ສົ່ງພວກເຂົາລົງໄປສູ່ນະລົກ, ລ່າມໂສ້ພວກເຂົາຂັງໄວ້ໃນບ່ອນມືດ1ເພື່ອລໍຖ້າການພິພາກສາ. ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນໂລກໃນສະໄໝບູຮານເມື່ອພຣະອົງໄດ້ໃຫ້ນ້ຳຖ້ວມຄົນອະທຳທີ່ຢູ່ໃນໂລກ, ແຕ່ໄດ້ປົກປ້ອງໂນອາຜູ້ປະກາດຄວາມຊອບທຳ ແລະ ຄົນອື່ນໆອີກເຈັດຄົນ. ຖ້າພຣະເຈົ້າໄດ້ລົງໂທດເມືອງໂຊໂດມ ແລະ ເມືອງໂກໂມຣາໂດຍເຜົາໃຫ້ເປັນຂີ້ເຖົ່າ ເພື່ອເປັນຕົວຢ່າງໃນສິ່ງທີ່ຈະເກີດຂຶ້ນແກ່ຄົນອະທຳ. ແລະ ຖ້າພຣະອົງໄດ້ກອບກູ້ເອົາໂລດຜູ້ຊອບທຳ, ຜູ້ມີຄວາມທຸກໃຈເພາະການກະທຳທີ່ຂາດສິນທຳຂອງຄົນໄຮ້ສິນທຳເຫລົ່ານັ້ນ. (ເພາະເມື່ອຄົນຊອບທຳຜູ້ນີ້ດຳເນີນຊີວິດຢູ່ໃນທ່າມກາງພວກເຂົາໃນແຕ່ລະວັນ, ຈິດວິນຍານອັນຊອບທຳຂອງເພິ່ນກໍທຸກທໍລະມານເພາະໄດ້ເຫັນ ແລະ ໄດ້ຍິນການກະທຳທີ່ຜິດສິນທຳນັ້ນ). ຖ້າເປັນດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຍ່ອມຮູ້ຈັກວິທີວ່າຈະກອບກູ້ເອົາຄົນຊອບທຳໃຫ້ລອດພົ້ນຈາກການທົດລອງໄດ້ຢ່າງໃດ ແລະ ຮັກສາຄົນອະທຳໄວ້ເພື່ອລໍຖ້າວັນພິພາກສາ.2 ໂດຍສະເພາະຈະລົງໂທດຄົນເຫລົ່ານັ້ນທີ່ປ່ອຍໂຕໄປຕາມຄວາມປາຖະໜາຂອງເນື້ອໜັງ3 ແລະ ດູຖູກຜູ້ມີອຳນາດ.
ຄູສອນປອມເຫລົ່ານີ້ກ້າຫານ ແລະ ຈອງຫອງ, ພວກເຂົາຫຸ້ມດ່າເທວະດາເບື້ອງເທິງໂດຍບໍ່ໄດ້ຢ້ານກົວ. ແມ່ນແຕ່ພວກເທວະດາຜູ້ທີ່ມີກຳລັງເຂັ້ມແຂງກວ່າ ແລະ ມີລິດອຳນາດຫລາຍກວ່າ ກໍຍັງບໍ່ໄດ້ຫຸ້ມດ່າເທວະດາເຫລົ່ານີ້ເມື່ອເວລານຳເອົາການຕັດສິນຈາກ4ອົງພຣະຜູ້ເປັນເຈົ້າມາເຖິງພວກເຂົາ. ແຕ່ຄົນເຫລົ່ານີ້ໝິ່ນປະໝາດໃນສິ່ງທີ່ຕົນບໍ່ເຂົ້າໃຈ. ພວກເຂົາເປັນເໝືອນສັດທີ່ບໍ່ມີເຫດຜົນເຮັດຕາມສັນຊາດຕະຍານ, ເກີດມາພຽງເພື່ອຖືກຈັບ ແລະ ຖືກທຳລາຍເທົ່ານັ້ນ. ແລະ ພວກເຂົາຈະຕ້ອງຈິບຫາຍໄປເໝືອນກັບສັດຢ່າງແນ່ນອນ.
ພວກເຂົາຈະໄດ້ຮັບການຕອບແທນດ້ວຍຄວາມຊົ່ວຮ້າຍສຳລັບສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ. ພວກເຂົາຖືວ່າການດື່ມເຫລົ້າໃນເວລາກາງເວັນເປັນຄວາມສະໜຸກສະໜານ. ພວກເຂົາເປັນຮອຍເປື້ອນ ແລະ ຮອຍຕຳໜິ, ພວກເຂົາຫາແຕ່ຄວາມສະໜຸກສະໜານໃສ່ຕົນຂະນະທີ່ກຳລັງກິນລ້ຽງຮ່ວມກັບພວກເຈົ້າ.5 ຕາຂອງພວກເຂົາເຕັມໄປດ້ວຍການຫລິ້ນຊູ້, ພວກເຂົາບໍ່ເຄີຍຢຸດເຮັດບາບ, ພວກເຂົາລໍ້ລວງຄົນທີ່ບໍ່ໜັກແໜ້ນ, ພວກເຂົາມີຄວາມຊຳນານໃນຄວາມໂລບ ແລະ ພວກເຂົາຄືເຜົ່າພັນທີ່ຖືກສາບແຊ່ງ. ພວກເຂົາປະຖິ້ມທາງທີ່ຊື່ ແລະ ຫລົງໄປຕາມທາງຂອງບາລາອາມລູກຂອງເບອໍ ຜູ້ທີ່ມັກຄ່າຈ້າງຂອງຄວາມຊົ່ວຮ້າຍ. ແຕ່ບາລາອາມໄດ້ຖືກສັ່ງຫ້າມເນື່ອງຈາກການກະທຳທີ່ຜິດຂອງຕົນໂດຍໂຕລໍ ເຊິ່ງເປັນສັດທີ່ເວົ້າບໍ່ໄດ້ແຕ່ເວົ້າອອກມາເປັນສຽງມະນຸດ ແລະ ໄດ້ລະງັບຄວາມບ້າຂອງຜູ້ທຳນວາຍນັ້ນ.
ຄົນເຫລົ່ານີ້ເປັນນໍ້າພຸທີ່ບໍ່ມີນ້ຳ ແລະ ເປັນໝອກທີ່ຖືກພະຍຸພັດໄປ. ຄວາມມືດທີ່ສຸດກໍສະຫງວນໄວ້ສຳລັບພວກເຂົາ. ເພາະພວກເຂົາເວົ້າລ້າໆ, ເວົ້າຄຳໂອ້ອວດ ແລະ ໃຊ້ຄວາມປາຖະໜາຂອງເນື້ອໜັງດຶງດູດຄົນທັງຫລາຍທີ່ຫາກໍໜີພົ້ນຈາກບັນດາຜູ້ທີ່ດຳເນີນຊີວິດໃນທາງທີ່ຜິດ. ພວກເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນເປັນອິດສະຫລະໃນຂະນະທີ່ພວກເຂົາເອງກໍຍັງເປັນຂ້າທາດຂອງຄວາມເສື່ອມໂຊມຢູ່ ເພາະວ່າ “ຄົນເຮົາຖືກສິ່ງໃດຄອບງຳກໍເປັນຂ້າທາດຂອງສິ່ງນັ້ນ”. ຖ້າພວກເຂົາໄດ້ໜີພົ້ນຈາກມົນທິນຂອງໂລກມາແລ້ວໂດຍການຮູ້ຈັກກັບອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລ້ວຍັງກັບຄືນໄປພົວພັນ ແລະ ພ່າຍແພ້ກັບສິ່ງນັ້ນຢູ່ ບັ້ນປາຍຂອງພວກເຂົາກໍກັບຊົ່ວຮ້າຍຍິ່ງກວ່າບັ້ນຕົ້ນ. ເພາະຖ້າພວກເຂົາບໍ່ຮູ້ຈັກທາງແຫ່ງຄວາມຊອບທຳນັ້ນກໍຍັງດີກວ່າໄດ້ຮູ້ຈັກແລ້ວຫັນຫລັງໃຫ້ກັບກົດບັນຍັດອັນສັກສິດ ເຊິ່ງສືບທອດມາເຖິງພວກເຂົາ. ພວກເຂົາກໍເປັນຈິງຕາມສຸພາສິດທີ່ວ່າ: “ໝາກໍກັບຄືນໄປຫາສິ່ງທີ່ມັນຮາກອອກມາ”6 ແລະ “ໝູທີ່ລ້າງແລ້ວກໍກັບໄປກິ້ງເກືອກໃນຂີ້ຕົມ”.
Source notes (6)
- Footnote ສຳເນົາຕົ້ນສະບັບບາງສຳເນົາວ່າ ເຂົ້າໃນຄວາມມືດທີ່ຢູ່ໃຕ້ພື້ນດິນ
- Footnote ຫລື ຈະກັກຄົນອະທຳໄວ້ເພື່ອລໍຖ້າການລົງໂທດຈົນກວ່າຈະເຖິງວັນພິພາກສາ
- Footnote ຫລື ກິເລດຕັນຫາ
- Footnote ສຳເນົາຕົ້ນສະບັບບາງສະບັບວ່າ ຢູ່ຕໍ່ໜ້າ
- Footnote ສຳເນົາຕົ້ນສະບັບບາງສຳເນົາວ່າ ງານລ້ຽງແຫ່ງຄວາມຮັກຂອງພວກເຂົາ
- Footnote ສພສ 26:11
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.