Biblica® Open Lao Contemporary Version
2 ເປໂຕ 1
ຈົດໝາຍສະບັບນີ້ຈາກເຮົາຊີໂມນເປໂຕ ຜູ້ເປັນຜູ້ຮັບໃຊ້ ແລະ ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ,
ເຖິງບັນດາຜູ້ທີ່ໄດ້ຮັບຄວາມເຊື່ອອັນລ້ຳຄ່າເໝືອນກັບທີ່ພວກເຮົາໄດ້ຮັບໂດຍຜ່ານທາງຄວາມຊອບທຳຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ:
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າຢ່າງລົ້ນເຫລືອຜ່ານທາງການຮູ້ຈັກພຣະເຈົ້າ ແລະ ຮູ້ຈັກພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
ຄວາມໝັ້ນໃຈໃນການເອີ້ນ ແລະ ການເລືອກ
ລິດອຳນາດຂອງພຣະອົງໄດ້ໃຫ້ທຸກສິ່ງທີ່ຈຳເປັນສຳລັບຊີວິດໃນທາງຂອງພຣະເຈົ້າແກ່ພວກເຮົາ ຜ່ານທາງການຮູ້ຈັກພຣະອົງຜູ້ເອີ້ນພວກເຮົາດ້ວຍສະຫງ່າລາສີ ແລະ ຄຸນຄວາມດີຂອງພຣະອົງເອງ. ໂດຍຜ່ານທາງສິ່ງເຫລົ່ານີ້ພຣະອົງໄດ້ໃຫ້ສັນຍາອັນຍິ່ງໃຫຍ່ ແລະ ລ້ຳຄ່າຂອງພຣະອົງແກ່ພວກເຮົາ. ເພື່ອວ່າໂດຍຜ່ານທາງສັນຍາເຫລົ່ານີ້ພວກເຈົ້າຈະໄດ້ເຂົ້າສ່ວນໃນລັກສະນະຂອງພຣະເຈົ້າ ແລະ ພົ້ນຈາກຄວາມເສື່ອມຊາມໃນໂລກທີ່ເກີດຈາກຄວາມປາຖະໜາຊົ່ວ.
ດ້ວຍເຫດນີ້, ພວກເຈົ້າຈົ່ງພະຍາຍາມທຸກວິທີທີ່ຈະເພີ່ມຄວາມດີເຂົ້າກັບຄວາມເຊື່ອຂອງພວກເຈົ້າ ແລະ ເພີ່ມຄວາມຮູ້ເຂົ້າກັບຄວາມດີ, ແລະ ເພີ່ມການບັງຄົບຕົນເຂົ້າກັບຄວາມຮູ້, ເພີ່ມຄວາມອົດທົນເຂົ້າກັບການບັງຄັບຕົນ, ເພີ່ມຊີວິດໃນທາງຂອງພຣະເຈົ້າເຂົ້າກັບຄວາມບາກບັ່ນ ແລະ ເພີ່ມຄວາມຮັກກັນເໝືອນພີ່ນ້ອງເຂົ້າກັບຊີວິດໃນທາງຂອງພຣະເຈົ້າ ແລະ ເພີ່ມຄວາມຮັກເຂົ້າກັບຄວາມຮັກກັນເໝືອນພີ່ນ້ອງ. ເພາະຖ້າພວກເຈົ້າມີຄຸນສົມບັດເຫລົ່ານີ້ຫລາຍຂຶ້ນ ກໍຈະເຮັດໃຫ້ພວກເຈົ້າມີປະສິດທິພາບ ແລະ ເກີດຜົນໃນການຮູ້ຈັກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ແຕ່ຖ້າຜູ້ໃດຂາດຄຸນສົມບັດເຫລົ່ານີ້ ກໍເປັນເໝືອນກັບຄົນສາຍຕາສັ້ນ ແລະ ຕາບອດ, ລືມວ່າຕົນໄດ້ຮັບການຊຳລະຈາກຄວາມບາບໃນອະດີດແລ້ວ.
ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງພະຍາຍາມເຮັດທຸກວິທີເພື່ອຢືນຢັນໃນການເອີ້ນ ແລະ ເລືອກຂອງພວກເຈົ້ານັ້ນ. ເພາະວ່າຖ້າພວກເຈົ້າເຮັດຢ່າງນັ້ນແລ້ວພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ ແລະ ພວກເຈົ້າຈະໄດ້ຮັບການຕ້ອນຮັບທີ່ອຸດົມສົມບູນເຂົ້າໃນອານາຈັກນິລັນດອນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
ຄຳເປີດເຜີຍຂອງພຣະຄຳພີ
ດັ່ງນັ້ນ ເຮົາຈະເຕືອນພວກເຈົ້າໃຫ້ລະນຶກເຖິງສິ່ງເຫລົ່ານີ້ສະເໝີ, ເຖິງແມ່ນວ່າພວກເຈົ້າຮູ້ຈັກເລື່ອງນີ້ແລ້ວ ແລະ ຕັ້ງໝັ້ນຄົງໃນຄວາມຈິງທີ່ພວກເຈົ້າມີຢູ່ກໍຕາມ. ເຮົາຄິດວ່າເປັນການຖືກຕ້ອງແລ້ວທີ່ຈະເຕືອນຄວາມຈື່ຈຳຂອງພວກເຈົ້າຕາບທີ່ເຮົາຍັງຢູ່ໃນເຮືອນທີ່ເປັນຮ່າງກາຍນີ້, ເພາະເຮົາຮູ້ວ່າອີກບໍ່ດົນເຮົາຈະຕ້ອງຈາກເຮືອນທີ່ເປັນຮ່າງກາຍນີ້ໄປ, ຕາມທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ໄດ້ສະແດງໄວ້ແກ່ເຮົາຢ່າງຊັດເຈນແລ້ວ. ແລະ ເຮົາຈະພະຍາຍາມເຮັດທຸກວິທີໃຫ້ພວກເຈົ້າສາມາດລະນຶກເຖິງສິ່ງເຫລົ່ານີ້ສະເໝີຫລັງຈາກເຮົາຈາກໄປແລ້ວ.
ເມື່ອພວກເຮົາບອກພວກເຈົ້າເຖິງການມາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໃນລິດອຳນາດນັ້ນ ພວກເຮົາບໍ່ໄດ້ນຳເອົາເລື່ອງທີ່ປະດິດຄິດແຕ່ງຂຶ້ນມາໂດຍຄວາມສະຫລາດຂອງມະນຸດ ແຕ່ພວກເຮົາໄດ້ເປັນພະຍານກັບຕາເຖິງບາລະມີອັນຍິ່ງໃຫຍ່ຂອງພຣະອົງ. ພຣະອົງໄດ້ຮັບກຽດ ແລະ ສະຫງ່າລາສີຈາກພຣະເຈົ້າພຣະບິດາເຈົ້າ ເມື່ອມີສຽງຈາກອົງຜູ້ມີສະຫງ່າລາສີຍິ່ງໃຫຍ່ສູງສຸດຂອງພຣະອົງ, ກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຜູ້ທີ່ເຮົາຮັກ, ເຮົາພໍໃຈເພິ່ນຫລາຍ”.1 ພວກເຮົາເອງໄດ້ຍິນສຽງນີ້ມາຈາກສະຫວັນຂະນະທີ່ພວກເຮົາຢູ່ກັບພຣະອົງທີ່ພູສັກສິດ.
ພວກເຮົາມີຖ້ອຍຄຳຂອງການທຳນວາຍເໝືອນກັນ ເຊິ່ງເປັນສິ່ງທີ່ເຊື່ອຖືໄດ້ຢ່າງຄົບຖ້ວນ, ຈະເປັນເລື່ອງດີຖ້າພວກເຈົ້າເອົາໃຈໃສ່ຖ້ອຍຄຳເຫລົ່ານີ້ ເໝືອນແສງສະຫວ່າງທີ່ສ່ອງໃນບ່ອນມືດຈົນກວ່າຈະເຖິງວັນຮຸ່ງເຊົ້າ ແລະ ດາວແຫ່ງອາລຸນຍາມເຊົ້າຈະປາກົດຂຶ້ນໃນໃຈຂອງພວກເຈົ້າ. ເໜືອສິ່ງອື່ນໃດທັງໝົດ ພວກເຈົ້າຕ້ອງເຂົ້າໃຈວ່າບໍ່ມີຄຳເປີດເຜີຍໃດໃນພຣະຄຳພີທີ່ມາຈາກການແປຄວາມໝາຍກ່ຽວກັບສິ່ງຕ່າງໆຂອງທຳນວາຍເອງ. ເພາະຄຳເປີດເຜີຍນັ້ນບໍ່ເຄີຍເກີດຂຶ້ນຈາກເຈດຕະນາຂອງມະນຸດ ເຖິງແມ່ນວ່າຜູ້ທຳນວາຍຈະເປັນມະນຸດ ກໍກ່າວຖ້ອຍຄຳທີ່ມາຈາກພຣະເຈົ້າຕາມທີ່ພຣະວິນຍານບໍລິສຸດເຈົ້ານຳພວກເພິ່ນ.
Source notes (1)
- Footnote ມທ 17:5; ມຣກ 9:7; ລກ 9:35
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.