Biblica® Open Lao Contemporary Version
1 ເປໂຕ 5
ພວກຜູ້ອາວຸໂສ ແລະ ສະມາຊິກ
ເຖິງພວກຜູ້ອາວຸໂສໃນທ່າມກາງພວກເຈົ້າທັງຫລາຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຜູ້ອາວຸໂສດ້ວຍກັນ ແລະ ເປັນພະຍານຄົນໜຶ່ງໃນເລື່ອງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເປັນຜູ້ໜຶ່ງທີ່ຈະຮ່ວມໃນສະຫງ່າລາສີທີ່ຈະມາປາກົດນັ້ນວ່າ: ຈົ່ງລ້ຽງຝູງແກະຂອງພຣະເຈົ້າໃຫ້ຢູ່ໃນຄວາມຮັບຜິດຊອບເບິ່ງແຍງຂອງພວກເຈົ້າ, ໃຫ້ເບິ່ງແຍງພວກເຂົາບໍ່ແມ່ນຍ້ອນວ່າພວກເຈົ້າຈໍາເປັນຕ້ອງເຮັດ ແຕ່ຍ້ອນວ່າພວກເຈົ້າເຕັມໃຈທີ່ຈະເຮັດຕາມທີ່ພຣະເຈົ້າປະສົງໃຫ້ພວກເຈົ້າເປັນ, ບໍ່ແມ່ນເຮັດເພື່ອຫາຜົນປະໂຫຍດດ້ວຍຄວາມບໍ່ສັດຊື່, ແຕ່ມີຄວາມກະຕືລືລົ້ນທີ່ຈະຮັບໃຊ້, ບໍ່ແມ່ນວາງອຳນາດເໜືອບັນດາຜູ້ທີ່ມອບໝາຍໃຫ້ແກ່ພວກເຈົ້າ, ແຕ່ໃຫ້ເປັນແບບຢ່າງແກ່ຝູງແກະນັ້ນ. ແລະ ເມື່ອຫົວໜ້າຂອງຜູ້ລ້ຽງແກະມາປາກົດ ພວກເຈົ້າທັງຫລາຍຈະໄດ້ຮັບມົງກຸດແຫ່ງສະຫງ່າລາສີທີ່ບໍ່ມີວັນຈາງຫາຍໄປ.
ໃນທຳນອງດຽວກັນນີ້ ພວກເຈົ້າຜູ້ມີອາຍຸອ່ອນກວ່າ, ຈົ່ງຍອມເຊື່ອຟັງບັນດາຜູ້ທີ່ອາວຸໂສກວ່າ. ພວກເຈົ້າທຸກຄົນຈົ່ງສວມຄວາມຖ່ອມໃຈຕໍ່ກັນແລະກັນ ເພາະວ່າ,
“ພຣະເຈົ້າຕໍ່ສູ້ຄົນທີ່ຈອງຫອງ
ແຕ່ມີພຣະຄຸນໃຫ້ແກ່ຄົນທີ່ຖ່ອມຕົວລົງ”.1
ເຫດສະນັ້ນ, ພວກເຈົ້າຈົ່ງຖ່ອມໂຕລົງຢູ່ພາຍໃຕ້ມືອັນມີລິດຂອງພຣະເຈົ້າ ເພື່ອວ່າພຣະອົງຈະຍົກພວກເຈົ້າຂຶ້ນເມື່ອເຖິງເວລາອັນສົມຄວນ. ຈົ່ງປະຄວາມກະວົນກະວາຍຂອງພວກເຈົ້າໄວ້ກັບພຣະອົງ ເພາະວ່າພຣະອົງຫ່ວງໃຍພວກເຈົ້າຢູ່.
ຈົ່ງມີສະຕິ ແລະ ຕື່ນໂຕຢູ່ສະເໝີ. ເພາະສັດຕູຂອງພວກເຈົ້າຄືມານທຽວວົນວຽນໄປມາເໝືອນໂຕສິງທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້. ຈົ່ງຕໍ່ສູ້ກັບມານ ດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ເພາະພວກເຈົ້າກໍຮູ້ວ່າພີ່ນ້ອງຜູ້ທີ່ເຊື່ອໃນທົ່ວໂລກກໍກຳລັງປະສົບກັບຄວາມທຸກທໍລະມານແບບດຽວກັນນີ້.
ແລະ ຫລັງຈາກພວກເຈົ້າທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ໄດ້ເອີ້ນພວກເຈົ້າມາສູ່ສະຫງ່າລາສີອັນນິລັນດອນຂອງພຣະອົງໃນພຣະຄຣິດເຈົ້າ ພຣະອົງເອງຈະຟື້ນຟູພວກເຈົ້າຄືນໃໝ່ ແລະ ໃຫ້ພວກເຈົ້າເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ. ຂໍໃຫ້ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.
ຄຳທັກທາຍສຸດທ້າຍ
ດ້ວຍຄວາມຊ່ວຍເຫລືອຂອງຊີລາ2 ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງທີ່ສັດຊື່ ເຮົາຈຶ່ງໄດ້ຂຽນມາຫາພວກເຈົ້າໂດຍຫຍໍ້ເພື່ອໜູນໃຈພວກເຈົ້າ ແລະ ເປັນພະຍານວ່ານີ້ແມ່ນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ. ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນີ້.
ຄຣິສຕະຈັກທີ່ເມືອງບາບີໂລນຜູ້ໄດ້ຮັບການເລືອກດ້ວຍກັນກັບພວກເຈົ້ານັ້ນ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ ແລະ ມາຣະໂກບຸດຂອງເຮົາກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.
ຈົ່ງທັກທາຍກັນດ້ວຍການຈູບແຫ່ງຄວາມຮັກ.
ຂໍໃຫ້ສັນຕິສຸກຈົ່ງມີແກ່ພວກເຈົ້າທຸກຄົນທີ່ຢູ່ໃນພຣະຄຣິດເຈົ້າ.
Source notes (2)
- Footnote ສພສ 3:34
- Footnote ພາສາກຣີກວ່າ ຊີນວານັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.