Biblica® Open Lao Contemporary Version
1 ເປໂຕ 4
ມີຊີວິດຢູ່ເພື່ອພຣະເຈົ້າ
ເຫດສະນັ້ນ, ເພາະພຣະຄຣິດເຈົ້າໄດ້ທົນທຸກທາງກາຍຂອງພຣະອົງແລ້ວ ພວກເຈົ້າເອງກໍຈົ່ງຕຽມໂຕໃຫ້ພ້ອມດ້ວຍທ່າທີຢ່າງດຽວກັນ. ເພາະຜູ້ໃດກໍຕາມທີ່ທົນທຸກທາງກາຍກໍຈະເຊົາເຮັດບາບ. ຜົນກໍຄື, ພວກເຂົາຈະບໍ່ດຳເນີນຊີວິດທີ່ເຫລືອຢູ່ໃນໂລກນີ້ຕາມຄວາມປາຖະໜາຂອງມະນຸດ ແຕ່ຕາມຄວາມປະສົງຂອງພຣະເຈົ້າ. ເພາະໃນອະດີດພວກເຈົ້າໄດ້ໃຊ້ເວລາຫລາຍແລ້ວໃນການເຮັດສິ່ງທີ່ຄົນບໍ່ເຊື່ອພຣະເຈົ້າເລືອກທີ່ຈະເຮັດ ຄືໄດ້ດຳເນີນຊີວິດຢູ່ໃນຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນເປັນກຸ່ມ, ດື່ມເຫລົ້າຢ່າງໜັກ ແລະ ຂາບໄຫວ້ຮູບເຄົາລົບອັນໜ້າລັງກຽດ. ພວກເຂົາຈຶ່ງປະຫລາດໃຈທີ່ພວກເຈົ້າບໍ່ເຂົ້າຮ່ວມໃນການດຳເນີນຊີວິດແບບຊະຊາຍ ແລະ ດຳເນີນຊີວິດແບບປ່າເຖື່ອນກັບພວກເຂົາ ແລະ ພວກເຂົາຈຶ່ງຫຸ້ມດ່າພວກເຈົ້າ. ແຕ່ພວກເຂົາຈະຕ້ອງລາຍງານຕໍ່ພຣະອົງຜູ້ພ້ອມແລ້ວທີ່ຈະພິພາກສາທັງຄົນເປັນ ແລະ ຄົນຕາຍ ດ້ວຍເຫດຜົນນີ້ຂ່າວປະເສີດຈຶ່ງໄດ້ຖືກປະກາດອອກໄປເຖິງແມ່ນແຕ່ແກ່ຄົນທີ່ຕາຍໄປແລ້ວ, ເພື່ອວ່າພວກເຂົາຈະຖືກຕັດສິນຕາມມາດຕະຖານຂອງມະນຸດທາງຮ່າງກາຍ ແຕ່ທາງຈິດວິນຍານພວກເຂົາຈະມີຊີວິດຢູ່ຕາມຄວາມປະສົງຂອງພຣະເຈົ້າ.
ເວລາສຸດທ້າຍຂອງສິ່ງທັງໝົດນີ້ໃກ້ຈະມາເຖິງແລ້ວ. ເຫດສະນັ້ນ ຈົ່ງມີສະຕິ ແລະ ຮູ້ຈັກບັງຄັບຕົນເພື່ອພວກເຈົ້າຈະໄດ້ອະທິຖານ. ເໜືອສິ່ງອື່ນໃດທັງໝົດ, ຈົ່ງຮັກເຊິ່ງກັນແລະກັນຢ່າງເລິກເຊິ່ງ, ເພາະຄວາມຮັກປິດບັງຄວາມບາບຈຳນວນຫລວງຫລາຍໄວ້ໄດ້. ຈົ່ງຕ້ອນຮັບເຊິ່ງກັນແລະກັນໂດຍບໍ່ມີການຈົ່ມ. ແຕ່ລະຄົນຄວນໃຊ້ຂອງປະທານທີ່ຕົນໄດ້ຮັບມານັ້ນຮັບໃຊ້ຜູ້ອື່ນ, ບໍລິຫານຂອງປະທານແຫ່ງພຣະຄຸນຂອງພຣະເຈົ້າໃນຮູບແບບຕ່າງໆທີ່ໄດ້ຮັບມາຢ່າງສັດຊື່. ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.
ທຸກທໍລະມານເພາະເປັນຄຣິສຕຽນ
ເພື່ອນທີ່ຮັກທັງຫລາຍເອີຍ, ຢ່າປະຫລາດໃຈກັບການທົດລອງອັນເຈັບປວດທີ່ພວກເຈົ້າປະເຊີນຢູ່ເໝືອນກັບວ່າມີສິ່ງແປກປະຫລາດເກີດຂຶ້ນກັບພວກເຈົ້າ. ແຕ່ຈົ່ງຊື່ນຊົມຍິນດີທີ່ໄດ້ຮ່ວມໃນຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ເພື່ອພວກເຈົ້າຈະໄດ້ຊື່ນຊົມຍິນດີຢ່າງລົ້ນເຫລືອເມື່ອສະຫງ່າລາສີຂອງພຣະອົງມາປາກົດ. ຖ້າພວກເຈົ້າຖືກດູຖູກຍ້ອນນາມຂອງພຣະຄຣິດເຈົ້າພວກເຈົ້າກໍໄດ້ຮັບພອນ ເພາະພຣະວິນຍານບໍລິສຸດເຈົ້າແຫ່ງສະຫງ່າລາສີຂອງພຣະເຈົ້ານັ້ນຢູ່ກັບພວກເຈົ້າ. ຖ້າພວກເຈົ້າທົນທຸກ ກໍຢ່າໄດ້ທົນທຸກໃນຖານະທີ່ເປັນຜູ້ຂ້າຄົນ ຫລື ເປັນຄົນຂີ້ລັກ ຫລື ຄະດີອາຍາປະເພດຕ່າງໆ ຫລື ແມ່ນແຕ່ເປັນຄົນມັກຫຍຸ້ງເລື່ອງຂອງຜູ້ອື່ນ ແຕ່ຖ້າພວກເຈົ້າທົນທຸກໃນຖານະທີ່ເປັນຄຣິສຕຽນກໍຢ່າໄດ້ອັບອາຍ, ແຕ່ຈົ່ງສັນລະເສີນພຣະເຈົ້າທີ່ພວກເຈົ້າໄດ້ຮັບການເອີ້ນຕາມນາມນັ້ນ. ເພາະເຖິງເວລາແລ້ວທີ່ການພິພາກສາຈະເລີ່ມຂຶ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະ ຖ້າການພິພາກສາເລີ່ມຕົ້ນທີ່ພວກເຮົາກ່ອນ ແລ້ວຜົນທີ່ຈະໄດ້ຮັບຂອງບັນດາຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ? ແລະ,
“ຖ້າຄົນຊອບທຳຈະໄດ້ຮັບຄວາມພົ້ນກໍຍັງຍາກ,
ແລ້ວຄົນອະທຳກັບຄົນບາບຈະເປັນຢ່າງໃດ?”1
ດັ່ງນັ້ນ ຜູ້ທີ່ທົນທຸກຕາມຄວາມປະສົງຂອງພຣະເຈົ້າກໍຄວນມອບຕົນເອງໄວ້ກັບພຣະຜູ້ສ້າງຜູ້ສັດຊື່ຂອງພວກເຂົາ ແລະ ເຮັດຄວາມດີຕໍ່ໄປ.
Source notes (1)
- Footnote ສພສ 11:31
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.