Biblica® Open Lao Contemporary Version
2 ກະສັດ 9
ເຢຮູໄດ້ຮັບການແຕ່ງຕັ້ງເປັນກະສັດອິດສະຣາເອນ
ຜູ້ທຳນວາຍເອລີຊາໄດ້ເອີ້ນເອົາຊາຍຄົນໜຶ່ງໃນບັນດາຜູ້ທຳນວາຍມາ ແລະ ເວົ້າກັບລາວວ່າ, “ຈົ່ງຮັດສາຍແອວຂອງເຈົ້າທັບເສື້ອຄຸມຂອງເຈົ້າໃຫ້ແໜ້ນ, ຖືນ້ຳມັນໝາກກອກແກ້ວນີ້ໄປດ້ວຍ ແລະ ໄປທີ່ຣາໂມດກີເລອາດ. ເມື່ອເຈົ້າໄປເຖິງທີ່ນັ້ນແລ້ວ, ໃຫ້ຖາມຫາເຢຮູ ລູກຊາຍຂອງເຢໂຮຊາຟັດ, ລູກຊາຍຂອງນິມຊີ. ຈົ່ງເປັນຫາລາວ, ນຳລາວອອກມາຈາກເພື່ອນຂອງລາວ ແລະ ພາລາວເຂົ້າໄປໃນຫ້ອງຊັ້ນໃນ. ແລ້ວຈົ່ງເອົາແກ້ວນ້ຳມັນອອກມາ ແລະ ເທນ້ຳມັນລົງເທິງຫົວຂອງລາວ ແລະ ປະກາດວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາແຕ່ງຕັ້ງເຈົ້າໃຫ້ເປັນກະສັດເໜືອອິດສະຣາເອນ’. ຫລັງຈາກນັ້ນ ເຈົ້າຈົ່ງເປີດປະຕູ ແລະ ແລ່ນໄປ ຢ່າຊັກຊ້າ!”
ດັ່ງນັ້ນ ຜູ້ທຳນວາຍໜຸ່ມຈຶ່ງໄດ້ໄປທີ່ຣາໂມດກີເລອາດ. ເມື່ອລາວໄປຮອດທີ່ນັ້ນແລ້ວ ລາວກໍພົບນາຍທະຫານທີ່ກຳລັງນັ່ງຢູ່ນຳກັນ. ລາວຈຶ່ງຖາມວ່າ, “ທ່ານຜູ້ບັນຊາການ, ຂ້ານ້ອຍມີຂໍ້ຄວາມສຳລັບທ່ານ”.
ເຢຮູໄດ້ຖາມວ່າ, “ສຳລັບພວກເຮົາຄົນໃດ?”
ລາວໄດ້ຕອບວ່າ. “ທ່ານຜູ້ບັນຊາການ, ທ່ານນັ້ນເອງ”.
ເຢຮູຈຶ່ງລຸກຂຶ້ນ ແລະ ເຂົ້າໄປໃນເຮືອນ. ແລ້ວຜູ້ທຳນວາຍກໍໄດ້ເທນ້ຳມັນລົງເທິງຫົວຂອງເຢຮູ ແລະ ປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ‘ເຮົາແຕ່ງຕັ້ງເຈົ້າໃຫ້ເປັນກະສັດເໜືອອິດສະຣາເອນປະຊາຊົນຂອງພຣະເຈົ້າຢາເວ. ເຈົ້າຈົ່ງທຳລາຍຄອບຄົວອາຮາບນາຍຂອງເຈົ້າ ແລະ ເຮົາຈະແກ້ແຄ້ນໃຫ້ກັບເລືອດຂອງຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາ ແລະ ບັນດາຜູ້ຮັບໃຊ້ພຣະເຈົ້າຢາເວທີ່ຖືກເຢເຊເບນຂ້າ. ທັງຄອບຄົວຂອງອາຮາບຈະຈິບຫາຍ. ເຮົາຈະຂ້າຜູ້ຊາຍທຸກຄົນໃນເຊື້ອສາຍຂອງອາຮາບທັງທີ່ເປັນຂ້າທາດ ຫລື ເປັນອິດສະຫລະ1ໃນອິດສະຣາເອນ. ເຮົາຈະໃຫ້ເຊື້ອສາຍຂອງອາຮາບເປັນເໝືອນເຊື້ອສາຍຂອງເຢໂຣໂບອາມລູກຊາຍຂອງເນບັດ ແລະ ເໝືອນເຊື້ອສາຍຂອງບາອາຊາລູກຊາຍຂອງອາຮີຢາ. ສ່ວນເຢເຊເບນຈະຖືກໝາກັດກິນຢູ່ເທິງທີ່ດິນຜືນນັ້ນໃນຢິດຊະເຣນ ແລະ ຈະບໍ່ມີຜູ້ໃດຝັງສົບຂອງນາງ’ ”. ແລ້ວຜູ້ທຳນວາຍຄົນນັ້ນກໍເປີດປະຕູ ແລະ ແລ່ນອອກໄປ.
ເມື່ອເຢຮູກັບອອກມາຫາໝູ່ນາຍທະຫານຂອງຕົນ, ຄົນໜຶ່ງໃນພວກເຂົາກໍໄດ້ຖາມລາວວ່າ, “ທຸກຢ່າງຮຽບຮ້ອຍດີບໍ? ດ້ວຍເຫດໃດຄົນບ້າຜູ້ນັ້ນຈຶ່ງມາຫາທ່ານ?”
ເຢຮູໄດ້ຕອບວ່າ, “ພວກທ່ານກໍຮູ້ວ່າລາວເປັນຜູ້ໃດ ແລະ ມາເວົ້າເລື່ອງອັນໃດ”.
ພວກເຂົາຕອບວ່າ, “ນັ້ນບໍ່ແມ່ນຄວາມຈິງ! ຈົ່ງບອກພວກເຮົາມາ”.
ເຢຮູຈຶ່ງເວົ້າວ່າ, “ລາວບອກເຮົາວ່າ: ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນກະສັດເໜືອອິດສະຣາເອນ’ ”.
ພວກເຂົາຈຶ່ງຟ້າວແກ້ເສື້ອຄຸມຂອງຕົນອອກ ແລະ ປູເສື້ອຄຸມເຫລົ່ານັ້ນເທິງຂັ້ນໄດໃຫ້ເຢຮູຢືນ. ຫລັງຈາກນັ້ນ ພວກເຂົາກໍເປົ່າແກ ແລະ ຮ້ອງປະກາດວ່າ, “ເຢຮູເປັນກະສັດ!”
ເຢຮູຂ້າໂຢຣາມ ແລະ ອາຮາຊີຢາ
(2ຂຄ 22:7-9)
ດັ່ງນັ້ນ ເຢຮູລູກຊາຍຂອງເຢໂຮຊາຟັດ ທີ່ເປັນລູກຊາຍຂອງນິມຊີກໍໄດ້ກະບົດຕໍ່ໂຢຣາມ. (ບັດນີ້ ໂຢຣາມກັບກອງທັບອິດສະຣາເອນທັງໝົດໄດ້ສູ້ຮົບປ້ອງກັນເມືອງຣາໂມດກີເລອາດກັບກະສັດຮາຊາເອນແຫ່ງອາຣາມ. ແຕ່ກະສັດໂຢຣາມ2ໄດ້ກັບມາທີ່ຢິດຊະເຣນເພື່ອພັກຟື້ນຈາກອາການບາດເຈັບເພາະມືຂອງຊາວອາຣາມໃນການສູ້ຮົບກັບກະສັດຮາຊາເອນແຫ່ງອາຣາມ). ເຢຮູໄດ້ເວົ້າວ່າ, “ໃນເມື່ອພວກທ່ານເຫັນດີທີ່ຈະໃຫ້ເຮົາເປັນກະສັດ, ກໍຢ່າໃຫ້ຜູ້ໃດລອດອອກໄປຈາງເມືອງນີ້ ແລະ ໄປແຈ້ງຂ່າວນີ້ທີ່ຢິດຊະເຣນ”. ແລ້ວເຢຮູກໍຂັບລົດມ້າມາທີ່ຢິດຊະເຣນເພາະໂຢຣາມພັກຟື້ນຢູ່ທີ່ນັ້ນ ກະສັດອາຮາຊີຢາແຫ່ງຢູດາຍກໍໄດ້ມາຢ້ຽມໂຢຣາມດ້ວຍ.
ເມື່ອຄົນເຝົ້າຍາມຮັກສາການເທິງຫໍຄອຍຂອງຢິດຊະເຣນເຫັນເຢຮູກັບກອງທະຫານຂອງເຢຮູເຂົ້າມາໃກ້ ລາວກໍຮ້ອງສຽງດັງວ່າ, “ຂ້າພະເຈົ້າເຫັນກອງທະຫານກຳລັງມາທາງນີ້”.
ໂຢຣາມໄດ້ສັ່ງວ່າ, “ຈົ່ງສົ່ງທະຫານມ້າໄປພົບພວກເຂົາ ແລະ ຖາມວ່າ, ‘ພວກທ່ານມາຢ່າງສັນຕິບໍ?’ ”
ທະຫານມ້າກໍນັ້ນອອກໄປພົບເຢຮູ ແລະ ເວົ້າວ່າ, “ກະສັດໃຫ້ມາຖາມດັ່ງນີ້ວ່າ: ‘ພວກທ່ານມາຢ່າງສັນຕິບໍ?’ ”
ເຢຮູຕອບວ່າ, “ທ່ານຈະມາເວົ້າອັນໃດເລື່ອງສັນຕິພາບ? ຈົ່ງຕາມເຮົາມາ”.
ຄົນເຝົ້າຍາມຮັກສາການໄດ້ລາຍງານວ່າ, “ຜູ້ສື່ສານໄດ້ອອກໄປພົບພວກເຂົາແລ້ວ ແຕ່ລາວບໍ່ໄດ້ກັບມາ”.
ດັ່ງນັ້ນ ກະສັດໂຢຣາມຈຶ່ງໄດ້ສົ່ງທະຫານມ້າອອກໄປເປັນຄັ້ງທີສອງ. ເມື່ອລາວມາຮອດພວກເຂົາ ລາວກໍເວົ້າວ່າ, “ກະສັດໃຫ້ມາຖາມດັ່ງນີ້ວ່າ: ‘ພວກທ່ານມາຢ່າງສັນຕິບໍ?’ ”
ເຢຮູຕອບວ່າ, “ທ່ານຈະມາເວົ້າອັນໃດເລື່ອງສັນຕິພາບ? ຈົ່ງຕາມເຮົາມາ”.
ຄົນເຝົ້າຍາມຮັກສາການໄດ້ລາຍງານວ່າ, “ຄົນນຳຂ່າວໄດ້ອອກໄປພົບພວກເຂົາແລ້ວ ແຕ່ລາວກໍບໍ່ກັບມາອີກ. ເບິ່ງຈາກການຂັບລົດມ້າແລ້ວອາດຈະເປັນເຢຮູລູກຊາຍຂອງນິມຊີ ລາວຂັບມາໄວຄືຄົນບ້າ”.
ໂຢຣາມໄດ້ສັ່ງວ່າ, “ຕຽມລົດມ້າຂອງເຮົາໃຫ້ພ້ອມ”, ເມື່ອຕຽມພ້ອມແລ້ວ, ກະສັດໂຢຣາມແຫ່ງອິດສະຣາເອນ ແລະ ກະສັດອາຮາຊີຢາແຫ່ງຢູດາຍກໍພາກັນຂຶ້ນລົດມ້າຂອງຕົນອອກມາພົບເຢຮູ ແລະ ປະເຊີນໜ້າກັນຢູ່ທີ່ທົ່ງນາຂອງນາໂບດຊາວຢິດຊະເຣນ. ເມື່ອໂຢຣາມເຫັນເຢຮູກໍໄດ້ຖາມວ່າ, “ເຢຮູ, ເຈົ້າມາຢ່າງສັນຕິບໍ?”
ເຢຮູຕອບວ່າ, “ຈະສັນຕິໄດ້ຢ່າງໃດໃນເມື່ອຍັງມີການຂາບໄຫວ້ຮູບເຄົາລົບ ແລະ ການຫລິ້ນຄາຖາອາຄົມຂອງເຢເຊເບນແມ່ຂອງທ່ານຢູ່ຢ່າງຫລວງຫລາຍເຊັ່ນນີ້?”
ໂຢຣາມຈຶ່ງຫັນກັບ ແລະ ໜີໄປ, ຮ້ອງບອກອາຮາຊີຢາວ່າ, “ອາຮາຊີຢາ! ພວກນີ້ເປັນກະບົດ!”
ເຢຮູຈຶ່ງໂກ່ງທະນູຂອງຕົນ ແລະ ຍິງໂຢຣາມທີ່ກາງຫລັງ. ລູກທະນູໄດ້ສຽບທະລຸຫົວໃຈຂອງລາວ ແລະ ໂຢຣາມໄດ້ລົ້ມລົງຢູ່ໃນລົດມ້າຂອງຄົນ. ເຢຮູໄດ້ເວົ້າກັບບິດການທະຫານລົດຮົບຂອງຕົນວ່າ, “ຈົ່ງເອົາສົບຂອງໂຢຣາມຖິ້ມລົງໄປເທິງທົ່ງນາທີ່ເປັນຂອງນາໂບດຊາວຢິດຊະເຣນ. ຈື່ໄດ້ບໍເມື່ອເວລາທີ່ເຮົາສອງຄົນກຳລັງຂີ່ມ້າຕິດຕາມອາຮາບພໍ່ຂອງລາວ ເມື່ອພຣະເຈົ້າຢາເວໄດ້ກ່າວຄຳທຳນວາຍນີ້ແກ່ເຮົາກ່ຽວກັບລາວວ່າ: ‘ພຣະເຈົ້າຢາເວປະກາດດັ່ງນີ້ວ່າ, ມື້ວານນີ້ເຮົາໄດ້ເຫັນເລືອດຂອງນາໂບດກັບບັນດາລູກຊາຍຂອງລາວ ແລະ ເຮົາຈະໃຫ້ເຈົ້າຊົດໃຊ້ສຳລັບສິ່ງນີ້ເທິງທີ່ດິນນີ້. ພຣະເຈົ້າຢາເວກ່າວດັ່ງນັ້ນ’.3 ດັ່ງນັ້ນ ບັດນີ້ຈົ່ງຖິ້ມຮ່າງກາຍຂອງລາວໄວ້ເທິງທີ່ດິນຜືນນັ້ນ ຕາມຖ້ອຍຄຳຂອງພຣະເຈົ້າຢາເວ”.
ເມື່ອກະສັດອາຮາຊີຢາແຫ່ງຢູດາຍໄດ້ເຫັນສິ່ງທີ່ເກີດຂຶ້ນ, ເພິ່ນກໍໜີໄປຕາມເສັ້ນທາງສູ່ເບັດຮາການ.4 ເຢຮູໄດ້ຂີ່ມ້າໄລ່ຕາມເພິ່ນ ແລະ ຮ້ອງສຽງດັງວ່າ, “ຈົ່ງຂ້າລາວເໝືອນກັນ!” ພວກທະຫານຈຶ່ງເຮັດໃຫ້ອາຮາຊີຢາບາດເຈັບຢູ່ໃນລົດມ້າລະຫວ່າງທາງຂຶ້ນໄປທີ່ກູນ ເຊິ່ງຢູ່ໃກ້ກັບອິບເລອາມ, ແຕ່ອາຮາຊີຢາໄດ້ໜີໄປໄກຈົນຮອດເມກິດໂດ ແລະ ຕາຍຢູ່ທີ່ນັ້ນ. ຜູ້ຮັບໃຊ້ຂອງເພິ່ນໄດ້ຮັບສົບຂອງເພິ່ນຂຶ້ນລົດມ້າກັບມາທີ່ເຢຣູຊາເລັມ ແລະ ຝັງສົບຂອງເພິ່ນໄວ້ກັບບັນພະບຸລຸດຂອງເພິ່ນໃນອຸບໂມງຂອງເພິ່ນຢູ່ທີ່ເມືອງດາວິດ. (ກະສັດອາຮາຊີຢາໄດ້ຂຶ້ນເປັນກະສັດຂອງຢູດາຍ ກົງກັບປີທີສິບເອັດຂອງຊ່ວງການປົກຄອງຂອງກະສັດໂຢຣາມ ລູກຊາຍຂອງອາຮາບ).
ເຢເຊເບນຖືກຂ້າ
ເມື່ອເຢເຊເບນໄດ້ຍິນວ່າເຢຮູມາທີ່ຢິດຊະເຣນ. ກໍທາຕາ, ເຮັດຜົມຂອງຕົນ ແລະ ເບິ່ງອອກມານອກປ່ອງຢ້ຽມ. ເມື່ອເຢຮູຜ່ານປະຕູວັງເຂົ້າມາ ນາງກໍຮ້ອງຖາມວ່າ, “ຊິມຣີ, ເຈົ້າຜູ້ຂ້ານາຍຂອງຕົນ, ເຈົ້າມາຢ່າງສັນຕິບໍ?”5
ເຢຮູເບິ່ງຂຶ້ນໄປທີ່ປ່ອງຢ້ຽມ ແລະ ຮ້ອງສຽງດັງວ່າ, “ມີຜູ້ໃດຢູ່ຝ່າຍເຮົາແດ່? ມີຜູ້ໃດແດ່?” ຂັນທີສອງ ຫລື ສາມຄົນກໍເບິ່ງລົງມາທີ່ເຢຮູ. ເຢຮູຈຶ່ງເວົ້າວ່າ “ຈົ່ງຖິ້ມນາງລົງມາ!”. ດັ່ງນັ້ນ ພວກເຂົາກໍໄດ້ຖິ້ມນາງລົງມາ ແລະ ເລືອດບາງສ່ວນຂອງນາງກໍກະຈາຍໄປຖືກຝາ ແລະ ມ້າ ຂະນະທີ່ພວກເຂົາຢຽບນາງຢູ່ໃຕ້ຕີນ.
ເຢຮູໄດ້ເຂົ້າໄປໃນວັງ ແລະ ໄດ້ກິນກັບດື່ມ. ແລ້ວລາວກໍໄດ້ເວົ້າວ່າ, “ຈົ່ງໃຫ້ຄົນອອກໄປຝັງຍິງທີ່ຖືກສາບແຊ່ງຄົນນັ້ນ ເພາະນາງເປັນລູກສາວກະສັດ”. ແຕ່ເມື່ອພວກເຂົາອອກໄປຈະຝັງສົບນາງ, ພວກເຂົາກໍບໍ່ພົບຫຍັງ ນອກຈາກຫົວກະໂຫລກ, ກະດູກມື ແລະ ກະດູກຕີນຂອງນາງ. ພວກເຂົາຈຶ່ງກັບມາ ແລະ ບອກເຢຮູ, ເຢຮູຈຶ່ງເວົ້າວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ກ່າວຜ່ານທາງເອລີຢາຊາວຕີຊະເບ ຜູ້ຮັບໃຊ້ຂອງພຣະອົງວ່າ: ໝາຈະກັດກິນຊີ້ນຂອງເຢເຊເບນ6ຢູ່ເທິງທີ່ດິນຜືນນັ້ນໃນຢິດຊະເຣນ. ຮ່າງກາຍຂອງນາງຈະກະຈັດກະຈາຍເໝືອນກັບຂີ້ເຫຍື້ອເທິງທົ່ງນາຂອງຢິດຊະເຣນ ຈົນບໍ່ມີຜູ້ໃດຈະສາມາດບອກໄດ້ວ່າ, ‘ນີ້ຄືເຢເຊເບນ’ ”.
Source notes (6)
- Footnote ຫລື ຜູ້ທີ່ປົກຄອງ ຫລື ຜູ້ນຳອິດສະຣາເອນ
- Footnote ພາສາເຮັບເຣີວ່າ ເຢໂຮຣາມ ເປັນອີກຮູບໜຶ່ງຂອງ ໂຢຣາມ ເຊັ່ນດຽວກັບຂໍ້ 17 ແລະ 21-24
- Footnote 1ກສ 21:19
- Footnote ຫລື ໜີໄປທາງ ບ້ານສວນ
- Footnote ຫລື “ສິມຣີຜູ້ຂ້ານາຍຂອງລາວຍັງເປັນສຸກຢູ່ບໍ?”
- Footnote 1ກສ 21:23
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.