Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 8

ຍິງ​ຊາວ​ຊູເນມ​ໄດ້​ທີ່ດິນ​ກັບ​ຄືນ​ມາ

ເອລີຊາ​ເວົ້າ​ກັບ​ຍິງ​ທີ່​ເພິ່ນ​ໄດ້​ຊ່ວຍ​ຊີວິດ​ລູກຊາຍ​ຂອງ​ນາ, “ຈົ່ງ​ພາ​ຄອບຄົວ​ຂອງ​ເຈົ້າ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ຊົ່ວຄາວ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໃຫ້​ເກີດ​ການ​ອຶດຢາກ​ອາຫານ​ໃນ​ແຜ່ນດິນ​ອິດສະຣາເອນ​ເຖິງ​ເຈັດ​ປີ”. ຍິງ​ນັ້ນ​ກໍ​ໄດ້​ປະຕິບັດ​ຕາມ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ບອກ. ນາງ ແລະ ຄອບຄົວ​ຂອງ​ນາງໄດ້​ພາ​ກັນ​ໄປ​ອາໄສ​ຢູ່​ທີ່​ແຜ່ນດິນ​ຟີລິດສະຕິນ​ເປັນ​ເວລາ​ເຈັດ​ປີ.

ເມື່ອ​ຄົບ​ເຈັດ​ປີ​ແລ້ວ ນາງ​ກໍ​ກັບ​ມາ​ຈາກ​ດິນແດນ​ຟີລິດສະຕິນ ແລະ ໄດ​ໄປ​ພົບ​ກະສັດ​ເພື່ອ​ຂໍ​ຮັບ​ເຮືອນ ແລະ ທີ່ດິນ​ຂອງ​ຕົນ​ຄືນ. ກະສັດ​ອິດສະຣາເອນ​ກຳລັງ​ເວົ້າ​ກັບ​ເກຮາຊິ ຄົນ​ຮັບໃຊ້​ຂອງ​ເອລີຊາ​ວ່າ, “ຈົ່ງ​ເລົ່າ​ກ່ຽວກັບ​ການ​ໃຫຍ່​ທັງໝົດ​ທີ່​ເອລີຊາ​ໄດ້​ເຮັດ​ນັ້ນ​ໃຫ້​ເຮົາ​ຟັງ”. ຂະນະ​ທີ່​ເກຮາຊິ​ກຳລັງ​ບອກ​ກະສັດ​ວ່າ​ເອລີຊາ​ຊ່ວຍ​ເດັກ​ຊາຍ​ຄົນ​ໜຶ່ງ​ໃຫ້​ຟື້ນ​ຊີວິດ​ຄືນ​ມາ​ໄດ້​ຢ່າງ​ໃດ​ຢູ່​ນັ້ນ, ຍິງ​ທີ່​ເປັນ​ແມ່​ຂອງ​ເດັກ​ຊາຍ​ທີ່​ເອລີຊາ​ໄດ້​ຊ່ວຍ​ໃຫ້​ຟື້ນ​ຊີວິດ​ຄືນ​ມາ​ນັ້ນ​ກໍ​ເຂົ້າ​ມາ​ຫາ​ກະສັດ​ເພື່ອ​ຂໍ​ເຮືອນ ແລະ ທີ່ດິນ​ຂອງ​ຕົນ​ຄືນ.

ເກຮາຊິ​ຈຶ່ງ​ໄດ້​ຕອບ​ວ່າ, “ຂ້າ​ແດ່​ກະສັດ, ນີ້​ແມ່ນ​ຍິງ​ຄົນ​ນັ້ນ ແລະ ນີ້​ກໍ​ແມ່ນ​ລູກຊາຍ​ຂອງ​ນາງ​ທີ່​ເອລີຊາ​ຊ່ວຍ​ໃຫ້​ຟື້ນ​ຊີວິດ​ຄືນ​ມາ”. ກະສັດ​ຈຶ່ງ​ໄດ້​ຖາມ​ນາງ​ກ່ຽວກັບ​ເລື່ອງ​ນັ້ນ ແລະ ນາງ​ກໍ​ໄດ້​ບອກ​ເພິ່ນ.

ແລ້ວ​ກະສັດ​ອິດສະຣາເອນ​ກໍ​ໄດ້​ມອບ​ໝາຍ​ໃຫ້​ຜູ້ຮັບໃຊ້​ຄົນ​ໜຶ່ງ​ຈັດການ​ເລື່ອງ​ຂອງ​ນາງ ແລະ ໄດ້​ບອກ​ລາວ​ວ່າ, “ຈົ່ງ​ມອບ​ທຸກສິ່ງ​ທີ່​ເປັນ​ຂອງ​ນາງ​ຄືນ​ໃຫ້​ແກ່​ນາງ, ລວມ​ທັງ​ລາຍ​ໄດ້​ຈາກ​ທີ່ດິນ​ຂອງ​ນາງ​ຕັ້ງ​ແຕ່​ມື້​ທີ່​ນາງ​ຈາກ​ໄປ​ຈົນ​ເຖິງ​ປັດຈຸບັນ​ນີ້​ດ້ວຍ”.

ຮາຊາເອນ​ຂ້າ​ເບັນຮາດາດ

ເອລີຊາ​ໄດ້​ໄປ​ທີ່​ດາມັສກັດ ແລະ ກະສັດ​ເບັນຮາດາດ​ແຫ່ງ​ອາຣາມ​ກໍ​ເຈັບປ່ວຍ. ເມື່ອ​ມີ​ຄົນ​ມາ​ບອກ​ກະສັດ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ໄດ້​ເດີນທາງ​ມາ​ທີ່​ນີ້”, ເພິ່ນ​ກໍ​ເວົ້າ​ກັບ​ຮາຊາເອນ​ວ່າ, “ຈົ່ງ​ນຳ​ຂອງຝາກ​ໄປ​ພ້ອມ​ກັບ​ເຈົ້າ ແລະ ໄປ​ພົບ​ຄົນ​ຂອງ​ພຣະເຈົ້າ. ໃຫ້​ລາວ​ຊ່ວຍ​ຖາມ​ພຣະເຈົ້າ​ຢາເວ​ວ່າ, ‘ເຮົາ​ຈະ​ຫາຍ​ດີ​ຈາກ​ການ​ເຈັບປ່ວຍ​ທັງຫລາຍ​ນີ້​ບໍ?’ ”

ຮາຊາເອນ​ກໍ​ໄດ້​ໄປ​ພົບ​ເອລີຊາ, ພ້ອມ​ກັບ​ນຳ​ເອົາ​ສິນຄ້າ​ທີ່​ດີ​ທີ່ສຸດ​ຂອງ​ດາມັສກັດ​ບັນທຸກ​ອູດ​ສີ່​ສິບ​ໂຕ​ມາ​ເປັນ​ຂອງ​ຝາກ. ລາວ​ມາ​ຢືນ​ຢູ່​ຕໍ່ໜ້າ​ເອລີຊາ ແລະ ເວົ້າ​ວ່າ, “ກະສັດ​ເບັນຮາດາດ​ແຫ່ງ​ອາຣາມ​ລູກຊາຍ​ຂອງ​ທ່ານ​ໄດ້​ສົ່ງ​ຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ, ‘ເຮົາ​ຈະ​ຫາຍ​ດີ​ຈາກ​ການ​ເຈັບປ່ວຍ​ທັງຫລາຍ​ນີ້​ບໍ?’ ”

ເອລີຊາ​ໄດ້​ຕອບ​ວ່າ, “ຈົ່ງ​ໄປ ແລະ ບອກ​ເພິ່ນ​ວ່າ, ‘ທ່ານ​ຈະ​ຫາຍ​ດີ​ແນ່ນອນ’. ແຕ່1​ພຣະເຈົ້າ​ຢາເວ​ໄດ້​ເປີດເຜີຍ​ແກ່​ເຮົາ​ວ່າ​ເພິ່ນ​ຈະ​ຕາຍ​ແທ້”. ເອລີຊາ​ຈ້ອງ​ໜ້າ​ຮາຊາເອນ​ໂດຍ​ບໍ່​ພັບ​ຕາ​ຈົນ​ລາວ​ຮູ້ສຶກ​ອຶດອັດ. ແລ້ວ​ຄົນ​ຂອງ​ພຣະເຈົ້າ​ກໍ​ເລີ່ມ​ຮ້ອງໄຫ້.

ຮາຊາເອນ​ຖາມ​ວ່າ “ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ຮ້ອງໄຫ້?”

ເອລີຊາ​ໄດ້​ຕອບ​ວ່າ, “ເພາະ​ເຮົາ​ຮູ້​ເຖິງ​ເຫດການ​ຊົ່ວຮ້າຍ​ທີ່​ທ່ານ​ຈະ​ເຮັດ​ແກ່​ຊາວ​ອິດສະຣາເອນ, ທ່ານ​ຈະ​ເຜົາ​ປ້ອມ​ປ້ອງກັນ​ຂອງ​ລາວ, ຂ້າ​ຄົນ​ໜຸ່ມ​ຂອງ​ພວກເຂົາ​ດ້ວຍ​ດາບ ຈັບ​ເດັກ​ນ້ອຍໆ​ຂອງ​ພວກເຂົາ​ຟາດ​ລົງ​ພື້ນ ແລະ ຜ່າ​ທ້ອງ​ຍິງ​ຖືພາ​ຂອງ​ພວກເຂົາ”.

ຮາຊາເອນ​ໄດ້​ເວົ້າ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ພຽງ​ໝາ​ໂຕ​ໜຶ່ງ​ຈະ​ເຮັດ​ການ​ໃຫຍ່​ເຊັ່ນ​ນັ້ນ​ໄດ້​ບໍ?”

ເອລີຊາ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ສະແດງ​ແກ່​ຂ້າພະເຈົ້າ​ວ່າ​ທ່ານ​ຈະ​ໄດ້​ເປັນ​ກະສັດ​ແຫ່ງ​ອາຣາມ”.

ແລ້ວ​ຮາຊາເອນ​ກໍ​ໄປ​ຈາກ​ເອລີຊາ ແລະ ກັບ​ຄືນ​ໄປ​ຫາ​ນາຍ​ຂອງ​ຕົນ. ເມື່ອ​ກະສັດ​ເບັນຮາດາດ​ຖາມ​ວ່າ, “ເອລີຊາ​ບອກ​ຫຍັງ​ເຈົ້າ​ແດ່?” ຮາຊາເອນ​ຕອບ​ວ່າ, “ເພິ່ນ​ບອກ​ຂ້ານ້ອຍ​ວ່າ​ທ່ານ​ຈະ​ຫາຍ​ດີ​ຈາກ​ການ​ເຈັບປ່ວຍ​ແທ້”. ແຕ່​ມື້​ຕໍ່ມາ ຮາຊາເອນ​ກໍ​ເອົາ​ເຄື່ອງນຸ່ງ​ທີ່​ໜາ​ຈຸ່ມ​ໃນ​ນ້ຳ ແລະ ເອົາ​ໄປ​ປົກ​ໜ້າ​ຂອງ​ກະສັດ, ດັ່ງນັ້ນ ກະສັດ​ຈຶ່ງ​ຕາຍ. ແລ້ວ​ຮາຊາເອນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ.

ກະສັດ​ເຢໂຮຣາມ​ແຫ່ງ​ຢູດາຍ

(2ຂຄ 21:5-10,20)

ໃນ​ຂະນະ​ທີ່​ເຢໂຮຊາຟັດ​ຍັງ​ຄົງ​ເປັນ​ກະສັດ​ຢູດາຍ​ຢູ່, ເຢໂຮຣາມ ລູກຊາຍ​ຂອງ​ເພິ່ນ​ກໍ​ເລີ່ມ​ຂຶ້ນ​ປົກຄອງ ກົງກັບ​ປີ​ທີ​ຫ້າ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໂຢຣາມ​ແຫ່ງ​ອິດສະຣາເອນ ລູກຊາຍ​ຂອງ​ອາຮາບ. ຂະນະ​ທີ່​ຂຶ້ນ​ເປັນ​ກະສັດ​ເຢໂຮຣາມ​ມີ​ອາຍຸ 32 ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ 8 ປີ. ເພິ່ນ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ, ຕາມແບບຢ່າງ​ຄອບຄົວ​ຂອງ​ອາຮາບ​ໄດ້​ເຮັດ, ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ອາຮາບ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ. ແຕ່​ພຣະເຈົ້າ​ຢາເວ​ບໍ່​ຢາກ​ຈະ​ທຳລາຍ​ລ້າງ​ຢູດາຍ. ເພາະ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ພຣະອົງ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ຮັກສາ​ຕະກຽງ​ໜ່ວຍ​ໜຶ່ງ​ໄວ້​ສຳລັບ​ດາວິດ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດ​ໄປ.

ໃນ​ສະໄໝ​ຂອງ​ເຢໂຮຣາມ, ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ ໄດ້​ຕັ້ງ​ກະສັດ​ຕົນ​ເອງ​ຂຶ້ນ. ເຢໂຮຣາມ2 ຈຶ່ງ​ໄປ​ທີ່​ຊາອີ​ພ້ອມ​ດ້ວຍ​ລົດມ້າ​ທັງໝົດ​ຂອງ​ເພິ່ນ. ຊາວ​ເອໂດມ​ປິດ​ລ້ອມ​ເພິ່ນ​ກັບ​ຜູ້ບັນຊາການ​ລົດມ້າ​ຮົບ​ຂອງ​ເພິ່ນ, ແຕ່​ເຢໂຮຣາມ​ໄດ້​ຕີ​ຝ່າ​ວົງ​ລ້ອມ​ອອກ​ໄປ​ໄດ້​ໃນ​ເວລາ​ກາງ​ຄືນ; ສ່ວນ​ກອງທັບ​ຂອງ​ເພິ່ນ​ແມ່ນ​ໜີ​ກັບ​ເມືອ​ເຮືອນ. ເອໂດມ​ຈຶ່ງ​ກະບົດ​ຕໍ່​ຢູດາຍ​ຈົນ​ເຖິງ​ທຸກ​ວັນ​ນີ້. ຄັ້ງ​ນັ້ນ​ລິບນາ​ກໍ​ກະບົດ​ດ້ວຍ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮຣາມ ແລະ ພາລະກິດ​ຕ່າງໆ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ໄວ້​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ແລ້ວ​ເຢໂຮຣາມ​ກໍ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ດ້ວຍ​ກັນ​ກັບ​ພວກເພິ່ນ​ຢູ່​ໃນ​ເມືອງ​ດາວິດ. ແລ້ວ​ອາຮາຊີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ.

ກະສັດ​ອາຮາຊີຢາ​ແຫ່ງ​ຢູດາຍ

(2ຂຄ 22:1-6)

ອາຮາຊີຢາ​ລູກຊາຍ​ຂອງ​ກະສັດ​ເຢໂຮຣາມ​ແຫ່ງ​ຢູດາຍ​ໄດ້​ຂຶ້ນ​ປົກຄອງ ກົງກັບ​ປີ​ທີ​ສິບ​ສອງ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໂຢຣາມ ລູກຊາຍ​ຂອງ​ອາຮາບ​ແຫ່ງ​ອິດສະຣາເອນ. ອາຮາຊີຢາ​ມີ​ອາຍຸ 22 ປີ ເມື່ອ​ເພິ່ນ​ຂຶ້ນ​ເປັນ​ກະສັດ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ 1 ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ອາທາລີຢາ, ເປັນ​ຫລານ​ສາວ​ຂອງ​ກະສັດ​ອົມຣິ​ແຫ່ງ​ອິດສະຣາເອນ. ອາຮາຊີຢາ​ໄດ້​ດຳເນີນ​ຊີວິດ​ຕາມ​ແບບ​ຢ່າງ​ຂອງ​ຄອບຄົວ​ອາຮາບ ແລະ ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ, ຕາມ​ແບບ​ຢ່າງ​ຂອງ​ຄອບຄົວ​ອາຮາບ​ທີ່​ໄດ້​ເຮັດ, ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ເຊື້ອສາຍ​ຂອງ​ອາຮາບ.

ອາຮາຊີຢາ​ໄດ້​ເຂົ້າ​ຮ່ວມ​ກັບ​ໂຢຣາມ ລູກຊາຍ​ຂອງ​ອາຮາບ​ໄປ​ສູ້ຮົບ​ກັບ​ກະສັດ​ຮາຊາເອນ​ແຫ່ງ​ອາຣາມ ຢູ່​ທີ່​ເມືອງ​ຣາໂມດ​ກີເລອາດ. ໂຢຣາມ​ໄດ້​ຮັບ​ບາດ​ເຈັບ​ດ້ວຍ​ມື​ຂອງ​ຊາວ​ອາຣາມ. ດັ່ງນັ້ນ ກະສັດ​ໂຢຣາມ​ຈຶ່ງ​ກັບ​ມາ​ພັກ​ຟື້ນ​ຢູ່​ທີ່​ຢິດຊະເຣນ ເພາະ​ບາດ​ເຈັບ​ຈາກ​ສົງຄາມ​ກັບ​ກະສັດ​ຮາຊາເອນ​ແຫ່ງ​ອາຣາມ​ຢູ່​ທີ່​ຣາໂມດ.3

ແລ້ວ​ອາຮາຊີຢາ​ລູກຊາຍ​ຂອງ​ກະສັດ​ເຢໂຮຣາມ​ແຫ່ງ​ຢູດາຍ​ກໍ​ໄດ້​ລົງ​ໄປ​ຢ້ຽມຢາມ​ໂຢຣາມ ລູກຊາຍ​ຂອງ​ອາຮາບ​ຢູ່​ທີ່​ຢິດຊະເຣນ ເພາະ​ເພິ່ນ​ໄດ້​ຮັບ​ບາດ​ເຈັບ.

Source notes (3)
  1. Footnote ພາສາ​ເຮັບເຣີ​ອາດຈະ​ມີ​ຄວາມຫມາຍ​ອີກ​ຢ່າງ​ໜຶ່ງ​ວ່າ ຈົ່ງ​ໄປ​ບອກ​ເພິ່ນ​ວ່າ ‘ທ່ານ​ຈະ​ບໍ່​ຫາຍ​ດີ​ແນ່ນອນ’ ເພາະ
  2. Footnote ພາສາ​ເຮັບເຣີ​ວ່າ ໂຢຣາມ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຢໂຮຣາມ ເຊັ່ນ​ດຽວ​ກັບ​ຂໍ້ 23 ແລະ 24
  3. Footnote ພາສາ​ເຮັບເຣີ​ວ່າ ຣາມາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ຣາໂມດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.