Biblica® Open Lao Contemporary Version
2 ກະສັດ 7
ເອລີຊາໄດ້ຕອບວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ມື້ອື່ນເວລາດຽວກັນນີ້, ແປ້ງລະອຽດ 1 ຊີ1 ຈະຂາຍໃນຊື່ກັນໃນລາຄາ 1 ເຊເຂວ ແລະ ເຂົ້າບາເລ 2 ຊີ2 ຈະຊື້ຂາຍກັນດ້ວຍເງິນ 1 ເຊເຂວ3 ຢູ່ທີ່ປະຕູເມືອງຊາມາເຣຍ”.
ຂ້າລາຊະການທີ່ຕິດຕາມກະສັດອິດສະຣາເອນໄດ້ເວົ້າກັບຄົນຂອງພຣະເຈົ້າວ່າ, “ເບິ່ງແມ, ເຖິງວ່າພຣະເຈົ້າຢາເວຈະຕ້ອງເປີດປະຕູຟ້າສະຫວັນກໍຈະເປັນໄປໄດ້ບໍ?”
ເອລີຊາໄດ້ຕອບວ່າ, “ເຈົ້າຈະເຫັນດ້ວຍຕາຂອງເຈົ້າ, ແຕ່ເຈົ້າຈະບໍ່ມີໂອກາດໄດ້ກິນ!”
ວົງລ້ອມແຕກ
ບັດນີ້ ມີຄົນພະຍາດຂີ້ທູດ4 ສີ່ຄົນນັ່ງຢູ່ບ່ອນທາງເຂົ້າປະຕູເມືອງ. ພວກເຂົາໄດ້ເວົ້າກັນວ່າ, “ເປັນຫຍັງພວກເຮົາມານັ່ງລໍຖ້າຄວາມຕາຍຢູ່ບ່ອນນີ້? ຖ້າພວກເຂົາເວົ້າວ່າ, ພວກເຮົາຈະເຂົ້າໄປໃນເມືອງ ຢູ່ທີ່ນັ້ນກໍມີການອຶດຢາກອາຫານ ແລະ ພວກເຮົາກໍຈະຕາຍ ແລະ ຖ້າພວກເຮົາຢູ່ທີ່ນີ້, ພວກເຮົາກໍຈະຕາຍ. ດັ່ງນັ້ນ ໃຫ້ພວກເຮົາພາກັນໄປທີ່ຄ້າຍພັກຂອງຊາວອາຣາມ ແລະ ຍອມຈຳນົນ. ຖ້າພວກເຂົາໄວ້ຊີວິດພວກເຮົາ, ພວກເຮົາກໍມີຊີວິດຢູ່; ຖ້າພວກເຂົາຂ້າພວກເຮົາ, ພວກເຮົາກໍຕາຍ”.
ເມື່ອໃກ້ຈະຄ່ຳມາ ພວກເຂົາໄດ້ລຸກຂຶ້ນ ແລະ ພາກັນໄປທີ່ຄ້າຍພັກຂອງຊາວອາຣາມ. ເມື່ອພວກເຂົາໄປຮອດແຄມຄ້າຍແລ້ວ ກໍບໍ່ມີຜູ້ໃດຢູ່ທີ່ນັ້ນເລີຍ, ເພາະອົງພຣະຜູ້ເປັນເຈົ້າເຮັດໃຫ້ກອງທັບອາຣາມໄດ້ຍິນສຽງລົດມ້າກັບສຽງມ້າແລ່ນ ແລະ ສຽງກອງທັບໃຫຍ່, ດັ່ງນັ້ນ ພວກເຂົາຈຶ່ງເວົ້າກັນວ່າ, “ເບິ່ງແມ, ກະສັດອິດສະຣາເອນໄດ້ຈ້າງຊາວຮິດຕີ ແລະ ກະສັດເອຢິບມາໂຈມຕີພວກເຮົາແລ້ວ!” ດັ່ງນັ້ນ ພວກເຂົາຈຶ່ງລຸກຂຶ້ນ ແລະ ໜີໄປໃນເວລາໃກ້ຄ່ຳ ແລະ ປະຖິ້ມເຕັນຂອງພວກເຂົາ, ມ້າຂອງພວກເຂົາ, ລໍຂອງພວກເຂົາ. ພວກເຂົາໄດ້ປະຄ້າຍພັກໄວ້ ແລ້ວໜີເອົາຊີວິດຂອງຕົນໃຫ້ລອດ.
ເມື່ອຄົນພະຍາດຂີ້ທູດເຫລົ່ານັ້ນມາເຖິງແຄມຄ້າຍພັກ, ກໍເຂົ້າໄປໃນເຕັນ ແລ້ວກໍໄດ້ກິນ ແລະ ໄດ້ດື່ມ. ຫລັງຈາກນັ້ນ ພວກເຂົາໄດ້ເອົາເງິນ, ທອງ ແລະ ເຄື່ອງນຸ່ງອອກມາ ແລ້ວກໍໄດ້ເຊື່ອງເຄື່ອງຂອງເຫລົ່ານັ້ນໄວ້. ພວກເຂົາໄດ້ກັບມາອີກ ແລະ ເຂົ້າໄປໃນເຕັນອື່ນ ແລ້ວກໍຂົນເອົາເຄື່ອງຂອງບາງຢ່າງຈາກເຕັນໄປ ແລະ ເຊື່ອງເຄື່ອງຂອງເຫລົ່ານັ້ນໄວ້.
ຫລັງຈາກນັ້ນ ພວກເຂົາໄດ້ເວົ້າກັນວ່າ, “ພວກເຮົາເຮັດຢ່າງນີ້ແມ່ນບໍ່ຖືກຕ້ອງ. ມື້ນີ້ເປັນມື້ແຫ່ງຂ່າວດີ ແລ້ວເຮົາບໍ່ຍອມບອກຜູ້ໃດ. ຖ້າພວກເຮົາລໍຖ້າຈົນຮອດມື້ເຊົ້າມາ, ພວກເຮົາກໍຈະຕ້ອງມີໂທດໜັກ. ໃຫ້ພວກເຮົາຟ້າວກັບໄປລາຍງານທາງລາຊະວັງດີກວ່າ”.
ດັ່ງນັ້ນ ພວກເຂົາຈຶ່ງໄດ້ກັບມາ ແລະ ຮ້ອງບອກຄົນເຝົ້າຍາມປະຕູເມືອງວ່າ, “ພວກເຮົາໄດ້ເຂົ້າໄປທີ່ຄ້າຍພັກຂອງຊາວອາຣາມ ແລະ ບໍ່ພົບຜູ້ໃດຢູ່ທີ່ນັ້ນ ບໍ່ມີຜູ້ໃດຢູ່ເລີຍ ມີແຕ່ມ້າ ແລະ ລໍທີ່ຖືກຜູກໄວ້, ເຕັນກໍຖືກປະໄວ້ຢ່າງນັ້ນ”. ຄົນເຝົ້າຍາມປະຕູຈຶ່ງຮ້ອງແຈ້ງຂ່າວໄປ ແລະ ຂ່າວນັ້ນ ກໍຖືກລາຍງານໃຫ້ທາງວັງຮູ້.
ກະສັດອິດສະຣາເອນໄດ້ຕື່ນຈາກນອນໃນເວລາກາງຄືນ ແລ້ວເວົ້າກັບຂ້າລາຊະການຂອງຕົນວ່າ, “ເຮົາຈະບອກພວກເຈົ້າເຖິງສິ່ງທີ່ອາຣາມໄດ້ເຮັດກັບພວກເຮົາ. ພວກເຂົາຮູ້ວ່າພວກເຮົາອຶດຢາກ; ດັ່ງນັ້ນ ພວກເຮົາຈຶ່ງໄດ້ປະຄ້າຍພັກໄປລີ້ຢູ່ນອກເມືອງ, ແລະ ຄິດວ່າ, ‘ພວກເຮົາຈະອອກມາແນ່ນອນ ແລະ ແລ້ວ ຊາວອາຣາມກໍຈະໄດ້ຈັບພວກເຮົາທັງເປັນ ແລະ ບຸກເຂົ້າຢຶດເມືອງ’ ”.
ຂ້າລາຊະການຄົນໜຶ່ງຂອງເພິ່ນໄດ້ຕອບວ່າ, “ຈົ່ງໃຫ້ບາງຄົນເອົາມ້າຫ້າໂຕຈາກມ້າທີ່ເຫລືອຢູ່ໃນເມືອງໄປເບິ່ງເຫດການ. ຖ້າເກີດຫຍັງຂຶ້ນ ກໍບໍ່ໄດ້ສູນເສຍຫຍັງໄປຫລາຍກວ່າຢູ່ບ່ອນນີ້ ເຊິ່ງກໍຕ້ອງຕາຍຄືກັນກັບພວກເຮົາຊາວອິດສະຣາເອນທີ່ເຫລືອ”.
ດັ່ງນັ້ນ ພວກເຂົາຈຶ່ງໄດ້ເລືອກລົດມ້າມາສອງຄັນພ້ອມດ້ວຍມ້າ ແລະ ກະສັດໄດ້ສົ່ງພວກເຂົາອອກໄປທີ່ກອງທັບອາຣາມ. ເພິ່ນໄດ້ສັ່ງຄົນຂັບລົດມ້າວ່າ, “ຈົ່ງໄປ ແລະ ເບິ່ງວ່າເກີດຫຍັງຂຶ້ນ”. ພວກເຂົາຕາມໄປຮອດແມ່ນ້ຳຈໍແດນ ແລ້ວພວກເຂົາກໍພົບເຄື່ອງນຸ່ງ ແລະ ເຄື່ອງໃຊ້ທີ່ຊາວອາຣາມຖິ້ມໄວ້ຕະຫລອດທາງເນື່ອງຈາກໜີໄປຢ່າງວຸ້ນວາຍ. ແລ້ວຜູ້ສື່ສານກໍໄດ້ກັບມາລາຍງານຕໍ່ກະສັດອິດສະຣາເອນ. ຫລັງຈາກນັ້ນ ປະຊາຊົນຈຶ່ງອອກໄປ ແລະ ຢຶດເຄື່ອງຂອງໃນຄ້າຍພັກຂອງອາຣາມ. ດັ່ງນັ້ນ ຈຶ່ງເປັນຈິງຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຄື ແປ້ງລະອຽດ 1 ຊີ5 ຈະຂາຍໃນຊື່ກັນໃນລາຄາ 1 ເຊເຂວ ແລະ ເຂົ້າບາເລ 2 ຊີ6 ຈະຊື້ຂາຍກັນດ້ວຍເງິນ 1 ເຊເຂວ7 ໃນມື້ນັ້ນ.
ກະສັດອິດສະຣາເອນໄດ້ແຕ່ງຕັ້ງນາຍທະຫານຄົນທີ່ຕິດຕາມເພິ່ນນັ້ນໃຫ້ເບິ່ງແຍງຢູ່ທີ່ປະຕູເມືອງ ແລະ ແຕ່ລາວຖືກປະຊາຊົນຢຽບຕາຍຢູ່ທີ່ປະຕູເມືອງ ຕາມທີ່ຄົນຂອງພຣະເຈົ້າໄດ້ທຳນວາຍໄວ້ໃນເວລາທີ່ກະສັດອິດສະຣາເອນໄດ້ມາທີ່ເຮືອນຂອງເພິ່ນ. ເຫດການເປັນໄປຕາມທີ່ຄົນຂອງພຣະເຈົ້າໄດ້ກ່າວໄວ້ກັບກະສັດອິດສະຣາເອນວ່າ, “ມື້ອື່ນເວລາດຽວກັນນີ້, ແປ້ງລະອຽດ 1 ຊີ8 ຈະຂາຍໃນລາຄາ 1 ເຊເຂວ ແລະ ເຂົ້າບາເລ 2 ຊີ9 ຈະຊື້ຂາຍກັນດ້ວຍເງິນ 1 ເຊເຂວ10 ຢູ່ທີ່ປະຕູເມືອງຊາມາເຣຍ”.
ຂ້າລາຊະການທີ່ຕິດຕາມກະສັດອິດສະຣາເອນໄດ້ເວົ້າກັບຄົນຂອງພຣະເຈົ້າວ່າ, “ເບິ່ງແມ, ເຖິງວ່າພຣະເຈົ້າຢາເວຈະຕ້ອງເປີດປະຕູຟ້າສະຫວັນກໍຈະເປັນໄປໄດ້ບໍ?” ແລ້ວເອລີຊາໄດ້ຕອບວ່າ, “ເຈົ້າຈະເຫັນດ້ວຍຕາຂອງເຈົ້າ, ແຕ່ເຈົ້າຈະບໍ່ມີໂອກາດໄດ້ກິນ!” ແລະ ກໍໄດ້ເກີດຂຶ້ນກັບລາວຕາມນັ້ນທຸກປະການ, ເພາະລາວຖືກປະຊາຊົນຢຽບຕາຍຢູ່ທີ່ປະຕູເມືອງ.
Source notes (10)
- Footnote ຫລື ປະມານ 5,5 ກິໂລກຣາມ
- Footnote ຫລື ປະມານ 9 ກິໂລກຣາມ
- Footnote 1 ຫລຽນ ຄືເງິນໜັກປະມານ 12 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 16 ແລະ 18
- Footnote ຄຳພາສາເຮັບເຣີອາດໝາຍເຖິງ ພະຍາດຜິວໜັງຕ່າງໆ ອາດຈະບໍ່ໝາຍເຖິງພະຍາດຂີ້ທູດເທົ່ານັ້ນ ເຊັ່ນດຽວກັບຂໍ້ 8
- Footnote ຫລື ປະມານ 5,5 ກິໂລກຣາມ
- Footnote ຫລື ປະມານ 9 ກິໂລກຣາມ
- Footnote 1 ຫລຽນ ຄືເງິນໜັກປະມານ 12 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 3 ແລະ 18
- Footnote ຫລື ປະມານ 5,5 ກິໂລກຣາມ
- Footnote ຫລື ປະມານ 9 ກິໂລກຣາມ
- Footnote 1 ຫລຽນ ຄືເງິນໜັກປະມານ 12 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 3 ແລະ 16
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.