Biblica® Open Lao Contemporary Version
2 ກະສັດ 10
ຄອບຄົວຂອງອາຮາບຖືກຂ້າ
ໃນເມືອງຊາມາເຣຍມີຜູ້ຊາຍທີ່ເປັນເຊື້ອສາຍຂອງອາຮາບຢູ່ເຈັດສິບຄົນ. ດັ່ງນັ້ນ ເຢຮູຈຶ່ງໄດ້ຂຽນຈົດໝາຍ ແລະ ສົ່ງໄປທີ່ຊາມາເຣຍດັ່ງນີ້ວ່າ: ເຖິງເຈົ້າໜ້າທີ່ຂອງຢິດຊະເຣນ,1 ບັນດາຜູ້ອາວຸໂສ ແລະ ຜູ້ຮັບໃຊ້ຂອງບັນດາເຊື້ອສາຍຂອງອາຮາບ. ເຢຮູໄດ້ເວົ້າວ່າ, “ໃນເມື່ອບັນດາລູກຊາຍຂອງນາຍຂອງທ່ານກໍຢູ່ກັບທ່ານ ແລະ ທ່ານມີລົດມ້າ, ມ້າ, ເມືອງທີ່ມີປ້ອມປ້ອງກັນ ແລະ ອາວຸດ. ດັ່ງນັ້ນ ທັນທີທີ່ທ່ານໄດ້ຮັບຈົດໝາຍສະບັບນີ້, ຈົ່ງເລືອກເອົາລູກຊາຍຄົນທີ່ດີເລີດທີ່ສຸດຂອງນາຍຂອງທ່ານ ແລະ ຕັ້ງລາວໄວ້ເທິງບັນລັງຂອງພໍ່ຂອງລາວ. ຫລັງຈາກນັ້ນ ຈົ່ງຕໍ່ສູ້ເພື່ອຄອບຄົວຂອງນາຍຂອງທ່ານ”.
ແຕ່ພວກເຂົາໄດ້ຢ້ານກົວຫລາຍ ແລະ ເວົ້າວ່າ, “ຖ້າກະສັດສອງຄົນຍັງບໍ່ສາມາດຕໍ່ສູ້ກັບລາວໄດ້ ແລ້ວພວກເຮົາຈະສາມາດເຮັດຫຍັງໄດ້?”
ດັ່ງນັ້ນ ຜູ້ບໍລິຫານວັງ, ຂ້າລາຊະການທີ່ປົກຄອງເມືອງ, ບັນດາຜູ້ອາວຸໂສ ແລະ ຜູ້ຮັບໃຊ້ທັງຫລາຍຈຶ່ງໄດ້ສົ່ງຈົດໝາຍມາຫາເຢຮູວ່າ, “ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ ແລະ ພວກເຮົາຈະປະຕິບັດຕາມຄຳສັ່ງຂອງທ່ານທຸກຢ່າງ. ພວກເຮົາຈະບໍ່ແຕ່ງຕັ້ງຜູ້ໃດເປັນກະສັດ; ທ່ານຈົ່ງເຮັດຕາມທີ່ເຫັນວ່າດີທີ່ສຸດ”.
ເຢຮູໄດ້ຂຽນຈົດໝາຍສະບັບທີສອງໄປຫາຄົນເຫລົ່ານັ້ນ ແລະ ເວົ້າວ່າ, “ຖ້າພວກທ່ານທັງຫລາຍເປັນຝ່າຍເຮົາ ແລະ ຈະເຊື່ອຟັງເຮົາ, ກໍຈົ່ງນຳເອົາຫົວຂອງບັນດາລູກຊາຍຂອງນາຍຂອງພວກທ່ານມາໃຫ້ເຮົາຢູ່ທີ່ຢິດຊະເຣນມື້ອື່ນໃນເວລາດຽວກັນນີ້”.
ຂະນະນັ້ນເຈົ້າຊາຍທັງເຈັດສິບຄົນຂອງອາຮາບທີ່ພັກຢູ່ຕາມເຮືອນຂອງບັນດາຜູ້ນຳຂອງເມືອງ ເຊິ່ງລ້ຽງດູພວກເຂົາມາ. ເມື່ອຜູ້ນຳເຫລົ່ານັ້ນໄດ້ຮັບຈົດໝາຍ, ພວກເຂົາກໍໄດ້ເອົາບັນດາເຈົ້າຊາຍເຫລົ່ານັ້ນໄປ ແລະ ຂ້າພວກເຂົາທັງໝົດເຈັດສິບຄົນ. ພວກເຂົາໄດ້ຕັດຫົວໃສ່ກະຕ່ານຳໄປມອບໃຫ້ເຢຮູຢູ່ທີ່ຢິດຊະເຣນ. ເມື່ອຜູ້ສື່ສານມາຮອດ ແລະ ໄດ້ບອກເຢຮູວ່າ, “ພວກເຂົາໄດ້ນຳຫົວຂອງບັນດາເຈົ້າຊາຍມາແລ້ວ”.
ເຢຮູກໍໄດ້ສັ່ງວ່າ, “ຈົ່ງເອົາຫົວເຫລົ່ານັ້ນໄປກອງສຸມກັນເປັນສອງກອງຢູ່ທີ່ບ່ອນທາງເຂົ້າປະຕູເມືອງຈົນຮອດມື້ເຊົ້າ”.
ເຊົ້າມື້ຕໍ່ມາ ເຢຮູກໍອອກໄປຢືນຢູ່ຕໍ່ໜ້າປະຊາຊົນທັງໝົດ ແລະ ເວົ້າວ່າ, “ພວກທ່ານບໍ່ໄດ້ເຮັດຜິດອັນໃດ. ຂ້າພະເຈົ້າເອງທີ່ສົມຮູ້ຮ່ວມຄິດຕໍ່ຕ້ານນາຍຂອງຂ້າພະເຈົ້າ ແລະ ໄດ້ຂ້າເພິ່ນ, ແຕ່ຜູ້ໃດທີ່ໄດ້ຂ້າເຊື້ອສາຍເຫລົ່ານີ້ທັງໝົດ? ດັ່ງນັ້ນ ຈົ່ງຮູ້ໄວ້ວ່າຖ້ອຍຄຳທີ່ພຣະເຈົ້າຢາເວກ່າວໄວ້ກ່ຽວກັບຄອບຄົວຂອງອາຮາບຈະສຳເລັດທຸກປະການ. ພຣະເຈົ້າຢາເວໄດ້ເຮັດຕາມທີ່ພຣະອົງໄດ້ປະກາດໄວ້ຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ”. ດັ່ງນັ້ນ ເຢຮູກໍໄດ້ຂ້າຄົນໃນຄອບຄົວຂອງອາຮາບທີ່ເຫລືອຢູ່ໃນຢິດຊະເຣນທຸກຄົນ, ລວມທັງຜູ້ຮັບໃຊ້ຄົນສຳຄັນຂອງເພິ່ນ, ສະຫາຍຄົນສະໜິດຂອງເພິ່ນ ແລະ ປະໂລຫິດຂອງເພິ່ນ, ບໍ່ມີຜູ້ໃດເຫລືອລອດຈັກຄົນ.
ແລ້ວເຢຮູອອກເດີນທາງ ແລະ ໄປທີ່ຊາມາເຣຍ. ທີ່ເບັດອີເກັດ ໝູ່ບ້ານຂອງຄົນລ້ຽງແກະ, ເຢຮູໄດ້ພົບຍາດພີ່ນ້ອງຂອງອາຮາຊີຢາກະສັດແຫ່ງຢູດາຍ, ຈຶ່ງໄດ້ຖາມວ່າ, “ພວກທ່ານແມ່ນຜູ້ໃດ?”
ພວກເຂົາຕອບວ່າ, “ພວກເຮົາເປັນຍາດພີ່ນ້ອງຂອງກະສັດອາຮາຊີຢາ ແລະ ພວກເຮົາລົງມາຢ້ຽມຄອບຄົວຂອງກະສັດ ແລະ ແມ່ຂອງເພິ່ນ”.
ເຢຮູໄດ້ສັ່ງວ່າ, “ຈັບໂຕພວກເຂົາໄວ້”. ແລ້ວພວກເຂົາກໍຈັບກຸມຄົນເຫລົ່ານັ້ນໄປທີ່ບໍ່ນ້ຳແຫ່ງເບັດອີເກັດ ແລະ ໄດ້ຂ້າພວກເຂົາທັງໝົດ 42 ຄົນ ບໍ່ໃຫ້ຜູ້ໃດເຫລືອລອດຈັກຄົນ.
ຫລັງຈາກທີ່ເຢຮູເດີນທາງອອກຈາກທີ່ນັ້ນ, ເພິ່ນກໍພົບເຢໂຮນາດາບລູກຊາຍຂອງເຣກາບ ເຊິ່ງໄດ້ອອກມາຕ້ອນຮັບເພິ່ນ. ເຢຮູໄດ້ທັກທາຍແລ້ວເວົ້າວ່າ, “ທ່ານມີຄວາມຄິດອັນດຽວກັນກັບຂ້າພະເຈົ້າ ເໝືອນທີ່ຂ້າພະເຈົ້າມີຄວາມຄິດອັນດຽວກັນກັບທ່ານບໍ?”
ເຢໂຮນາດາບຕອບວ່າ, “ແມ່ນແລ້ວ”.
ເຢຮູຈຶ່ງເວົ້າວ່າ, “ຖ້າເປັນຢ່າງນັ້ນ, ໃຫ້ຍື່ນມືຂອງທ່ານມາໃຫ້ຂ້າພະເຈົ້າ”. ດັ່ງນັ້ນ ເຢໂຮນາດາບກໍໄດ້ເຮັດຕາມ ແລ້ວເຢຮູກໍຊ່ວຍດຶງເຢໂຮນາດາບຂຶ້ນມາເທິງລົດມ້າ. ເຢຮູໄດ້ເວົ້າວ່າ, “ຈົ່ງມາກັບເຮົາ ແລະ ມາເບິ່ງວ່າເຮົາກະຕືລືລົ້ນເພື່ອພຣະເຈົ້າຢາເວ”. ແລ້ວເຢຮູກໍໃຫ້ເຢໂຮນາດາບຂີ່ລົດມ້າໄປນຳ.
ເມື່ອເຢຮູມາເຖິງຊາມາເຣຍ, ເພິ່ນກໍໄດ້ຂ້າຄົນທີ່ເຫລືອຢູ່ທັງໝົດໃນຄອບຄົວຂອງອາຮາບ; ເພິ່ນໄດ້ທຳລາຍພວກເຂົາ ຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ກ່າວໄວ້ກັບເອລີຢາ.
ຂ້າຜູ້ຮັບໃຊ້ຂອງພະບາອານ
ແລ້ວເຢຮູກໍເອີ້ນປະຊາຊົນທັງໝົດມາເຕົ້າໂຮມກັນ ແລະ ເວົ້າກັບພວກເຂົາວ່າ, “ອາຮາບໄດ້ຮັບໃຊ້ພະບາອານໜ້ອຍດຽວ. ເຢຮູຈະຮັບໃຊ້ພະບາອານໃຫ້ຫລາຍ. ຈົ່ງເອີ້ນບັນດາຜູ້ທຳນວາຍ ແລະ ປະໂລຫິດຂອງພະບາອານ ລວມທັງຜູ້ຮັບໃຊ້ພະບາອານທັງໝົດມາ. ຢ່າໃຫ້ຂາດແມ່ນແຕ່ຄົນດຽວ ເພາະເຮົາຈະຈັດໃຫ້ມີການຖວາຍບູຊາຄັ້ງໃຫຍ່ແກ່ພະບາອານ. ຜູ້ໃດບໍ່ມາຈະຕ້ອງບໍ່ມີຊີວິດຢູ່”. ແຕ່ເຢຮູໄດ້ເຮັດຫລອກລວງເພື່ອຈະທຳລາຍບັນດາຜູ້ທີ່ຮັບໃຊ້ພະບາອານ.
ເຢຮູໄດ້ເວົ້າວ່າ, “ຈົ່ງມາຊຸມນຸມກັນເພື່ອເປັນການໃຫ້ກຽດແກ່ພະບາອານ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ປະກາດຂໍ້ຄວາມນັ້ນ. ແລ້ວເຢຮູກໍໄດ້ແຈ້ງຂໍ້ຄວາມນັ້ນໄປທົ່ວແດນອິດສະຣາເອນ ແລະ ຜູ້ທີ່ຮັບໃຊ້ພະບາອານທຸກຄົນກໍພາກັນມາ; ບໍ່ມີຈັກຄົນທີ່ບໍ່ຍອມມາ. ພວກເຂົາບຽດກັນເຂົ້າໄປໃນວິຫານຂອງພະບາອານຈົນເຕັມ ຕັ້ງແຕ່ສົ້ນເບື້ອງໜຶ່ງໄປຫາອີກສົ້ນເບື້ອງໜຶ່ງ. ແລະ ເຢຮູໄດ້ເວົ້າກັບຄົນເບິ່ງແຍງຕູ້ເສື້ອຄຸມວ່າ, “ຈົ່ງນຳເສື້ອຄຸມມາໃຫ້ຜູ້ຮັບໃຊ້ພະບາອານໃຫ້ຄົບທຸກຄົນ”. ດັ່ງນັ້ນ ລາວຈຶ່ງນຳເສື້ອຄຸມອອກມາໃຫ້ພວກເຂົາ.
ຫລັງຈາກນັ້ນ ເຢຮູ ແລະ ເຢໂຮນາດາບ ລູກຊາຍຂອງເຣກາບກໍໄດ້ເຂົ້າໄປໃນວິຫານຂອງພະບາອານ. ເຢຮູໄດ້ເວົ້າກັບຜູ້ຮັບໃຊ້ຂອງພະບາອານວ່າ, “ຈົ່ງເບິ່ງໃຫ້ດີ ແລະ ຢ່າໃຫ້ມີຜູ້ຮັບໃຊ້ຂອງພຣະເຈົ້າຢາເວມາຮ່ວມຢູ່ໃນນີ້ກັບພວກເຈົ້າ ໃຫ້ມີແຕ່ຜູ້ທີ່ຮັບໃຊ້ພະບາອານເທົ່ານັ້ນ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ເລີ່ມຖວາຍເຄື່ອງບູຊາ ແລະ ເຄື່ອງເຜົາບູຊາ. ບັດນີ້ ເຢຮູໄດ້ວາງກອງກຳລັງແປດສິບຄົນໄວ້ຢູ່ນອກວິຫານພ້ອມກັບສັ່ງພວກເຂົາວ່າ: “ຖ້າພວກເຈົ້າຄົນໃດປ່ອຍໃຫ້ຄົນທີ່ເຮົາມອບໝາຍໄວ້ໃນມືຂອງພວກເຈົ້ານັ້ນໜີລອດໄປໄດ້ແມ່ນແຕ່ຄົນດຽວ, ເຮົາຈະເອົາຊີວິດຂອງພວກເຈົ້າແທນຊີວິດຂອງລາວ”.
ເມື່ອຖວາຍເຄື່ອງເຜົາບູຊາສຳເລັດແລ້ວ ເຢຮູກໍໄດ້ສັ່ງທະຫານ ແລະ ຄົນເຝົ້າຍາມວ່າ: “ຈົ່ງເຂົ້າໄປຂ້າງໃນ ແລະ ຂ້າພວກເຂົາໃຫ້ໝົດ; ຢ່າໃຫ້ໜີລອດໄປໄດ້ຈັກຄົນ”. ພວກເຂົາຈຶ່ງໄດ້ຂ້າຄົນເຫລົ່ານັ້ນທັງໝົດດ້ວຍດາບ. ພວກຄົນເຝົ້າຍາມ ແລະ ພວກທະຫານໄດ້ໂຍນສົບເຫລົ່ານັ້ນອອກມາຂ້າງນອກ ແລະ ຫລັງຈາກນັ້ນ ເຂົ້າໄປທີ່ສະຖານບູຊາຊັ້ນໃນຂອງວິຫານຂອງພະບາອານ. ພວກເຂົາໄດ້ນຳເອົາຫີນສັກສິດຂອງພະບາອານອອກມາຈາກວິຫານ ແລະ ຈູດມັນຖິ້ມ. ພວກເຂົາຮື້ຫີນສັກສິດຂອງພະບາອານ ແລະ ພັງວິຫານຂອງພະບາອານ, ແລ້ວປະຊາຊົນກໍໃຊ້ທີ່ນັ້ນເປັນຫ້ອງນ້ຳຕັ້ງແຕ່ນັ້ນມາ.
ດັ່ງນັ້ນ ເຢຮູໄດ້ທຳລາຍການກາບໄຫວ້ພະບາອານໄປຈາກອິດສະຣາເອນ. ແຕ່ເຢຮູຍັງເຮັດບາບຕາມເຢໂຣໂບອາມ ລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ ຄືກາບໄຫວ້ງົວຄຳຢູ່ທີ່ເບັດເອນ ແລະ ດານ.
ພຣະເຈົ້າຢາເວໄດ້ເວົ້າກັບເຢຮູວ່າ, “ເພາະເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາສຳເລັດໄປດ້ວຍດີ ແລະ ໄດ້ທຳລາຍເຊື້ອສາຍຂອງອາຮາບຕາມທີ່ເຮົາໄດ້ຕັ້ງໃຈໄວ້ທຸກປະການ, ດັ່ງນັ້ນ ເຊື້ອສາຍຂອງເຈົ້າຈະໄດ້ນັ່ງເທິງບັນລັງຂອງອິດສະຣາເອນເຖິງສີ່ຊົ່ວຄົນ”. ແຕ່ເຢຮູບໍ່ໄດ້ເອົາໃຈໃສ່ເຮັດຕາມກົດບັນຍັດຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ ດ້ວຍສຸດຈິດສຸດໃຈຂອງຕົນ ເຢຮູບໍ່ໄດ້ຫັນໜີຈາກບາບຂອງເຢໂຣໂບອາມ, ເຊິ່ງເພິ່ນໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ.
ໃນເວລານັ້ນ ພຣະເຈົ້າຢາເວໄດ້ເລີ່ມຫລຸດຂະໜາດຂອງອິດສະຣາເອນ. ຮາຊາເອນມີກຳລັງເໜືອອິດສະຣາເອນທົ່ວດິນແດນຂອງພວກເຂົາ. ທາງແຖບຕາເວັນອອກຂອງແມ່ນ້ຳຈໍແດນ ໃນດິນແດນກີເລອາດທັງໝົດ (ເຂດເຜົ່າກາດ, ຣູເບັນ ແລະ ມານາເຊ), ຈາກອາໂຣເອ, ຕາມຝັ່ງແມ່ນ້ຳອາກໂນນຜ່ານກີເລອາດໄປຈົນເຖິງບາຊານ.
ເຫດການອື່ນໆໃນຊ່ວງການປົກຄອງຂອງກະສັດເຢຮູ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນແມ່ນມີບັນທຶກໄວ້ໃນປື້ມບັນທຶກຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?
ແລ້ວເຢຮູໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນຊາມາເຣຍ. ແລ້ວເຢໂຮອາຮາດລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ. ເຢຮູໄດ້ປົກຄອງເໜືອອິດສະຣາເອນໃນຊາມາເຣຍເປັນເວລາ 28 ປີ.
Source notes (1)
- Footnote ສຳເນົາ ເຊັບຕູອາຈິນ ວ່າ ຂອງເມືອງນັ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.