Biblica® Open Lao Contemporary Version
2 ກະສັດ 11
ນາງອາທາລີຢາ ແລະ ໂຢອາດ
(2ຂຄ 22:10–23:21)
ເມື່ອນາງອາທາລີຢາແມ່ຂອງອາຮາຊີຢາເຫັນວ່າລູກຊາຍຂອງຕົນຕາຍແລ້ວ ນາງກໍໄດ້ຂ້າຄອບຄົວທັງໝົດຂອງກະສັດ. ແຕ່ເຢໂຮເຊບາລູກສາວຂອງກະສັດເຢໂຮຣາມ1 ແລະ ນ້ອງສາວຂອງອາຮາຊີຢາໄດ້ເອົາໂຢອາດລູກຊາຍຂອງອາຮາຊີຢາໄປ ແລະ ເຊື່ອງເພິ່ນໄວ້ຈາກບັນດາເຈົ້າຊາຍທັງຫລາຍ ເພື່ອບໍ່ໃຫ້ຖືກຂ້າ. ເຢໂຮເຊບາໄດ້ພາໂຢອາດ ແລະ ເອື້ອຍລ້ຽງຂອງເພິ່ນໄປເຊື່ອງໄວ້ໃນຫ້ອງນອນເພື່ອໃຫ້ພົ້ນຈາກນາງອາທາລີຢາ; ດັ່ງນັ້ນ ໂຢອາດຈຶ່ງບໍ່ຖືກຂ້າ. ໂຢອາດ ແລະ ເອື້ອຍລ້ຽງຂອງເພິ່ນຍັງລີ້ຢູ່ໃນວິຫານຂອງພຣະເຈົ້າຢາເວຕະຫລອດຫົກປີທີ່ນາງອາທາລີຢາປົກຄອງດິນແດນນັ້ນ.
ໃນປີທີເຈັດ ເຢໂຮຍອາດາໄດ້ສົ່ງຄົນໄປນຳເອົາຜູ້ບັນຊາການກອງຮ້ອຍ, ຊາວຄາລີ ແລະ ຄົນຍາມ ມາຫາເພິ່ນຢູ່ທີ່ວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເຮັດຄຳໝັ້ນສັນຍາກັບຄົນເຫລົ່ານັ້ນ ແລະ ໃຫ້ພວກເຂົາກ່າວປະຕິຍານຢູ່ທີ່ວິຫານຂອງພຣະເຈົ້າຢາເວ. ຫລັງຈາກນັ້ນເພິ່ນກໍໄດ້ນຳໂຢອາດລູກຊາຍຂອງອາຮາຊີຢາອອກມາຢູ່ຕໍ່ໜ້າພວກເຂົາ. ເຢໂຮຍອາດາໄດ້ສັ່ງພວກເຂົາວ່າ, “ນີ້ຄືສິ່ງທີ່ພວກເຈົ້າຈະຕ້ອງເຮັດຄື: ໜຶ່ງໃນສາມຂອງຜູ້ປະຈຳໜ້າທີ່ຮັກສາການໃນວັນຊະບາໂຕແມ່ນໃຫ້ເຝົ້າຍາມລາຊະວັງ. ໜຶ່ງໃນສາມຢູ່ທີ່ປະຕູຊູເຣ ແລະ ໜຶ່ງໃນສາມແມ່ນໃຫ້ຢູ່ທີ່ປະຕູຫລັງຍາມ ເຊິ່ງຢູ່ເວນເຝົ້າຍາມວິຫານ ແລະ ອີກສອງພວກທີ່ອອກເວນວັນຊະບາໂຕທັງໝົດແມ່ນຈະເຝົ້າຍາມວິຫານເພື່ອເບິ່ງແຍງກະສັດ. ພວກເຈົ້າຈົ່ງເຝົ້າຍາມຢູ່ອ້ອມກະສັດ, ພວກເຈົ້າແຕ່ລະຄົນຈົ່ງຖືອາວຸດຢູ່ມື. ຈົ່ງຂ້າທຸກຄົນທີ່ພະຍາຍາມຈະບຸກເຂົ້າມາຫາແຖວ2ຂອງພວກເຈົ້າ. ຈົ່ງຢູ່ຄຽງຂ້າງກະສັດບໍ່ວ່າເພິ່ນຈະໄປທາງໃດ”.
ບັນດາຜູ້ບັນຊາການກອງຮ້ອຍຈຶ່ງປະຕິບັດຕາມຄຳສັ່ງຂອງປະໂລຫິດເຢໂຮຍອາດາ. ແຕ່ລະຄົນໄດ້ນຳທະຫານທີ່ຈະປ່ຽນເວນກັນໃນວັນຊະບາໂຕມາພົບປະໂລຫິດເຢໂຮຍອາດາ. ຫລັງຈາກນັ້ນ ເພິ່ນກໍໄດ້ນຳເອົາຫອກ ແລະ ໂລ່ທີ່ເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນຄັງວິຫານຂອງພຣະເຈົ້າຢາເວມາແຈກຢາຍໃຫ້ບັນດາຜູ້ບັນຊາການ. ທະຫານເຝົ້າຍາມແຕ່ລະຄົນແມ່ນຖືອາວຸດຢູ່ໃນມື, ພວກເຂົາໄດ້ເຝົ້າຍາມຢູ່ອ້ອມກະສັດ ປະຈຳການຢູ່ໃກ້ແທ່ນບູຊາ ແລະ ວິຫານ, ຈາກດ້ານທິດໃຕ້ໄປຈົນຮອດດ້ານທິດເໜືອຂອງວິຫານ.
ເຢໂຮຍອາດາໄດ້ນຳລູກຊາຍຂອງກະສັດອອກມາ ແລະ ສວມມົງກຸດໃຫ້ເພິ່ນ; ມອບສຳເນົາໜັງສືຄຳໝັ້ນສັນຍາໃຫ້ເພິ່ນ ແລະ ປະກາດວ່າເພິ່ນເປັນກະສັດ. ພວກເຂົາແຕ່ງຕັ້ງເພິ່ນ ແລະ ປະຊາຊົນກໍໄດ້ຕົບມືຂອງຕົນ ແລະ ໂຫ່ຮ້ອງວ່າ, “ຂໍໃຫ້ກະສັດຈົ່ງຈະເລີນ!”
ເມື່ອນາງອາທາລີຢາໄດ້ຍິນສຽງຂອງຄົນເຝົ້າຍາມ ແລະ ປະຊາຊົນ, ນາງກໍມາຫາປະຊາຊົນຢູ່ທີ່ວິຫານຂອງພຣະເຈົ້າຢາເວ. ນາງໄດ້ຫລຽວເບິ່ງ ແລະ ເຫັນກະສັດຢືນຢູ່ຂ້າງເສົາຕາມປົກກະຕິ. ມີເຈົ້າໜ້າທີ່ກັບຄົນເປົ່າແກຢູ່ຂ້າງກະສັດ ແລະ ປະຊາຊົນທັງໝົດຂອງດິນແດນກໍກຳລັງມ່ວນຊື່ນ ແລະ ເປົ່າແກ. ດັ່ງນັ້ນ ນາງອາທາລີຢາກໍໄດ້ຈີກເສື້ອຄຸມຂອງຕົນ ແລະ ຮ້ອງສຽງດັງວ່າ, “ກະບົດ! ກະບົດ!”
ປະໂລຫິດເຢໂຮຍອາດາໄດ້ສັ່ງບັນດາຜູ້ບັນຊາການກອງຮ້ອຍ, ເຊິ່ງເປັນຜູ້ຮັບຜິດຊອບກອງທະຫານວ່າ, “ຈົ່ງນຳນາງອອກໄປຈາກແຖວ3ທະຫານ ແລະ ຂ້າທຸກຄົນທີ່ຕິດຕາມນາງດ້ວຍດາບ”. ເພາະປະໂລຫິດໄດ້ເວົ້າວ່າ, “ນາງຈະຕ້ອງບໍ່ຖືກຂ້າຢູ່ໃນວິຫານຂອງພຣະເຈົ້າຢາເວ”. ດັ່ງນັ້ນ ພວກເຂົາຈຶ່ງຈັບນາງໄປທີ່ປະຕູທີ່ມ້າຜ່ານເຂົ້າລາຊະວັງ ແລະ ຂ້ານາງຢູ່ທີ່ນັ້ນ.
ຫລັງຈາກນັ້ນ ເຢໂຮຍອາດາໃຫ້ກະສັດໂຢອາດ ແລະ ປະຊາຊົນທັງໝົດເຮັດຄຳໝັ້ນສັນຍາຕໍ່ພຣະເຈົ້າຢາເວວ່າພວກເຂົາຈະເປັນປະຊາຊົນຂອງພຣະເຈົ້າຢາເວ. ເພິ່ນຍັງໃຫ້ກະສັດໂຢອາດ ແລະ ປະຊາຊົນເຮັດຄຳໝັ້ນສັນຍາຕໍ່ກັນ. ປະຊາຊົນທຸກຄົນທົ່ວດິນແດນນັ້ນໄດ້ພາກັນເຂົ້າໄປວິຫານຂອງພະບາອານ ແລະ ຮື້ທຳລາຍວິຫານຂອງພະບາອານລົງ. ພວກເຂົາໄດ້ທຸບແທ່ນບູຊາ ແລະ ຮູບເຄົາລົບທັງຫລາຍໃຫ້ແຕກເປັນປ່ຽງໄປ ແລະ ໄດ້ຂ້າມັດຕານປະໂລຫິດຂອງພະບາອານຕໍ່ໜ້າແທ່ນ.
ແລ້ວປະໂລຫິດເຢໂຮຍອາດາໄດ້ຕັ້ງກອງຮັກສາການເຝົ້າຍາມວິຫານຂອງພຣະເຈົ້າຢາເວ. ເຢໂຮຍອາດາ, ບັນດານາຍທະຫານ, ທະຫານຮັກສາກະສັດ, ຊາວຄາລີ, ທະຫານຍາມ ແລະ ປະຊາຊົນທັງໝົດທີ່ຕິດຕາມກະສັດໂຢອາດຈາກວິຫານຂອງພຣະເຈົ້າຢາເວຜ່ານປ້ອມທະຫານຮັກສາການເຂົ້າສູ່ວັງ ແລ້ວກະສັດໂຢອາດກໍໄດ້ຂຶ້ນໄປຢູ່ເທິງລາຊະບັນລັງຂອງຕົນ. ປະຊາຊົນທົ່ວດິນແດນໄດ້ພາກັນຊື່ນຊົມຍິນດີ ແລະ ນະຄອນກໍສະຫງົບລົງ, ເພາະນາງອາທາລີຢາຖືກຂ້າດ້ວຍດາບຢູ່ທີ່ວັງແລ້ວ.
ໂຢອາດ4ມີອາຍຸເຈັດປີເມື່ອເພິ່ນເລີ່ມປົກຄອງ.
Source notes (4)
- Footnote ພາສາເຮັບເຣີວ່າ ໂຢຣາມ ເປັນອີກຮູບໜຶ່ງຂອງ ເຢໂຮຣາມ
- Footnote ຫລື ເຂົ້າມາໃກ້ບໍລິເວນນັ້ນ
- Footnote ຫລື ບໍລິເວນນັ້ນ
- Footnote ພາສາເຮັບເຣີວ່າ ເຢໂຮອາດ ເປັນອີກຮູບໜຶ່ງຂອງ ໂຢອາດ ເຊັ່ນດຽວກັບ 12:2, 12:4, 12:6, 12:7 ແລະ 12:18
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.