Biblica® Open Lao Contemporary Version
2 ກະສັດ 12
ໂຢອາດສ້ອມແປງວິຫານ
(2ຂຄ 24:1-14; 24:23-27)
ໂຢອາດໄດ້ຂຶ້ນເປັນກະສັດ ກົງກັບປີທີເຈັດຂອງຊ່ວງການປົກຄອງຂອງກະສັດເຢຮູ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມຢູ່ສີ່ສິບປີ. ແມ່ຂອງເພິ່ນຊື່ວ່າຊີບີຢາ; ນາງເປັນຄົນທີ່ມາຈາກເບເອນເຊບາ. ໂຢອາດໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວຕະຫລອດຫລາຍປີທີ່ມີປະໂລຫິດເຢໂຮຍອາດາຄອຍໃຫ້ຄຳປຶກສາແກ່ເພິ່ນ. ແຕ່ສະຖານບູຊາເທິງທີ່ສູງທັງຫລາຍກໍຍັງບໍ່ຖືກທຳລາຍ; ປະຊາຊົນຍັງສຶບຕໍ່ໄປຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ.
ໂຢອາດໄດ້ເວົ້າກັບບັນດາປະໂລຫິດວ່າ, “ຈົ່ງຮວບຮວມເອົາເງິນທີ່ຄົນນຳມາຖວາຍຢູ່ທີ່ວິຫານຂອງພຣະເຈົ້າຢາເວ ຄືເງິນທີ່ເກັບຈາກແຕ່ລະຄົນຈາກການເຮັດສຳມະໂນປະຊາຊົນ, ເງິນຖວາຍຕາມຄຳປະຕິຍານ ແລະ ເງິນຖວາຍຕາມຄວາມສະໝັກໃຈໃຫ້ແກ່ວິຫານ. ໃຫ້ປະໂລຫິດທຸກຄົນຮັບເງິນຈາກນາຍຄັງຄົນໃດຄົນໜຶ່ງ, ແລ້ວໃຊ້ເງິນນັ້ນສ້ອມແປງວິຫານສ່ວນທີ່ມັນເພ”.
ແຕ່ຈົນເຖິງປີທີຊາວສາມແຫ່ງການປົກຄອງຂອງກະສັດໂຢອາດ ບັນດາປະໂລຫິດກໍຍັງບໍ່ໄດ້ສ້ອມແປງວິຫານເທື່ອ. ເຫດສະນັ້ນ ໂຢອາດຈຶ່ງເອີ້ນປະໂລຫິດເຢໂຮຍອາດາ ແລະ ປະໂລຫິດຄົນອື່ນໆມາພົບ ແລະ ກ່າວຖາມພວກເຂົາວ່າ, “ດ້ວຍເຫດໃດພວກທ່ານຈຶ່ງຍັງບໍ່ໄດ້ສ້ອມແປງວິຫານສ່ວນທີ່ມັນເພ? ຕັ້ງແຕ່ນີ້ໄປຢ່າຮັບເງິນຈາກນາຍຄັງຂອງພວກເຈົ້າອີກ, ແຕ່ຈົ່ງມອບໄວ້ສຳລັບການບູລະນະສ້ອມແປງວິຫານ”. ບັນດາປະໂລຫິດຈຶ່ງຕົກລົງກັນວ່າຈະບໍ່ຮັບເງິນຈາກປະຊາຊົນອີກຕໍ່ໄປ ແລະ ພວກເຂົາຈະບໍ່ດຳເນີນການສ້ອມແປງວິຫານເອງ.
ປະໂລຫິດເຢໂຮຍອາດາໄດ້ເຈາະຮູໄວ້ຢູ່ທີ່ຝາຫີບໃຫຍ່. ເພິ່ນໄດ້ນຳຫີບມາຕັ້ງໄວ້ທີ່ຂ້າງແທ່ນບູຊາ, ເຊິ່ງຢູ່ເບື້ອງຂວາບ່ອນທາງເຂົ້າວິຫານຂອງພຣະເຈົ້າຢາເວ. ປະໂລຫິດທີ່ເຝົ້າຍາມປະຕູຈະນຳເງິນຖວາຍທັງໝົດທີ່ຄົນນຳມາຖວາຍຢູ່ທີ່ວິຫານຂອງພຣະເຈົ້າຢາເວ ປ່ອນລົງໃນຫີບນັ້ນ. ເມື່ອໃດກໍຕາມທີ່ພວກເຂົາເຫັນວ່າໃນຫີບມີເງິນຈຳນວນຫລາຍແລ້ວ, ບັນດາເລຂາ ແລະ ມະຫາປະໂລຫິດກໍຈະມານັບເງິນທີ່ຖືກນຳມາທີ່ວິຫານຂອງພຣະເຈົ້າຢາເວ ແລະ ເອົາເງິນນັ້ນໃສ່ໄວ້ໃນຖົງ. ເມື່ອນັບຈຳນວນແລ້ວ, ພວກເຂົາກໍນຳເອົາເງິນນັ້ນໄປມອບໃຫ້ຄົນທີ່ຖືກແຕ່ງຕັ້ງໃຫ້ຜູ້ຊີ້ນຳວຽກງານການກໍ່ສ້າງວິຫານ, ພວກເຂົາໄດ້ຈ່າຍເງິນໃຫ້ບັນດາຜູ້ທີ່ເຮັດວຽກງານຂອງວິຫານ ຄືບັນດາຊ່າງໄມ້, ຊ່າງກໍ່ສ້າງ, ຊ່າງກໍ່, ຊ່າງຕັດຫີນ. ພວກເຂົາໄດ້ຊື້ທ່ອນໄມ້ ແລະ ຫີນທີ່ຕັດແຕ່ງແລ້ວສຳລັບສ້ອມແປງວິຫານຂອງພຣະເຈົ້າຢາເວ ແລະ ຄ່າໃຊ້ຈ່າຍອື່ນໆສຳລັບການສ້ອມແປງວິຫານ.
ເງິນຖວາຍໃນວິຫານນີ້ແມ່ນບໍ່ໄດ້ໃຊ້ສຳລັບເຮັດອ່າງເງິນ, ມີດຕັດຕັດໄສ້ຕະກຽງ, ຊາມສຳລັບຊິດ, ແກ ຫລື ພາຊະນະເງິນ ຫລື ຄຳໃນວິຫານຂອງພຣະເຈົ້າຢາເວ. ແຕ່ຈ່າຍໃຫ້ກັບຄົນງານເພື່ອການສ້ອມແປງວິຫານເທົ່ານັ້ນ. ພວກເຂົາບໍ່ຈຳເປັນໃຫ້ມີລາຍງານບັນຊີຈາກບັນດາຜູ້ທີ່ພວກເຂົາໄດ້ມອບເງິນໃຫ້ເພື່ອຈ່າຍຄ່າຄົນງານ, ເພາະພວກເຂົາເຮັດວຽກດ້ວຍຄວາມສັດຊື່ຢ່າງແທ້ຈິງ. ສ່ວນເງິນທີ່ນຳມາຖວາຍເປັນເຄື່ອງບູຊາລຶບລ້າງມົນທິນ ແລະ ເຄື່ອງບູຊາລຶບລ້າງຄວາມບາບນັ້ນໃຫ້ເປັນຂອງປະໂລຫິດ ບໍ່ຕ້ອງນຳມາໃນວິຫານຂອງພຣະເຈົ້າຢາເວ.
ໃນເວລານັ້ນກະສັດຮາຊາເອນແຫ່ງອາຣາມມາໂຈມຕີເມືອງກາດ ແລະ ຢຶດເມືອງໄວ້ໄດ້. ຫລັງຈາກນັ້ນ ກໍໄດ້ເຄື່ອນທັບມຸ່ງໜ້າຈະມາໂຈມຕີເຢຣູຊາເລັມ. ແຕ່ກະສັດໂຢອາດແຫ່ງຢູດາຍໄດ້ນຳສິ່ງຂອງສັກສິດທີ່ບັນພະບຸລຸດ ຄືເຢໂຮຊາຟັດ, ເຢໂຮຣາມ ແລະ ກະສັດອາຮາຊີຢາແຫ່ງຢູດາຍໄດ້ຖວາຍ ພ້ອມທັງສິ່ງຂອງທີ່ໂຢອາດເອງໄດ້ຖວາຍ ແລະ ລວມເຖິງຄຳທັງໝົດໃນຄັງວິຫານຂອງພຣະເຈົ້າຢາເວ ແລະ ຂອງລາຊະວັງ ແລະ ເພິ່ນໄດ້ສົ່ງໄປໃຫ້ກະສັດຮາຊາເອນແຫ່ງອາຣາມ, ຮາຊາເອນຈຶ່ງຖອນທັບອອກຈາກເຢຣູຊາເລັມ.
ເຫດການອື່ນໆໃນຊ່ວງການປົກຄອງຂອງໂຢອາດ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ? ບັນດາຂ້າລາຊະການຂອງໂຢອາດໄດ້ຮ່ວມຫົວກັນຕໍ່ສູ້ເພິ່ນ ແລະ ລອບສັງຫານເພິ່ນຢູ່ທີ່ເບດມິນໂລ ຕາມເສັ້ນທາງຈະລົງໄປທີ່ສິນລາ. ບັນດາຂ້າລາຊະການທີ່ຂ້າເພິ່ນແມ່ນໂຢຊາບັດ ລູກຊາຍຂອງຊີເມອາດ ແລະ ເຢໂຮຊາບັດ ລູກຊາຍຂອງໂຊເມ. ໂຢອາດຕາຍ ແລະ ຖືກຝັງໄວ້ຮ່ວມກັບບັນພະບຸລຸດຂອງເພິ່ນຢູ່ໃນເມືອງດາວິດ. ແລ້ວອາມາຊີຢາລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.