Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 13

ກະສັດ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ

ເຢໂຮອາຮາດ​ລູກຊາຍ​ຂອງ​ເຢຮູ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ໃນ​ຊາມາເຣຍ ເຊິ່ງ​ກົງກັບ​ປີ​ທີ​ຊາວ​ສາມ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໂຢອາດ ລູກຊາຍ​ຂອງ​ອາຮາຊີຢາ​ແຫ່ງ​ຢູດາຍ ແລະ ໄດ້​ປົກຄອງ​ຢູ່​ສິບ​ເຈັດ​ປີ. ເຢໂຮອາຮາດ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ໂດຍ​ການ​ຕາມ​ແບບ​ຢ່າງ​ຄວາມ​ບາບ​ຂອງ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ, ເຊິ່ງ​ເພິ່ນ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ ແລະ ເພິ່ນ​ກໍ​ບໍ່​ໄດ້​ຢຸດ​ເຮັດ​ຄວາມ​ບາບ​ເຫລົ່ານັ້ນ. ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໃຈຮ້າຍ​ອິດສະຣາເອນ​ຫລາຍ ແລະ ພຣະອົງ​ໃຫ້​ພວກເຂົາ​ຕົກ​ຢູ່​ພາຍໃຕ້​ອຳນາດ​ຂອງ​ກະສັດ​ຮາຊາເອນ​ແຫ່ງ​ອາຣາມ ແລະ ເບັນຮາດາດ​ຜູ້​ເປັນ​ລູກຊາຍ​ຂອງ​ເພິ່ນ​ເປັນ​ເວລາ​ດົນນານ.

ແລ້ວ​ເຢໂຮອາຮາດ​ໄດ້​ສະແຫວງ​ຫາ​ຄວາມ​ກະລຸນາ​ຂອງ​ພຣະເຈົ້າ​ຢາເວ ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ຮັບ​ຟັງ​ເພິ່ນ, ເພາະ​ພຣະອົງ​ເຫັນ​ວ່າ​ກະສັດ​ອາຣາມ​ໄດ້​ກົດຂີ່​ຂົ່ມເຫັງ​ອິດສະຣາເອນ​ຫລາຍ. ພຣະເຈົ້າ​ຢາເວ​ໄດ້​ຈັດຕຽມ​ຜູ້​ກອບກູ້​ຄົນ​ໜຶ່ງ​ສຳລັບ​ອິດສະຣາເອນ ແລະ ພວກເຂົາ​ໄດ້​ພົ້ນ​ຈາກ​ອຳນາດ​ຂອງ​ອາຣາມ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ຄື​ກັບ​ທີ່​ພວກເຂົາ​ເຄີຍ​ອາໄສ​ມາ​ເໝືອນ​ແຕ່​ກ່ອນ. ແຕ່​ພວກເຂົາ​ກໍ​ຍັງ​ບໍ່​ໄດ້​ຫັນ​ໜີ​ຈາກ​ບາບ​ຂອງ​ຄອບຄົວ​ເຢໂຣໂບອາມ, ເຊິ່ງ​ເພິ່ນ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ; ພວກເຂົາ​ຍັງ​ສຶບຕໍ່​ດຳເນີນ​ໃນ​ຄວາມ​ບາບ​ເຫລົ່ານັ້ນ​ຢູ່, ເສົາ​ເຈົ້າ​ແມ່​ອາເຊຣາ1​ກໍ​ຍັງ​ຕັ້ງ​ຢູ່​ໃນ​ຊາມາເຣຍ.

ເຢໂຮອາຮາດ​ບໍ່​ເຫລືອ​ທະຫານ​ເລີຍ ເຫລືອ​ພຽງ​ແຕ່​ທະຫານ​ມ້າ​ຈຳນວນ​ຫ້າ​ສິບ​ຄົນ, ລົດມ້າ​ຮົບ​ສິບ​ຄັນ ແລະ ທະຫານ​ລາບ​ຈຳນວນ​ສິບ​ພັນ​ຄົນ, ເພາະ​ຖືກ​ກະສັດ​ອາຣາມ​ທຳລາຍ​ຈົນ​ເປັນ​ເໝືອນ​ຂີ້ຝຸ່ນ​ດິນ​ໃນ​ເວລາ​ນວດ​ເຂົ້າ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮອາຮາດ, ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ ແລະ ຄວາມ​ສຳເລັດ​ທັງໝົດ​ຂອງ​ເພິ່ນ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ​ບໍ່​ແມ່ນ​ບໍ? ເຢໂຮອາຮາດ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ຢູ່​ທີ່​ຊາມາເຣຍ. ແລ້ວ​ເຢໂຮອາດ2 ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ

ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ໃນ​ຊາມາເຣຍ ເຊິ່ງ​ກົງກັບ​ປີ​ທີ​ສາມ​ສິບ​ເຈັດ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໂຢອາດ​ແຫ່ງ​ຢູດາຍ, ເພິ່ນ​ໄດ້​ປົກຄອງ​ເປັນ​ເວລາ​ສິບ​ຫົກ​ປີ. ເຢໂຮອາດ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ແລະ ບໍ່​ໄດ້​ຢຸດ​ເຮັດ​ບາບ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ເຊິ່ງ​ເພິ່ນ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ; ເພິ່ນ​ກໍ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ບາບ​ເຫລົ່ານັ້ນ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮອາດ, ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ ແລະ ຄວາມ​ສຳເລັດ​ທັງໝົດ​ຂອງ​ເພິ່ນ, ລວມ​ທັງ​ການ​ເຮັດ​ສົງຄາມ​ກັບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ແມ່ນ​ມີ​ບັນທຶກ​ໄວ້​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ​ບໍ່​ແມ່ນ​ບໍ? ເຢໂຮອາດ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ໃນ​ຊາມາເຣຍ​ຮ່ວມ​ກັບ​ບັນດາ​ກະສັດ​ອິດສະຣາເອນ ແລ້ວ​ເຢໂຣໂບອາມ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

ເມື່ອ​ເອລີຊາ​ໄດ້​ທຸກທໍລະມານ​ຈາກ​ການ​ເຈັບປ່ວຍ​ໜັກ​ທີ່​ໃກ້​ຈະ​ຕາຍ ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ກໍ​ໄດ້​ລົງ​ມາ​ຢ້ຽມ​ເພິ່ນ ແລະ ຮ້ອງໄຫ້​ຕໍ່ໜ້າ​ເພິ່ນ ແລະ ຄ່ຳຄວນ​ວ່າ, “ພໍ່! ພໍ່! ຜູ້​ເປັນ​ລົດມ້າ​ຮົບ ແລະ ທະຫານ​ມ້າ​ແຫ່ງ​ອິດສະຣາເອນ!”

ເອລີຊາ​ໄດ້​ເວົ້າ​ວ່າ, “ຈົ່ງ​ເອົາ​ຄັນ​ທະນູ​ກັບ​ລູກທະນູ​ມາ”, ແລ້ວ​ເຢໂຮອາດ​ກໍ​ເຮັດ​ຕາມ. ເອລີຊາ​ໄດ້​ບອກ​ກະສັດ​ອິດສະຣາເອນ​ວ່າ, “ຈົ່ງ​ຈັບ​ທະນູ​ຂຶ້ນ​ມາ”. ເມື່ອ​ກະສັດ​ຈັບ​ທະນູ​ຂຶ້ນ​ມາ​ແລ້ວ, ເອລີຊາ​ກໍ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ມື​ຂອງ​ກະສັດ​ອິດສະຣາເອນ.

ເອລີຊາ​ໄດ້​ເວົ້າ​ວ່າ, “ຈົ່ງ​ເປີດ​ປ່ອງຢ້ຽມ​ດ້ານ​ທິດ​ຕາເວັນ​ອອກ”, ແລ້ວ​ກະສັດ​ກໍ​ເປີດ. ເອລີຊາ​ເວົ້າ​ວ່າ, “ຈົ່ງ​ຍິງ​ອອກ​ໄປ!” ແລ້ວ​ກະສັດ​ກໍ​ຍິງ. ເອລີຊາ​ໄດ້​ປະກາດ​ວ່າ, “ລູກທະນູ​ແຫ່ງ​ໄຊຊະນະ​ຂອງ​ພຣະເຈົ້າ​ຢາເວ, ລູກທະນູ​ແຫ່ງ​ໄຊຊະນະ​ເໜືອ​ອາຣາມ! ທ່ານ​ຈະ​ທຳລາຍ​ຊາວ​ອາຣາມ​ຢູ່​ທີ່​ອາເຟັກ​ຈົນ​ໝົດ​ສິ້ນ”.

ຫລັງ​ຈາກ​ນັ້ນ ເອລີຊາ​ກໍ​ເວົ້າ​ວ່າ, “ຈົ່ງ​ຈັບ​ລູກທະນູ​ຂຶ້ນ​ມາ”, ແລ້ວ​ກະສັດ​ກໍ​ຈັບ​ລູກທະນູ​ນັ້ນ​ຂຶ້ນ​ມາ. ເອລີຊາ​ໄດ້​ບອກ​ກະສັດ​ວ່າ, “ຈົ່ງ​ຟາດ​ລົງ​ພື້ນ”. ກະສັດ​ກໍ​ຟາດ​ລູກທະນູ​ສາມ​ເທື່ອ​ແລ້ວ​ກໍ​ຢຸດ. ຄົນ​ຂອງ​ພຣະເຈົ້າ​ໃຈຮ້າຍ ແລະ ເວົ້າ​ວ່າ, “ທ່ານ​ສົມຄວນ​ຈະ​ຟາດ​ພື້ນ​ຫ້າ ຫລື ຫົກ​ເທື່ອ; ຫລັງ​ຈາກ​ນັ້ນ ທ່ານ​ກໍ​ຈະ​ເອົາ​ຊະນະ​ອາຣາມ ແລະ ທຳລາຍ​ມັນ​ໃຫ້​ໝົດ​ສິ້ນ. ແຕ່​ວ່າ​ທ່ານ​ຈະ​ຊະນະ​ອາຣາມ​ພຽງ​ແຕ່​ສາມ​ເທື່ອ​ເທົ່ານັ້ນ”.

ເອລີຊາ​ຕາຍ ແລະ ຖືກ​ຝັງ​ໄວ້.

ໃນ​ເວລາ​ນັ້ນ ກອງ​ໂຈນ​ຂອງ​ຊາວ​ໂມອາບ​ເຄີຍ​ມາ​ບຸກລຸກ​ດິນແດນ​ທຸກ​ລະດູ​ໃບໄມ້ປົ່ງ. ຄັ້ງ​ໜຶ່ງ ຂະນະ​ທີ່​ຄົນ​ອິດສະຣາເອນ​ກຳລັງ​ຝັງ​ຮ່າງກາຍ​ຂອງ​ຊາຍ​ຄົນ​ໜຶ່ງ, ທັນທີ​ທີ່​ພວກເຂົາ​ເຫັນ​ກອງ​ໂຈນ; ພວກເຂົາ​ກໍ​ຖິ້ມ​ຮ່າງກາຍ​ຂອງ​ຊາຍ​ຄົນ​ນັ້ນ​ເຂົ້າໄປ​ໃນ​ອຸບໂມງ​ຝັງ​ສົບ​ຂອງ​ເອລີຊາ. ເມື່ອ​ຮ່າງກາຍ​ນັ້ນ​ແຕະຕ້ອງ​ກັບ​ໂຄງ​ກະດູກ​ຂອງ​ເອລີຊາ, ຊາຍ​ຄົນ​ນັ້ນ​ກໍ​ກັບ​ມີ​ຊີວິດ ແລະ ລຸກ​ຂຶ້ນ​ຢືນ.

ກະສັດ​ຮາຊາເອນ​ແຫ່ງ​ອາຣາມ​ໄດ້​ກົດຂີ່​ຂົ່ມເຫັງ​ອິດສະຣາເອນ​ຕະຫລອດ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮອາຮາດ. ແຕ່​ພຣະເຈົ້າ​ຢາເວ​ກະລຸນາ​ພວກເຂົາ ແລະ ເມດຕາ​ສົງສານ ແລະ ໄດ້​ສະແດງ​ຄວາມ​ຫ່ວງໃຍ​ຕໍ່​ພວກເຂົາ ເພາະ​ເຫັນ​ແກ່​ຄຳໝັ້ນສັນຍາ​ທີ່​ຂອງ​ພຣະອົງ​ທີ່​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຖິງ​ບັດນີ້ ພຣະອົງ​ກໍ​ບໍ່​ໄດ້​ປະສົງ​ຈະ​ທຳລາຍ​ພວກເຂົາ ຫລື ໄລ່​ພວກເຂົາ​ໄປ​ໃຫ້​ພົ້ນ​ຈາກ​ພຣະອົງ.

ກະສັດ​ຮາຊາເອນ​ແຫ່ງ​ອາຣາມ​ໄດ້​ຕາຍ ແລະ ເບັນຮາດາດ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ. ແລ້ວ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ​ກໍ​ໄດ້​ຢຶດ​ຫົວ​ເມືອງ​ຕ່າງໆ​ຄືນ​ມາ​ຈາກ​ເບັນຮາດາດ​ລູກຊາຍ​ຂອງ​ຮາຊາເອນ ເຊິ່ງ​ກະສັດ​ເບັນຮາດາດ​ໄດ້​ຢຶດ​ໄປ​ເອົາ​ໄປ​ຈາກ​ເຢໂຮອາຮາດ​ພໍ່​ຂອງ​ເພິ່ນ. ເຢໂຮອາດ​ໄດ້​ຮົບ​ຊະນະ​ເບັນຮາດາດ​ສາມ​ເທື່ອ ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ຫົວ​ເມືອງ​ອິດສະຣາເອນ​ຄືນ​ມາ.

Source notes (2)
  1. Footnote ຄື ສັນຍະລັກ​ຂອງ​ເຈົ້າ​ແມ່​ອາເຊຣາ ເຊັ່ນ​ດຽວ​ກັບ​ບ່ອນ​ອື່ນໆ​ໃນ 2 ກະສັດ
  2. Footnote ພາສາ​ເຮັບເຣີ​ວ່າ ໂຢອາດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຢໂຮອາດ ເຊັ່ນ​ດຽວ​ກັບ​ຂໍ້ 12, 13, 14, 25; 1, 13, 23, 27

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.