Biblica® Open Lao Contemporary Version
2 ກະສັດ 14
ກະສັດອາມາຊີຢາແຫ່ງຢູດາຍ
(2ຂຄ 25:1-4,11-12,17–26:2)
ອາມາຊີຢາລູກຊາຍກະສັດໂຢອາດແຫ່ງຢູດາຍໄດ້ຂຶ້ນປົກຄອງ ເຊິ່ງກົງກັບປີທີສອງຂອງຊ່ວງການປົກຄອງກະສັດເຢໂຮອາດ ລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນ. ເພິ່ນໄດ້ຂຶ້ນເປັນກະສັດເມື່ອເພິ່ນມີອາຍຸຊາວຫ້າປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນມີຊື່ວ່າເຢໂຮອັດດິນ; ນາງມາຈາກເຢຣູຊາເລັມ. ອາມາຊີຢາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ເຖິງແມ່ນວ່າຈະບໍ່ເທົ່າກັບດາວິດບັນພະບຸລຸດຂອງເພິ່ນໄດ້ເຮັດ. ເພິ່ນເຮັດຕາມແບບຢ່າງທັງໝົດຂອງໂຢອາດພໍ່ຂອງເພິ່ນ. ແຕ່ບໍ່ໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍ; ປະຊາຊົນຍັງສຶບຕໍ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ.
ຫລັງຈາກທີ່ອານາຈັກຢູ່ພາຍໃຕ້ການຄວບຄຸມຢ່າງແໜ້ນໜາຂອງອາມາຊີຢາແລ້ວ, ເພິ່ນກໍໄດ້ຂ້າບັນດາຂ້າລາຊະການຜູ້ທີ່ໄດ້ຂ້າພໍ່ຂອງເພິ່ນທີ່ເປັນກະສັດ. ແຕ່ບໍ່ໄດ້ຂ້າລູກຂອງພວກເຂົາຕາມທີ່ຂຽນໄວ້ໃນໜັງສືກົດບັນຍັດຂອງໂມເຊ ເຊິ່ງພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ: “ຢ່າຂ້າພໍ່ແມ່ເພາະບາບຂອງລູກຂອງຕົນ ຫລື ຂ້າລູກເພາະບາບຂອງພໍ່ແມ່; ແຕ່ລະຄົນຈະຕ້ອງຕາຍເພາະບາບຂອງຕົນເອງ”.1
ອາມາຊີຢາເປັນຜູ້ທີ່ເອົາຊະນະຊາວເອໂດມຈຳນວນສິບພັນຄົນໃນຮ່ອມພູເກືອ ແລະ ໄດ້ຢຶດເມືອງເສລາໄດ້, ປ່ຽນຊື່ເມືອງນີ້ເປັນໂຢກເທເອນ ເຊິ່ງຍັງເອີ້ນກັນຢູ່ຈົນທຸກມື້ນີ້.
ແລ້ວອາມາຊີຢາກໍໄດ້ສົ່ງຜູ້ສື່ສານໄປຫາເຢໂຮອາດລູກຊາຍຂອງເຢໂຮອາຮາດ ເຊິ່ງເປັນລູກຊາຍຂອງກະສັດເຢຮູແຫ່ງອິດສະຣາເອນ ພ້ອມກັບທ້າທາຍວ່າ, “ຈົ່ງອອກມາ, ໃຫ້ພວກເຮົາມາປະເຊີນໜ້າກັນ”.
ແຕ່ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຕອບກະສັດອາມາຊີຢາແຫ່ງຢູດາຍວ່າ: “ຕົ້ນໜາມໃນເລບານອນສົ່ງຂ່າວມາຫາຕົ້ນສີດາໃນເລບານອນວ່າ, ‘ຈົ່ງໃຫ້ລູກສາວຂອງເຈົ້າແຕ່ງງານກັບລູກຊາຍຂອງເຮົາ’ ແລ້ວກໍມີສັດປ່າໂຕໜຶ່ງໃນເລບານອນມາຢຽບຢໍ່າຕົ້ນໜາມນັ້ນໃຫ້ໝຸ່ນ. ທ່ານໄດ້ຢຶດຄອງເອໂດມໄດ້ ແລະ ບັດນີ້ ກໍເລີຍອວດອົ່ງຈອງຫອງ. ຂໍຈົ່ງພາກພູມໃຈໃນໄຊຊະນະຂອງທ່ານໄປ, ແຕ່ຈົ່ງຢູ່ກັບເຮືອນ! ດ້ວຍເຫດໃດຈຶ່ງຖາມຫາຄວາມເດືອດຮ້ອນ ແລະ ເຮັດໃຫ້ທ່ານເອງ ແລະ ຢູດາຍຕ້ອງຫລົ້ມຈົມຄືກັນ?”
ແຕ່ວ່າອາມາຊີຢາບໍ່ຟັງ, ດັ່ງນັ້ນ ກະສັດເຢໂຮອາດແຫ່ງອິດສະຣາເອນຈຶ່ງບຸກເຂົ້າໂຈມຕີ. ເພິ່ນ ແລະ ກະສັດອາມາຊີຢາແຫ່ງຢູດາຍໄດ້ມາປະເຊີນໜ້າກັນຢູ່ທີ່ເບັດເຊເມດໃນຢູດາຍ. ແລ້ວຢູດາຍກໍພ່າຍແພ້ໃຫ້ອິດສະຣາເອນ ແລະ ທຸກຄົນໄດ້ແຕກໜີກັບໄປເຮືອນຂອງຕົນ. ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຈັບກຸມກະສັດອາມາຊີຢາແຫ່ງຢູດາຍ ເຊິ່ງເປັນລູກຊາຍຂອງໂຢອາດ, ຜູ້ເປັນລູກຊາຍຂອງອາຮາຊີຢາຢູ່ທີ່ເບັດເຊເມດ. ຫລັງຈາກນັ້ນ ເຢໂຮອາດກໍໄດ້ໄປທີ່ເຢຣູຊາເລັມ ແລະ ທຳລາຍກຳແພງເມືອງເຢຣູຊາເລັມຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈ ເຊິ່ງມີໄລຍະທາງຍາວ 400 ສອກ.2 ເຢໂຮອາດໄດ້ປຸ້ນເອົາຄຳກັບເງິນທັງໝົດ ແລະ ເຄື່ອງໃຊ້ທັງໝົດທີ່ພົບຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ໃນຄັງຫລວງ ພ້ອມທັງຈັບໂຕປະກັນໄປ ແລະ ກັບຄືນໄປທີ່ຊາມາເຣຍ.
ເຫດການຕ່າງໆໃນຊ່ວງການປົກຄອງຂອງເຢໂຮອາດ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນ, ລວມທັງສົງຄາມຂອງເພິ່ນກັບກະສັດອາມາຊີຢາແຫ່ງຢູດາຍ ແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? ເຢໂຮອາດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນຊາມາເຣຍຮ່ວມກັບກະສັດຄົນອື່ນໆຂອງອິດສະຣາເອນ. ແລ້ວເຢໂຣໂບອາມລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
ອາມາຊີຢາລູກຊາຍຂອງກະສັດໂຢອາດແຫ່ງຢູດາຍນັ້ນມີຊີວິດຍືນກວ່າເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນສິບຫ້າປີ. ເຫດການອື່ນໆໃນຊ່ວງການປົກຄອງຂອງອາມາຊີຢາແມ່ນມີບັນທຶກໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ?
ມີຄົນຄິດຮ້າຍໄດ້ຮ່ວມຫົວກັນຕໍ່ສູ້ອາມາຊີຢາໃນເຢຣູຊາເລັມ ແລະ ເພິ່ນຈຶ່ງໄດ້ໜີໄປທີ່ເມືອງລາກິດ, ແຕ່ຄົນຄິດຮ້າຍເຫລົ່ານັ້ນໄດ້ສົ່ງຄົນຕາມເພິ່ນໄປທີ່ລາກິດ ແລະ ຂ້າເພິ່ນຢູ່ທີ່ນັ້ນ. ສົບຂອງເພິ່ນຖືກນຳຂຶ້ນຫລັງມ້າກັບຄືນມາ ແລະ ຖືກຝັງໄວ້ໃນເຢຣູຊາເລັມຮ່ວມກັບບັນດາບັນພະບຸລຸດຂອງເພິ່ນໃນເມືອງດາວິດ.
ຫລັງຈາກນັ້ນ ຊາວຢູດາຍກໍໄດ້ແຕ່ງຕັ້ງອາຊາຣີຢາ3 ເຊິ່ງມີອາຍຸສິບຫົກປີ ຂຶ້ນເປັນກະສັດແທນອາມາຊີຢາພໍ່ຂອງເພິ່ນ. ເພິ່ນເປັນຜູ້ບູລະນະເມືອງເອລາດ ແລະ ຢຶດເມືອງນັ້ນຄືນມາເປັນຂອງຢູດາຍ ຫລັງຈາກທີ່ອາມາຊີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນແລ້ວ.
ກະສັດເຢໂຣໂບອາມທີສອງແຫ່ງອິດສະຣາເອນ
ເຢໂຣໂບອາມລູກຊາຍຂອງກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຂຶ້ນເປັນກະສັດໃນຊາມາເຣຍ ກົງກັບປີທີສິບຫ້າຂອງຊ່ວງການປົກຄອງຂອງກະສັດອາມາຊີຢາແຫ່ງຢູດາຍລູກຊາຍຂອງໂຢອາດ, ເພິ່ນໄດ້ປົກຄອງຢູ່ 41 ປີ. ເຢໂຣໂບອາມໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ແລະ ບໍ່ໄດ້ຢຸດເຮັດບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ. ເພິ່ນເປັນຜູ້ຢຶດເຂດແດນຂອງອິດສະຣາເອນຕັ້ງແຕ່ເລໂບຮາມັດ4 ຈົນຮອດທະເລແຫ່ງອາຣາບາ.5 ເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ, ທີ່ໄດ້ກ່າວຜ່ານທາງຜູ້ທຳນວາຍໂຢນາລູກຊາຍຂອງອາມິດໄຕຈາກກາດເຮເຟ.
ພຣະເຈົ້າຢາເວໄດ້ເຫັນຄວາມຂົມຂື່ນຂອງອິດສະຣາເອນ, ບໍ່ວ່າທີ່ເປັນຂ້າທາດ ຫລື ເປັນອິດສະຫລະ, ທົນທຸກທໍລະມານ;6 ບໍ່ມີຜູ້ໃດຊ່ວຍເຫລືອພວກເຂົາເລີຍ. ແລະ ພຣະເຈົ້າຢາເວບໍ່ໄດ້ກ່າວໄວ້ວ່າຈະລຶບຊື່ອິດສະຣາເອນອອກໄປຈາກແຜ່ນດິນໂລກນີ້, ພຣະອົງໄດ້ໃຊ້ເຢໂຣໂບອາມລູກຊາຍຂອງເຢໂຮອາດມາຊ່ວຍເຫລືອອິດສະຣາເອນ.
ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຣໂບອາມ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດດ້ານການທະຫານ, ລວມທັງການກອບກູ້ເມືອງດາມັສກັດກັບເມືອງຮາມັດ ເຊິ່ງເຄີຍເປັນຂອງຢູດາຍແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? ເຢໂຣໂບອາມກໍໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນຄືກັບບັນດາກະສັດອິດສະຣາເອນ. ແລ້ວເຊກາຣີຢາລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
Source notes (6)
- Footnote ພບຍ 24:16
- Footnote ຄື ປະມານ 180 ແມັດ
- Footnote ມີອີກຊື່ໜຶ່ງວ່າ ອຸດສິຢາ
- Footnote ຫລື ທາງເຂົ້າສູ່ຮາມັດ
- Footnote ຄື ທະເລຕາຍ
- Footnote ຫລື ອິດສະຣາເອນທົນທຸກທໍລະມານ. ພວກເຂົາບໍ່ມີຜູ້ທີ່ປົກຄອງ ຫລື ຜູ້ນຳ ແລະ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.