Biblica® Open Lao Contemporary Version
2 ກະສັດ 5
ນາອາມານຫາຍດີຈາກຈາກພະຍາດຂີ້ທູດ
ບັດນີ້ ນາອາມານ ຜູ້ບັນຊາການກອງທັບຂອງກະສັດອາຣາມ. ລາວເປັນຄົນສຳຄັນໃນສາຍຕາຂອງເຈົ້ານາຍຂອງລາວ ແລະ ເປັນທີ່ຍົກຍ້ອງນັບຖື ເພາະພຣະເຈົ້າຢາເວມອບໄຊຊະນະໃຫ້ແກ່ອາຣາມຜ່ານທາງລາວ. ລາວເປັນນັກຮົບທີ່ເກັ່ງກ້າ, ແຕ່ລາວເປັນພະຍາດຂີ້ທູດ.1
ບັດນີ້ ກອງທະຫານອາຣາມໄດ້ໄປຮຸກຮານອິດສະຣາເອນ ແລະ ໄດ້ຈັບເອົາເດັກນ້ອຍແມ່ຍິງຄົນໜຶ່ງມາເປັນຊະເລີຍ ແລະ ເດັກຍິງຄົນນັ້ນເປັນຄົນຮັບໃຊ້ຂອງເມຍຂອງນາອາມານ. ເດັກຍິງຜູ້ນີ້ໄດ້ເວົ້າກັບນາຍຜູ້ຍິງຂອງຕົນວ່າ, “ຂ້ານ້ອຍຢາກໃຫ້ນາຍຂອງຂ້ານ້ອຍໄປພົບຜູ້ທຳນວາຍທີ່ໃນຊາມາເຣຍ! ເພິ່ນອາດຈະຮັກສານາຍໃຫ້ຫາຍດີຈາກພະຍາດຂີ້ທູດຂອງຕົນ”.
ນາອາມານຈຶ່ງໄດ້ໄປຫານາຍຂອງຕົນ ແລະ ບອກນາຍຕາມທີ່ເດັກຍິງຈາກອິດສະຣາເອນຄົນນັ້ນບອກ. ກະສັດອາຣາມໄດ້ເວົ້າວ່າ, “ຖ້າເປັນຢ່າງນີ້ກໍຕ້ອງໄປໃຫ້ໄດ້, ເຮົາຈະສົ່ງຈົດໝາຍໄປຫາກະສັດອິດສະຣາເອນ”. ດັ່ງນັ້ນ ນາອາມານຈຶ່ງອອກເດີນທາງ, ນຳເງິນ 2 ຕາລັນຕົນ,2 ຄຳ 600 ເຊເຂວ3 ແລະ ເຄື່ອງນຸ່ງຈຳນວນ 10 ຊຸດໄປນຳ. ຈົດໝາຍທີ່ລາວຖືໄປໃຫ້ກະສັດອິດສະຣາເອນນັ້ນມີເນື້ອໃນວ່າ, “ພ້ອມກັບຈົດໝາຍນີ້ ຂ້າພະເຈົ້າຂໍສົ່ງນາອາມານຜູ້ຮັບໃຊ້ຂອງຂ້າພະເຈົ້າມາຫາທ່ານ ເພື່ອວ່າທ່ານຈະຮັກສາລາວໃຫ້ຫາຍດີຈາກພະຍາດຂີ້ທູດຂອງລາວ”.
ເມື່ອກະສັດອິດສະຣາເອນໄດ້ອ່ານຈົດໝາຍນັ້ນ ເພິ່ນກໍຈີກເສື້ອຄຸມຂອງຕົນ ແລະ ເວົ້າວ່າ, “ເຮົາເປັນພຣະເຈົ້າບໍ? ທີ່ຈະສາມາດຂ້າ ແລະ ເຮັດໃຫ້ມີຊີວິດຄືນມາໄດ້? ເປັນຫຍັງເພິ່ນຈຶ່ງສົ່ງບາງຄົນມາຫາເຮົາເພື່ອໃຫ້ຮັກສາພະຍາດຂີ້ທູດໃຫ້ລາວ? ເບິ່ງແມ ເພິ່ນພະຍາຍາມຫາເລື່ອງມາຮຸກຮານກັບເຮົາ!”
ເມື່ອເອລີຊາຄົນຂອງພຣະເຈົ້າໄດ້ຍິນວ່າກະສັດອິດສະຣາເອນໄດ້ຈີກເສື້ອຄຸມຂອງຕົນ ເພິ່ນກໍໄດ້ສົ່ງຂໍ້ຄວາມຫາກະສັດວ່າ: “ເປັນຫຍັງທ່ານຈຶ່ງໄດ້ຈີກເສື້ອຄຸມຂອງຕົນ? ຂໍໃຫ້ສົ່ງຊາຍຄົນນັ້ນມາພົບຂ້ານ້ອຍ ແລ້ວລາວກໍຈະໄດ້ຮູ້ວ່າມີຜູ້ທຳນວາຍຄົນໜຶ່ງໃນອິດສະຣາເອນ”. ດັ່ງນັ້ນ ນາອາມານຈຶ່ງນັ່ງລົດມ້າໄປ ແລະ ໄດ້ຢຸດຢູ່ທີ່ໜ້າປະຕູເຮືອນຂອງເອລີຊາ. ເອລີຊາໄດ້ສົ່ງຜູ້ສື່ສານອອກມາບອກນາອາມານວ່າ, “ຈົ່ງໄປ, ຊຳລະໂຕຂອງເພິ່ງຢູ່ໃນແມ່ນ້ຳຈໍແດນເຈັດເທື່ອ ແລ້ວເນື້ອໜັງຂອງທ່ານກໍຈະດີເປັນປົກກະຕິ ແລະ ທ່ານກໍຈະຫາຍດີ”.
ແຕ່ນາອາມານໄດ້ໜີໄປພ້ອມທັງໃຈຮ້າຍຫລາຍ ແລະ ເວົ້າວ່າ, “ຂ້ອຍຄິດວ່າເພິ່ນຈະອອກມາພົບຂ້ອຍຢ່າງແນ່ນອນ ແລ້ວມາຢືນຮ້ອງອອກນາມພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ, ວາງມືຂອງເພິ່ນໃສ່ເທິງບ່ອນທີ່ເປັນພະຍາດນັ້ນ ແລະ ຮັກສາຂ້ອຍໃຫ້ຫາຍດີຈາກພະຍາດຂີ້ທູດຂອງຂ້ອຍ. ແມ່ນ້ຳອາບານາ ແລະ ແມ່ນ້ຳຟຣາປັກທີ່ຢູ່ດາມັສກັດ ກໍດີກວ່າແມ່ນ້ຳທັງໝົດຂອງອິດສະຣາເອນບໍ່ແມ່ນບໍ? ຂ້ອຍຄວນໄປອາບໃນແມ່ນ້ຳເຫລົ່ານັ້ນໃຫ້ຫາຍດີຈາກພະຍາດບໍ່ໄດ້ບໍ?” ດັ່ງນັ້ນ ນາອາມານກໍຫັນຫລັງ ແລະ ອອກໄປດ້ວຍຄວາມຄຽດ.
ແຕ່ຜູ້ຮັບໃຊ້ຂອງນາອາມານໄດ້ໄປຫາລາວ ແລະ ເວົ້າວ່າ, “ພໍ່ເອີຍ, ຖ້າຜູ້ທຳນວາຍບອກໃຫ້ທ່ານເຮັດສິ່ງທີ່ຍາກ ທ່ານກໍຈະບໍ່ເຮັດບໍ? ຫລາຍກວ່ານັ້ນເທົ່າໃດ ທ່ານກໍສົມຄວນຈະເຮັດຕາມເມື່ອເພິ່ນບອກທ່ານວ່າ, ‘ຈົ່ງຊຳລະ ແລະ ຈົ່ງຫາຍດີ!’ ” ດັ່ງນັ້ນ ນາອາມານຈຶ່ງໄດ້ລົງໄປ ແລ້ວຈຸ່ມໂຕລົງໃນແມ່ນ້ຳຈໍແດນເຈັດເທື່ອ ຕາມທີ່ຄົນຂອງພຣະເຈົ້າໄດ້ບອກເພິ່ນໄວ້ ແລ້ວເນື້ອໜັງຂອງເພິ່ນກໍດີເປັນປົກກະຕິ ແລະ ສະອາດຄືກັບເດັກນ້ອຍ.
ນາອາມານ ແລະ ຜູ້ຕິດຕາມຂອງລາວທັງໝົດຈຶ່ງກັບຄືນມາຫາຄົນຂອງພຣະເຈົ້າ. ລາວຢືນຢູ່ຕໍ່ໜ້າເອລີຊາ ແລະ ເວົ້າວ່າ, “ບັດນີ້ ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອື່ນໃດໃນໂລກນີ້ ນອກຈາກໃນອິດສະຣາເອນ. ດັ່ງນັ້ນ ຂໍກະລຸນາຮັບຂອງຂັວນຈາກຜູ້ຮັບໃຊ້ຂອງທ່ານດ້ວຍ”.
ແຕ່ຜູ້ທຳນວາຍໄດ້ຕອບວ່າ “ພຣະເຈົ້າຢາເວ ຜູ້ທີ່ຂ້າພະເຈົ້າຮັບໃຊ້ດຳລົງຢູ່ສັນໃດ, ຂ້າພະເຈົ້າກໍຈະບໍ່ຮັບແມ່ນແຕ່ສິ່ງດຽວຢ່າງແນ່ນອນສັນນັ້ນ”. ແລະ ເຖິງວ່ານາອາມານໄດ້ອ້ອນວອນເພິ່ນ, ເພິ່ນກໍໄດ້ປະຕິເສດ.
ນາອາມານໄດ້ເວົ້າວ່າ, “ໃນເມື່ອທ່ານບໍ່ຍອມຮັບຂອງຂັວນ, ກໍຂໍດິນເທົ່າທີ່ລໍສອງໂຕຈະບັນທຸກໄປໄດ້ໃຫ້ແກ່ຜູ້ຮັບໃຊ້ຂອງທ່ານເອົາກັບໄປເຮືອນ ເພາະຕັ້ງແຕ່ນີ້ໄປ ຜູ້ຮັບໃຊ້ຂອງທ່ານຈະບໍ່ຖວາຍເຄື່ອງເຜົາບູຊາ ຫລື ຂອງຖວາຍແກ່ພະເຈົ້າອື່ນອີກ ນອກຈາກພຣະເຈົ້າຢາເວ. ແຕ່ຂໍພຣະເຈົ້າຢາເວອະໄພໃຫ້ຜູ້ຮັບໃຊ້ຂອງທ່ານເລື່ອງໜຶ່ງຄື: ເມື່ອກະສັດຜູ້ເປັນເຈົ້ານາຍຂອງຂ້າພະເຈົ້າເຂົ້າໄປໃນວິຫານຂອງພະຣິມໂມນເພື່ອກາບໄຫວ້ ແລ້ວຂ້າພະເຈົ້າຈະຕ້ອງປະຄອງເພິ່ນ ແລະ ຂ້າພະເຈົ້າຕ້ອງໄດ້ກົ້ມລົງເໝືອນກັນ ຄືເມື່ອຂ້າພະເຈົ້າກົ້ມລົງຄຳນັບໃນວິຫານຂອງພະຣິມໂມນ, ຂໍພຣະເຈົ້າຢາເວໂຜດໃຫ້ອະໄພຜູ້ຮັບໃຊ້ຂອງທ່ານສຳລັບສິ່ງເຫລົ່ານີ້ດ້ວຍ”.
ເອລີຊາໄດ້ວ່າ, “ຈົ່ງໄປໂດຍສະຫວັດດີພາບ”.
ຫລັງຈາກທີ່ນາອາມານອອກເດີນທາງໄປໄດ້ໄລຍະໜຶ່ງ, ເກຮາຊິຄົນຮັບໃຊ້ຂອງເອລີຊາຄົນຂອງພຣະເຈົ້າຄິດໃນໃຈວ່າ, “ນາຍຂອງເຮົາໃຈດີເກີນໄປ ບໍ່ຄວນປ່ອຍໃຫ້ນາອາມານຄົນອາຣາມໄປໂດຍບໍ່ຮັບສິ່ງທີ່ລາວໄດ້ນຳມາໃຫ້. ພຣະເຈົ້າຢາເວດຳລົງຢູ່ສັນໃດ ເຮົາຈະແລ່ນຕາມລາວໄປ ແລະ ເອົາບາງຢ່າງຈາກລາວຢ່າງແນ່ນອນສັນນັ້ນ”.
ດັ່ງນັ້ນ ເກຮາຊິກໍຟ້າວຕາມນາອາມານໄປ. ເມື່ອນາອາມານເຫັນລາວແລ່ນມາຫາຕົນ ນາອາມານກໍລົງຈາກລົດມ້າມາຫາລາວ. ນາອາມານໄດ້ຖາມວ່າ, “ມີຫຍັງບໍ?”
ເກຮາຊິໄດ້ຕອບວ່າ, “ທຸກຢ່າງຮຽບຮ້ອຍດີ, ນາຍຂອງຂ້ານ້ອຍໄດ້ສົ່ງຂ້ານ້ອຍມາບອກທ່ານວ່າ, ‘ມີຊາຍໜຸ່ມຈາກບັນດາຜູ້ທຳນວາຍສອງຄົນມາຈາກພູເຂົາເອຟຣາອິມ ເຊິ່ງຫາກໍ່ມາຮອດຂ້າພະເຈົ້າ. ຂໍກະລຸນາມອບເງິນ 1 ຕາລັນຕົນ4 ແລະ ເຄື່ອງນຸ່ງ 2 ຊຸດໃຫ້ແກ່ພວກເຂົາດ້ວຍ’ ”.
ນາອາມານໄດ້ຕອບວ່າ, “ຖ້າເປັນຢ່າງນັ້ນ, ຈົ່ງເອົາໄປ 2 ຕາລັນຕົນເລີຍ”. ນາອາມານໄດ້ຂໍໃຫ້ເກຮາຊິຮັບເອົາເຄື່ອງຂອງເຫລົ່ານັ້ນ ແລະ ຈຶ່ງມັດເງິນ 2 ຕາລັນຕົນໃສ່ໃນສອງຖົງພ້ອມກັບເຄື່ອງນຸ່ງ 2 ຊຸດ. ນາອາມານໄດ້ມອບເຄື່ອງຂອງເຫລົ່ານັ້ນໃຫ້ຄົນຮັບໃຊ້ຂອງຕົນສອງຄົນ ແລະ ພວກເຂົາກໍແບກນຳໜ້າເກຮາຊິກັບໄປ. ເມື່ອເກຮາຊິມາຮອດໂນນພູ, ລາວກໍຮັບເອົາເຄື່ອງຂອງເຫລົ່ານັ້ນຈາກບັນດາຄົນຮັບໃຊ້ແລ້ວເອົາໄປເກັບໄວ້ຢູ່ໃນເຮືອນ. ລາວໄດ້ສົ່ງບັນດາຄົນຮັບໃຊ້ນັ້ນກັບໄປ ແລະ ພວກເຂົາກໍກັບໄປ. ແລ້ວເກຮາຊິກໍເຂົ້າມາ ແລະ ຢືນຕໍ່ໜ້າເອລີຊາຜູ້ເປັນນາຍຂອງຕົນ,
ເອລີຊາຖາມວ່າ, “ເກເຮຊິ, ເຈົ້າໄປໃສມາ?”
ລາວໄດ້ຕອບວ່າ, “ຜູ້ຮັບໃຊ້ຂອງທ່ານບໍ່ໄດ້ໄປໃສເລີຍ”.
ເອລີຊາໄດ້ເວົ້າວ່າ, “ເມື່ອຊາຍຄົນນັ້ນລົງຈາກລົດມ້າຂອງລາວມາຫາເຈົ້າ ຈິດໃຈຂອງຂ້ອຍຢູ່ກັບເຈົ້າບໍ່ແມ່ນບໍ? ນີ້ເປັນໂອກາດທີ່ຈະຮັບເງິນ ຫລື ຮັບເຄື່ອງນຸ່ງ ຫລື ສວນໝາກກອກ ແລະ ສວນອະງຸ່ນ, ຝູງແບ້, ຝູງແກະ, ຝູງງົວ ຫລື ຂ້າທາດຊາຍ ແລະ ຍິງບໍ? ພະຍາດຂີ້ທູດຂອງນາອາມານຈະຕິດໂຕເຈົ້າ ແລະ ລູກຫລານຂອງເຈົ້າຕະຫລອດໄປ”. ແລ້ວເກຮາຊິກໍໄປຈາກເອລີຊາ ແລະ ໜັງຂອງເກຮາຊິກໍເປັນພະຍາດຂີ້ທູດ ເນື້ອໜັງຂອງລາວເປັນດ່າງຂາວເໝືອນກັບຫິມະ.
Source notes (4)
- Footnote ຄຳພາສາເຮັບເຣີອາດໝາຍເຖິງ ພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນ ເຊັ່ນດຽວກັບຂໍ້ 3, 6, 7, 11 ແລະ 27.
- Footnote ຫລື ປະມານ 340 ກິໂລກຣາມ
- Footnote ຫລື 69 ກິໂລກຣາມ
- Footnote 34 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.