Biblica® Open Lao Contemporary Version
2 ກະສັດ 4
ນ້ຳມັນຂອງແມ່ໝ້າຍ
ມີເມຍຂອງຜູ້ທຳນວາຍຄົນໜຶ່ງໄດ້ມາຮ້ອງຂໍເອລີຊາວ່າ, “ຜູ້ຮັບໃຊ້ຂອງທ່ານຜູ້ເປັນຜົວຂອງຂ້ານ້ອຍແມ່ນເສຍຊີວິດແລ້ວ ແລະ ທ່ານກໍຮູ້ວ່າລາວຢຳເກງພຣະເຈົ້າຢາເວ. ແຕ່ບັດນີ້ ເຈົ້າໜີ້ຂອງລາວຈະມາຢຶດເອົາລູກຊາຍຂອງຂ້ານ້ອຍສອງຄົນໄປເປັນຂ້າທາດຂອງລາວ”.
ເອລີຊາໄດ້ຕອບນາງວ່າ, “ຂ້ອຍຈະຊ່ວຍຫຍັງເຈົ້າໄດ້ແດ່? ຈົ່ງບອກຂ້ອຍມາວ່າຢູ່ໃນເຮືອນຂອງເຈົ້າມີຫຍັງແດ່?”
ນາງໄດ້ເວົ້າວ່າ, “ຜູ້ຮັບໃຊ້ຂອງທ່ານບໍ່ມີຫຍັງເລີຍນອກຈາກນ້ຳມັນໝາກກອກໄຫນ້ອຍໆ”.
ເອລີຊາໄດ້ເວົ້າວ່າ, “ຈົ່ງໄປຂໍໄຫເປົ່າຈາກເພື່ອນບ້ານທຸກຄົນຂອງເຈົ້າ. ຈົ່ງຂໍມາໃຫ້ໄດ້ຫລາຍໜ່ວຍ. ແລ້ວຈົ່ງເຂົ້າໄປໃນເຮືອນກັບລູກຂອງເຈົ້າ ແລະ ອັດປະຕູ. ເທນ້ຳມັນລົງໃນໄຫທຸກໜ່ວຍ ແລະ ໜ່ວຍໃດເຕັມກໍຍົກໄປຕັ້ງໄວ້ຕ່າງຫາກ”.
ນາງກໍກັບໄປທີ່ເຮືອນ ແລະ ລູກຊາຍຂອງນາງກໍຕາມເຂົ້າໄປແລ້ວກໍອັດປະຕູໄວ້. ລູກຊາຍຂອງນາງກໍໄດ້ນຳໄຫມາໃຫ້ນາງ ແລະ ນາງກໍໄດ້ເທນ້ຳມັນໃສ່. ເມື່ອໄຫທຸກໜ່ວຍເຕັມແລ້ວ, ນາງກໍບອກລູກຊາຍຂອງຕົນວ່າ, “ຈົ່ງເອົາໄຫມາໃຫ້ແມ່ອີກໜ່ວຍໜຶ່ງ”.
ແຕ່ລູກຊາຍຕອບວ່າ, “ບໍ່ມີໄຫເຫລືອແລ້ວ”. ຫລັງຈາກນັ້ນ ນ້ຳມັນກໍຢຸດໄຫລ.
ນາງຈຶ່ງໄປແຈ້ງເອລີຊາຄົນຂອງພຣະເຈົ້າ ແລະ ເພິ່ນໄດ້ເວົ້າວ່າ, “ຈົ່ງໄປຂາຍນ້ຳມັນ ແລະ ເອົາເງິນໄປໃຊ້ໜີ້ຂອງເຈົ້າ. ສ່ວນນ້ຳມັນທີ່ເຫລືອນັ້ນແມ່ນໃຫ້ເຈົ້າກັບລູກຂອງເຈົ້າເກັບໄວ້ລ້ຽງຊີວິດ”.
ລູກຊາຍຂອງຍິງຊາວຊູເນມຟື້ນຄືນຊີວິດ
ມື້ໜຶ່ງເອລີຊາໄດ້ໄປທີ່ຊູເນມ ແລະ ໃນເມືອງນັ້ນມີຍິງຮັ່ງມີຄົນໜຶ່ງ ເຊິ່ງເຊີນເພິ່ນໄປກິນເຂົ້ານຳ. ດັ່ງນັ້ນ ທຸກຄັ້ງທີ່ເພິ່ນເດີນທາງຜ່ານໄປ ເພິ່ນກໍຈະແວ່ໄປກິນເຂົ້າຢູ່ທີ່ນັ້ນ. ຍິງນັ້ນໄດ້ກັບຜົວຂອງຕົນວ່າ, “ຂ້ອຍຮູ້ວ່າຊາຍຄົນນີ້ແວ່ມາຫາພວກເຮົາເລື້ອຍໆ ແມ່ນຄົນບໍລິສຸດຂອງພຣະເຈົ້າ. ໃຫ້ພວກເຮົາເຮັດຫ້ອງນ້ອຍຢູ່ເທິງຫລັງຄາພຽງ, ເອົາຕຽງ, ໂຕະ, ຕັ່ງ ແລະ ຕະກຽງເຂົ້າໄປຕັ້ງໄວ້ສຳລັບເພິ່ນ. ດັ່ງນັ້ນ ທຸກຄັ້ງທີ່ເພິ່ນຜ່ານມາຫາພວກເຮົາເພິ່ນກໍຈະໄດ້ແວ່ພັກເຊົາ”.
ມື້ໜຶ່ງ ເມື່ອເອລີຊາໄດ້ມາທີ່ນັ້ນ ແລະ ເພິ່ນໄດ້ຂຶ້ນໄປໃນຫ້ອງຂອງເພິ່ນ ແລະ ນອນລົງຢູ່ທີ່ນັ້ນ. ເພິ່ນໄດ້ເວົ້າກັບເກຮາຊິ ຄົນຮັບໃຊ້ຂອງເພິ່ນວ່າ, “ໄປເອີ້ນຍິງຊາວຊູເນມຄົນນັ້ນມາ”. ດັ່ງນັ້ນ ລາວຈຶ່ງໄປເອີ້ນນາງ ແລະ ນາງກໍມາຢືນຢູ່ຕໍ່ໜ້າເພິ່ນ. ເອລີຊາໄດ້ເວົ້າກັບລາວວ່າ, “ຈົ່ງບອກນາງວ່າ, ‘ເຈົ້າຕ້ອງລຳບາກເພື່ອຈັດສິ່ງຕ່າງໆໃຫ້ພວກເຮົາ. ຂ້ອຍຈະເຮັດຫຍັງໃຫ້ເຈົ້າໄດ້ແດ່? ຢາກໃຫ້ພວກເຮົາກ່າວເຖິງຄວາມດີຂອງເຈົ້າຕໍ່ກະສັດ ຫລື ຕໍ່ຜູ້ບັນຊາການກອງທັບດ້ວຍບໍ?’ ”
ນາງໄດ້ຕອບວ່າ, “ຂ້ານ້ອຍຢູ່ໃນທ່າມກາງພີ່ນ້ອງ ຂ້ານ້ອຍບໍ່ຂາດສິ່ງໃດເລີຍ”.
ເອລີຊາໄດ້ຖາມວ່າ, “ເຮົາຈະເຮັດຫຍັງໃຫ້ນາງໄດ້ແດ່?”
ເກຮາຊິຕອບວ່າ, “ນາງບໍ່ມີລູກ ແລະ ຜົວຂອງນາງກໍເຖົ້າແກ່ແລ້ວ”.
ເອລີຊາຈຶ່ງເວົ້າວ່າ, “ຈົ່ງເອີ້ນນາງມາ”. ດັ່ງນັ້ນ ລາວຈຶ່ງໄດ້ເອີ້ນນາງ ແລະ ນາງກໍຢືນຢູ່ທີ່ປະຕູ. ເອລີຊາໄດ້ເວົ້າວ່າ “ປີໜ້າໃນເວລາປະມານດຽວກັນນີ້, ເຈົ້າຈະໄດ້ອຸ້ມລູກຊາຍຄົນໜຶ່ງໄວ້ໃນອ້ອມແຂນຂອງເຈົ້າ”.
ນາງຮ້ອງຂຶ້ນວ່າ, “ຢ່າເລີຍນາຍເອີຍ! ໂອ ຄົນຂອງພຣະເຈົ້າ ຂໍຢ່າຕົວະຜູ້ຮັບໃຊ້ຂອງທ່ານເລີຍ!”
ແຕ່ຍິງນັ້ນກໍຖືພາ ແລະ ປີຕໍ່ມາໃນຊ່ວງເວລາດຽວກັນນັ້ນ ນາງກໍເກີດລູກຊາຍຄົນໜຶ່ງຕາມທີ່ເອລີຊາໄດ້ບອກໄວ້.
ເມື່ອເດັກນັ້ນໃຫຍ່ຂຶ້ນ ແລະ ມື້ໜຶ່ງລາວໄດ້ອອກໄປຫາພໍ່ຂອງຕົນທີ່ເຮັດວຽກຢູ່ກັບຄົນງານເກັບກ່ຽວຢູ່. ລາວເວົ້າກັບພໍ່ຂອງຕົນວ່າ, “ຫົວຂອງລູກ! ຫົວຂອງລູກ!”
ພໍ່ຂອງລາວຈຶ່ງບອກຄົນຮັບໃຊ້ວ່າ, “ຈົ່ງອຸ້ມລາວໄປຫາແມ່ຂອງລາວ”. ຫລັງຈາກຄົນຮັບໃຊ້ກໍໄດ້ຍົກລາວຂຶ້ນ ແລະ ອຸ້ມລາວໄປຫາແມ່ຂອງລາວ ເດັກນ້ອຍນັ້ນກໍນອນນັ່ງຢູ່ເທິງຕັກຂອງນາງຈົນຮອດທ່ຽງ ແລ້ວລາວກໍຕາຍ. ນາງອຸ້ມລາວຂຶ້ນໄປນອນຢູ່ເທິງຕຽງຂອງຄົນຂອງພຣະເຈົ້າ ຫລັງຈາກນັ້ນກໍປິດປະຕູໄວ້ ແລະ ອອກມາ.
ນາງໄດ້ເອີ້ນຜົວຂອງຕົນ ແລະ ເວົ້າວ່າ, “ຂໍໃຫ້ສົ່ງຄົນຮັບໃຊ້ຄົນໜຶ່ງ ແລະ ລໍມາໃຫ້ຂ້ອຍ ເພື່ອວ່າຂ້ອຍຈະໄດ້ຟ້າວໄປຫາຄົນຂອງພຣະເຈົ້າ ແລ້ວຈະຟ້າວກັບຄືນມາ”.
ຜູ້ເປັນຜົວໄດ້ຖາມວ່າ, “ເປັນຫຍັງຕ້ອງໄປມື້ນີ້, ບໍ່ແມ່ນມື້ຂຶ້ນໜຶ່ງຄ່ຳ ຫລື ວັນຊະບາໂຕເລີຍ”.
ນາງຕອບວ່າ, “ບໍ່ເປັນຫຍັງ”.
ນາງຂຶ້ນລໍ ແລະ ບອກຄົນຮັບໃຊ້ວ່າ, “ຈົ່ງນຳທາງໄປໄວໆ ບໍ່ຕ້ອງເປັນຫ່ວງຂ້ອຍ, ຢ່າໄດ້ຜ່ອນຄວາມໄວລົງ ນອກຈາກວ່າຂ້ອຍຈະບອກເຈົ້າ”. ນາງຈຶ່ງອອກເດີນທາງມາຫາຄົນຂອງພຣະເຈົ້າຢູ່ທີ່ພູເຂົາກາເມນ.
ເມື່ອຄົນຂອງພຣະເຈົ້າເຫັນນາງແຕ່ໄກ ຄົນຂອງພຣະເຈົ້າກໍເວົ້າກັບເກຮາຊິຄົນຮັບໃຊ້ຂອງເພິ່ນວ່າ, “ເບິ່ງແມ! ຍິງຊາວຊູເນມຄົນນັ້ນກຳລັງມາ! ຈົ່ງແລ່ນອອກໄປຮັບນາງ ແລະ ຖາມນາງວ່າ ‘ທ່ານສະບາຍດີບໍ? ຜົວຂອງທ່ານສະບາຍດີບໍ? ລູກຂອງທ່ານສະບາຍດີບໍ?’ ”
ນາງໄດ້ເວົ້າວ່າ, “ທຸກຢ່າງແມ່ນຮຽບຮ້ອຍດີ”.
ເມື່ອນາງມາຮອດຄົນຂອງພຣະເຈົ້າຢູ່ທີ່ພູເຂົາແລ້ວ, ນາງກໍໄດ້ຈັບຕີນຂອງເພິ່ນໄວ້ແໜ້ນ. ເກຮາຊິໄດ້ເຂົ້າໄປຍູ້ນາງອອກໄປ, ແຕ່ຄົນຂອງພຣະເຈົ້າໄດ້ເວົ້າວ່າ, “ຈົ່ງປ່ອຍນາງ! ນາງທຸກໃຈຫລາຍ ແລະ ພຣະເຈົ້າຢາເວໄດ້ປິດບັງເລື່ອງນີ້ໄວ້ຈາກຂ້ອຍ ແລະ ບໍ່ໄດ້ບອກຂ້ອຍວ່າເປັນເພາະເຫດໃດ”.
ນາງເວົ້າວ່າ, “ນາຍເອີຍ, ຂ້ານ້ອຍຂໍລູກຊາຍຈາກທ່ານບໍ? ຂ້ານ້ອຍບອກທ່ານແລ້ວບໍ່ແມ່ນບໍວ່າ, ‘ຢ່າໃຫ້ຄວາມຫວັງແກ່ຂ້ານ້ອຍເລີຍ’?”
ເອລີຊາໄດ້ກັບເກຮາຊິວ່າ, “ຈົ່ງຮັດແອວທັບເສື້ອຄຸມຂອງເຈົ້າໃຫ້ແໜ້ນ, ຖືໄມ້ຄ້ອນເທົ້າຂອງຂ້ອຍໄວ້ໃນມືຂອງເຈົ້າ ແລະ ຈົ່ງແລ່ນໄປ. ຖ້າເຈົ້າພົບຜູ້ໃດກໍບໍ່ຕ້ອງທັກທາຍ ແລະ ຖ້າມີຜູ້ໃດຮ້ອງທັກທາຍເຈົ້າກໍບໍ່ຕ້ອງຕອບ, ຈົ່ງເອົາໄມ້ຄ້ອນເທົ້າຂອງເຮົາໄປວາງຢູ່ເທິງໜ້າຂອງເດັກນ້ອຍນັ້ນ”.
ແຕ່ແມ່ຂອງເດັກນ້ອຍໄດ້ເວົ້າວ່າ, “ພຣະເຈົ້າຢາເວດຳລົງຢູ່ ແລະ ທ່ານມີຊີວິດຢູ່ສັນໃດ, ຂ້ານ້ອຍກໍຈະບໍ່ໄປຈາກທ່ານຢ່າງແນ່ນອນສັນນັ້ນ”. ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ແລະ ຕາມນາງໄປ.
ເກຮາຊິໄດ້ລ່ວງໜ້າໄປກ່ອນ ແລະ ເອົາໄມ້ຄ້ອນເທົ້າວາງຢູ່ເທິງໜ້າຂອງເດັກນ້ອຍ, ແຕ່ບໍ່ມີສຽງ ຫລື ການຕອບສະໜອງໃດໆ. ດັ່ງນັ້ນ ເກຮາຊິຈຶ່ງກັບມາບອກເອລີຊາວ່າ, “ເດັກນ້ອຍນັ້ນຍັງບໍ່ຟື້ນ”.
ເມື່ອເອລີຊາມາຮອດເຮືອນນັ້ນ, ເດັກນ້ອຍນັ້ນກໍນອນຕາຍຢູ່ເທິງຕັ່ງນວມຂອງເອລີຊາ. ເພິ່ນກໍໄດ້ເຂົ້າໄປ, ປິດປະຕູຢູ່ກັບເດັກນ້ອຍນັ້ນສອງຄົນ ແລະ ໄດ້ອະທິຖານຕໍ່ພຣະເຈົ້າຢາເວ. ຫລັງຈາກນັ້ນ ເພິ່ນກໍໄດ້ຂຶ້ນໄປເທິງຕຽງ ແລະ ນອນທັບຮ່າງກາຍຂອງເດັກນ້ອຍນັ້ນ, ເອົາປາກຈຸເທິງປາກ, ຕາຈຸເທິງຕາ, ມືຈຸເທິງມື. ຂະນະທີ່ເພິ່ນໄດ້ຢຽດກາຍຂອງເພິ່ນລົງເທິງເດັກນ້ອຍນັ້ນ, ຮ່າງກາຍຂອງເດັກນ້ອຍກໍເລີ່ມອຸ່ນຂຶ້ນມາ. ເອລີຊາໄດ້ຫັນຫລັງ ແລະ ຍ່າງໄປຍ່າງມາຢູ່ໃນຫ້ອງ ແລ້ວກໍຂຶ້ນໄປເທິງຕຽງ ແລະ ຢຽດກາຍຂອງຕົນລົງເທິງເດັກນ້ອຍອີກເທື່ອໜຶ່ງ. ເດັກນ້ອຍນັ້ນກໍຈາມເຈັດຄັ້ງ ແລ້ວກໍມືນຕາຂອງຕົນຂຶ້ນ.
ເອລີຊາຈຶ່ງເອີ້ນເກຮາຊິມາ ແລ້ວເວົ້າວ່າ, “ຈົ່ງໄປເອີ້ນຍິງຊາວຊູເນມມາ”. ແລ້ວລາວກໍໄປເອີ້ນນາງ. ເມື່ອນາງມາແລ້ວ ເອລີຊາກໍໄດ້ເວົ້າວ່າ, “ຈົ່ງຮັບລູກຂອງເຈົ້າໄປ”. ນາງເຂົ້າມາ ແລະ ໝອບລົງທີ່ຕີນຂອງເພິ່ນ ແລະ ກາບລົງທີ່ພື້ນ. ຫລັງຈາກນັ້ນ ນາງກໍໄດ້ອຸ້ມລູກຂອງຕົນ ແລະ ຍ່າງອອກໄປ.
ຄວາມຕາຍທີ່ຢູ່ໃນໝໍ້
ເອລີຊາໄດ້ກັບໄປທີ່ກິນການ ແລະ ເກີດການອຶດຢາກອາຫານຢູ່ໃນແຖບນັ້ນ. ມື້ໜຶ່ງຂະນະທີ່ເພິ່ນນັ່ງຢູ່ຕໍ່ໜ້າກຸ່ມຜູ້ທຳນວາຍທັງຫລາຍ, ເພິ່ນໄດ້ເວົ້າກັບຄົນຮັບໃຊ້ຂອງເພິ່ນວ່າ, “ຈົ່ງເຮັດແກງໝໍ້ໃຫຍ່ລ້ຽງບັນດາຜູ້ທຳນວາຍເຫລົ່ານີ້”.
ຄົນໜຶ່ງໃນພວກເຂົາໄດ້ອອກໄປເກັບຜັກຢູ່ໃນທົ່ງນາ ແລະ ໄດ້ພົບເຄືອປ່າເຄືອໜຶ່ງແລ້ວກໍໄດ້ເດັດເອົາໝາກນ້ຳເຕົ້າປ່າຈຳນວນຫລວງຫລາຍເທົ່າທີ່ເສື້ອຜ້າຂອງລາວຈະສາມາດຫໍ່ເອົາມາໄດ້. ເມື່ອລາວກັບມາ ລາວກໍໄດ້ຕັດໜາກນ້ຳເຕົ້າເຫລົ່ານັ້ນໃສ່ໃນໝໍ້ແກງໂດຍບໍ່ມີຜູ້ໃດຮູ້ວ່າມັນແມ່ນຫຍັງ. ແກງນັ້ນໄດ້ຖືກຖອກອອກໃຫ້ຄົນກິນ, ແຕ່ພໍພວກເຂົາເລີ່ມກິນແກງນັ້ນ, ພວກເຂົາກໍຮ້ອງອອກວ່າ, “ຄົນຂອງພຣະເຈົ້າ, ມີຄວາມຕາຍຢູ່ໃນໝໍ້ນີ້!” ແລະ ພວກເຂົາກໍບໍ່ສາມາດກິນແກງນັ້ນໄດ.
ເອລີຊາໄດ້ເວົ້າວ່າ, “ຈົ່ງເອົາແປ້ງມາ”. ເພິ່ນໄດ້ເອົາແປ້ງນັ້ນໃສ່ໃນໝໍ້ ແລ້ວເວົ້າວ່າ, “ຈົ່ງຕັກແກງນີ້ໃຫ້ຄົນກິນໄດ້ແລ້ວ”. ແລ້ວກໍບໍ່ມີຫຍັງທີ່ເປັນອັນຕະລາຍໃນໝໍ້ນັ້ນ.
ການລ້ຽງອາຫານຮ້ອຍຄົນ
ຊາຍຄົນໜຶ່ງຈາກບາອານຊາລີຊາ, ເຊິ່ງນຳເຂົ້າຈີ່ເຂົ້າບາເລຊາວກ້ອນ ເຊິ່ງເຮັດຈາກເມັດເຂົ້າຜົນທຳອິດຂອງການເກັບກ່ຽວ, ພ້ອມດ້ວຍຮວງເຂົ້າໃໝ່ມາມອບໃຫ້ຄົນຂອງພຣະເຈົ້າ. ເອລີຊາຈຶ່ງໄດ້ເວົ້າວ່າ, “ຈົ່ງນຳໄປໃຫ້ຄົນທັງຫລາຍກິນ”.
ຄົນຮັບໃຊ້ຂອງເພິ່ນໄດ້ຖາມວ່າ, “ຂ້ານ້ອຍຈະຈັດແຈງສິ່ງເຫລົ່ານີ້ໃຫ້ຄົນຕັ້ງເປັນຮ້ອຍຄົນໄດ້ຢ່າງໃດ?”
ແຕ່ເອລີຊາໄດ້ຕອບວ່າ, “ຈົ່ງເອົາໄປໃຫ້ຄົນທັງຫລາຍກິນ. ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ພວກເຂົາຈະໄດ້ກິນ ແລະ ຍັງມີເຫລືອອີກ’ ”. ດັ່ງນັ້ນ ລາວຈຶ່ງໄດ້ຈັດແຈງສິ່ງເຫລົ່ານັ້ນໃຫ້ພວກເຂົາ ແລະ ພວກເຂົາກໍໄດ້ກິນ ແລະ ຍັງມີເຫລືອອີກ, ຕາມຖ້ອຍຄຳຂອງພຣະເຈົ້າຢາເວ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.