Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 3

ໂມອາບ​ແຂງ​ຂໍ້

ໂຢຣາມ1 ລູກຊາຍ​ຂອງ​ອາຮາບ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ໃນ​ຊາມາເຣຍ ກົງກັບ​ປີ​ທີ​ສິບ​ແປດ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່ 12 ປີ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ, ແຕ່​ບໍ່​ເທົ່າ​ກັບ​ທີ່​ພໍ່ ແລະ ແມ່​ຂອງ​ເພິ່ນ​ໄດ້​ເຮັດ​ໄວ້. ເພິ່ນ​ໄດ້​ກວາດລ້າງ​ຫີນ​ສັກສິດ​ຂອງ​ພະບາອານ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ສ້າງ​ໄວ້. ແຕ່​ໂຢຣາມ​ຍັງ​ຄົງ​ຢຶດໝັ້ນ​ໃນ​ບາບ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ເຊິ່ງ​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ; ໂຢຣາມ​ກໍ​ບໍ່​ໄດ້​ຢຸດ​ເຮັດ​ບາບ​ທັງຫລາຍ​ນັ້ນ.

ຝ່າຍ​ກະສັດ​ເມຊາ​ແຫ່ງ​ໂມອາບ​ໄດ້​ລ້ຽງ​ແກະ ແລະ ເພິ່ນ​ຕ້ອງ​ນຳ​ລູກແກະ​ໜຶ່ງ​ແສນ​ໂຕ ແລະ ຂົນແກະ​ໂຕ​ຜູ້​ໜຶ່ງ​ແສນ​ໂຕ​ມາ​ເປັນ​ເຄື່ອງຖວາຍ​ແກ່​ກະສັດ​ອິດສະຣາເອນ. ແຕ່​ຫລັງ​ຈາກ​ອາຮາບ​ຕາຍ​ແລ້ວ ກະສັດ​ໂມອາບ​ກໍ​ກະບົດ​ຕໍ່​ກະສັດ​ອິດສະຣາເອນ. ໃນ​ເວລາ​ນັ້ນ​ກະສັດ​ໂຢຣາມ​ຈຶ່ງ​ອອກ​ຈາກ​ຊາມາເຣຍ ແລະ ລະດົມ​ທະຫານ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ໄປ​ຫາ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ ເຊິ່ງ​ມີ​ເນື້ອໃນ​ວ່າ: “ກະສັດ​ໂມອາບ​ໄດ້​ກະບົດ​ຕໍ່​ຂ້າພະເຈົ້າ ທ່ານ​ຈະ​ຊ່ວຍ​ຂ້າພະເຈົ້າ​ສູ້ຮົບ​ກັບ​ໂມອາບ​ໄດ້​ບໍ?”

ເຢໂຮຊາຟັດ​ໄດ້​ຕອບ​ວ່າ, “ຂ້າພະເຈົ້າ​ຈະ​ໄປ​ກັບ​ທ່ານ ພວກເຮົາ​ເປັນ​ພວກ​ດຽວ​ກັນ, ຄົນ​ຂອງ​ຂ້າພະເຈົ້າ​ກໍ​ເໝືອນ​ເປັນ​ຄົນ​ຂອງ​ທ່ານ, ມ້າ​ຂອງ​ຂ້າພະເຈົ້າ​ກໍ​ເໝືອນ​ເປັນ​ມ້າ​ຂອງ​ທ່ານ”.

ກະສັດ​ເຢໂຮຊາຟັດ​ໄດ້​ຖາມ​ວ່າ, “ວ່າ​ແຕ່​ພວກເຮົາ​ຈະ​ໂຈມຕີ​ຈາກ​ທາງໃດ?”

ໂຢຣາມ​ໄດ້​ຕອບ​ວ່າ, “ຈາກ​ຖິ່ນແຫ້ງແລ້ງກັນດານ​ເອໂດມ”.

ດັ່ງນັ້ນ ກະສັດ​ອິດສະຣາເອນ​ຈຶ່ງ​ໄດ້​ຍົກ​ທັບ​ອອກ​ໄປ​ຮ່ວມ​ສູ້ຮົບ​ກັບ​ກະສັດ​ຢູດາຍ ແລະ ກະສັດ​ເອໂດມ. ຫລັງ​ຈາກ​ທີ່​ເດີນ​ຂະບວນ​ອ້ອມ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ເປັນ​ເວລາ​ເຈັດ​ວັນ, ພວກ​ທະຫານ​ກໍ​ບໍ່​ມີ​ນ້ຳ​ເຫລືອ​ສຳລັບ​ຕົນ​ເອງ ແລະ ສັດ​ທີ່​ໄປ​ກັບ​ພວກເຂົາ​ເລີຍ.

ກະສັດ​ອິດສະຣາເອນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ເກີດ​ຫຍັງ​ຂຶ້ນ! ພຣະເຈົ້າ​ຢາເວ​ໄດ້​ນຳ​ພວກເຮົາ​ທັງ​ສາມ​ກະສັດ​ມາ​ພ້ອມ​ກັນ​ຢູ່​ບ່ອນ​ນີ້​ກໍ​ເພື່ອ​ມອບ​ພວກເຮົາ​ໄວ້​ໃນ​ມື​ຂອງ​ໂມອາບ​ບໍ?”

ແຕ່​ເຢໂຮຊາຟັດ​ໄດ້​ຖາມ​ວ່າ “ບ່ອນ​ນີ້​ບໍ່​ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ເລີຍ​ບໍ, ພວກເຮົາ​ຈະ​ໄດ້​ຂໍ​ໃຫ້​ຊ່ວຍ​ຖາມ​ພຣະເຈົ້າ​ຢາເວ?”

ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ​ອິດສະຣາເອນ​ໄດ້​ຕອບ​ວ່າ, “ເອລີຊາ​ລູກຊາຍ​ຂອງ​ຊາຟັດ​ຢູ່​ທີ່​ນີ້. ລາວ​ເຄີຍ​ເປັນ​ຜູ້​ຊ່ວຍ​ຂອງ​ເອລີຢາ2”.

ເຢໂຮຊາຟັດ​ໄດ້​ເວົ້າ​ວ່າ, “ເຮົາ​ຈະ​ຮູ້​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ຈາກ​ລາວ​ຜູ້​ນີ້”. ດັ່ງນັ້ນ ກະສັດ​ອິດສະຣາເອນ, ກະສັດ​ເຢໂຮຊາຟັດ ແລະ ກະສັດ​ເອໂດມ​ຈຶ່ງ​ໄປ​ພົບ​ເອລີຊາ.

ເອລີຊາ​ໄດ້​ເວົ້າ​ກັບ​ກະສັດ​ອິດສະຣາເອນ​ວ່າ, “ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ຢາກ​ໃຫ້​ຂ້ານ້ອຍ​ກ່ຽວ​ຂ້ອງ​ນຳ? ຈົ່ງ​ໄປ​ຫາ​ຜູ້ທຳນວາຍ​ຂອງ​ພໍ່ ແລະ ແມ່​ຂອງ​ທ່ານ”.

ແຕ່​ກະສັດ​ອິດສະຣາເອນ​ໄດ້​ຕອບ​ວ່າ, “ບໍ່​ໄດ້, ເພາະ​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ພວກເຮົາ​ທັງ​ສາມ​ກະສັດ​ມາ​ຮວມ​ກັນ​ເພື່ອ​ມອບ​ພວກເຮົາ​ໄວ້​ໃນ​ມື​ຂອງ​ໂມອາບ”.

ເອລີຊາ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ຜູ້​ທີ່​ຂ້ານ້ອຍ​ຮັບໃຊ້​ນັ້ນ ດຳລົງ​ຢູ່​ສັນໃດ, ຖ້າ​ບໍ່​ຂ້ານ້ອຍ​ບໍ່​ເຄົາລົບ​ຕໍ່​ການ​ປະກົດຕົວ​ຂອງ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ, ຂ້ານ້ອຍ​ກໍ​ຈະ​ບໍ່​ເບິ່ງ​ໜ້າ​ທ່ານ​ສັນນັ້ນ ຂ້ານ້ອຍ​ກໍ​ຈະ​ບໍ່​ສົນໃຈ​ທ່ານ​ເລີຍ. ແຕ່​ບັດນີ້ ຂໍ​ໃຫ້​ໄປ​ນຳ​ນັກ​ຫລິ້ນ​ພິນ​ມາ​ຄົນ​ໜຶ່ງ​ມາ​ໃຫ້​ຂ້ານ້ອຍ​ດ້ວຍ”.

ໃນ​ຂະນະ​ທີ່​ນັກ​ຫລິ້ນ​ພິນ​ກຳລັງ​ບັນເລງ​ຢູ່​ນັ້ນ, ມື​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເໜືອ​ເອລີຊາ. ແລະ ເພິ່ນ​ໄດ້​ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ເຮັດ​ໃຫ້​ຮ່ອມພູ​ແຫ່ງ​ນີ້​ເຕັມ​ໄປ​ດ້ວຍ​ສະ​ນ້ຳ. ເພາະ​ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ທ່ານ​ຈະ​ບໍ່​ເຫັນ​ລົມ​ບໍ່​ເຫັນ​ຝົນ, ແຕ່​ຮ່ອມພູ​ແຫ່ງ​ນີ້​ຈະ​ເຕັມ​ໄປ​ດ້ວຍ​ນ້ຳ ເພື່ອ​ໃຫ້​ທ່ານ​ກັບ​ຝູງ​ງົວ​ຂອງ​ທ່ານ ແລະ ສັດ​ອື່ນໆ​ຂອງ​ທ່ານ​ມີ​ນ້ຳ​ດື່ມ. ການ​ນີ້​ເປັນ​ເລື່ອງ​ງ່າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ; ພຣະອົງ​ຈະ​ມອບ​ໂມອາບ​ໄວ້​ໃນ​ມື​ຂອງ​ທ່ານ​ເໝືອນ​ກັນ. ທ່ານ​ຈະ​ໂຄ່ນລົ້ມ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ທຸກ​ແຫ່ງ ແລະ ເມືອງ​ໃຫຍ່​ທຸກ​ແຫ່ງ. ທ່ານ​ຈະ​ຕັດ​ຕົ້ນໄມ້​ທີ່​ງາມ​ທຸກ​ຕົ້ນ​ລົງ, ຢຸດ​ນ້ຳພຸ​ທັງໝົດ ແລະ ທຳລາຍ​ທົ່ງນາ​ທີ່​ດີ​ທັງໝົດ​ດ້ວຍ​ຫີນ”.

ມື້​ຕໍ່ມາ, ປະມານ​ຊ່ວງ​ເວລາ​ຖວາຍ​ເຄື່ອງບູຊາ​ຕອນ​ເຊົ້າ, ມີ​ນ້ຳ​ໄຫລ​ມາ​ຈາກ​ທາງ​ເອໂດມ! ແລະ ແຜ່ນດິນ​ກໍ​ເຕັມ​ໄປ​ດ້ວຍ​ນ້ຳ.

ຝ່າຍ​ຊາວ​ໂມອາບ​ໄດ້​ຍິນ​ວ່າ​ບັນດາ​ກະສັດ​ໄດ້​ມາ​ສູ້ຮົບ​ກັບ​ຕົນ; ດັ່ງນັ້ນ ຜູ້​ຊາຍ​ທຸກຄົນ, ຄົນ​ໜຸ່ມ ແລະ ຜູ້ເຖົ້າ ຜູ້​ທີ່​ພໍ​ຈະ​ສາມາດ​ຖື​ອາວຸດ​ໄດ້ ຈຶ່ງ​ຖືກ​ເອີ້ນ​ໃຫ້​ໄປ​ປະຈຳ​ການ​ຢູ່​ທີ່​ຊາຍແດນ. ເມື່ອ​ຊາວ​ໂມອາບ​ໄດ້​ຕື່ນ​ນອນ​ມາ​ຕັ້ງແຕ່​ເຊົ້າ, ຕາເວັນ​ກໍ​ກຳລັງ​ສ່ອງ​ລົງ​ມາ​ເທິງ​ໜ້າ​ນ້ຳ. ສຳລັບ​ຊາວ​ໂມອາບ​ທີ່​ຢູ່​ຝັ່ງ​ກົງກັນຂ້າມ​ກໍ​ເບິ່ງ​ເຫັນ​ນ້ຳ​ມີ​ສີແດງ​ເໝືອນ​ກັບ​ເລືອດ. ພວກເຂົາ​ກໍ​ຮ້ອງ​ວ່າ, “ນັ້ນ​ແມ່ນ​ເລືອດ! ບັນດາ​ກະສັດ​ເຫລົ່ານັ້ນ​ຕ້ອງ​ແມ່ນ​ຕໍ່ສູ້ ແລະ ຂ້າ​ກັນ​ເອງ. ບັດນີ້ ກໍ​ໄດ້​ເວລາ​ໄປ​ປຸ້ນ​ແລ້ວ, ໂມອາບ!”

ແຕ່​ເມື່ອ​ຊາວ​ໂມອາບ​ມາ​ຮອດ​ຄ້າຍ​ພັກ​ຂອງ​ອິດສະຣາເອນ, ກອງທັບ​ອິດສະຣາເອນ​ກໍ​ບຸກ​ເຂົ້າ​ໄປ ແລະ ສູ້ຮົບ​ກັບ​ພວກເຂົາ​ຈົນ​ພວກເຂົາ​ແຕກ​ໜີ. ແລ້ວ​ອິດສະຣາເອນ​ກໍ​ບຸກ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ ແລະ ຂ້າ​ຊາວ​ໂມອາບ. ອິດສະຣາເອນ​ໄດ້​ທຳລາຍ​ເມືອງ​ຕ່າງໆ ແລະ ແຕ່​ລະ​ຄົນ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ທົ່ງນາ​ທີ່​ອຸດົມ​ສົມບູນ​ຈົນ​ທົ່ງນາ​ນັ້ນ​ເຕັມ​ໄປ​ດ້ວຍ​ກ້ອນຫີນ. ພວກເຂົາ​ໄດ້​ຢຸດ​ບໍ່​ນ້ຳພຸ​ທັງໝົດ ແລະ ໄດ້​ຕັດ​ຕົ້ນໄມ້​ດີໆ​ທັງໝົດ​ລົງ. ເຫລືອ​ແຕ່​ເມືອງ​ກິຣະເຮເຮັດ​ເທົ່ານັ້ນ​ທີ່​ຍັງ​ບໍ່​ຖືກ​ທຳລາຍ3 ແຕ່​ກິຣະເຮເຮັດ​ກໍ​ຖືກ​ປິດລ້ອມ ແລະ ຖືກ​ໂຈມຕີ​ດ້ວຍ​ມື​ຂອງ​ທະຫານ​ທີ່​ໃຊ້​ກະຖຸນ.

ເມື່ອ​ກະສັດ​ໂມອາບ​ໄດ້​ເຫັນ​ວ່າ​ພ່າຍແພ້​ສົງຄາມ, ເພິ່ນ​ຈຶ່ງ​ໄດ້​ນຳ​ທະຫານ​ດາບ​ຈຳນວນ​ເຈັດ​ຮ້ອຍ​ຄົນ ບຸກ​ຝ່າ​ອອກ​ໄປ​ຫາ​ກະສັດ​ເອໂດມ ແຕ່​ພວກເຂົາ​ກໍ​ເຮັດ​ບໍ່​ສຳເລັດ. ເພິ່ນ​ຈຶ່ງ​ນຳ​ລູກຊາຍ​ກົກ​ຂອງ​ຕົນ ເຊິ່ງ​ຈະ​ໄດ້​ເປັນ​ກະສັດ​ຄົນ​ຕໍ່ໄປ​ນັ້ນ​ມາ​ຂ້າ ແລະ ໄດ້​ຖວາຍ​ລູກຊາຍ​ນັ້ນ​ເປັນ​ເຄື່ອງບູຊາ​ຢູ່​ເທິງ​ກຳແພງ​ເມືອງ. ພວກເຂົາ​ແຄ້ນ​ອິດສະຣາເອນ​ຫລາຍ; ພວກເຂົາ​ໄດ້​ຖອນ​ທັບ ແລະ ໄດ້​ກັບ​ຄືນ​ໄປ​ທີ່​ດິນແດນ​ຂອງ​ຕົນ.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ເຢໂຮຣາມ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ໂຢຣາມ ເຊັ່ນ​ດຽວ​ກັບ​ຂໍ້ 6
  2. Footnote ຫລື ເຄີຍ​ເປັນ​ຜູ້​ເທ​ນ້ຳ​ໃສ່​ມື​ເອລີຢາ
  3. Footnote ຫລື ຈົນ​ເຫລືອ​ແຕ່​ກິຣະເຮເຮັດ​ທີ່​ກ້ອນຫີນ​ຍັງ​ຢູ່​ໃນ​ບ່ອນ​ເກົ່າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.