Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 2

ພຣະເຈົ້າ​ໄດ້​ຮັບ​ເອລີຢາ​ຂຶ້ນ​ສູ່​ສະຫວັນ

ເມື່ອ​ໃກ້​ເວລາ​ທີ່​ພຣະເຈົ້າ​ຢາເວ​ຈະ​ຮັບ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ພະຍຸ​ໝຸນ, ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ກິນການ. ເອລີຢາ​ໄດ້​ເວົ້າ​ກັບ​ເອລີຊາ​ວ່າ, “ຈົ່ງ​ພັກ​ຢູ່​ບ່ອນ​ນີ້; ພຣະເຈົ້າ​ຢາເວ​ໄດ້​ໃຊ້​ຂ້ອຍ​ໄປ​ທີ່​ເບັດເອນ”.

ແຕ່​ເອລີຊາ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຢາເວ​ດຳລົງ​ຢູ່ ແລະ ທ່ານ​ມີ​ຊີວິດ​ຢູ່​ສັນໃດ ຂ້ານ້ອຍ​ກໍ​ຈະ​ບໍ່​ໄປ​ຈາກ​ທ່ານ​ຢ່າງ​ແນ່ນອນ​ສັນນັ້ນ”. ດັ່ງນັ້ນ ທັງ​ສອງ​ຈຶ່ງ​ເດີນທາງ​ໄປ​ທີ່​ເບັດເອນ​ດ້ວຍ​ກັນ.

ບັນດາ​ຜູ້ທຳນວາຍ​ທີ່​ເບັດເອນ​ໄດ້​ອອກ​ມາ​ພົບ​ເອລີຊາ ແລະ ຖາມ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ພຣະເຈົ້າ​ຢາເວ​ກຳລັງ​ຈະ​ຮັບ​ນາຍ​ຂອງ​ເຈົ້າ​ໄປ​ໃນ​ວັນ​ນີ້?”

ເອລີຊາ​ໄດ້​ຕອບ​ວ່າ, “ແມ່ນ, ຂ້ອຍ​ຮູ້​ແລ້ວ, ຢ່າ​ເວົ້າ​ເລື່ອງ​ນີ້​ເລີຍ”.

ແລ້ວ​ເອລີຢາ​ກໍ​ໄດ້​ເວົ້າ​ກັບ​ເອລີຊາ​ວ່າ, “ເອລີຊາ, ຈົ່ງ​ພັກ​ຢູ່​ບ່ອນນີ້; ພຣະເຈົ້າ​ຢາເວ​ໄດ້​ໃຊ້​ຂ້ອຍ​ໄປ​ທີ່​ເມືອງ​ເຢຣິໂກ”.

ເອລີຊາ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຢາເວ​ດຳລົງ​ຢູ່ ແລະ ທ່ານ​ມີ​ຊີວິດ​ຢູ່​ສັນໃດ ຂ້ານ້ອຍ​ກໍ​ຈະ​ບໍ່​ໄປ​ຈາກ​ທ່ານ​ຢ່າງ​ແນ່ນອນ​ສັນນັ້ນ”. ດັ່ງນັ້ນ ທັງ​ສອງ​ຈຶ່ງ​ເດີນທາງ​ໄປ​ທີ່​ເມືອງ​ເຢຣິໂກ.

ບັນດາ​ຜູ້ທຳນວາຍ​ທີ່​ເມືອງ​ເຢຣິໂກ​ໄດ້​ຂຶ້ນ​ມາ​ຫາ​ເອລີຊາ ແລະ ຖາມ​ລາວ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ພຣະເຈົ້າ​ຢາເວ​ກຳລັງ​ຈະ​ຮັບ​ນາຍ​ຂອງ​ເຈົ້າ​ໄປ​ໃນ​ວັນ​ນີ້?”

ເອລີຊາ​ໄດ້​ຕອບ​ວ່າ, “ແມ່ນ, ຂ້ອຍ​ຮູ້​ແລ້ວ. ຢ່າ​ເວົ້າ​ເລື່ອງ​ນີ້​ເລີຍ”.

ເອລີຢາ​ຈຶ່ງ​ໄດ້​ເວົ້າ​ກັບ​ເອລີຊາ​ວ່າ, “ຈົ່ງ​ພັກ​ຢູ່​ບ່ອນນີ້; ພຣະເຈົ້າ​ຢາເວ​ໄດ້​ໃຊ້​ຂ້ອຍ​ໄປ​ທີ່​ແມ່ນ້ຳ​ຈໍແດນ”.

ເອລີຊາ​ໄດ້​ຕອບ​ວ່າ “ພຣະເຈົ້າ​ຢາເວ​ດຳລົງ​ຢູ່ ແລະ ທ່ານ​ມີ​ຊີວິດ​ຢູ່​ສັນໃດ ຂ້ານ້ອຍ​ກໍ​ຈະ​ບໍ່​ໄປ​ຈາກ​ທ່ານ​ຢ່າງ​ແນ່ນອນ​ສັນນັ້ນ”. ດັ່ງນັ້ນ ທັງ​ສອງ​ຈຶ່ງ​ເດີນທາງ​ໄປ​ດ້ວຍ​ກັນ.

ມີ​ຜູ້ຊາຍ​ຫ້າ​ສິບ​ຄົນ​ຈາກ​ກຸ່ມ​ຜູ້ທຳນວາຍ​ໄດ້​ໄປ​ຢືນ​ຢູ່​ໄກໆ, ຫັນ​ໜ້າ​ໄປ​ທາງ​ບ່ອນ​ທີ່​ເອລີຢາ ແລະ ເອລີຊາ​ມາ​ຢຸດ​ຢູ່​ແຄມ​ແມ່ນ້ຳ​ຈໍແດນ. ແລ້ວ​ເອລີຢາ​ກໍ​ໄດ້​ຖອດ​ເສື້ອຄຸມ​ຂອງ​ຕົນ​ອອກ, ມ້ວນ ແລະ ຟາດ​ລົງ​ທີ່​ແມ່ນ້ຳ. ນ້ຳ​ກໍ​ແຍກ​ອອກ​ໄປ​ຫາ​ເບື້ອງຊ້າຍ ແລະ ເບື້ອງຂວາ ແລ້ວ​ທັງ​ສອງ​ຈຶ່ງ​ຍ່າງຂ້າມ​ໄປ​ເທິງ​ພື້ນ​ແຫ້ງ.

ເມື່ອ​ທັງ​ສອງ​ຂ້າມ​ມາ​ແລ້ວ, ເອລີຢາ​ກໍ​ເວົ້າ​ກັບ​ເອລີຊາ​ວ່າ, “ຈົ່ງ​ບອກ​ຂ້ອຍ​ມາ​ວ່າ ຂ້ອຍ​ຈະ​ເຮັດຫຍັງ​ໃຫ້​ເຈົ້າ​ໄດ້​ແດ່​ກ່ອນ​ທີ່​ຂ້ອຍ​ຈະ​ຖືກ​ຮັບ​ໄປ?”

ເອລີຊາ​ໄດ້​ຕອບ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ມໍລະດົກ​ໃນ​ລິດອຳນາດ​ຂອງ​ທ່ານ​ເປັນ​ສອງ​ເທົ່າ”.

ເອລີຢາ​ໄດ້​ເວົ້າ​ວ່າ, “ເຈົ້າ​ຂໍ​ສິ່ງ​ທີ່​ຍາກ​ຫລາຍ, ແຕ່​ຖ້າ​ເຈົ້າ​ເຫັນ​ເວລາ​ທີ່​ຂ້ອຍ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ເຈົ້າ​ນັ້ນ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ຂໍ ຖ້າ​ບໍ່​ເຫັນ ເຈົ້າ​ກໍ​ຈະ​ບໍ່​ໄດ້”.

ຂະນະ​ທີ່​ທັງ​ສອງ​ກຳລັງ​ຍ່າງ ແລະ ສົນທະນາ​ກັນ​ໄປ​ນັ້ນ, ໃນ​ທັນ​ໃດ​ນັ້ນ ກໍ​ມີ​ລົດມ້າ​ທີ່​ມີ​ໄຟ​ລຸກ ແລະ ມ້າ​ປາກົດ​ຂຶ້ນ ແລະ ແຍກ​ທັງ​ສອງ​ອອກ​ຈາກ​ກັນ ແລ້ວ​ເອລີຢາ​ກໍ​ຖືກ​ພະຍຸ​ໝຸນ​ຫອບ​ຂຶ້ນ​ສູ່​ສະຫວັນ. ເອລີຊາ​ໄດ້​ເຫັນ​ດັ່ງນັ້ນ ຈຶ່ງ​ຮ້ອງ​ສຽງ​ດັງ​ວ່າ, “ພໍ່! ພໍ່​ຂອງ​ຂ້ານ້ອຍ! ຜູ້​ເປັນ​ລົດມ້າ ແລະ ທະຫານ​ມ້າ​ແຫ່ງ​ອິດສະຣາເອນ!” ແລ້ວ​ເອລີຊາ​ກໍ​ບໍ່​ເຫັນ​ເອລີຢາ​ອີກ. ລາວ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ​ອອກ​ເປັນ​ສອງ​ຕ່ອນ.

ຫລັງ​ຈາກ​ນັ້ນ ລາວ​ຈຶ່ງ​ຈັບ​ເສື້ອຄຸມ​ຂອງ​ເອລີຢາ​ທີ່​ຕົກ​ຢູ່​ນັ້ນ​ຂຶ້ນ​ມາ ແລະ ກັບ​ໄປ​ຢືນ​ຢູ່​ທີ່​ແຄມ​ຝັງ​ແມ່ນ້ຳ​ຈໍແດນ. ລາວ​ໄດ້​ເອົາ​ເສື້ອຄຸມ​ທີ່​ຕົກ​ລົງ​ຈາກ​ເອລີຢາ​ນັ້ນ​ຟາດ​ນ້ຳ ແລະ ລາວ​ໄດ້​ຖາມ​ວ່າ, “ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເອລີຢາ​ຢູ່​ໃສ?” ເມື່ອ​ລາວ​ຟາດ​ນ້ຳ, ນ້ຳ​ກໍ​ແຍກ​ອອກ​ໄປ​ຫາ​ເບື້ອງຊ້າຍ ແລະ ເບື້ອງຂວາ ແລ້ວ​ເອລີຊາ​ຈຶ່ງ​ໄດ້​ຍ່າງ​ຂ້າມ​ໄປ.

ບັນດາ​ຜູ້ທຳນວາຍ​ຈາກ​ເມືອງ​ເຢຣິໂກ ເຊິ່ງ​ກຳລັງ​ເຝົ້າ​ເບິ່ງ​ຢູ່ ກໍ​ໄດ້​ເວົ້າ​ວ່າ, “ລິດອຳນາດ​ຂອງ​ເອລີຢາ​ມາ​ຢູ່​ກັບ​ເອລີຊາ​ແລ້ວ”. ແລ້ວ​ພວກເຂົາ​ກໍ​ໄດ້​ພາ​ກັນ​ມາ​ພົບ​ເອລີຢາ ແລະ ກົ້ມ​ລົງ​ທີ່​ພື້ນ​ຄຳນັບ​ເອລີຊາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ເບິ່ງ​ແມ ພວກເຮົາ​ຜູ້ຮັບ​ໃຊ້​ຂອງ​ທ່ານ​ມີ​ຄົນ​ໜຸ່ມ​ທີ່​ແຂງແຮງ​ຫ້າ​ສິບ​ຄົນ. ໃຫ້​ພວກເຂົາ​ອອກ​ໄປ ແລະ ຊອກຫາ​ນາຍ​ຂອງ​ທ່ານ. ບາງ​ເທື່ອ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ອາດ​ຈະ​ຮັບ​ນາຍ​ຂອງ​ທ່ານ​ຂຶ້ນ​ໄປ ແລະ ປ່ອຍ​ເພິ່ນ​ໄວ້​ຢູ່​ເທິງ​ພູເຂົາ ຫລື ຮ່ອມພູ​ແຫ່ງ​ໃດ​ແຫ່ງ​ໜຶ່ງ”.

ເອລີຊາ​ໄດ້​ຕອບ​ວ່າ, “ບໍ່​ຕ້ອງ​ສົ່ງ​ພວກເຂົາ​ໄປ”.

ແຕ່​ພວກເຂົາ​ອ້ອນວອນ​ຈົນ​ເອລີຊາ​ຂັດ​ບໍ່​ໄດ້. ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ກ່າວ​ວ່າ, “ຈົ່ງ​ສົ່ງ​ພວກເຂົາ​ໄປ”. ແລ້ວ​ພວກເຂົາ​ກໍ​ໄດ້​ສົ່ງ​ຜູ້ຊາຍ​ຫ້າ​ສິບ​ຄົນ​ໄປ ເພື່ອ​ຄົ້ນຫາ​ຕະຫລອດ​ສາມ​ວັນ ແຕ່​ກໍ​ບໍ່​ພົບ​ເອລີຢາ. ສ່ວນ​ເອລີຊາ​ຍັງ​ຄົງ​ຢູ່​ທີ່​ເມືອງ​ເຢຣິໂກ, ເມື່ອ​ພວກເຂົາ​ກັບ​ມາ​ຮອດ ເອລີຊາ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຂ້ອຍ​ບອກ​ພວກເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ບໍ່​ຕ້ອງ​ໄປ?”

ນ້ຳ​ກັບ​ຄືນ​ສູ່​ສະພາບ​ດີ

ຊາວ​ເມືອງ​ນັ້ນ​ໄດ້​ມາ​ແຈ້ງ​ເອລີຊາ​ວ່າ, “ນາຍ​ເອີຍ, ເບິ່ງ​ແມ, ທ່ານ​ກໍ​ເຫັນ​ແລ້ວ​ວ່າ​ເມືອງ​ນີ້​ຕັ້ງ​ຢູ່​ໃນ​ບ່ອນ​ທີ່​ດີ, ແຕ່​ນ້ຳ​ນັ້ນ​ໃຊ້​ບໍ່​ໄດ້ ແລະ ແຜ່ນດິນ​ກໍ​ບໍ່​ເກີດ​ພືດຜົນ”.

ເອລີຊາ​ໄດ້​ວ່າ, “ຈົ່ງ​ເອົາ​ຊາມ​ໃໝ່​ມາ​ໃຫ້​ຂ້ອຍ ແລະ ໃສ່​ເກືອ​ລົງ​ໃນ​ຊາມ​ນັ້ນ”. ດັ່ງນັ້ນ ພວກເຂົາ​ກໍ​ໄດ້​ນຳ​ເອົາ​ຊາມ​ນັ້ນ​ມາ​ໃຫ້​ເອລີຊາ.

ດັ່ງນັ້ນ ເອລີຊາ​ຈຶ່ງ​ຍ່າງ​ອອກ​ໄປ​ທີ່​ບໍ່ນ້ຳ ແລະ ໄດ້​ເທ​ເກືອ​ລົງ​ໄປ, ໂດຍ​ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ​ວ່າ: ‘ເຮົາ​ໄດ້​ເຮັດ​ໃຫ້​ນ້ຳ​ແຫ່ງ​ນີ້​ມີ​ສະພາບ​ດີ​ແລ້ວ. ຕັ້ງ​ແຕ່​ນີ້​ໄປ​ມັນ​ຈະ​ບໍ່​ເປັນ​ເຫດ​ໃຫ້​ຕາຍ ຫລື ເຮັດ​ໃຫ້​ແຜ່ນດິນ​ບໍ່​ເກີດ​ພືດຜົນ​ອີກ’ ”. ແລະ ນ້ຳ​ກໍ​ຄົງ​ສະພາບ​ດີ​ເຊັ່ນ​ນັ້ນ​ຕະຫລອດ​ມາ​ຈົນ​ທຸກ​ວັນ​ນີ້ ຕາມ​ທີ່​ເອລີຊາ​ໄດ້​ກ່າວ​ໄວ້.

ເອລີຊາ​ຖືກ​ເຢາະເຢີ້ຍ

ຈາກ​ທີ່​ນັ້ນ​ເອລີຊາ​ໄດ້​ເດີນທາງ​ໄປ​ທີ່​ເບັດເອນ. ຂະນະ​ທີ່​ລາວ​ກຳລັງ​ຍ່າງ​ໄປ​ຕາມ, ມີ​ເດັກນ້ອຍ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ ແລະ ໄດ້​ເຢາະເຢີ້ຍ​ລາວ. ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້, ຄົນ​ຫົວລ້ານ! ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້, ຄົນ​ຫົວລ້ານ!” ເອລີຊາ​ຈຶ່ງ​ຫັນ​ກັບ​ມາ​ເບິ່ງ​ພວກເຂົາ ແລະ ສາບແຊ່ງ​ພວກເຂົາ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ. ແລ້ວ​ກໍ​ມີ​ແມ່​ໝີ​ສອງ​ໂຕ​ອອກ​ມາ​ຈາກ​ປ່າ ແລະ ໄດ້​ຂ້າ​ເດັກນ້ອຍ 42 ຄົນ​ນັ້ນ. ແລ້ວ​ເອລີຊາ​ກໍ​ໄດ້​ໄປ​ທີ່​ພູເຂົາ​ກາເມນ ແລະ ຈາກ​ທີ່​ນັ້ນ​ກັບ​ມາ​ທີ່​ຊາມາເຣຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.