Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 1

ພຣະເຈົ້າ​ຢາເວ​ພິພາກສາ​ອາຮາຊີຢາ

ຫລັງ​ຈາກ​ທີ່​ອາຮາບ​ຕາຍ ຊົນຊາດ​ໂມອາບ​ກໍ​ໄດ້​ກະບົດ​ຕໍ່​ອິດສະຣາເອນ. ຝ່າຍ​ອາຮາຊີຢາ​ພັດ​ຕົກ​ຈາກ​ລະບຽງ​ຫ້ອງ​ຊັ້ນ​ທີ່​ຊາມາເຣຍ ແລະ ອາການ​ໜັກ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ສື່ສານ​ໄປ​ບອກ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ປຶກສາ​ເບອານ​ເຊບຸບ ພະ​ແຫ່ງ​ເອັກໂຣນ​ວ່າ​ອາການ​ບາດເຈັບ​ຂອງ​ເຮົາ​ຈະ​ຫາຍ​ບໍ່”.

ແຕ່​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ເອລີຢາ​ຊາວ​ຕີຊະເບ​ວ່າ, “ຈົ່ງ​ໄປ​ພົບ​ຜູ້ສື່ສານ​ຂອງ​ກະສັດ​ຊາມາເຣຍ​ນັ້ນ ແລະ ຖາມ​ພວກເຂົາ​ວ່າ, ‘ເປັນ​ເພາະ​ໃນ​ອິດສະຣາເອນ​ບໍ່​ມີ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ຕ້ອງ​ໄປ​ປຶກສາ​ບາອານ​ເຊບຸບ ພະ​ແຫ່ງ​ເອັກໂຣນ​ແມ່ນ​ບໍ?’ ເຫດສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ: ‘ເຈົ້າ​ຈະ​ບໍ່​ໄດ້​ລຸກ​ອອກ​ຈາກ​ຕຽງ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່. ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ!’ ” ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ.

ເມື່ອ​ຜູ້ສື່ສານ​ຂອງ​ກະສັດ​ຊາມາເຣຍ​ກັບ​ໄປ​ພົບ​ກະສັດ, ກະສັດ​ຈຶ່ງ​ໄດ້​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ກັບ​ມາ​ເຮັດ​ຫຍັງ?”

ພວກເຂົາ​ໄດ້​ຕອບ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ພວກຂ້ານ້ອຍ ແລະ ລາວ​ໄດ້​ເວົ້າ​ກັບ​ພວກຂ້ານ້ອຍ​ວ່າ, ‘ຈົ່ງ​ກັບ​ໄປ​ຫາ​ກະສັດ​ຜູ້​ທີ່​ໄດ້​ສົ່ງ​ພວກເຈົ້າ​ມາ ແລະ ບອກ​ເພິ່ນ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ເປັນ​ເພາະ​ໃນ​ອິດສະຣາເອນ​ບໍ່​ມີ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ຕ້ອງ​ໄປ​ປຶກສາ​ບາອານ​ເຊບຸບ ພະ​ແຫ່ງ​ເອັກໂຣນ​ແມ່ນ​ບໍ? ເຫດສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ: ເຈົ້າ​ຈະ​ບໍ່​ໄດ້​ລຸກ​ອອກ​ຈາກ​ຕຽງ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່. ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ!” ’ ”

ກະສັດ​ຊາມາເຣຍ​ໄດ້​ຖາມ​ວ່າ, “ຊາຍ​ຄົນ​ທີ່​ມາ​ພົບ​ພວກເຈົ້າ ແລະ ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ນັ້ນ​ໜ້າ​ຕາ​ທ່າ​ທາງ​ຄົນ​ນີ້​ເປັນ​ຢ່າງໃດ?”

ພວກເຂົາ​ໄດ້​ຕອບ​ວ່າ, “ລາວ​ສວມ​ເສື້ອຄຸມ​ຂົນ​ສັດ1 ແລະ ໃຊ້​ສາຍ​ໜັງ​ຮັດ​ແອວ”.

ກະສັດ​ໄດ້​ກ່າວ​ວ່າ, “ລາວ​ຄື​ເອລີຢາ​ຊາວ​ຕີຊະເບ”.

ແລ້ວ​ລາວ​ກະສັດ​ກໍ​ສົ່ງ​ນາຍ​ທະຫານ​ຄົນ​ໜຶ່ງ​ພ້ອມ​ດ້ວຍ​ທະຫານ​ຫ້າ​ສິບ​ຄົນ​ໄປ​ຫາ​ເອລີຢາ. ນາຍ​ທະຫານ​ໄດ້​ຂຶ້ນ​ໄປ​ຫາ​ເອລີຢາ ເຊິ່ງ​ກຳລັງ​ນັ່ງ​ຢູ່​ເທິງ​ຍອດ​ພູເຂົາ​ແຫ່ງ​ໜຶ່ງ ແລະ ໄດ້​ເວົ້າ​ກັບ​ເອລີຢາ​ວ່າ, “ຄົນ​ຂອງ​ພຣະເຈົ້າ ກະສັດ​ກ່າວ​ວ່າ, ‘ຈົ່ງ​ລົງ​ມາ!’ ”

ເອລີຢາ​ໄດ້​ຕອບ​ນາຍ​ທະຫານ​ຜູ້​ນັ້ນ​ວ່າ, “ຖ້າ​ເຮົາ​ເປັນ​ຄົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ສະຫວັນ ແລະ ເຜົາຜານ​ເຈົ້າ ແລະ ທະຫານ​ທັງ​ຫ້າ​ສິບ​ຄົນ​ຂອງ​ເຈົ້າ!” ແລ້ວ​ໄຟ​ກໍ​ຕົກ​ລົງ​ມາ​ຈາກ​ສະຫວັນ ແລະ ເຜົາຜານ​ນາຍ​ທະຫານ ແລະ ຄົນ​ຂອງ​ລາວ.

ເມື່ອ​ເປັນ​ຢ່າງ​ນີ້ ກະສັດ​ຈຶ່ງ​ໄດ້​ສົ່ງ​ນາຍ​ທະຫານ​ຄົນ​ອື່ນ​ພ້ອມ​ດ້ວຍ​ທະຫານ​ຫ້າ​ສິບ​ຄົນ​ໄປ. ນາຍ​ທະຫານ​ໄດ້​ເວົ້າ​ກັບ​ເອລີຢາ​ວ່າ, “ຄົນ​ຂອງ​ພຣະເຈົ້າ, ກະສັດ​ກ່າວ​ວ່າ ‘ຈົ່ງ​ລົງ​ມາ​ດຽວນີ້!’ ”

ເອລີຢາ​ໄດ້​ຕອບ​ວ່າ, “ຖ້າ​ເຮົາ​ເປັນ​ຄົນ​ຂອງ​ພຣະເຈົ້າ ກໍ​ຂໍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ສະຫວັນ ແລະ ເຜົາຜານ​ເຈົ້າ ແລະ ທະຫານ​ຫ້າ​ສິບ​ນາຍ​ຂອງ​ເຈົ້າ!” ແລ້ວ​ໄຟ​ຈາກ​ພຣະເຈົ້າ​ກໍ​ລົງ​ມາ​ຈາກ​ສະຫວັນ ແລະ ເຜົາ​ນາຍ​ທະຫານ ແລະ ທະຫານ​ທັງ​ຫ້າ​ສິບ​ຄົນ.

ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ສົ່ງ​ນາຍ​ທະຫານ​ກັບ​ທະຫານ​ອີກ​ຫ້າ​ສິບ​ຄົນ​ໄປ​ເປັນ​ຄັ້ງ​ທີ​ສາມ. ຄັ້ງ​ທີ​ສາມ​ນີ້​ນາຍ​ທະຫານ​ໄດ້​ຂຶ້ນ​ໄປ ແລະ ຄຸເຂົ່າ​ຂອງ​ຕົນ​ລົງ​ຕໍ່ໜ້າ​ເອລີຢາ. ລາວ​ໄດ້​ເວົ້າ​ວ່າ, “ຂ້າ​ແດ່​ຄົນ​ຂອງ​ພຣະເຈົ້າ ໂຜດ​ໄວ້​ຊີວິດ​ຂ້າພະເຈົ້າ ແລະ ບັນດາ​ຄົນ​ທັງ​ຫ້າ​ສິບ​ຄົນ ເຊິ່ງ​ເປັນ​ຜູ້ຮັບໃຊ້​ຂອງ​ທ່ານ! ໄຟ​ຈາກ​ສະຫວັນ​ໄດ້​ລົງ​ມາ​ເຜົາຜານ​ນາຍ​ທະຫານ​ສອງ​ຄົນ​ກ່ອນ​ໜ້າ​ນີ້​ກັບ​ທະຫານ​ຂອງ​ພວກເຂົາ. ແຕ່​ບັດນີ້​ຂໍ​ໃຫ້​ໄວ້​ຊີວິດ​ຂ້າພະເຈົ້າ​ດ້ວຍ!”

ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ເອລີຢາ​ວ່າ, “ຢ່າ​ຢ້ານ​ລາວ​ເລີຍ ຈົ່ງ​ໄປ​ກັບ​ລາວ”. ເອລີຢາ​ຈຶ່ງ​ລົງ​ໄປ​ກັບ​ລາວ ແລ້ວ​ໄປ​ພົບ​ກະສັດ.

ເອລີຢາ​ໄດ້​ບອກ​ກະສັດ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ເປັນ​ເພາະ​ໃນ​ອິດສະຣາເອນ​ບໍ່​ມີ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ຕ້ອງ​ໄປ​ປຶກສາ​ບາອານ​ເຊບຸບ ພະ​ແຫ່ງ​ເອັກໂຣນ​ແມ່ນ​ບໍ? ເນື່ອງ​ຈາກ​ເຈົ້າ​ເຮັດ​ເຊັ່ນ​ນີ້ ເຈົ້າ​ຈະ​ບໍ່​ໄດ້​ລຸກ​ອອກ​ຈາກ​ຕຽງ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່. ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ!” ດັ່ງນັ້ນ ອາຮາຊີຢາ​ຈຶ່ງ​ຕາຍ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ເອລີຢາ​ກ່າວ​ໄວ້.

ເນື່ອງ​ຈາກ​ອາຮາຊີຢາ​ບໍ່​ມີ​ລູກຊາຍ, ໂຢຣາມ2 ຈຶ່ງ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ ເຊິ່ງ​ກົງກັບ​ປີ​ທີ​ສອງ​ແຫ່ງ​ການ​ປົກຄອງ​ຂອງ​ກະສັດ​ເຢໂຮຣາມ ລູກຊາຍ​ເຢໂຮຊາຟັດ​ແຫ່ງ​ຢູດາຍ. ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາຮາຊີຢາ ແລະ ພາລະກິດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ບໍ່​ແມ່ນ​ບໍ?

Source notes (2)
  1. Footnote ຫລື ລາວ​ເປັນ​ຄົນ​ທີ່​ມີ​ຂົນ​ຫລາຍ
  2. Footnote ພາສາ​ເຮັບເຣີ​ວ່າ ເຢໂຮຣາມ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ໂຢຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.