Biblica® Open Lao Contemporary Version
1 ກະສັດ 22
ມີກາອີຢາທຳນວາຍກ່ຽວກັບອາຮາບ
(2ຂຄ 18:1-27)
ສົງຄາມລະຫວ່າງອາຣາມກັບອິດສະຣາເອນຍະເວັ້ນໄປເປັນເວລາ 3 ປີ. ແຕ່ໃນປີທີສາມ ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ລົງມາພົບກະສັດອິດສະຣາເອນ. ກະສັດອິດສະຣາເອນໄດ້ເວົ້າກັບຂ້າລາຊະການຂອງຕົນວ່າ, “ພວກເຈົ້າກໍຮູ້ວ່າຣາໂມດກີເລອາດເປັນຂອງພວກເຮົາ ແຕ່ພວກເຮົາກໍບໍ່ເຮັດຫຍັງເພື່ອເອົາມັນຄືນມາຈາກກະສັດອາຣາມບໍ່ແມ່ນບໍ?”
ດັ່ງນັ້ນ ອາຮາບຈຶ່ງໄດ້ຖາມເຢໂຮຊາຟັດວ່າ, “ທ່ານຈະຊ່ວຍຂ້າພະເຈົ້າສູ້ຮົບກັບຣາໂມດກີເລອາດບໍ?”
ເຢໂຮຊາຟັດໄດ້ຕອບກະສັດອິດສະຣາເອນວ່າ, “ພວກເຮົາສອງຄົນເປັນພວກດຽວກັນ, ຄົນຂອງຂ້າພະເຈົ້າກໍເໝືອນເປັນຄົນຂອງທ່ານ, ມ້າຂອງຂ້າພະເຈົ້າກໍເໝືອນເປັນມ້າຂອງທ່ານ”. ແຕ່ເຢໂຮຊາຟັດໄດ້ເວົ້າກັບກະສັດອິດສະຣາເອນອີກວ່າ, “ພວກເຮົາຄວນຖາມພຣະເຈົ້າຢາເວກ່ອນ”.
ດັ່ງນັ້ນ ກະສັດອິດສະຣາເອນຈຶ່ງໄດ້ເອີ້ນຜູ້ທຳນວາຍປະມານສີ່ຮ້ອຍຄົນມາພົບ ແລະ ຖາມພວກເຂົາວ່າ, “ເຮົາຄວນຈະໄປສູ້ຮົບກັບຣາໂມດກີເລອາດ ຫລື ເຮົາຄວນຈະປະຕິເສດ?”
ພວກເຂົາໄດ້ຕອບວ່າ, “ໄປ, ເພາະພຣະເຈົ້າຢາເວຈະມອບດິນແດນນັ້ນໄວ້ໃນມືຂອງທ່ານ”.
ແຕ່ເຢໂຮຊາຟັດໄດ້ຖາມວ່າ, “ບ່ອນນີ້ບໍ່ມີຜູ້ທຳນວາຍຂອງພຣະເຈົ້າຢາເວໃຫ້ຖາມເລີຍບໍ?”
ກະສັດອິດສະຣາເອນໄດ້ຕອບເຢໂຮຊາຟັດວ່າ, “ຍັງມີຢູ່ຄົນໜຶ່ງທີ່ພວກເຮົາສາມາດຖາມພຣະເຈົ້າຢາເວຜ່ານທາງລາວໄດ້, ແຕ່ຂ້າພະເຈົ້າກຽດຊັງລາວ ເພາະລາວບໍ່ເຄີຍທຳນວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ, ມີແຕ່ເລື່ອງຮ້າຍ. ລາວຄືມີກາອີຢາລູກຊາຍຂອງອິມລາ”.
ເຢໂຮຊາຟັດໄດ້ຕອບວ່າ, “ທ່ານຢ່າໄດ້ເວົ້າຢ່າງນັ້ນເລີຍ”.
ດັ່ງນັ້ນ ກະສັດອິດສະຣາເອນຈຶ່ງໄດ້ເອີ້ນຂ້າລາຊະການຂອງຕົນຄົນໜຶ່ງມາ ແລະ ເວົ້າວ່າ, “ຈົ່ງນຳໂຕມີກາອີຢາລູກຊາຍຂອງອິມລາມາດຽວນີ້”.
ກະສັດອິດສະຣາເອນ ແລະ ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ແຕ່ງກາຍເຕັມຍົດນັ່ງຢູ່ເທິງບັນລັງຂອງຕົນທີ່ລານຟາດເຂົ້າໃກ້ທາງເຂົ້າປະຕູເມືອງຊາມາເຣຍ, ໃນຂະນະທີ່ກຸ່ມຜູ້ທຳນວາຍກໍກ່າວທຳນວາຍໄປ ຢູ່ຕໍ່ໜ້າພວກເພິ່ນ. ຝ່າຍເຊເດກີຢາລູກຊາຍຂອງເຄນາອານາໄດ້ເຮັດເຂົາເຫລັກຂຶ້ນມາ ແລະ ລາວໄດ້ປະກາດວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເຈົ້າຈະຂວິດພວກອາຣາມດ້ວຍເຂົາເຫລັກນີ້ຈົນພວກເຂົາຖືກທຳລາຍໄປ’ ”.
ຜູ້ທຳນວາຍຄົນອື່ນທັງໝົດກໍກຳລັງທຳນວາຍຢ່າງດຽວກັນ. ພວກເຂົາເວົ້າວ່າ, “ຈົ່ງບຸກເຂົ້າໂຈມຕີຣາໂມດກີເລອາດ ແລະ ມີໄຊຊະນະ, ເພາະພຣະເຈົ້າຢາເວຈະມອບເມືອງນັ້ນໄວ້ໃນມືຂອງທ່ານ”.
ຄົນທີ່ໄປນຳມີກາອີຢາມານັ້ນໄດ້ເວົ້າກັບລາວວ່າ, “ເບິ່ງແມ, ຜູ້ທຳນວາຍຄົນອື່ນໆ ລ້ວນແຕ່ທຳນວາຍເປັນສຽງດຽວກັນວ່າກະສັດຈະຊະນະ. ຂໍໃຫ້ເຈົ້າກ່າວໄປໃນທາງທີ່ດີເຊັ່ນດຽວກັບພວກເຂົາ”.
ແຕ່ມີກາອີຢາໄດ້ເວົ້າວ່າ, “ພຣະເຈົ້າຢາເວດຳລົງຢູ່ສັນໃດ ຂ້າພະເຈົ້າກໍຈະເວົ້າແຕ່ສິ່ງທີ່ພຣະເຈົ້າຢາເວກ່າວສັນນັ້ນ”.
ເມື່ອລາວມາຮອດແລ້ວ, ກະສັດເຢໂຮຊາຟັດກໍໄດ້ຖາມວ່າ, “ມີກາອີຢາ, ເຮົາຄວນຈະໄປສູ້ຮົບກັບຣາໂມດກີເລອາດ ຫລື ເຮົາບໍ່ຄວນໄປ?”
ມີກາອີຢາໄດ້ຕອບວ່າ, “ຈົ່ງບຸກເຂົ້າໂຈມຕີຣາໂມດກີເລອາດ ແລະ ມີໄຊຊະນະ, ເພາະພຣະເຈົ້າຢາເວຈະມອບເມືອງນັ້ນໄວ້ໃນມືຂອງທ່ານ”.
ກະສັດໄດ້ກ່າວກັບລາວວ່າ, “ເຮົາຈະຕ້ອງໃຫ້ເຈົ້າສາບານຈັກເທື່ອວ່າ ຈະບໍ່ບອກສິ່ງໃດຕໍ່ເຮົາ ແຕ່ຈົ່ງບອກຄວາມຈິງໃນນາມຂອງພຣະເຈົ້າຢາເວ?”
ແລ້ວມີກາອີຢາຕອບວ່າ, “ຂ້າພະເຈົ້າເຫັນອິດສະຣາເອນທັງໝົດກະຈັດກະຈາຍໄປຕາມເນີນພູຕ່າງໆເໝືອນດັ່ງແກະທີ່ບໍ່ມີຜູ້ລ້ຽງ ແລະ ພຣະເຈົ້າຢາເວໄດ້ໄດ້ກ່າວວ່າ ‘ຄົນເຫລົ່ານີ້ບໍ່ມີນາຍ. ຈົ່ງໃຫ້ທຸກຄົນກັບເມືອເຮືອນຢ່າງສັນຕິເຖີດ’ ”.
ກະສັດອິດສະຣາເອນໄດ້ກ່າວກັບເຢໂຮຊາຟັດວ່າ “ຂ້າພະເຈົ້າບອກທ່ານແລ້ວບໍ່ແມ່ນບໍວ່າ ລາວບໍ່ເຄີຍທຳນວາຍເລື່ອງດີໆກ່ຽວກັບຂ້າພະເຈົ້າເລີຍ, ມີແຕ່ເລື່ອງບໍ່ດີເທົ່ານັ້ນ?”
ມີກາອີຢາເວົ້າຕໍ່ໄປວ່າ, “ເຫດສະນັ້ນ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ: ຂ້າພະເຈົ້າເຫັນພຣະເຈົ້າຢາເວນັ່ງຢູ່ເທິງບັນລັງຂອງພຣະອົງພ້ອມທັງມີຝູງເທວະດາທັງໝົດກໍກຳລັງຢືນຢູ່ທີ່ຂ້າງຂວາ ແລະ ຂ້າງຊ້າຍຂອງພຣະອົງ. ແລ້ວພຣະເຈົ້າຢາເວໄດ້ກ່າວວ່າ, ‘ຜູ້ໃດຈະຫລອກຫລວງອາຮາບໃຫ້ເຂົ້າໄປໂຈມຕີຣາໂມດກີເລອາດ ແລະ ເພິ່ນກໍຈະໄປຕາຍຢູ່ທີ່ນັ້ນ?’
“ເທວະດາຕົນໜຶ່ງເວົ້າຢ່າງນີ້, ແລະ ອີກຕົນໜຶ່ງກໍເວົ້າຢ່າງອື່ນ. ໃນທີ່ສຸດ, ກໍມີວິນຍານດວງໜຶ່ງກ້າວອອກໄປທາງໜ້າ, ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະ ໄດ້ເວົ້າວ່າ, ‘ຂ້ານ້ອຍຈະໄປຫລອກຫລວງລາວ’.
“ພຣະເຈົ້າຢາເວໄດ້ຖາມວ່າ, ‘ເຮັດຢ່າງໃດ?’
“ລາວໄດ້ຕອບວ່າ ‘ຂ້ານ້ອຍຈະໄປເປັນວິນຍານຫລອກຫລວງໃນປາກຂອງບັນດາຜູ້ທໍານວາຍທຸກຄົນຂອງເພິ່ນ’.
“ພຣະເຈົ້າຢາເວໄດ້ກ່າວວ່າ ‘ຈົ່ງໄປເຮັດຢ່າງນັ້ນ, ເຈົ້າຈະຫລອກຫລວງລາວໄດ້ສຳເລັດ’.
“ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ໃສ່ວິນຍານຫລອກຫລວງໃນປາກຂອງບັນດາຜູ້ທໍານວາຍເຫລົ່ານີ້ຂອງເພິ່ນ. ພຣະເຈົ້າຢາເວມີດຳລັດໃຫ້ທ່ານປະສົບໄພພິບັດແລ້ວ”.
ແລ້ວເຊເດກີຢາລູກຊາຍຂອງເຄນາອານາຈຶ່ງເຂົ້າມາຕົບໜ້າມີກາອີຢາ ແລະ ຖາມວ່າ “ພຣະວິນຍານຈາກ1ພຣະເຈົ້າຢາເວອອກຈາກຂ້ອຍໄປເວົ້າກັບເຈົ້າໄດ້ຢ່າງໃດ?”
ມີກາອີຢາໄດ້ຕອບວ່າ “ເຈົ້າຈະຮູ້ໃນມື້ທີເຈົ້າໄປລີ້ຢູ່ໃນຫ້ອງຊັ້ນໃນ”.
ແລ້ວກະສັດແຫ່ງແຫ່ງອິດສະຣາເອນໄດ້ສັ່ງວ່າ, “ຈົ່ງຈັບມີກາອີຢາ ແລະ ສົ່ງລາວໄປຫາອາໂມນຜູ້ປົກຄອງເມືອງ ແລະ ໄປຫາໂຢອາດລູກຊາຍຂອງເຮົາ, ແລະ ບອກວ່າ ‘ກະສັດກ່າວດັ່ງນີ້ວ່າ: ຈົ່ງຂັງຊາຍຜູ້ນີ້ໄວ້ໃນຄຸກ ແລະ ຢ່າເອົາຫຍັງໃຫ້ລາວ ນອກຈາກເຂົ້າຈີ່ກັບນ້ຳຈົນກວ່າເຮົາຈະກັບມາຢ່າງປອດໄພ’ ”.
ມີກາອີຢາກໍປະກາດວ່າ, “ຖ້າທ່ານກັບຄືນມາຢ່າງປອດໄພ, ພຣະເຈົ້າຢາເວບໍ່ໄດ້ກ່າວຜ່ານທາງຂ້ານ້ອຍ” ແລ້ວລາວກໍກໍເວົ້າຕື່ມອີກວ່າ, “ທຸກຄົນຈົ່ງຈື່ຄຳເວົ້າຂອງຂ້ານ້ອຍໄວ້!”
ອາຮາບຖືກຂ້າຢູ່ທີ່ຣາໂມດກີເລອາດ
(2ຂຄ 18:28-34)
ດັ່ງນີ້ ກະສັດແຫ່ງອິດສະຣາເອນ ແລະ ເຢໂຮຊາຟັດກະສັດແຫ່ງຢູດາຍຈຶ່ງໄດ້ໄປທີ່ຣາໂມດກີເລອາດ. ກະສັດແຫ່ງອິດສະຣາເອນໄດ້ເວົ້າກັບເຢໂຮຊາຟັດວ່າ “ຂ້າພະເຈົ້າຈະປອມຕົວອອກໄປສູ້ຮົບ ແຕ່ໃຫ້ທ່ານນຸ່ງເຄື່ອງກະສັດຂອງທ່ານ”. ສະນັ້ນ ກະສັດແຫ່ງອິດສະຣາເອນກໍໄດ້ປອມຕົວ ແລະ ໄດ້ເຂົ້າໄປໃນສະໜາມຮົບ.
ຝ່າຍກະສັດອາຣາມໄດ້ສັ່ງຜູ້ບັນຊາການລົດມ້າຮົບຈຳນວນ 32 ຄົນຂອງເພິ່ນວ່າ, “ຢ່າຕໍ່ສູ້ກັບຜູ້ໃດ, ບໍ່ວ່າຜູ້ໃຫຍ່ ຫລື ຜູ້ນ້ອຍ, ແຕ່ຈົ່ງຕໍ່ສູ້ກັບກະສັດອິດສະຣາເອນຜູ້ດຽວເທົ່ານັ້ນ”. ເມື່ອຜູ້ບັນຊາການລົດມ້າຮົບເຫລົ່ານັ້ນເຫັນເຢໂຮຊາຟັດ ພວກເຂົາກໍຄິດວ່າ, “ນີ້ເປັນກະສັດອິດສະຣາເອນແນ່ນອນ”. ພວກເຂົາຈຶ່ງຫັນມາໂຈມຕີເພິ່ນ ແຕ່ເມື່ອເຢໂຮຊາຟັດຮ້ອງສຽງດັງອອກມາ, ເມື່ອຜູ້ບັນຊາການລົດຮົບໄດ້ເຫັນວ່າ ເພິ່ນບໍ່ແມ່ນກະສັດແຫ່ງອິດສະຣາເອນ; ພວກເຂົາຈຶ່ງຢຸດໄລ່ໂຈມຕີເພິ່ນ.
ແຕ່ມີຄົນໜຶ່ງຍິງລູກທະນູບັງເອີນໄປຖືກກະສັດແຫ່ງອິດສະຣາເອນເຂົ້າໄປໃນລະຫວ່າງຮອຍຕໍ່ຂອງເສື້ອເກາະ. ກະສັດບອກຜູ້ທີ່ຂັບລົດຮົບຂອງເພິ່ນວ່າ, “ຈົ່ງລ້ຽວລົດ ແລະ ພາເຮົາອອກໄປຈາກສະໜາມຮົບ. ເຮົາໄດ້ຮັບບາດເຈັບ”. ການສູ້ຮົບໄດ້ດຳເນີນໄປຢ່າງດຸເດືອດຕະຫລອດທັງວັນ ແລະ ກະສັດໄດ້ຖືກປະຄອງຕົວຂຶ້ນໄວ້ໃນລົດມ້າຮົບໃຫ້ປະເຊີນໜ້າກັບຊາວອາຣາມ. ເລືອດຈາກບາດແຜຂອງເພິ່ນໄດ້ໄຫລທົ່ວພື້ນລົດມ້າຮົບ ແລະ ເພິ່ນກໍຕາຍໃນຕອນແລງນັ້ນ. ຂະນະທີ່ຕາເວັນກຳລັງຕົກນັ້ນ, ກໍມີສຽງຮ້ອງບອກດັງໄປທົ່ວກອງທັບວ່າ, “ໃຫ້ທຸກຄົນກັບໄປທີ່ເມືອງຂອງຕົນ. ໃຫ້ທຸກຄົນກັບໄປທີ່ດິນແດນຂອງຕົນ!”
ດັ່ງນັ້ນ ກະສັດອາຮາບກໍຕາຍ ແລະ ສົບຖືກນຳກັບມາຝັງໄວ້ທີ່ຊາມາເຣຍ, ພວກເຂົາໄດ້ລ້າງລົດມ້າຮົບຢູ່ສະໃນຊາມາເຣຍ (ບ່ອນທີ່ພວກຍິງໂສເພນີມາອາບນ້ຳ),2 ແລ້ວໝາກໍມາເລຍເລືອດຂອງກະສັດຕາມທີ່ພຣະເຈົ້າຢາເວໄດ້ເວົ້າໄວ້.
ເຫດການອື່ນໆໃນຊ່ວງການປົກຄອງຂອງອາຮາບ, ລວມທັງພາລະກິດທຸກຢ່າງທີ່ເພິ່ນເຮັດ, ວັງທີ່ເພິ່ນໄດ້ສ້າງ ແລະ ຕົບແຕ່ງດ້ວຍງາຊ້າງ ແລະ ເມືອງຕ່າງໆທີ່ເພິ່ນໄດ້ສ້າງປ້ອມປ້ອງກັນ ແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? ອາຮາບໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ອາຮາຊີຢາລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.
ກະສັດເຢໂຮຊາຟັດແຫ່ງຢູດາຍ
(2ຂຄ 20:31–21:1)
ເຢໂຮຊາຟັດລູກຊາຍຂອງອາສາໄດ້ຂຶ້ນປົກຄອງໃນຢູດາຍ ກົງກັບປີທີສີ່ຂອງຊ່ວງການປົກຄອງຂອງກະສັດອາຮາບແຫ່ງອິດສະຣາເອນ. ເຢໂຮຊາຟັດຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ 35 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາ 25 ປີ. ແມ່ຂອງເພິ່ນຄືອາຊູບາ ລູກສາວຂອງຊິນຮີ. ເຢໂຮຊາຟັດໄດ້ດຳເນີນຕາມແບບຢ່າງຂອງອາສາຜູ້ເປັນພໍ່ຂອງຕົນທຸກປະການໂດຍບໍ່ຕະເຫລີດໄປຈາກພວກເຂົາ. ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ. ແຕ່ບໍ່ໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍ ປະຊາຊົນຈຶ່ງຍັງຄົງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ. ເຢໂຮຊາຟັດໄດ້ເປັນມິດກັບກະສັດອິດສະຣາເອນດ້ວຍ.
ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮຊາຟັດ, ພາລະກິດທີ່ເພິ່ນໄດ້ເຮັດ ແລະ ວິລະກຳໃນການເຮັດສົງຄາມຂອງເພິ່ນແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ? ເຢໂຮຊາຟັດໄດ້ກຳຈັດໂສເພນີຊາຍໃນສະຖານບູຊາທີ່ຍັງເຫລືອຢູ່ຈາກສະໄໝຂອງອາສາຜູ້ເປັນພໍ່ຂອງຕົນໃຫ້ໝົດໄປຈາກແຜ່ນດິນ. ໃນສະໄໝນັ້ນເອໂດມບໍ່ມີກະສັດປົກຄອງ ມີແຕ່ຜູ້ສຳເລັດລາຊະການ.
ເຢໂຮຊາຟັດໄດ້ສ້າງເຮືອກ່ຳປັ່ນໃຫຍ່3ລຳໜຶ່ງ ເພື່ອໄປຂົນຄຳຈາກເມືອງໂອຟີ, ແຕ່ເຮືອເຫລົ່ານັ້ນບໍ່ໄດ້ໄປ ເພາະເຮືອແຕກຫັກຢູ່ທີ່ເອຊີໂອນເກເບ. ໃນເວລານັ້ນອາຮາຊີຢາ ລູກຊາຍຂອງອາຮາບໄດ້ເວົ້າກັບເຢໂຮຊາຟັດວ່າ, “ຂໍໃຫ້ຄົນຂອງເຮົາແລ່ນເຮືອໄປກັບຄົນຂອງທ່ານ”, ແຕ່ເຢໂຮຊາຟັດໄດ້ປະຕິເສດ.
ແລ້ວເຢໂຮຊາຟັດກໍລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ດ້ວຍກັນກັບພວກເຂົາໃນເມືອງຂອງດາວິດພໍ່ຂອງເພິ່ນ. ເຢໂຮຣາມລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
ກະສັດອາຮາຊີຢາແຫ່ງອິດສະຣາເອນ
ອາຮາຊີຢາລູກຊາຍຂອງອາຮາບໄດ້ຂຶ້ນປົກຄອງເປັນກະສັດອິດສະຣາເອນໃນຊາມາເຣຍ ກົງກັບປີທີສິບເຈັດຂອງການປົກຄອງຂອງກະສັດເຢໂຮຊາຟັດແຫ່ງຢູດາຍ ແລະ ໄດ້ປົກຄອງອິດສະຣາເອນຢູ່ 2 ປີ. ອາຮາຊີຢາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ, ເພາະດຳເນີນຊີວິດຕາມວິຖີທາງຂອງພໍ່ ແລະ ແມ່ຂອງຕົນ ແລະ ຕາມວິຖີທາງຂອງເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ເຮັດໃຫ້ອິດສະຣາເອນໃຫ້ເຮັດບາບ. ເພິ່ນໄດ້ຮັບໃຊ້ ແລະ ກາບໄຫວ້ພະບາອານ ແລະ ຍົວະໃຫ້ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໃຈຮ້າຍເໝືອນທີ່ພໍ່ຂອງເພິ່ນໄດ້ເຮັດ.
Source notes (3)
- Footnote ຫລື ພຣະວິນຍານຂອງ
- Footnote ຫລື ຊາມາເລຍ ແລະ ລ້າງອາວຸດ
- Footnote ຫລື ກອງເຮືອ ຕາກຊິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.