Biblica® Open Lao Contemporary Version
2 ກະສັດ 25
ສະນັ້ນ ໃນປີທີເກົ້າຂອງການປົກຄອງຂອງເຊເດກີຢາ, ໃນວັນທີສິບເດືອນທີສິບ, ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຍົກກອງທັບທັງໝົດຂອງເພິ່ນເຂົ້າມາຕໍ່ສູ້ເຢຣູຊາເລັມ, ເພິ່ນໄດ້ຕັ້ງຄ້າຍພັກຢູ່ນອກນະຄອນ ແລະ ສ້າງເຄື່ອງປິດລ້ອມອ້ອມເມືອງທັງໝົດໄວ້. ເຢຣູຊາເລັມຖືກລ້ອມຢູ່ຈົນເຖິງປີທີສິບເອັດແຫ່ງຊ່ວງການປົກຄອງຂອງເຊເດກີຢາ.
ເມື່ອເຖິງວັນທີເກົ້າຂອງເດືອນທີສີ່1 ນະຄອນນີ້ກໍເກີດການອຶດຢາກອາຫານຢ່າງໜັກຈົນບໍ່ມີອາຫານກິນເລີຍ. ແລ້ວກຳແພງເມືອງກໍຖືກພັງລົງ ທັງກອງທັບກໍໜີໄປໃນເວລາກາງຄືນ ຜ່ານປະຕູລະຫວ່າງກຳແພງສອງຊັ້ນໃກ້ເດີ່ນສະໜາມຫລວງ ເຖິງວ່າຊາວບາບີໂລນລ້ອມເມືອງຢູ່ ພວກເຂົາໜີໄປຍັງອາຣາບາ.2 ແຕ່ກອງທັບບາບີໂລນ3ໄດ້ໄລ່ຕາມກະສັດ ແລະ ມາທັນເພິ່ນຢູ່ໃນທົ່ງຮາບເຢຣິໂກ. ສ່ວນທະຫານທັງໝົດຂອງເສເດກີຢານັ້ນແມ່ນແຕກໜີໄປຄົນລະທາງ, ແລະ ເພິ່ນໄດ້ຖືກຈັບກຸມ.
ເມື່ອເພິ່ນຖືກຄຸມໂຕມາພົບກະສັດບາບີໂລນທີ່ຣິບລາ ແລະ ຮັບການຕັດສິນໂທດ. ພວກເຂົາຂ້າບັນດາລູກຊາຍຂອງເຊເດກີຢາຕໍ່ໜ້າຕໍ່ຕາເພິ່ນ ແລ້ວຄວັກຕາຂອງເພິ່ນອອກທັງສອງຂ້າງ. ຫລັງຈາກນັ້ນ ພວກເຂົາໄດ້ຂັງເພິ່ນໄວ້ດ້ວຍໂສ້ທອງສຳລິດ ແລະ ຄຸມເພິ່ນໄປທີ່ບາບີໂລນ.
ໃນມື້ທີເຈັດເດືອນທີຫ້າຂອງປີທີສິບເກົ້າແຫ່ງຊ່ວງການປົກຄອງຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ, ເນບູຊາຣາດານຜູ້ສັ່ງການທະຫານປ້ອງກັນຮັກສາກະສັດ, ຜູ້ເປັນຜູ້ຮັບໃຊ້ຂອງກະສັດບາບີໂລນໄດ້ມາທີ່ເຢຣູຊາເລັມ. ລາວຈູດໄຟເຜົາວິຫານຂອງພຣະເຈົ້າຢາເວ, ລາຊະວັງ ແລະ ເຮືອນທຸກຫລັງໃນເຢຣູຊາເລັມ. ລວມທັງອາຄານສຳຄັນທຸກແຫ່ງ. ກອງທັບບາບີໂລນທັງໝົດຢູ່ພາຍໃຕ້ຜູ້ບັນຊາການທະຫານເຝົ້າຍາມ, ລາວໄດ້ທໍາລາຍກຳແພງທັງໝົດທີ່ອ້ອມເຢຣູຊາເລັມລົງ. ເນບູຊາຣາດານຜູ້ສັ່ງການທະຫານປ້ອງກັນຮັກສາກະສັດໄດ້ກວາດຕ້ອນຄົນທັງຫລາຍທີ່ຍັງຢູ່ໃນນະຄອນນັ້ນ, ພ້ອມກັບປະຊາຊົນທີ່ເຫລືອ ແລະ ຊາວຢິວທີ່ຍອມຕໍ່ກະສັດບາບີໂລນໄປເປັນຊະເລີຍ. ແຕ່ຜູ້ສັ່ງການທະຫານປ້ອງກັນຮັກສາກະສັດໄດ້ຖິ້ມປະຊາຊົນທີ່ທຸກຍາກຂາດເຂີນທີ່ສຸດບາງຄົນໄວ້ໃຫ້ເຮັດສວນອະງຸ່ນ ແລະ ເຮັດນາ.
ຊາວບາບີໂລນໄດ້ທຸບເສົາທອງສຳລິດ, ແທ່ນເຄື່ອນທີ່ ແລະ ອ່າງທີ່ເປັນທອງສຳຣິດຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ພວກເຂົາໄດ້ນໍາເອົາທອງສຳລິດທັງໝົດໄປທີ່ບາບີໂລນ. ພວກເຂົາຍັງໄດ້ນຳໝໍ້, ຊ້ວນ, ມີດຕັດຕັດໄສ້ຕະກຽງ ຈານ, ຊາມ ແລະ ເຄື່ອງໃຊ້ທອງສຳລິດທັງໝົດທີ່ໃຊ້ໃນວິຫານໄປດ້ວຍ. ຜູ້ສັ່ງການທະຫານປ້ອງກັນຮັກສາກະສັດຍັງໄດ້ປຸ້ນກະຖາງໄຟເຜົາເຄື່ອງຫອມ ແລະ ຊາມທັງໝົດທີ່ເຮັດດ້ວຍຄຳບໍລິສຸດ ຫລື ເງິນໄປດ້ວຍ.
ທອງສຳລິດທີ່ໄດ້ຈາກເສົາຫານທັງສອງຕົ້ນ ຂັນ ແລະ ແທ່ນເຄື່ອນທີ່ເຊິ່ງໂຊໂລໂມນສ້າງຂຶ້ນ ເພື່ອວິຫານຂອງພຣະເຈົ້າຢາເວນັ້ນມີປະລິມານຫລາຍເກີນກວ່າທີ່ຈະຊັ່ງນ້ຳໜັກໄດ້. ເສົາແຕ່ລະຕົ້ນສູງ 18 ສອກ4 ແລະ ມີຕາໜ່າງທອງສຳລິດສະຫລັບກັບໝາກພິລາທອງສຳລິດປະດັບ ຮອບຫົວເສົາຍາວ.5
ຜູ້ບັນຊາການທະຫານເຝົ້າຍາມໄດ້ຈັບຫົວໜ້າປະໂລຫິດເສຣາອີຢາ, ປະໂລຫິດຮອງເຊຟານີຢາ ແລະ ຄົນເຝົ້າຍາມປະຕູສາມຄົນໄວ້. ລາວໄດ້ຈັບກຸມຜູ້ທີ່ຍັງຢູ່ໃນເມືອງໄດ້ແກ່ ແມ່ທັບ ລັດທະມົນຕີຫ້າຄົນ ເລຂາຜູ້ເປັນຫົວໜ້າກອງເກນພົນ ແລະ ຄົນຂອງເຂົາທີ່ພົບໃນເມືອງອີກຫົກສິບຄົນ. ຜູ້ສັ່ງການເນບູຊາຣາດານໄດ້ນຳໂຕຄົນທັງໝົດນີ້ໄປພົບກະສັດບາບີໂລນຢູ່ທີ່ຣິບລາ. ກະສັດກໍໃຫ້ຂ້າຄົນເຫລົ່ານີ້ຢູ່ທີ່ຣິບລາໃນເຂດຮາມັດ.
ດັ່ງນັ້ນ ຢູດາຍຈຶ່ງຕົກເປັນຊະເລີຍ, ຕ້ອງຖືກພາກຈາກດິນແດນຂອງຕົນ.
ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກຳ ແລະ ເປັນຫລານຊາຟານໃຫ້ປົກຄອງປະຊາຊົນທີ່ເຫລືອຢູ່ໃນຢູດາຍ. ເມື່ອບັນດາເຈົ້າໜ້າທີ່ຂອງກອງທັບກັບພັກພວກຂອງຕົນໄດ້ຂ່າວວ່າກະສັດບາບີໂລນໄດ້ແຕ່ງຕັ້ງເກດາລີຢາເປັນຜູ້ບົງການ ກໍພາກັນມາພົບເກດາລີຢາທີ່ມີຊະປາໄດ້ແກ່ ອິດຊະມາເອນລູກຊາຍຂອງເປັນເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດຈາກເນໂຕຟາ ແລະ ຢາສານິຢາລູກຊາຍຂອງຄົນຕະກຸນມາອາກາກັບຄົນຂອງລາວ. ເກດາລີຢາຢືນຢັນກັບພວກເຂົາວ່າ, “ຢ່າຢ້ານເຈົ້າໜ້າທີ່ຂອງບາບີໂລນ ຈົ່ງຕັ້ງຖິ່ນຖານໃນດິນແດນ ແລະ ຮັບໃຊ້ກະສັດບາບີໂລນ ແລ້ວທຸກຢ່າງຈະເປັນໄປດ້ວຍດີ”.
ແຕ່ອິດຊະມາເອນລູກຊາຍຂອງເນທານີຢາ ແລະ ເປັນຫລານເອລີຊາມາ ເຊິ່ງເປັນເຊື້ອສາຍຄົນໜຶ່ງໄປຍັງມີຊະປາພ້ອມຄົນອີກສິບຄົນໃນເດືອນທີເຈັດ ແລະ ໄດ້ຂ້າເກດາລີຢາກັບຊາວຢູດາຍ ແລະ ຊາວບາບີໂລນທີ່ຢູ່ນຳ. ແລ້ວປະຊາຊົນທັງໝົດຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດພ້ອມທັງບັນດາເຈົ້າໜ້າທີ່ກອງທັບ ກໍໜີໄປຍັງເອຢິບເພາະຢ້ານຊາວບາບີໂລນ.
ເຢໂຮຍອາກິນໄດ້ຮັບການປົດປ່ອຍ
(ຢມຢ 52:31-34)
ໃນປີທີສາມສິບເຈັດຂອງການທີ່ກະສັດເຢໂຮຍອາກິນແຫ່ງຢູດາຍຕົກເປັນຊະເລີຍ ເຊິ່ງເປັນປີທີເອວິນເມໂລດັກ6 ຂຶ້ນເປັນກະສັດບາບີໂລນ ລາວໄດ້ປ່ອຍເຢໂຮຍອາກິນອອກຈາກຄຸກໃນວັນທີຊາວເຈັດເດືອນທີສິບສອງ. ລາວກ່າວກັບເຢໂຮຢາກິນຢ່າງອ່ອນໂຢນ ແລະ ໃຫ້ຢູ່ໃນຕຳແໜ່ງທີ່ມີກຽດກວ່າກະສັດອື່ນໆທີ່ຖືກຈັບມາເປັນຊະເລີຍໃນບາບີໂລນ. ດັ່ງນັ້ນ ເຢໂຮຍອາກິນຈຶ່ງໄດ້ຖອດຊຸດນັກໂທດອອກ ແລະ ໄດ້ຮ່ວມກິນອາຫານກັບກະສັດເປັນປະຈຳຕະຫລອດຊີວິດທີ່ມີ. ກະສັດຍັງໄດ້ມອບເບ້ຍລ້ຽງປະຈຳວັນໃຫ້ແກ່ເຢໂຮຍອາກິນຕະຫລອດຊີວິດຂອງເພິ່ນ.
Source notes (6)
- Footnote ຢມຢ 52:6
- Footnote ຫລື ຮ່ອມ ພູແຫ່ງ ຈໍແດນ
- Footnote ຫລື ກັນເດອານ ເຊັ່ນດຽວກັບຂໍ້ 13, 25 ແລະ 26
- Footnote ຄື ປະມານ 8,1 ແມັດ
- Footnote ຄື ປະມານ 1,4 ແມັດ
- Footnote ມີອີກຊື່ໜຶ່ງວ່າ ອາແວວມາດຸກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.