Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 24

ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮຍອາກິມ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ມາ​ຮຸກຮານ​ດິນແດນ ແລະ ເຢໂຮຍອາກິມ​ຕົກ​ເປັນ​ຂ້າ​ຮັບໃຊ້​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ. ແຕ່​ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ຫັນ​ກັບ​ໄປ​ຕໍ່ສູ້​ເນບູກາດເນັດຊາ. ພຣະເຈົ້າ​ຢາເວ​ໄດ້​ສົ່ງ​ຊາວ​ບາບີໂລນ,1 ອາຣາມ, ໂມອາບ ແລະ ອຳໂມນ​ມາ​ປຸ້ນ ແລະ ທຳລາຍ​ຢູດາຍ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ເຫດການ​ເຫລົ່ານີ້​ເກີດ​ແກ່​ຢູດາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ, ເພື່ອ​ຈະ​ກວາດ​ລ້າງ​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ພຣະອົງ ເນື່ອງ​ຈາກ​ຄວາມ​ບາບ​ທັງຫລາຍ​ຂອງ​ມານາເຊ ແລະ ສິ່ງ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ. ລວມ​ທັງ​ການ​ເຮັດ​ໃຫ້​ເລືອດ​ຂອງ​ຜູ້​ບໍລິສຸດ​ຕ້ອງ​ຫລັ່ງ​ໄຫລ. ເພາະ​ເພິ່ນ​ໄດ້​ເຮັດ​ໃຫ້​ເຢຣູຊາເລັມ​ນອງ​ດ້ວຍ​ເລືອດ​ຂອງ​ຜູ້​ບໍລິສຸດ ແລະ ພຣະເຈົ້າ​ຢາເວ​ບໍ່​ໄດ້​ເຕັມ​ໃຈ​ທີ່​ຈະ​ອະໄພ​ໃຫ້.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮຍອາກິມ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ເຢໂຮຍອາກິມ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ເຢໂຮຍອາກິນ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

ຟາໂຣ​ແຫ່ງ​ເອຢິບ​ບໍ່​ໄດ້​ຍົກທັບ​ກັບ​ມາ​ອີກ ເພາະ​ກະສັດ​ບາບີໂລນ​ຢຶດ​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຕັ້ງ​ແຕ່​ແມ່ນ້ຳ​ແຫ່ງ​ເອຢິບ​ຈົນ​ຮອດ​ແມ່ນ້ຳ​ເອີຟຣັດ.

ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ

(2ຂຄ 36:9-10)

ເມື່ອ​ເຢໂຮຍອາກິນ​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ສິບ​ແປດ​ປີ ແລະ ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ສາມ​ເດືອນ ແມ່​ຂອງ​ຄື​ເປັນ​ຮູ​ຊະ​ຕາລູກ​ສາວ​ຂອງ​ເອນນາທານ​ຈາກ​ເຢຣູຊາເລັມ. ເຢໂຮຍາກິນ​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ​ເໝືອນ​ທີ່​ບັນພະບຸລຸດ​ຂອງ​ໄດ້​ເຮັດ.

ໃນ​ຊ່ວງ​ນີ້​ເອງ ກອງທັບ​ຂອງ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ບຸກ​ມາ​ລ້ອມ​ເຢຣູຊາເລັມ​ໄວ້. ລະຫວ່າງ​ທີ່​ລ້ອມ​ຢູ່​ນັ້ນ ເນບູກາດເນັດຊາ​ເອງ​ໄດ້​ມາ​ທີ່​ເຢຣູຊາເລັມ. ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ, ແມ່ ແລະ ຜູ້ນຳ​ທັບ ແລະ ຜູ້ຮັບໃຊ້​ທັງໝົດ​ໄດ້​ຍອມ​ຈຳນົນ​ແກ່​ເນບູກາດເນັດຊາ.

ໃນ​ປີ​ທີ​ແປດ​ແຫ່ງ​ຊ່ວງ​ການ​ປົກຄອງ​ຂອງ​ເນບູກາດເນັດຊາ, ເຢໂຮຍາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້, ເນບູກາດເນັດຊາ​ປຸ້ນ​ເອົາ​ສົມບັດ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ວັງ​ກັບ​ໄປ, ຕະຫລອດ​ຈົນ​ພາຊະນະ​ເຄື່ອງ​ໃຊ້​ຄຳ​ທັງໝົດ​ທີ່​ກະສັດ​ໂຊໂລໂມນ​ແຫ່ງ​ອິດສະຣາເອນ​ໃຫ້​ເຮັດ​ຂຶ້ນ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ດ້ວຍ. ເນບູກາດເນັດຊາ​ໄດ້​ຈັບ​ກຸມ​ຊະເລີຍ​ຈຳນວນ​ສິບພັນ​ຄົນ​ໄປ​ຈາກ​ເຢຣູຊາເລັມ ມີ​ທັງ​ຜູ້ຮັບໃຊ້, ນັກຮົບ, ຊ່າງ​ຝີ​ມື ແລະ ຊ່າງ​ໂລຫະ​ຕ່າງໆ ເຫລືອ​ໄວ້​ແຕ່​ປະຊາຊົນ​ທີ່​ທຸກ​ຍາກ​ທີ່ສຸດ.

ເນບູກາດເນັດຊາ​ໄດ້​ຈັບ​ກຸມ​ໂຕ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ລວມ​ທັງ​ບັນດາ​ເມຍ​ທັງຫລາຍ, ແມ່, ຜູ້ຮັບໃຊ້ ແລະ ຊົນ​ຊັ້ນ​ຜູ້ນຳ​ຂອງ​ຢູດາຍ​ດ້ວຍ. ກະສັດ​ແຫ່ງ​ບາບີໂລນ​ຄຸມ​ໂຕ​ບັນດາ​ນັກຮົບ​ທັງໝົດ​ເຈັດ​ພັນ​ຄົນ​ໄປ​ທີ່​ບາບີໂລນ, ລ້ວນ​ແຕ່​ແຂງແຮງ ແລະ ພ້ອມ​ທີ່​ຈະ​ອອກ​ຮົບ ແລະ ຊ່າງ​ໂລຫະ​ກັບ​ຊ່າງ​ຝີ​ມື​ອີກ​ໜຶ່ງ​ພັນ​ຄົນ. ຫລັງ​ຈາກ​ນັ້ນ ເພິ່ນ​ກໍ​ໄດ້​ແຕ່ງຕັ້ງ​ມັດຕານິຢາ ລຸງ​ຂອງ​ເຢໂຮຍາກິນ​ໃຫ້​ເປັນ​ກະສັດ​ແທນ ແລະ ໄດ້​ປ່ຽນ​ຊື່​ເປັນ​ເຊເດກີຢາ.

ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ

(2ຂຄ 36:11-16; ຢມຢ 52:1-3)

ເມື່ອ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ, ເພິ່ນ​ມີ​ອາຍຸ​ຊາວ​ເອັດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ​ທີ່​ເປັນ​ລູກສາວ​ຂອງ​ເຢເຣມີຢາ, ນາງ​ມາ​ຈາກ​ລິບນາ. ເຊເດກີຢາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ເໝືອນດັ່ງ​ທີ່​ເຢໂຮຍອາກິມ​ໄດ້​ເຮັດ. ຍ້ອນ​ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ເຫດການ​ທັງໝົດ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ເຢຣູຊາເລັມ ແລະ ຢູດາຍ, ໃນທີ່ສຸດ​ພຣະອົງ​ໂຍນ​ພວກເຂົາ​ໄປ​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ພຣະອົງ. ບັດນີ້ ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ບາບີໂລນ.

ເຢຣູຊາເລັມ​ຫລົ້ມຈົມ

(2ຂຄ 36:17-20; ຢມຢ 39:1-10; 40:7-9; 41:1-3,16-18; 52:4-27)

ໃນ​ເວລາ​ນັ້ນ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ບາບີໂລນ.

Source notes (1)
  1. Footnote ຫລື ກັນເດອານ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.