Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 23

ໂຢຊີຢາ​ໄດ້​ຮື້​ຟື້ນ​ຄຳໝັ້ນສັນຍາ

(2ຂຄ 34:3-7,29-33; 35:1,18–36:1)

ຫລັງຈາກ​ນັ້ນ ກະສັດ​ໂຢຊີຢາ​ກໍ​ໄດ້​ເອີ້ນ​ຜູ້ອາວຸໂສ​ຂອງ​ຢູດາຍ ແລະ ເຢຣູຊາເລັມ​ທຸກຄົນ​ມາ​ລວມ​ກັນ. ເພິ່ນ​ໄດ້​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ພ້ອມ​ຊາວ​ຢູດາ, ຊາວ​ເຢຣູຊາເລັມ, ບັນດາ​ປະໂລຫິດ ແລະ ບັນດາ​ຜູ້ທຳນວາຍ ຄື​ປະຊາຊົນ​ທັງໝົດ​ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່ສຸດ​ຈົນ​ເຖິງ​ຜູ້ໃຫຍ່​ທີ່ສຸດ. ກະສັດ​ໂຢຊີຢາ​ໄດ້​ອ່ານ​ທຸກ​ຖ້ອຍຄຳ​ໃນ​ໜັງສື​ຄຳໝັ້ນສັນຍາ​ທີ່​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຕໍ່ໜ້າ​ພວກເຂົາ. ກະສັດ​ໄດ້​ຢືນ​ຢູ່​ຂ້າງ​ເສົາ ແລະ ຮື້​ຟື້ນ​ຄຳໝັ້ນສັນຍາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ປະຕິຍານ​ວ່າ​ຈະ​ຕິດຕາມ​ພຣະເຈົ້າ​ຢາເວ ແລະ ປະຕິບັດ​ຕາມ​ຄຳສັ່ງ, ກົດ​ລະບຽບ ແລະ ດຳລັດ​ຂອງ​ພຣະອົງ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຕົນ, ເປັນ​ການ​ຢືນຢັນ​ໃຈ​ຄວາມ​ຂອງ​ຄຳໝັ້ນສັນຍາ​ທີ່​ຂຽນ​ໄວ້​ໃນ​ໜັງສື​ນີ້, ແລ້ວ​ປະຊາຊົນ​ທັງໝົດ​ກໍ​ປະຕິຍານ​ເຂົ້າ​ຮ່ວມ​ໃນ​ຄຳໝັ້ນສັນຍາ.

ກະສັດ​ໂຢຊີຢາ​ໄດ້​ສັ່ງ​ມະຫາ​ປະໂລຫິດ​ຮິນກີຢາ, ປະໂລຫິດ​ອື່ນໆ​ທີ່​ຮອງ​ລົງ​ມາ ແລະ ຄົນ​ເຝົ້າ​ຍາມ​ປະຕູ​ທັງຫລາຍ​ໃຫ້​ກຳຈັດ​ເຄື່ອງ​ໃຊ້​ທຸກ​ຢ່າງ​ສຳລັບ​ພະບາອານ, ເຈົ້າ​ແມ່​ອາເຊຣາ ແລະ ດວງດາວ​ທັງໝົດ​ໃນ​ທ້ອງຟ້າ​ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ເພິ່ນ​ໄດ້​ເຜົາ​ເຄື່ອງຂອງ​ເຫລົ່ານັ້ນ​ຢູ່​ທີ່​ລານ​ຮ່ອມພູ​ກິດໂຣນ ເຊິ່ງ​ຢູ່​ນອກ​ເຢຣູຊາເລັມ ແລະ ໄດ້​ນຳ​ຂີ້ເຖົ່າ​ໄປ​ຖິ້ມ​ຢູ່​ທີ່​ເບັດເອນ. ໂຢຊີຢາ​ໄດ້​ປົດ​ປະໂລຫິດ​ຂອງ​ພະ​ທັງຫລາຍ​ທີ່​ບັນດາ​ກະສັດ​ຢູດາຍ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເຜົາ​ເຄື່ອງ​ຫອມ​ໃນ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ທົ່ວ​ແດນ​ຢູດາຍ ແລະ ອ້ອມຮອບ​ເຢຣູຊາເລັມ​ເພື່ອ​ບູຊາ​ພະບາອານ ດວງ​ອາທິດ, ດວງ​ເດືອນ, ກຸ່ມ​ດາວ ແລະ ດວງດາວ​ທັງໝົດ​ໃນ​ທ້ອງຟ້າ. ກະສັດ​ໂຢຊີຢາ​ໄດ້​ຮື້​ເສົາ​ເຈົ້າ​ແມ່​ອາເຊຣາ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ນຳ​ໄປ​ເຜົາ​ຢູ່​ທີ່​ຮ່ອມພູ​ກິດໂຣນ ເຊິ່ງ​ຢູ່​ນອກ​ເຢຣູຊາເລັມ ແລ້ວ​ບົດ​ເປັນ​ຜົງ ໂຮຍ​ເທິງ​ຂຸມ​ຝັງ​ສົບ​ຂອງ​ຄົນ​ທົ່ວ​ໄປ. ເພິ່ນ​ຍັງ​ໄດ້​ຮື້​ສະຖານ​ບູຊາ​ຕ່າງໆ​ຂອງ​ໂສເພນີ​ຊາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຂອງ​ບັນດາ​ຍິງ​ຕ່ຳຜ້າ​ສຳລັບ​ເຈົ້າ​ແມ່​ອາເຊຣາ.

ໂຢຊີຢາ​ໄດ້​ນຳ​ບັນດາ​ປະໂລຫິດ​ຈາກ​ຫົວ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ມາ​ທີ່​ເຢຣູຊາເລັມ ແລະ ໄດ້​ຮື້​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ຈາກ​ເກບາ​ຈົນ​ຮອດ​ເບເອນເຊບາ, ບ່ອນ​ທີ່​ປະໂລຫິດ​ທັງຫລາຍ​ໄດ້​ເຜົາ​ເຄື່ອງ​ຫອມ. ເພິ່ນ​ໄດ້​ທຳລາຍ​ສະຖານ​ບູຊາ1 ບ່ອນ​ທາງ​ເຂົ້າ​ປະຕູ​ທີ່​ໂຢຊວຍ​ຜູ້ວ່າການ​ເມືອງ​ຂອງ​ເຢຣູຊາເລັມ​ໄດ້​ສ້າງ​ຂຶ້ນ ຕັ້ງ​ຢູ່​ທາງ​ຊ້າຍ​ມື​ຂອງ​ປະຕູ​ເມືອງ. ເຖິງ​ແມ່ນ​ປະໂລຫິດ​ຂອງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ເຫລົ່ານີ້​ບໍ່​ໄດ້​ຮັບໃຊ້​ຢູ່​ທີ່​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ​ໃນ​ເຢຣູຊາເລັມ ແຕ່​ພວກເພິ່ນ​ກໍ​ໄດ້​ກິນ​ເຂົ້າຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ຮ່ວມ​ກັບ​ປະໂລຫິດ​ຄົນ​ອື່ນໆ.

ໂຢຊີຢາ​ໄດ້​ທຳລາຍ​ໂຕເຟັດ​ໃນ​ຮ່ອມພູ​ເບັນ​ຮິນໂນມ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ສາມາດ​ໃຊ້​ທີ່​ນັ້ນ​ເຜົາ​ລູກຊາຍ​ລູກສາວ​ຂອງ​ຕົນ​ເປັນ​ເຄື່ອງບູຊາ​ຍັນ2​ໃຫ້​ແກ່​ພະໂມລົກ​ໄດ້​ອີກ. ເພິ່ນ​ໄດ້​ຮື້​ຮູບປັ້ນ​ມ້າ​ຢູ່​ທີ່​ທາງ​ເຂົ້າ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ຕັ້ງ​ຢູ່​ເທິງ​ເດີ່ນ3​ໃກ້​ກັບ​ຫ້ອງນອນ​ຂອງ​ຂຸນນາງ​ນາທານເມເຫລັກ ຮູບປັ້ນ​ເຫລົ່ານີ້​ກະສັດ​ຄົນ​ກ່ອນໆ​ຂອງ​ຢູດາຍ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຖວາຍ​ດວງ​ຕາເວັນ. ຫລັງ​ຈາກ​ນັ້ນ ໂຢຊີຢາ​ກໍ​ໄດ້​ເຜົາ​ລົດມ້າ​ຮົບ​ທີ່​ສ້າງ​ຖວາຍ​ດວງ​ຕາເວັນ​ດ້ວຍ.

ເພິ່ນ​ໄດ້​ຮື້​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ຢູດາຍ​ໄດ້​ສ້າງ​ຂຶ້ນ​ເທິງ​ດາດ​ວັງ ເໜືອ​ຫ້ອງ​ຂອງ​ອາຮາດ ແລະ ແທ່ນບູຊາ​ທີ່​ມານາເຊ​ໄດ້​ສ້າງ​ຂຶ້ນ​ໃນ​ເດີ່ນ​ທັງ​ສອງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ໂຢຊີຢາ​ໄດ້​ຍ້າຍ​ແທ່ນບູຊາ​ເຫລົ່ານັ້ນ ອອກ​ໄປ​ຈາກ​ທີ່​ນັ້ນ, ທຸບ​ແທ່ນ​ເຫລົ່ານັ້ນ​ເປັນ​ກ້ອນ​ນ້ອຍໆ ແລະ ຖິ້ມ​ໃນ​ຮ່ອມພູ​ກິດໂຣນ. ເພິ່ນ​ໄດ້​ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ທາງ​ຕາເວັນ​ອອກ​ຂອງ​ເຢຣູຊາເລັມ ທາງ​ໃຕ້​ຂອງ​ໂນນພູ​ແຫ່ງ​ຄວາມ​ເສື່ອມໂຊມ ເຊິ່ງ​ກະສັດ​ໂຊໂລໂມນ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ຂຶ້ນ​ສຳລັບ​ເຈົ້າແມ່​ອັດສະຕາກ​ອັນ​ຊົ່ວຊ້າ​ຂອງ​ຊາວ​ຊີໂດນ ສຳລັບ​ພະເຄໂມດ​ອັນ​ຊົ່ວຊ້າ​ຂອງ​ໂມອາບ ແລະ ສຳລັບ​ພະໂມເລັກ4​ອັນ​ໜ້າ​ກຽດຊັງ​ຂອງ​ຊາວ​ອຳໂມນ. ໂຢຊີຢາ​ໄດ້​ທຸບ​ຫີນ​ສັກສິດ ແລະ ໂຄ່ນ​ລົ້ມ​ເສົາ​ເຈົ້າ​ແມ່​ອາເຊຣາ​ຖິ້ມ ແລະ ຖົມ​ບ່ອນ​ເຫລົ່ານັ້ນ​ດ້ວຍ​ກະດູກ​ຄົນ​ຕາຍ.

ເພິ່ນ​ຍັງ​ໄດ້​ຮື້​ແທ່ນບູຊາ ແລະ ສະຖານ​ບູຊາ​ເທິງ​ທີ່​ສູງ​ໃນ​ເບັດເອນ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ຊັກຈູງ​ອິດສະຣາເອນ​ໃຫ້​ເຮັດ​ບາບ​ນັ້ນ​ໄດ້​ສ້າງ​ຂຶ້ນ. ໂຢຊີຢາ​ໄດ້​ທຸບ​ຖິ້ມ​ໃຫ້​ໝຸ່ນ​ເປັນ​ຂີ້ດິນ. ເພິ່ນ​ໄດ້​ເຜົາ​ເສົາ​ເຈົ້າ​ແມ່​ອາເຊຣາ​ເໝືອນ​ກັນ. ຫລັງຈາກນັ້ນ ໂຢຊີຢາ​ເບິ່ງ​ໄປ​ອ້ອມ​ຮອບ ແລະ ເມື່ອ​ເພິ່ນ​ເຫັນ​ບ່ອນ​ຝັງ​ສົບ​ຕ່າງໆ​ທີ່​ຢູ່​ຂ້າງ​ພູເຂົາ ເພິ່ນ​ກໍ​ໄດ້​ສັ່ງ​ໃຫ້​ນຳ​ກະດູກ​ໃນ​ບ່ອນ​ຝັງ​ສົບ​ເຫລົ່ານັ້ນ​ອອກ​ມາ​ເຜົາ​ຢູ່​ເທິງ​ແທ່ນບູຊາ​ແຫ່ງ​ເບັດເອນ ເພື່ອ​ໃຫ້​ແທ່ນ​ນັ້ນ​ເສື່ອມ​ຄວາມ​ສັກສິດ, ຕາມ​ທີ່​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ປະກາດ​ໄວ້​ແລ້ວ​ວ່າ​ຈະ​ເກີດ​ຂຶ້ນ.

ໂຢຊີຢາ​ໄດ້​ຖາມ​ວ່າ, “ຫີນ​ອຸບໂມງ​ຝັງ​ສົບ​ທີ່​ເຫັນ​ນັ້ນ​ແມ່ນຫຍັງ?”

ຊາວ​ເມືອງ​ໄດ້​ຕອບ​ວ່າ, “ເປັນ​ຂຸມ​ຝັງ​ສົບ​ຂອງ​ຄົນ​ຂອງ​ພຣະເຈົ້າ​ຈາກ​ຢູດາຍ ເຊິ່ງ​ປະກາດ​ວ່າ​ສິ່ງ​ທີ່​ທ່ານ​ຫາ​ກໍ່​ເຮັດ​ສຳເລັດ​ລົງ​ໄປ​ຈະ​ເກີດ​ຂຶ້ນ​ເທິງ​ແທ່ນ​ແຫ່ງ​ເບັດເອນ​ນີ້”.

ໂຢຊີຢາ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ປ່ອຍ​ບ່ອນ​ຝັງ​ສົບ​ນັ້ນ​ໄວ້ ຢ່າ​ໃຫ້​ຜູ້ໃດ​ໄປ​ລົບກວນ​ກະດູກ​ຂອງ​ລາວ​ເລີຍ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ໄດ້​ເຜົາ​ກະດູກ​ຂອງ​ຜູ້​ນັ້ນ ແລະ ກະດູກ​ຂອງ​ຜູ້ທຳນວາຍ​ຈາກ​ຊາມາເຣຍ.

ເຊັ່ນ​ດຽວ​ກັບ​ທີ່​ເບັດເອນ ໂຢຊີຢາ​ໄດ້​ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ທົ່ວ​ຊາມາເຣຍ ແລະ ເຮັດ​ໃຫ້​ເສື່ອມ​ຄວາມ​ສັກສິດ ຄື​ບ່ອນທີ່​ບັນດາ​ກະສັດ​ອິດສະຣາເອນ​ສ້າງ​ຂຶ້ນ​ຍົວະ​ໃຫ້​ພຣະເຈົ້າ​ຢາເວ​ໃຈ​ຮ້າຍ. ໂຢຊີຢາ​ໄດ້​ຂ້າ​ປະໂລຫິດ​ທັງໝົດ​ຂອງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ເທິງ​ແທ່ນບູຊາ​ເຫລົ່ານັ້ນ ແລະ ເຜົາ​ກະດູກ​ຄົນ​ເທິງ​ແທ່ນບູຊາ​ນັ້ນ. ຫລັງຈາກ​ນັ້ນ ເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ.

ໂຢຊີຢາ​ໄດ້​ສັ່ງ​ປະຊາຊົນ​ທັງໝົດ​ວ່າ, “ຈົ່ງ​ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ຕາມ​ທີ່​ຂຽນ​ໄວ້​ໃນ​ໜັງສື​ຄຳໝັ້ນສັນຍາ​ນີ້”. ບໍ່​ເຄີຍ​ມີ​ການ​ສະຫລອງ​ປັດສະຄາ​ແບບ​ນັ້ນ​ເລີຍ​ນັບ​ຕັ້ງ​ແຕ່​ສະໄໝ​ພວກຜູ້ປົກຄອງ​ຂອງ​ອິດສະຣາເອນ ແລະ ຕະຫລອດ​ຍຸກ​ຂອງ​ກະສັດ​ອິດສະຣາເອນ ແລະ ຢູດາຍ. ແຕ່​ພິທີ​ປັດສະຄາ​ນີ້​ແມ່ນ​ສະຫລອງ​ແກ່​ພຣະເຈົ້າ​ຢາເວ​ໃນ​ເຢຣູຊາເລັມ​ໃນ​ປີ​ທີ​ສິບ​ແປດ​ແຫ່ງ​ຊ່ວງ​ການ​ປົກຄອງ​ກະສັດ​ໂຢຊີຢາ.

ຫລາຍ​ກວ່າ​ນັ້ນ, ໂຢຊີຢາ​ຍັງ​ໄດ້​ກຳຈັດ​ຄົນ​ຫລິ້ນ​ຄາຖາ, ໝໍດູ, ພະ​ປະຈຳ​ເຮືອນ, ຮູບເຄົາລົບ ແລະ ສິ່ງ​ທີ່​ໜ້າ​ກຽດຊັງ​ທັງໝົດ​ທີ່​ພົບ​ເຫັນ​ໃນ​ຢູດາຍ ແລະ ເຢຣູຊາເລັມ ເພື່ອ​ໃຫ້​ຄົບ​ຖ້ວນ​ຕາມ​ຂໍ້​ກຳນົດ​ຂອງ​ກົດບັນຍັດ​ທີ່​ຂຽນ​ໄວ້​ໃນ​ໜັງສື​ທີ່​ປະໂລຫິດ​ຮິນກີຢາ​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ກ່ອນ​ໜ້າ ຫລື ຫລັງ​ໂຢຊີຢາ ບໍ່​ມີ​ກະສັດ​ຄົນ​ໃດ​ຄື​ກັບ​ເພິ່ນ ເຊິ່ງ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຢາເວ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຕົນ ແລະ ສຸດ​ກຳລັງ​ຂອງ​ຕົນ, ຕາມ​ກົດບັນຍັດ​ທັງໝົດ​ຂອງ​ໂມເຊ.

ແຕ່​ພຣະເຈົ້າ​ຢາເວ​ບໍ່​ໄດ້​ເຊົາ​ໃຈ​ຮ້າຍ​ອັນ​ໃຫຍ່​ຫລວງ​ທີ່​ມີ​ຕໍ່​ຢູດາຍ ເຊິ່ງ​ເນື່ອງ​ມາ​ຈາກ​ການ​ກະທຳ​ທັງໝົດ​ຂອງ​ມານາເຊ​ທີ່​ຍົວະ​ໃຫ້​ພຣະອົງ​ໃຈຮ້າຍ. ດັ່ງນັ້ນ ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ກຳຈັດ​ຢູດາຍ​ອອກ​ໄປ​ໃຫ້​ພົ້ນ​ໜ້າ​ເຮົາ ເໝືອນ​ທີ່​ເຮົາ​ໄດ້​ກຳຈັດ​ອິດສະຣາເອນ ແລະ ເຮົາ​ຈະ​ຖິ້ມ​ເຢຣູຊາເລັມ​ເມືອງ​ທີ່​ເຮົາ​ເລືອກ​ໄວ້ ແລະ ຖິ້ມ​ວິຫານ​ທີ່​ເຮົາ​ກ່າວ​ວ່າ, ‘ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ’5”.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ໂຢຊີຢາ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ນັ້ນ​ແມ່ນ​ມີ​ບັນທຶກ​ຢູ່​ໃນ​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ?

ໃນຂະນະ​ທີ່​ໂຢຊີຢາ​ຍັງ​ປົກຄອງ​ຢູ່, ຟາໂຣ​ເນໂກ​ແຫ່ງ​ເອຢິບ​ໄດ້​ມາ​ທີ່​ແມ່ນ້ຳ​ເອີຟຣັດ​ເພື່ອ​ຊ່ວຍ​ກະສັດ​ອັດຊີເຣຍ. ກະສັດ​ໂຢຊີຢາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ກັບ​ເນໂກ ແລະ ຖືກ​ຂ້າ​ຢູ່​ທີ່​ເມກິດໂດ. ທະຫານ​ຂອງ​ໂຢຊີຢາ​ຈຶ່ງ​ນຳ​ສົບ​ຂອງ​ເນໂກ​ຂຶ້ນ​ລົດມ້າ​ຈາກ​ເມກິດໂດ​ມາ​ທີ່​ເຢຣູຊາເລັມ ແລະ ຝັງ​ໄວ້​ໃນ​ອຸບໂມງ​ຝັງ​ສົບ​ຂອງ​ລາວ​ເອງ. ປະຊາຊົນ​ໄດ້​ເລືອກ​ເຢໂຮອາຮາດ​ລູກຊາຍ​ຂອງ​ໂຢຊີຢາ ແລະ ແຕ່ງຕັ້ງ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແທນ​ພໍ່​ຂອງ​ເພິ່ນ.

ກະສັດ​ເຢໂຮອາຮາດ​ແຫ່ງ​ຢູດາຍ

(2ຂຄ 36:2-4)

ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ເພື່ອ​ເພິ່ນ​ມີ​ອາຍຸ 23 ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ຮາມູຕານ​ລູກ​ສາວ​ຂອງ​ເຢເຣມີຢາ​ແຫ່ງ​ລິບນາ. ເຢໂຮອາຮາດ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ທີ່​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ. ຟາໂຣ​ເນໂກ​ໄດ້​ຈັບ​ເພິ່ນ​ລ່າມ​ໂສ້​ໄວ້​ຢູ່​ທີ່​ຣິບລາ​ໃນ​ຮາມັດ6 ເພື່ອ​ບໍ່​ໃຫ້​ເພິ່ນ​ປົກຄອງ​ຢູ່​ທີ່​ເຢຣູຊາເລັມ ແລະ ບັງຄັບ​ຢູດາຍ​ໃຫ້​ສົ່ງ​ເຄຶ່ອງຖວາຍ​ເປັນ​ເງິນ 100 ຕາລັນຕົນ7 ແລະ ຄຳ 1 ຕາລັນຕົນ.8 ຟາໂຣ​ເນໂກ​ໄດ້​ເລືອກ​ເອລີອາກິມ​ລູກຊາຍ​ຂອງ​ໂຢຊີຢາ​ໃຫ້​ປົກຄອງ​ໃນ​ເຢຣູຊາເລັມ ແລ້ວ​ປ່ຽນ​ຊື່​ເປັນ​ເຢໂຮຍອາກິມ. ສ່ວນ​ເຢໂຮອາຮາດ​ຖືກ​ນຳ​ໂຕ​ໄປ​ທີ່​ເອຢິບ ແລະ ຕາຍ​ທີ່​ນັ້ນ. ເຢໂຮຍອາກິມ​ໄດ້​ເກັບ​ພາສີ​ແຜ່ນດິນ​ຈາກ​ປະຊາຊົນ​ເພື່ອ​ໃຫ້​ໄດ້​ເງິນ ແລະ ຄຳ​ເຕັມ​ຈຳນວນ​ຕາມ​ທີ່​ຟາໂຣ​ເນໂກ​ຮຽກຮ້ອງ​ມາ.

ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ

(2ຂຄ 36:5-8)

ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ​ເພື່ອ​ເພິ່ນ​ມີ​ອາຍຸ 25 ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບ​ເອັດ​ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ເສບິດາ ເຊິ່ງ​ເປັນ​ລູກ​ສາວ​ຂອງ​ເປດາຢາ​ຈາກ​ຣູມາ. ເຢໂຮຍອາກິນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ທີ່​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ.

Source notes (8)
  1. Footnote ຫລື ສະຖານ​ບູຊາ ເທິງ​ທີ່​ສູງ
  2. Footnote ຫລື ໃຊ້​ທີ່​ນັ້ນ​ໃຫ້​ລູກຊາຍ​ລູກສາວ​ລຸຍ​ໄຟ
  3. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ແມ່ນ​ມີ​ຄວາມໝາຍ​ບໍ່​ຊັດເຈນ
  4. Footnote ພາສາ​ເຮັບເຣີ​ວ່າ ມິນກົມ
  5. Footnote 1ກສ 8:29
  6. Footnote ສະບັບ LXX. ວ່າ ເປັນ​ໂຄ​ທີ່ ຣິບລາ ໃນ​ຮາມັດ​ຖອດ​ຖອນ ລາວ ອອກ (ເບິ່ງ 2ຂຄ 36:3)
  7. Footnote ຫລື ປະມານ 3,4 ໂຕນ
  8. Footnote ຫລື ປະມານ 3,4 ກິໂລກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.