Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 22

ພົບ​ໜັງສື​ກົດບັນຍັດ

(2ຂຄ 34:1-2,8-28)

ໂຢຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ມີ​ອາຍຸ​ແປດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ 31 ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ເຢດີດາ ເຊິ່ງ​ລູກ​ສາວ​ຂອງ​ອາດາຢາ​ຈາກ​ໂບສະກາດ. ໂຢຊີຢາ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ແລະ ດຳເນີນ​ຕາມ​ແບບ​ຢ່າງ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ທຸກ​ປະການ ໂດຍ​ບໍ່​ໄດ້​ຫັນ​ເຫ​ໄປ​ທາງ​ຂວາ ຫລື ທາງ​ຊ້າຍ.

ໃນ​ປີ​ທີ​ສິບ​ແປດ​ແຫ່ງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໂຢຊີຢາ ເພິ່ນ​ໄດ້​ໃຊ້​ຊາຟານ ຜູ້​ເປັນ​ເລຂາ, ລູກຊາຍ​ຂອງ​ອາຊາລີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ໂຢຊີຢາ​ໄດ້​ສັ່ງ​ວ່າ: “ຈົ່ງ​ຂຶ້ນ​ໄປ​ພົບ​ມະຫາ​ປະໂລຫິດ​ຮິນກີຢາ ແລະ ບອກ​ເພິ່ນ​ໃຫ້​ລວມ​ເງິນ​ທີ່​ປະໂລຫິດ​ທີ່​ເຝົ້າ​ປະຕູ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ເກັບ​ຈາກ​ປະຊາຊົນ​ທີ່​ມາ​ນະມັດສະການ. ແລະ ນຳ​ໄປ​ມອບ​ແກ່​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ຄວບ​ຄຸມ​ວຽກ​ໃນ​ວິຫານ ເພື່ອ​ຈ່າຍ​ໃຫ້​ແກ່​ຄົນ​ງານ​ທີ່​ມາ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ຄື​ຊ່າງ​ໄມ້, ຊ່າງ​ກໍ່​ສ້າງ ແລະ ຊ່າງ​ກໍ່ ແລະ ເພື່ອ​ຊື້​ໄມ້ ແລະ ຫີນ​ສະຫລັກ​ທີ່​ໃຊ້​ໃນ​ການ​ສ້ອມແປງ​ວິຫານ. ແຕ່​ພວກເຂົາ​ບໍ່​ຕ້ອງ​ເຮັດ​ລາຍງານ​ການ​ເງິນ​ທີ່​ພວກເຂົາ​ໄດ້​ຮັບ​ມາ ເພາະ​ພວກເຂົາ​ເຮັດວຽກ​ດ້ວຍ​ຄວາມ​ສັດຊື່”.

ມະຫາ​ປະໂລຫິດ​ຮິນກີຢາ​ໄດ້​ເວົ້າ​ກັບ​ຊາຟານ​ຜູ້​ເປັນ​ເລຂາ​ວ່າ, “ຂ້າພະເຈົ້າ​ໄດ້​ພົບ​ໜັງສື​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ”. ແລ້ວ​ລາວ​ມອບ​ໃຫ້​ຊາຟານ​ອ່ານ ຊາຟານ​ຜູ້​ເປັນ​ເລຂາ​ຈຶ່ງ​ໄປ​ລາຍງານ​ກະສັດ​ວ່າ, “ຜູ້ຮັບໃຊ້​ໄດ້​ຈ່າຍ​ເງິນ​ທີ່​ມີ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໃຫ້​ຄົນງານ ແລະ ຜູ້​ຄວບຄຸມ​ການ​ສ້ອມແປງ​ວິຫານ”. ແລ້ວ​ຊາຟານ​ຜູ້​ເປັນ​ເລຂາ​ກໍ​ໄດ້​ແຈ້ງ​ຕໍ່​ກະສັດ​ວ່າ, “ປະໂລຫິດ​ຮິນກີຢາ​ໄດ້​ມອບ​ໜັງສື​ນີ້​ໃຫ້​ແກ່​ຂ້ານ້ອຍ”. ຊາຟານ​ຈຶ່ງ​ອ່ານ​ໜັງສື​ນັ້ນ​ຕໍ່ໜ້າ​ກະສັດ.

ເມື່ອ​ກະສັດ​ໄດ້​ຟັງ​ເນື້ອ​ຄວາມ​ໃນ​ໜັງສື​ກົດບັນຍັດ​ນັ້ນ​ແລ້ວ, ເພິ່ນ​ກໍ​ຈີກ​ເສື້ອຄຸມ​ຂອງ​ຕົນ. ເພິ່ນ​ໄດ້​ສັ່ງ​ປະໂລຫິດ​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັກໂບ​ລູກຊາຍ​ຂອງ​ມີກາອີຢາ, ຊາຟານ​ຜູ້​ເປັນ​ເລຂາ ແລະ ອາສາອີຢາ​ຄົນ​ຮັບໃຊ້​ຂອງ​ກະສັດ​ວ່າ: “ຈົ່ງ​ໄປ​ຖາມ​ພຣະເຈົ້າ​ຢາເວ​ໃຫ້​ເຮົາ ແລະ ບັນດາ​ປະຊາຊົນ​ທົ່ວ​ທັງ​ຢູດາຍ​ກ່ຽວກັບ​ສິ່ງ​ທີ່​ບັນທຶກ​ໄວ້​ໃນ​ໜັງສື​ທີ່​ໄດ້​ພົບ​ນີ້ ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ທີ່​ເຜົາ​ຜານ​ພວກເຮົາ​ນັ້ນ​ຮ້າຍແຮງ​ຫລາຍ ເພາະ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ໄດ້​ປະຕິບັດ​ຕາມ​ຖ້ອຍ​ຄຳ​ໃນ​ໜັງສື​ນີ້​ເລີຍ ເຊິ່ງ​ມີ​ບັນທຶກ​ກ່ຽວ​ພັນ​ກັນ​ມາ​ເຖິງ​ພວກເຮົາ​ທັງຫລາຍ”.

ປະໂລຫິດ​ຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ ອາສາອີຢາ ຈຶ່ງ​ໄດ້​ໄປ​ເວົ້າ​ກັບ​ຜູ້ທຳນວາຍ​ຮຸນດາ ເຊິ່ງ​ເປັນ​ເມຍ​ຂອງ​ຊໍລູມ ລູກຊາຍ​ຂອງ​ຕິກວາ, ຜູ້​ເປັນ​ລູກຊາຍ​ຂອງ​ຮາຣະຮັດ, ເຊິ່ງ​ເປັນ​ຜູ້​ເບິ່ງແຍງ​ເຄື່ອງຖວາຍ. ນາງ​ໄດ້​ອາໄສ​ຢູ່​ທີ່​ເຢຣູຊາເລັມ​ແຂວງ​ສອງ.

ນາງ​ກ່າວ​ກັບ​ພວກເຂົາ​ວ່າ, “ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ ຈົ່ງ​ແຈ້ງ​ຜູ້​ທີ່​ໃຊ້​ເຈົ້າ​ມາ​ຫາ​ເຮົາ​ວ່າ: ‘ພຣະເຈົ້າ​ຢາເວ​ໄດ້​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ນຳ​ໄພພິບັດ​ທຸກ​ຢ່າງ​ມາ​ທີ່​ສະຖານ​ທີ່​ແຫ່ງ​ນີ້ ແລະ ມາ​ທີ່​ປະຊາຊົນ​ຂອງ​ສະຖານ​ທີ່​ແຫ່ງ​ນີ້ ຕາມ​ທີ່​ຂຽນ​ໄວ້​ໃນ​ໜັງສື​ເຊິ່ງ​ກະສັດ​ແຫ່ງ​ຢູດາຍ​ໄດ້​ອ່ານ​ນັ້ນ. ເພາະ​ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ​ເຜົາ​ເຄື່ອງ​ຫອມ​ຖວາຍ​ພະ​ອື່ນໆ ແລະ ຍົວະ​ໃຫ້​ເຮົາ​ໃຈ​ຮ້າຍ​ເຮົາ​ດ້ວຍ​ຮູບເຄົາລົບ​ທັງໝົດ​ທີ່​ມື​ຂອງ​ພວກເຂົາ​ໄດ້​ເຮັດ​ຂຶ້ນ1 ຄວາມ​ຄຽດ​ຂອງ​ເຮົາ​ຈະ​ເຜົາ​ຜານ​ທີ່​ແຫ່ງ​ນີ້ ແລະ ຈະ​ຢຸດ​ບໍ່​ໄດ້’. ຈົ່ງ​ບອກ​ກະສັດ​ຢູດາຍ​ທີ່​ໃຊ້​ພວກເຈົ້າ​ມາ​ຖາມ​ພຣະເຈົ້າ​ຢາເວ​ນັ້ນ​ວ່າ, ‘ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ກ່ຽວກັບ​ຂໍ້ຄວາມ​ທີ່​ເຈົ້າ​ໄດ້​ຍິນ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ຈິດໃຈ​ຂອງ​ເຈົ້າ​ນ້ອມ​ຮັບ ແລະ ເຈົ້າ​ໄດ້​ຖ່ອມ​ໂຕ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເມື່ອ​ໄດ້​ຍິນ​ສິ່ງ​ທີ່​ເຮົາ​ກ່າວ​ໄວ້​ກ່ຽວກັບ​ສະຖານ​ທີ່​ນີ້ ແລະ ປະຊາຊົນ​ທີ່​ຂອງ​ສະຖານ​ທີ່​ນີ້​ວ່າ​ຈະ​ຖືກ​ສາບແຊ່ງ ແລະ ຈະ​ຕ້ອງ​ຮ້າງ ແລະ ເນື່ອງ​ຈາກ​ເຈົ້າ​ໄດ້​ຈີກ​ເສື້ອ ແລະ ຮ້ອງໄຫ້​ຕໍ່ໜ້າ​ເຮົາ ເຮົາ​ໄດ້​ຍິນ​ແລ້ວ ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້. ເຫດສະນັ້ນ ເຮົາ​ຈະ​ລວມ​ເຈົ້າ​ໄປ​ຢູ່​ກັບ​ບັນພະບຸລຸດ ແລະ ເຈົ້າ​ຈະ​ຖືກ​ຝັງ​ຢ່າງ​ສະຫງົບ​ສຸກ ບໍ່​ຕ້ອງ​ເຫັນ​ໄພພິບັດ​ທັງໝົດ​ທີ່​ເຮົາ​ຈະ​ນຳ​ມາ​ທີ່​ສະຖານ​ທີ່​ນີ້’ ”.

ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ຄຳຕອບ​ຂອງ​ນາງ​ກັບ​ໄປ​ຫາ​ຕໍ່​ກະສັດ​ໂຢຊີຢາ.

Source notes (1)
  1. Footnote ຫລື ດ້ວຍ​ທຸກສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.