Biblica® Open Lao Contemporary Version
2 ກະສັດ 21
ກະສັດມານາເຊແຫ່ງຢູດາຍ
(2ຂຄ 33:1-10,18-20)
ເມື່ອມານາເຊຂຶ້ນເປັນກະສັດ ເມື່ອເພິ່ນມີອາຍຸສິບສອງປີ ແລະ ປົກຄອງໃນເຢຣູຊາເລັມ 55 ປີ ແມ່ຂອງເພິ່ນມີຊື່ວ່າເຮຟະຊີບາ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວໂດຍປະຕິບັດຕາມພິທີການຕ່າງໆອັນໜ້າກຽດຊັງຂອງຊົນຊາດຕ່າງໆທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປໃຫ້ພົ້ນຈາກຊາວອິດສະຣາເອນ. ມານາເຊໄດ້ສ້າງສະຖານບູຊາເທິງທີ່ສູງທັງຫລາຍ ເຊິ່ງເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍຖິ້ມນັ້ນຂຶ້ນມາໃໝ່; ເພິ່ນຍັງໄດ້ສ້າງແທ່ນບູຊາພະບາອານ ແລະ ເສົາເຈົ້າແມ່ອາເຊຣາເໝືອນທີ່ກະສັດອາຮາບແຫ່ງອິດສະຣາເອນໄດ້ເຮັດ. ເພິ່ນໄດ້ກາບໄຫວ້ດວງດາວທັງໝົດໃນທ້ອງຟ້າ. ລາວສ້າງແທ່ນບູຊາສຳລັບພະຕ່າງໆໃນວິຫານຂອງພຣະເຈົ້າຢາເວ ເຊິ່ງພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຈະເອົານາມຂອງເຮົາໄວ້ໃນເຢຣູຊາເລັມ”. ເພິ່ນໄດ້ສ້າງແທ່ນບູຊາສຳລັບດວງດາວທັງໝົດໃນທ້ອງຟ້າຢູ່ທີ່ເດິ່ນທັງສອງຂອງວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ນຳລູກຊາຍຂອງລາວເອງມາເຜົາບູຊາຍັນ1, ໃຊ້ເວດມົນຄາຖາ ແລະ ຖືໂຊກຊະຕາລາສີ, ປຶກສາຄົນຫລິ້ນອາຄົມ ແລະ ໝໍດູ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍຫລາຍໃນສາຍຕາຂອງພຣະເຈົ້າຢາເວ ແລະ ຍົວະໃຫ້ພຣະອົງໃຈຮ້າຍ.
ມານາເຊໄດ້ສ້າງເສົາສະຫລັກຂອງເຈົ້າແມ່ອາເຊຣາແລ້ວຕັ້ງໄວ້ໃນວິຫານບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ກັບດາວິດ ແລະ ໂຊໂລໂມນລູກຊາຍຂອງເພິ່ນວ່າ, “ເຮົາຈະຕັ້ງນາມຂອງເຮົາໄວ້ເປັນນິດໃນວິຫານແຫ່ງນີ້ ແລະ ໃນເຢຣູຊາເລັມ ເຊິ່ງເຮົາໄດ້ເລືອກຈາກທຸກເຜົ່າຂອງອິດສະຣາເອນ. ຂໍພຽງແຕ່ຊົນຊາດອິດສະຣາເອນເອົາໃຈໃສ່ປະຕິບັດຕາມຄຳສັ່ງຂອງເຮົາ ແລະ ກົດບັນຍັດທັງໝົດທີ່ໂມເຊຜູ້ຮັບໃຊ້ຂອງເຮົາໃຫ້ໄວ້ ເຮົາກໍຈະບໍ່ເຮັດໃຫ້ພວກເຂົາຕ້ອງອອກຈາກດິນແດນທີ່ເຮົາຍົກໃຫ້ບັນພະບຸລຸດຂອງພວກເຂົາອີກເລີຍ”. ແຕ່ບັນດາປະຊາຊົນກໍບໍ່ຍອມຟັງ ມານາເຊຊັກຈູງພວກເຂົາໃຫ້ຫລົງຜິດໄປ, ດັ່ງນັ້ນ ພວກເຂົາຈຶ່ງເຮັດສິ່ງທີ່ຊົ່ວຮ້າຍຍິ່ງກວ່າຊົນຊາດຕ່າງໆ ເຊິ່ງພຣະເຈົ້າຢາເວໄດ້ທຳລາຍໄປໃຫ້ພົ້ນໄປຈາກຊົນຊາດອິດສະຣາເອນ.
ພຣະເຈົ້າຢາເວກ່າວຜ່ານຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງວ່າ: “ເນື່ອງຈາກກະສັດມານາເຊແຫ່ງຢູດາຍໄດ້ເຮັດບາບທີ່ໜ້າກຽດຊັງເຫລົ່ານີ້ ແລະ ຍັງຊົ່ວຮ້າຍຍິ່ງກວ່າຊາວອາໂມທີ່ເຄີຍຢູ່ມາກ່ອນ ແລະ ເນື່ອງຈາກເພິ່ນໄດ້ຊັກຊວນຊົນຢູດາໃຫ້ເຮັດບາບດ້ວຍຮູບເຄົາລົບທັງຫລາຍຂອງຕົນ. ເຫດສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະນຳໄພພິບັດມາສູ່ເຢຣູຊາເລັມ ແລະ ຢູດາຍຈົນທຸກຄົນທີ່ໄດ້ຍິນເລື່ອງນີ້ແລ້ວຈົນວ່າຕົກໃຈຂົນລຸກ ເຮົາຈະລົງໂທດເຢຣູຊາເລັມເໝືອນທີ່ເຮັດແກ່ເມືອງຊາມາເຣຍ ແລະ ແກ່ພົງພັນຂອງອາຮາບ2 ເຮົາຈະກວາດລ້າງເຢຣູຊາເລັມເໝືອນຄົນລ້າງຖ້ວຍແລ້ວຂ້ວມຖິ້ມໄວ້. ເຮົາຈະຖິ້ມຊົນຊາດນ້ອຍທີ່ເຫລືອແຫ່ງກຳມະສິດຂອງເຮົາ ແລະ ມອບພວກເຂົາໃຫ້ແກ່ສັດຕູ ເຂົາຈະຖືກປຸ້ນ ແລະ ຖືກກວາດຕ້ອນໄປເປັນຊະເລີຍ. ເພາະພວກເຂົາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງເຮົາ ແລະ ຍົວະໃຫ້ເຮົາໃຈຮ້າຍ ນັບຕັ້ງແຕ່ບັນພະບຸລຸດຂອງພວກເຂົາອອກມາຈາກເອຢິບຈົນເຖິງບັດນີ້”.
ມານາເຊບໍ່ພຽງແຕ່ຊັກຊວນຊາວຢູດາໃຫ້ເຮັດບາບ ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເທົ່ານັ້ນ ແຕ່ຍັງໄດ້ຂ້າຄົນບໍລິສຸດເປັນຈຳນວນຫລາຍຈົນເລືອດຖ້ວມທົ່ວທັງເຢຣູຊາເລັມ.
ເຫດການອື່ນໆໃນຊ່ວງການປົກຄອງຂອງມານາເຊ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ, ລວມທັງຄວາມບາບທີ່ເພິ່ນໄດ້ເຮັດນັ້ນແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ? ມານາເຊໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນສວນຂອງວັງຂອງເພິ່ນ, ສວນແຫ່ງອຸດສາ. ແລ້ວອາໂມນລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
ກະສັດອາໂມນແຫ່ງຢູດາຍ
(2ຂຄ 33:21-25)
ອາໂມນໄດ້ຂຶ້ນເປັນກະສັດເພື່ອເພິ່ນມີອາຍຸ 22 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມສອງປີ. ແມ່ຂອງເພິ່ນມີຊື່ວ່າເມຊຸນເລເມດ ເຊິ່ງເປັນລູກສາວຂອງຮາຣຸດຈາກຢົດບາ. ອາໂມນໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວຕາມແບບຢ່າງຂອງມານາເຊພໍ່ຂອງເພິ່ນ. ອາໂມນໄດ້ເຮັດຕາມວິຖີທາງຂອງພໍ່ພໍ່ຂອງເພິ່ນ, ເພິ່ນກາບໄຫວ້ຮູບເຄົາລົບທັງຫລາຍທີ່ພໍ່ຂອງເພິ່ນໄດ້ກາບໄຫວ້. ເພິ່ນປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະ ບໍ່ໄດ້ດຳເນີນໃນທາງຂອງພຣະເຈົ້າຢາເວ.
ພວກຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມຫົວກັນຂ້າກະສັດໃນວັງຂອງເພິ່ນ. ປະຊາຊົນໃນດິນແດນນັ້ນຈຶ່ງຂ້າຊີວິດຜູ້ລັກລອບຂ້າກະສັດອາໂມນທຸກຄົນ ແລ້ວແຕ່ງຕັ້ງໂຢຊີຢາລູກຊາຍຂອງອາໂມນຂຶ້ນເປັນກະສັດແທນ.
ເຫດການອື່ນໆໃນຊ່ວງການປົກຄອງຂອງອາໂມນ ແລະ ສິ່ງທີ່ເພິ່ນໄດ້ເຮັດນັ້ນແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ? ເພິ່ນໄດ້ຖືກຝັງໄວ້ຢູ່ທີ່ອຸບໂມງຝັງສົບຂອງເພິ່ນ ຢູ່ທີ່ສວນແຫ່ງອຸດສາ. ແລ້ວໂຢຊີຢາລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.
Source notes (2)
- Footnote ຫລື ໃຫ້ ລູກຊາຍ ຂອງ ລາວ ເອງລຸຍໄຟ
- Footnote ພາສາເຮັບເຣີວ່າ ເຮົາຈະຄຶງເຊືອກວັດເໜືອເຢຣູຊາເລັມເໝືອນທີ່ເຮັດກັບຊາມາເຣຍ ແລະ ໃຊ້ສາຍດິ່ງວັດເໝືອນທີ່ເຮັດກັບພົງພັນຂອງອາ ຮາບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.