Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 20

ເຮເຊກີຢາ​ບໍ່ສະບາຍ

(2ຂຄ 32:24-26; ອຊຢ 38:1-8)

ໃນ​ເວລາ​ນັ້ນ​ເຮເຊກີຢາ​ເຈັບ​ໜັກ ແລະ ໃກ້​ຈະ​ຕາຍ. ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ເຂົ້າ​ມາ​ພົບ​ເພິ່ນ ແລະ ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນີ້​ວ່າ: ຈົ່ງ​ຈັດການ​ບ້ານ​ເມືອງ​ໃຫ້​ຮຽບຮ້ອຍ, ເພາະ​ເຈົ້າ​ຈະ​ບໍ່​ຫາຍດີ; ແຕ່​ເຈົ້າ​ກຳລັງ​ຈະ​ຕາຍ”.

ເຮເຊກີຢາ​ຫັນ​ໜ້າ​ເຂົ້າ​ຫາ​ຝາ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ​ຂໍ​ໂຜດ​ລະນຶກ​ວ່າ​ຂ້ານ້ອຍ​ໄດ້​ດຳເນີນ​ຊີວິດ​ຢູ່​ໃນ​ທາງ​ຂອງ​ພຣະອົງ​ຢ່າງ​ສັດຊື່ ແລະ ຍອມ​ອຸທິດ​ຕົນ​ຢ່າງ​ໝົດ​ໃຈ ແລະ ເຮັດ​ສິ່ງ​ທີ່​ດີ​ໃນ​ສາຍ​ຕາ​ຂອງ​ພຣະອົງ​ແນວໃດ”. ແລ້ວ​ເຮເຊກີຢາ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

ກ່ອນ​ທີ່​ເອຊາຢາ​ຈະ​ກ້າວ​ພົ້ນ​ເຂດ​ເດີ່ນ​ຊັ້ນ​ກາງ ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ມາ​ເຖິງ​ເພິ່ນ​ວ່າ: “ຈົ່ງ​ກັບ​ໄປ​ບອກ​ເຮເຊກີຢາ​ຜູ້ນຳ​ຂອງ​ປະຊາຊົນ​ຂອງ​ເຮົາ​ວ່າ, ‘ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ທ່ານ​ກ່າວ​ດັ່ງນີ້​ວ່າ ເຮົາ​ໄດ້​ຍິນ​ຄຳ​ອະທິຖານ ແລະ ໄດ້​ເຫັນ​ນ້ຳ​ຕາ​ຂອງ​ເຈົ້າ​ແລ້ວ ເຮົາ​ຈະ​ປົກ​ປັກຮັກສາ​ເຈົ້າ ມື້ທີ​ສາມ​ນັບ​ຈາກ​ນີ້​ເຈົ້າ​ຈະ​ລຸກ​ຈາກ​ຕຽງ​ໄປ​ທີ່​ວິຫານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້. ເຮົາ​ຈະ​ຕໍ່​ອາຍຸ​ໃຫ້​ເຈົ້າ​ອີກ​ສິບ​ຫ້າ​ປີ ແລະ ເຮົາ​ຈະ​ຊ່ວຍ​ເຈົ້າ​ກັບ​ເມືອງ​ນີ້​ໃຫ້​ພົ້ນ​ຈາກ​ມື​ກະສັດ​ອັດຊີເຣຍ ເຮົາ​ຈະ​ປົກປ້ອງ​ເມືອງ​ນີ້​ໄວ້​ເພື່ອ​ໂຕ​ເຮົາ​ເອງ ແລະ ເພື່ອ​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ’ ”.

ແລ້ວ​ເອຊາຢາ​ກ່າວ​ວ່າ, “ຈົ່ງ​ຕຽມ​ຢາ​ພອກ​ຈາກ​ໝາກເດື່ອ” ພວກເຂົາ​ຈຶ່ງ​ເຮັດ​ຕາມ​ນັ້ນ ແລະ ນຳ​ມາ​ພອກ​ທີ່​ຝີ ແລ້ວ​ເຮເຊກີຢາ​ກໍ​ຫາຍດີ.

ເຮເຊກີຢາ​ຖາມ​ເອຊາຢາ​ວ່າ “ອັນໃດ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ຮູ້​ວ່າ​ພຣະເຈົ້າ​ຢາເວ​ຈະ​ປົກປັກ​ຮັກສາ​ເຮົາ ແລະ ມື້​ທີ​ສາມ​ນັບ​ຈາກ​ນີ້​ເຮົາ​ຈະ​ຂຶ້ນ​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ອີກ?”

ເອຊາຢາ​ຕອບ​ວ່າ “ນີ້​ເປັນ​ໝາຍສຳຄັນ​ທີ່​ພຣະເຈົ້າ​ຢາເວ​ໃຫ້​ແກ່​ທ່ານ ເພື່ອ​ສະແດງ​ວ່າ​ພຣະເຈົ້າ​ຢາເວ​ຈະ​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ຄື ທ່ານ​ຢາກ​ໃຫ້​ເງົາ​ເຄື່ອນ​ໄປ​ຂ້າງ​ໜ້າ​ສິບ​ຂັ້ນ ຫລື ຖອຍ​ຫລັງ​ໄປ​ສິບ​ຂັ້ນ?”

ເຮເຊກີຢາ​ກ່າວ​ວ່າ “ການ​ທີ່​ເງົາ​ຈະ​ເຄື່ອນ​ໄປ​ຂ້າງ​ໜ້າ​ສິບ​ຂັ້ນ​ກໍ​ເປັນ​ເລື່ອງ​ປົກກະຕິ ດັ່ງນັ້ນ​ຂໍ​ໃຫ້​ຖອຍ​ຫລັງ​ສິບ​ຂັ້ນ​ກໍ​ແລ້ວ​ກັນ”.

ຜູ້ທຳນວາຍ​ເອຊາຢາ​ຈຶ່ງ​ຮ້ອງຫາ​ພຣະເຈົ້າ​ຢາເວ ແລະ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ເງົາ​ເທິງ​ໂມງ​ແດດ​ຂອງ​ອາຮາດ​ເຄື່ອນ​ຖອຍ​ຫລັງ​ໄປ​ສິບ​ຂັ້ນ.

ຄະນະ​ຜູ້ແທນ​ຈາກ​ບາບີໂລນ

(2ຂຄ 32:32-33; ອຊຢ 39:1-8)

ໃນ​ເວລາ​ນັ້ນ ເມໂຣດັກບາລາດານ​ລູກຊາຍ​ຂອງ​ກະສັດ​ບາລາດານ​ແຫ່ງ​ບາບີໂລນ​ໄດ້​ຮູ້​ຂ່າວ​ວ່າ​ເຮເຊກີຢາ​ບໍ່​ສະບາຍ​ກໍ​ສົ່ງ​ຈົດໝາຍ ແລະ ຂອງຂວັນ​ມາ​ໃຫ້. ເຮເຊກີຢາ​ຕ້ອນຮັບ​ຜູ້​ສົ່ງ​ຈົດໝາຍ​ເຫລົ່ານັ້ນ ແລະ ອວດ​ສົມບັດ​ທັງໝົດ​ໃນ​ຄັງ​ໃຫ້​ພວກເຂົາ​ເບິ່ງ ຄື​ເງິນ, ຄຳ, ເຄື່ອງເທດ, ນ້ຳມັນ​ຢ່າງ​ດີ, ອາວຸດ​ສົງຄາມ ແລະ ທຸກສິ່ງ​ທຸກ​ຢ່າງ​ທີ່​ມີ ບໍ່​ມີ​ຈັກ​ສິ່ງ​ໃນ​ວັງ ຫລື ທົ່ວ​ອານາຈັກ​ທີ່​ເຮເຊກີຢາ​ບໍ່​ໄດ້​ອວດ.

ດັ່ງນັ້ນ ຜູ້ທຳນວາຍ​ເອຊາຢາ​ຈຶ່ງ​ມາ​ຫາ​ກະສັດ​ເຮເຊກີຢາ ແລະ ຖາມ​ວ່າ, “ຄົນ​ພວກເຂົາ​ໄດ້​ເວົ້າ​ຫຍັງ? ແລະ ພວກເຂົາ​ມາ​ຈາກ​ໃສ?”

ເຮເຊກີຢາ​ຕອບ​ວ່າ “ມາ​ຈາກ​ບາບີໂລນ​ດິນແດນ​ທີ່​ຢູ່​ໄກ”.

ຜູ້ທຳນວາຍ​ໄດ້​ຖາມ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ໃນ​ວັງ​ຂອງ​ເຈົ້າ?”

ເຮເຊກີຢາ​ຕອບ​ວ່າ “ພວກເຂົາ​ໄດ້​ເຫັນ​ທຸກສິ່ງ​ທຸກຢ່າງ​ໃນ​ວັງ​ຂອງ​ເຮົາ, ບໍ່​ມີ​ຫຍັງ​ໃນ​ຄັງ​ຂອງ​ເຮົາ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ພວກເຂົາ​ເບິ່ງ”.

ເອຊາຢາ​ຈຶ່ງ​ກ່າວ​ແກ່​ເຮເຊກີຢາ​ວ່າ, “ຈົ່ງ​ຟັງ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ທີ່​ວ່າ: ເວລາ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ເມື່ອ​ທຸກ​ຢ່າງ​ໃນ​ວັງ​ຂອງ​ເຈົ້າ ແລະ ທຸກສິ່ງ​ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ສະສົມ​ໄວ້​ຈົນ​ເຖິງ​ມື້​ນີ້, ຈະ​ຖືກ​ກວາດ​ໄປ​ຍັງ​ບາບີໂລນ. ຈະ​ບໍ່​ມີ​ຫຍັງ​ເຫລືອ​ຢູ່, ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນີ້. ແລະ ເຊື້ອສາຍ​ຂອງ​ເຈົ້າ​ບາງຄົນ, ຜູ້​ທີ່​ເປັນ​ເລືອດ​ເນື້ອ​ຂອງ​ເຈົ້າ ຄື​ຜູ້​ທີ່​ເກີດ​ຈາກ​ເຈົ້າ, ຈະ​ຖືກ​ກວາດ​ຕ້ອນ​ໄປ ແລະ ຈະ​ກາຍເປັນ​ຂັນທີ​ຢູ່​ໃນ​ວັງ​ຂອງ​ກະສັດ​ບາບີໂລນ”.

ເຮເຊກີຢາ​ຕອບ​ວ່າ, “ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຕາມ​ທີ່​ທ່ານ​ເວົ້າ​ມາ​ກໍ​ດີ​ຢູ່” ເພາະ​ເຮເຊກີຢາ​ເວົ້າ​ວ່າ “ຢ່າງ​ນ້ອຍ​ກໍ​ຍັງ​ຈະ​ມີ​ຄວາມ​ສະຫງົບສຸກ ແລະ ຄວາມ​ໝັ້ນຄົງ​ປອດໄພ​ໃນ​ຊົ່ວ​ອາຍຸ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?”

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຮເຊກີຢາ ຄວາມ​ສຳເລັດ​ທັງໝົດ, ການ​ສ້າງ​ສະ​ນ້ຳ ແລະ ທໍ່​ສົ່ງ​ນ້ຳ​ມາ​ທີ່​ໂຕ​ເມືອງ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ເຮເຊກີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລ້ວ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແທນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.