Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 19

ຄຳ​ພະຍາກອນ​ວ່າ​ເຢຣູຊາເລັມ​ຈະ​ໄດ້​ຮັບ​ການ​ກອບກູ້

(ອຊຢ 37:1-13)

ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຍິນ​ດັ່ງ​ນີ້ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ ແລະ ນຸ່ງ​ຜ້າກະສອບ ແລ້ວ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ເພິ່ນ​ໄດ້​ສົ່ງ​ເອລີອາກິມ ຜູ້​ຈັດການ​ດູແລ​ວັງ, ເຊັບນາ ຜູ້​ເປັນ​ເລຂາ ແລະ ບັນດາ​ປະໂລຫິດ​ອາວຸໂສ ໃຫ້ໄປ​ພົບ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ, ທຸກຄົນ​ລ້ວນ​ແຕ່​ນຸ່ງ​ຊຸດ​ຜ້າກະສອບ. ພວກເຂົາ​ໄດ້​ເວົ້າ​ກັບ​ເອຊາຢາ​ວ່າ, “ເຮເຊກີຢາ​ໄດ້​ເວົ້າ​ດັ່ງນີ້​ວ່າ: ວັນ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ທຸກຍາກລຳບາກ, ການ​ຕຳໜິ ແລະ ຄວາມ​ອັບອາຍ ເໝືອນ​ກັບ​ເວລາ​ທີ່​ເດັກນ້ອຍ​ກຳລັງ​ຈະ​ເກີດ​ມາ ແລະ ຜູ້​ເປັນ​ແມ່​ບໍ່​ມີ​ແຮງ​ຈະ​ເບັ່ງ​ພວກເຂົາ​ອອກ​ມາ. ບາງເທື່ອ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ຈະ​ໄດ້​ຍິນ​ທຸກ​ຖ້ອຍຄຳ​ຂອງ​ຜູ້ບັນຊາການ​ກອງທັບ, ເຊິ່ງ​ກະສັດ​ອັດຊີເຣຍ​ເຈົ້ານາຍ​ຂອງ​ລາວ​ໄດ້​ສົ່ງ​ມາ​ໃຫ້​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ແລະ ພຣະອົງ​ຈະ​ລົງໂທດ​ລາວ​ເພາະ​ຖ້ອຍຄຳ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ໄດ້​ຍິນ​ນັ້ນ. ດັ່ງນັ້ນ ຂໍ​ໃຫ້​ອະທິຖານ​ເພື່ອ​ພວກເຮົາ​ທີ່​ເຫລືອ​ຢູ່​ພຽງ​ແຕ່​ຢິບ​ມື​ນີ້​ດ້ວຍ”.

ເມື່ອ​ຜູ້ຮັບໃຊ້​ຂອງ​ກະສັດ​ເຮເຊກີຢາ​ມາ​ພົບ​ເອຊາຢາ, ເອຊາຢາ​ກໍ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ນາຍ​ຂອງ​ທ່ານ​ວ່າ, ‘ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ຢ່າ​ຢ້ານ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ ຄື​ບັນດາ​ຖ້ອຍຄຳ​ທີ່​ລູກ​ນ້ອງ​ຂອງ​ກະສັດ​ອັດຊີເຣຍ​ໄດ້​ໝິ່ນປະໝາດ​ເຮົາ. ຈົ່ງ​ຟັງ! ເມື່ອ​ໃດ​ທີ່​ລາວ​ໄດ້​ຍິນ​ຂ່າວ​ຈາກ​ການ​ລາຍງານ, ເຮົາ​ຈະ​ເຮັດ​ໃຫ້​ລາວ​ຢາກ​ກັບ​ຄືນ​ໄປ​ທີ່​ປະເທດ​ຂອງ​ຕົນ ແລະ ເຮົາ​ຈະ​ໃຫ້​ລາວ​ຖືກ​ຂ້າ​ດ້ວຍ​ດາບ​ຢູ່​ທີ່​ນັ້ນ’ ”.

ເມື່ອ​ນາຍທະຫານ​ອັດຊີເຣຍ​ໄດ້​ຂ່າວ​ວ່າ​ກະສັດ​ຂອງ​ຕົນ​ໄດ້​ອອກ​ໄປ​ຈາກ​ລາກິດ​ແລ້ວ, ກໍ​ຖອນ​ທັບ​ໄປ ແລະ ພົບ​ລາວ​ກຳລັງ​ສູ້ຮົບ​ຢູ່​ກັບ​ເມືອງ​ລິບນາ.

ແລ້ວ​ເຊັນນາເກຣິບ​ກໍ​ໄດ້​ຮັບ​ລາຍງານ​ວ່າ​ຕີຣາກາ ກະສັດ​ແຫ່ງ​ກູເຊ1​ແຫ່ງ​ເອຢິບ​ຍົກ​ທັບ​ຈະ​ມາ​ສູ້ຮົບ​ກັບ​ເພິ່ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ເຮເຊກີຢາ​ພ້ອມ​ກັບ​ຖ້ອຍຄຳ​ວ່າ: “ຈົ່ງ​ໄປ​ບອກ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ດັ່ງນີ້​ວ່າ: ຢ່າ​ຍອມ​ໃຫ້​ພະ​ທີ່​ທ່ານ​ເພິ່ງ​ພາ​ນັ້ນ​ຫລອກລວງ​ທ່ານ​ເມື່ອ​ພຣະອົງ​ກ່າວ​ວ່າ, ‘ເຢຣູຊາເລັມ​ຈະ​ບໍ່​ຕົກ​ຢູ່​ໃນ​ກຳ​ມື​ກະສັດ​ອັດຊີເຣຍ’. ທ່ານ​ກໍ​ຮູ້​ດີ​ວ່າ​ບັນດາ​ກະສັດ​ອັດຊີເຣຍ​ໄດ້​ເຮັດ​ຫຍັງ​ແກ່​ປະເທດ​ທັງໝົດ, ກະສັດ​ເຫລົ່ານັ້ນ​ໄດ້​ທຳລາຍ​ລ້າງ​ທຸກສິ່ງ​ທຸກ​ຢ່າງ. ແລ້ວ​ທ່ານ​ຈະ​ໄດ້​ຮັບ​ການ​ກອບກູ້​ບໍ? ບັນດາ​ພະ​ຂອງ​ຊົນຊາດ​ຕ່າງໆ​ທີ່​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ທຳລາຍ​ລ້າງ​ໄປ​ນັ້ນ​ໄດ້​ຊ່ວຍ​ກອບກູ້​ພວກເຂົາ​ໄວ້​ບໍ ຄື​ພະ​ທັງຫລາຍ​ຂອງ​ໂກຊານ, ຮາຣານ, ເຣເຊັບ ແລະ ຄົນ​ເອເດນ​ທີ່​ຢູ່​ໃນ​ເຕລາສາ? ກະສັດ​ແຫ່ງ​ນະຄອນ​ຮາມັດ ກະສັດ​ອັກປັດ, ກະສັດ​ເສຟາກວາອິມ, ເຮນາ ແລະ ອີວາ​ຢູ່​ໃສ?”

(ອຊຢ 37:14-20)

ເມື່ອ​ເຮເຊກີຢາ​ໄດ້​ຮັບ​ຂໍ້ຄວາມ​ສະບັບ​ນີ້​ຈາກ​ຜູ້ສົ່ງຂ່າວ ແລະ ອ່ານ​ຈົບ. ແລ້ວ​ເພິ່ນ​ກໍ​ໄດ້​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ພື​ໜັງສື​ນັ້ນ​ອອກ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ແລ້ວ​ເຮເຊກີຢາ​ກໍ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ ຜູ້​ຢູ່​ເທິງ​ບ່ອນ​ນັ່ງ​ລະຫວ່າງ​ເຄຣຸບ, ພຣະອົງ​ຜູ້​ດຽວ​ເປັນ​ພຣະເຈົ້າ​ເໜືອ​ອານາຈັກ​ທັງໝົດ​ຂອງ​ໂລກ. ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ. ຂ້າ​ແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ເບິ່ງ ແລະ ຟັງ; ຂ້າ​ແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ເບິ່ງ ແລະ ຟັງ​ຖ້ອຍ​ຄຳ​ທີ່​ເຊັນນາເກຣິບ​ສົ່ງ​ມາ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່.

“ຂ້າແດ່​ພຣະເຈົ້າ​ຢາເວ, ເປັນ​ຄວາມຈິງ​ທີ່​ບັນດາ​ກະສັດ​ອັດຊີເຣຍ​ໄດ້​ທຳລາຍ​ຊົນຊາດ​ທັງໝົດ​ນີ້ ແລະ ແຜ່ນດິນ​ຂອງ​ພວກເຂົາ. ແລະ ໄດ້​ເຜົາ​ທຳລາຍ​ພະ​ຂອງ​ພວກເຂົາ​ຖິ້ມ ເພາະ​ພະ​ເຫລົ່ານັ້ນ​ບໍ່​ແມ່ນ​ພຣະເຈົ້າ ເປັນພຽງ​ແຕ່​ໄມ້ ແລະ ຫີນ​ທີ່​ເຮັດ​ຂຶ້ນ​ດ້ວຍ​ມື​ຂອງ​ມະນຸດ. ບັດນີ້ ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ຂໍ​ຊ່ວຍ​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ລາວ ເພື່ອ​ອານາຈັກ​ທັງໝົດ​ໃນ​ໂລກ​ນີ້​ຈະ​ໄດ້​ຮູ້​ວ່າ​ພຣະເຈົ້າ​ຢາເວ ພຣະອົງ​ແຕ່​ພຽງ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ”.

ເອຊາຢາ​ທຳນວາຍ​ວ່າ​ເຊັນນາເກຣິບ​ຈະ​ຫລົ້ມຈົມ

(2ຂຄ 32:20-21; ອຊຢ 37:21-38)

ຫລັງ​ຈາກ​ນັ້ນ ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ຈຶ່ງ​ໄດ້​ສົ່ງ​ຂໍ້ຄວາມ​ມາ​ໄປ​ຫາ​ເຮເຊກີຢາ​ວ່າ, “ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ເຮົາ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ເຈົ້າ​ເລື່ອງ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ແລ້ວ. ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ເຖິງ​ລາວ​ດັ່ງນີ້​ວ່າ:

“ ‘ລູກ​ສາວ​ບໍລິສຸດ​ແຫ່ງ​ຊີໂອນ2

ດູໝິ່ນ​ເຈົ້າ ແລະ ເຢາະເຢີ້ຍ​ເຈົ້າ.

ລູກສາວ​ແຫ່ງ​ເຢຣູຊາເລັມ3

ແກວ່ງ​ໜ້າ​ເມື່ອ​ເຈົ້າ​ແຕກ​ໜີ.

ຜູ້​ໃດ​ທີ່​ເຈົ້າ​ເວົ້າ​ໝິ່ນປະໝາດ ແລະ ເຢາະເຢີ້ຍ?

ເຈົ້າ​ຂຶ້ນ​ສຽງ

ແລະ ເຮັດ​ຕາ​ຈອງຫອງ​ໃສ່​ຜູ້ໃດ?

ຕໍ່​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ບໍ!

ເຈົ້າ​ໃຊ້​ຜູ້ສົ່ງຂ່າວ​ຂອງ​ເຈົ້າ

ມາ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ​ຢາເວ.

ແລະ ເຈົ້າ​ໄດ້​ເວົ້າ​ວ່າ,

“ດ້ວຍ​ລົດຮົບ​ທັງຫລາຍ​ຂອງ​ເຮົາ

ເຮົາ​ໄດ້​ຂຶ້ນ​ໄປ​ເຖິງ​ບັນດາ​ຍອດ​ພູເຂົາ​ສູງ,

ສູ່​ຍອດ​ສູງ​ທີ່ສຸດ​ແຫ່ງ​ເລບານອນ.

ເຮົາ​ໄດ້​ຕັດ​ບັນດາ​ຕົ້ນໄມ້ສີດາ​ທີ່​ສູງ​ທີ່ສຸດ,

ແລະ ຕົ້ນແປກ​ຈູນີເປີ​ທີ່​ດີ​ທີ່ສຸດ.

ເຮົາ​ໄດ້​ຂຶ້ນ​ໄປ​ຮອດ​ຍອດ​ທີ່​ສູງ​ທີ່ສຸດ,

ຄື​ປ່າ​ອັນ​ອຸດົມ​ສົມບູນ​ທີ່ສຸດ.

ເຮົາ​ໄດ້​ຂຸດ​ນ້ຳສ້າງ​ຫລາຍ​ແຫ່ງ​ໃນ​ຕ່າງ​ແດນ

ແລະ ໄດ້​ດື່ມ​ນ້ຳ​ຢູ່​ທີ່​ນັ້ນ.

ດ້ວຍ​ຕີນ​ຂອງ​ເຮົາ

ສາຂາ​ຂອງ​ແມ່ນ້ຳ​ນິນ​ໃນ​ເອຢິບ​ກໍ​ແຫ້ງ.”

“ ‘ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ?

ເຮົາ​ໄດ້​ສັ່ງ​ໄວ້​ແຕ່​ດົນນານ​ມາ​ແລ້ວ.

ເຮົາ​ໄດ້​ວາງແຜນ​ໄວ້​ຕັ້ງ​ແຕ່​ອະດີດ;

ແລະ ບັດນີ້​ເຮົາ​ກໍ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ນັ້ນ,

ຄື​ໃຫ້​ເຈົ້າ​ປ່ຽນ​ປ້ອມ​ປ້ອງກັນ​ເມືອງ​ທັງຫລາຍ

ໃຫ້​ກາຍເປັນ​ກອງ​ຫີນ.

ປະຊາຊົນ​ຂອງ​ພວກເຂົາ​ໝົດ​ອຳນາດ,

ຕົກໃຈ ແລະ ອັບອາຍ.

ພວກເຂົາ​ເປັນ​ດັ່ງ​ພືດພັນ​ໃນ​ທົ່ງນາ,

ພວກເຂົາ​ເປັນ​ເໝືອນ​ໜໍ່​ອ່ອນ​ຂຽວ​ສົດ,

ເໝືອນ​ຫຍ້າ​ງອກ​ຂຶ້ນ​ເທິງ​ຫລັງຄາ,

ຖືກ​ແດດ​ແຜດເຜົາ​ກ່ອນ​ຈະ​ໃຫຍ່​ຂຶ້ນ​ມາ.

“ ‘ແຕ່​ເຮົາ​ຮູ້​ວ່າ​ເຈົ້າ​ມາ​ຈາກ​ໃສ

ແລະ ເຈົ້າ​ມາ ແລະ ໄປ​ຕອນ​ໃດ.

ແລະ ຮູ້​ວ່າ​ເຈົ້າ​ໃຈຮ້າຍ​ເຮົາ​ສໍ່າ​ໃດ.

ເພາະ​ເຈົ້າ​ໃຈຮ້າຍ​ໃສ່​ເຮົາ

ແລະ ເພາະ​ຄໍາເວົ້າ​ອວດຕົວ​ຂອງ​ເຈົ້າ​ມາ​ຮອດ​ຫູ​ຂອງ​ເຮົາ

ເຮົາ​ຈະ​ເອົາ​ເບັດ​ກ່ຽວ​ດັງ​ຂອງ​ເຈົ້າ

ແລະ ເອົາ​ບັງຫຽນ​ໃສ່​ປາກ​ຂອງ​ເຈົ້າ,

ແລະ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຫັນ​ກັບ​ໄປ

ຕາມ​ເສັ້ນ​ທາງ​ທີ່​ເຈົ້າ​ມາ.’

“ເຮເຊກີຢາ, ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ​ຄື:

“ປີ​ນີ້​ເຈົ້າ​ຈະ​ກິນ​ພືດ​ທີ່​ເກີດ​ຂຶ້ນ​ເອງ,

ແລະ ປີ​ທີ​ສອງ​ກໍ​ຈະ​ກິນ​ພືດ​ທີ່​ອອກ​ຜົນ​ຕາມ​ມາ.

ແຕ່​ໃນ​ປີ​ທີ​ສາມ ຈົ່ງ​ຫວ່ານ ແລະ ເກັບ​ກ່ຽວ,

ຈົ່ງ​ເຮັດ​ສວນ​ອະງຸ່ນ ແລະ ກິນ​ໝາກ​ຂອງ​ມັນ.

ປະຊາຊົນ​ຢູດາຍ​ທີ່​ເຫລືອ​ຢູ່​ນັ້ນ

ຈະ​ຢັ່ງ​ຮາກ ແລະ ເກີດ​ຜົນ​ອີກ​ຄັ້ງ​ໜຶ່ງ.

ເພາະ​ຈະ​ມີ​ຄົນ​ທີ່​ເຫລືອ​ຢູ່​ມາ​ຈາກ​ເຢຣູຊາເລັມ,

ແລະ ຜູ້​ລອດ​ຊີວິດ​ກຸ່ມ​ໜຶ່ງ​ຈະ​ມາ​ຈາກ​ພູເຂົາ​ຊີໂອນ.

ຄວາມ​ກະຕືລືລົ້ນ​ຂອງ​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່

ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ນີ້.

“ເຫດສະນັ້ນ ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ເຖິງ​ກະສັດ​ອັດຊີເຣຍ​ວ່າ:

“ ‘ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້

ຫລື ຍິງ​ທະນູ​ໃນ​ຢູ່​ນີ້.

ລາວ​ຈະ​ບໍ່​ມາ​ຖື​ໂລ່​ຢູ່​ໜ້າ​ເມືອງ

ຫລື ສ້າງ​ສິ່ງ​ປິດ​ລ້ອມ​ໂຈມ​ຕີ​ເມືອງ.

ລາວ​ມາ​ທາງໃດ​ກໍ​ຈະ​ກັບ​ໄປ​ທາງ​ນັ້ນ

ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

ເຮົາ​ຈະ​ປົກປ້ອງ ແລະ ຊ່ວຍ​ເມືອງ​ນີ້​ໄວ້

ເພື່ອ​ເຫັນ​ແກ່​ເຮົາ​ເອງ ແລະ ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ.’ ”

ໃນ​ຄືນ​ນັ້ນ​ເອງ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ອອກ​ໄປ​ຂ້າ​ຄົນ​ໃນ​ຄ້າຍ​ອັດຊີເຣຍ 185.000 ຄົນ ເຊົ້າ​ມື້​ຕໍ່ມາ​ເມື່ອ​ຜູ້​ຄົນ​ຕື່ນ​ຂຶ້ນ​ກໍ​ເຫັນ​ຊາກ​ສົບກະຈາຍ​ຢູ່! ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ຈຶ່ງ​ສັ່ງໃຫ້​ຮື້​ຄ້າຍ ແລະ ຖອນ​ທັບ​ກັບ​ໄປ​ຍັງ​ເມືອງ​ນີເນເວ ແລະ ຢູ່​ທີ່​ນັ້ນ.

ມື້​ໜຶ່ງ​ຂະນະ​ທີ່​ນະມັດສະການ​ຢູ່​ໃນ​ວິຫານ​ຂອງ​ລາວ ອັດຣາມເມເຫລັກ ແລະ ຊາເລເຊີ​ລູກຊາຍ​ຂອງ​ລາວ​ເອງ​ໄດ້​ຂ້າ​ລາວ​ດ້ວຍ​ດາບ ແລ້ວ​ໜີ​ໄປ​ຍັງ​ດິນແດນ​ອາຣາຣັດ ແລະ ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ລາວ​ຂຶ້ນ​ປົກຄອງ​ແທນ.

Source notes (3)
  1. Footnote ຄື ຈາກ​ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ
  2. Footnote ຄື ຊາວ​ເຢຣູຊາເລັມ
  3. Footnote ຄື ຊາວ​ເຢຣູຊາເລັມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.