Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 18

ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ

(2ກສ 17:3-7; 2ຂຄ 29:1-2; 31:1,20-21)

ເຮເຊກີຢາ​ລູກຊາຍ​ຂອງ​ກະສັດ​ອາຮາດ​ແຫ່ງ​ຢູດາຍ​ໄດ້​ຂຶ້ນ​ປົກຄອງ ກົງກັບ​ປີ​ທີ​ສາມ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ແຫ່ງ​ອິດສະຣາເອນ. ເພິ່ນ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ມີ​ອາຍຸ 25 ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ 29 ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ອາບີຢາ1 ເປັນ​ລູກສາວ​ຂອງ​ເຊກາຣີຢາ. ເຮເຊກີຢາ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ທີ່​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ. ເພິ່ນ​ໄດ້​ມ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ, ທຸບ​ຫີນ​ສັກສິດ ແລະ ເສົາ​ເຈົ້າ​ແມ່​ອາເຊຣາ. ເພິ່ນ​ໄດ້​ທຳລາຍ​ງູ​ທອງສຳລິດ​ທີ່​ໂມເຊ​ໄດ້​ສ້າງ​ຂຶ້ນ, ເພາະ​ວ່າ​ຊົນຊາດ​ອິດສະຣາເອນ​ໄດ້​ເຜົາ​ເຄື່ອງ​ຫອມ​ຖວາຍ​ຮູບ​ງູ​ນັ້ນ​ຕະຫລອດ​ມາ. (ງູ​ນັ້ນ​ເອີ້ນ​ວ່າ2​ເນຮູຊະຕານ3).

ເຮເຊກີຢາ​ໄດ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ໃນ​ທ່າມກາງ​ກະສັດ​ທັງໝົດ​ຂອງ​ຢູດາຍ​ນັ້ນ​ບໍ່​ມີ​ກະສັດ​ຄົນ​ໃດ​ຄື​ກັບ​ເພິ່ນ ບໍ່​ວ່າ​ຜູ້​ທີ່​ປົກຄອງ​ກ່ອນ​ເພິ່ນ ຫລື ຫລັງ​ຈາກ​ເພິ່ນ. ເພິ່ນ​ໄດ້​ຢຶດໝັ້ນ ແລະ ຕິດຕາມ​ພຣະເຈົ້າ​ຢາເວ​ຢ່າງ​ເຂັ້ມງວດ ແລະ ເພິ່ນ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້. ແລະ ພຣະເຈົ້າ​ຢາເວ​ໄດ້​ຢູ່​ກັບ​ເຮເຊກີຢາ; ເພິ່ນ​ເຮັດ​ສິ່ງໃດ​ເພິ່ນ​ກໍ​ປະສົບ​ຄວາມ​ສຳເລັດ. ເຮເຊກີຢາ​ຕໍ່ຕ້ານ​ກະສັດ​ອັດຊີເຣຍ ແລະ ບໍ່​ຍອມ​ຮັບໃຊ້​ກະສັດ​ອັດຊີເຣຍ. ເພິ່ນ​ໄດ້​ຢຶດຄອງ​ຊາວ​ຟີລິດສະຕິນ​ໄປ​ໄກ​ຈົນ​ເຖິງ​ເມືອງ​ກາຊາ ແລະ ດິນແດນ​ອ້ອມ​ຂ້າງ ທຳລາຍ​ຕັ້ງ​ແຕ່​ຫໍຄອຍ​ຈົນ​ເຖິງ​ເມືອງ​ປ້ອມ​ປ້ອງກັນ.

ໃນ​ປີ​ທີ​ສີ່​ແຫ່ງ​ການ​ປົກຄອງ​ຂອງ​ກະສັດ​ເຮເຊກີຢາ ເຊິ່ງ​ກົງກັບ​ປີ​ທີ​ເຈັດ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ແຫ່ງ​ອິດສະຣາເອນ, ກະສັດ​ຊານມາເນເຊ​ແຫ່ງ​ອັດຊີເຣຍ​ໄດ້​ຍົກ​ທັບ​ມາ​ບຸກ​ອິດສະຣາເອນ ແລະ ປິດ​ລ້ອມ​ເມືອງ​ຊາມາເຣຍ​ໄວ້. ຈົນ​ເຖິງ​ປາຍ​ປີ​ທີ​ສາມ ເມືອງ​ຊາມາເຣຍ​ກໍ​ແຕກ ເຊິ່ງ​ກົງກັບ​ປີ​ທີ​ຫົກ​ຂອງ​ການ​ປົກຄອງ​ຂອງ​ເຮເຊກີຢາ ຫລື ປີ​ທີ​ເກົ້າ​ຂອງ​ການ​ປົກຄອງ​ຂອງ​ໂຮເຊອາ​ແຫ່ງ​ອິດສະຣາເອນ. ກະສັດ​ອັດຊີເຣຍ​ໄດ້​ກວາດ​ຕ້ອນ​ຄົນ​ອິດສະຣາເອນ​ໄປ​ທີ່​ອັດຊີເຣຍ ແລະ ໃຫ້​ພວກເຂົາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຮາລາ, ເມືອງ​ໂກຊານ ບໍລິເວນ​ແຄມຝັ່ງ​ແມ່ນ້ຳ​ຮາໂບ ແລະ ຕາມ​ເມືອງ​ຕ່າງໆ​ຂອງ​ເມເດຍ. ທີ່​ເປັນ​ເຊັ່ນ​ນີ້​ກໍ​ເພາະ​ຊົນຊາດ​ອິດສະຣາເອນ​ບໍ່​ເຊື່ອຟັງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ແຕ່​ໄດ້​ລ່ວງລະເມີດ​ຄຳໝັ້ນສັນຍາ​ທັງໝົດ​ຂອງ​ພຣະອົງ ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້. ພວກເຂົາ​ບໍ່​ຍອມ​ຟັງ ແລະ ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ເຫລົ່ານັ້ນ.

ໃນ​ປີ​ທີ​ສິບ​ສີ່​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຮເຊກີຢາ ກະສັດ​ເຊັນນາເກຣິບ​ປຸ້ນ​ແຫ່ງ​ອັດຊີເຣຍ​ໄດ້​ມາ​ໂຈມຕີ ແລະ ຢຶດ​ເມືອງ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ຢູດາຍ​ໄປ. ດັ່ງນັ້ນ ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ຈຶ່ງ​ໄດ້​ສົ່ງ​ຂໍ້ຄວາມ​ໄປ​ຫາ​ກະສັດ​ອັກຊີເຣຍ​ຢູ່​ທີ່​ລາກິດ​ວ່າ, “ຂ້າພະເຈົ້າ​ເຮັດ​ຜິດ​ໄປ​ແລ້ວ. ຂ້າພະເຈົ້າ​ຈະ​ຍອມ​ເສຍ​ເຄື່ອງຖວາຍ​ທຸກ​ຢ່າງ​ຕາມ​ທີ່​ທ່ານ​ຮຽກຮ້ອງ​ເອົາ​ຈາກ​ຂ້າພະເຈົ້າ, ຂໍ​ພຽງ​ແຕ່​ທ່ານ​ຖອນ​ກຳລັງ​ກັບ​ໄປ​ຈາກ​ຂ້າພະເຈົ້າ”. ກະສັດ​ອັດຊີເຣຍ​ຈຶ່ງ​ຮຽກຮ້ອງ​ເອົາ​ຈາກ​ກະສັດ​ເຮເຊກີຢາ​ແຫ່ງ​ອັດຊີເຣຍ​ຕາມ​ນັ້ນ ເປັນ​ເງິນ 300 ຕາລັນຕົນ4 ແລະ ຄຳ 30 ຕາລັນຕົນ.5 ດັ່ງນັ້ນ ເຮເຊກີຢາ​ຈຶ່ງ​ໄດ້​ມອບ​ເງິນ​ທັງໝົດ​ທີ່​ມີ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ໃນ​ຄັງ​ຫລວງ​ໃຫ້​ເຊນນາເກຣິບ.

ໃນ​ເວລາ​ນັ້ນ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ລອກ​ຄຳ​ທີ່​ຫຸ້ມ​ປະຕູ ແລະ ເສົາ​ປະຕູ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄປ​ມອບ​ໃຫ້​ກະສັດ​ອັດຊີເຣຍ.

ເຊັນນາເກຣິບ​ຂົ່ມຂູ່​ເຢຣູຊາເລັມ

(2ຂຄ 32:9-19; ອຊຢ 36:1-22)

ຝ່າຍ​ກະສັດ​ອັດຊີເຣຍ​ໄດ້​ສົ່ງ​ແມ່ທັບ​ໃຫຍ່​ຂອງ​ເພິ່ນ, ເສນາບໍດີ ແລະ ແມ່ທັບ​ຈາກ​ລາກິດ​ມາ​ຫາ​ກະສັດ​ເຮເຊກີຢາ​ທີ່​ເຢຣູຊາເລັມ. ພວກເຂົາ​ມາ​ເຖິງ​ເຢຣູຊາເລັມ ແລະ ຢຸດ​ຢູ່​ທີ່​ທາງ​ລະບາຍ​ນ້ຳ​ຂອງ​ສະ​ນ້ຳ​ເທິງ ເຊິ່ງ​ເປັນ​ເສັ້ນ​ທາງ​ໄປ​ສູ່​ເດີ່ນ​ຊັກ​ລ້າງ. ຄົນ​ເຫລົ່ານີ້​ໄດ້​ຮຽກຮ້ອງ​ໃຫ້​ກະສັດ​ອອກ​ມາ ແລ້ວ​ເອລີອາກິມ ລູກຊາຍ​ຂອງ​ຮິນກີຢາ ຜູ້​ເປັນ​ຜູ້ຈັດການ​ດູແລ​ວັງ, ເຊັບນາ​ຜູ້​ເປັນ​ເລຂາ ແລະ ໂຢອາ ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ກໍ​ໄດ້​ອອກ​ໄປ​ພົບ​ພວກເຂົາ.

ນາຍທະຫານ​ຜູ້​ຍິ່ງໃຫຍ່​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ເຮເຊກີຢາ​ວ່າ:

“ ‘ກະສັດ​ແຫ່ງ​ອັດຊີເຣຍ ກະສັດ​ຜູ້​ຍິ່ງ​ໃຫຍ່​ໄດ້​ກ່າວ​ດັ່ງນີ້​ວ່າ: ເຈົ້າ​ເພິ່ງພາ​ສິ່ງໃດ​ຈຶ່ງ​ກ້າ​ໝັ້ນໃຈ​ປານ​ນີ້? ທ່ານ​ເວົ້າ​ວ່າ​ທ່ານ​ມີ​ຍຸດທະສາດ ແລະ ລິດອຳນາດ ແຕ່​ນັ້ນ​ກໍ​ເປັນ​ພຽງ​ແຕ່​ຄຳ​ເວົ້າ ທ່ານ​ເພິ່ງພາ​ຜູ້ໃດ​ຈຶ່ງ​ກ້າ​ກະບົດ​ຕໍ່​ຂ້າພະເຈົ້າ? ເບິ່ງ​ແມ, ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ເພິ່ງພາ​ເອຢິບ, ເຊິ່ງ​ເປັນ​ເໝືອນ​ໄມ້ຄ້ອນເທົ້າ​ທີ່​ເຮັດ​ຈາກ​ຕົ້ນອໍ້​ທີ່​ຫັກ ຜູ້ໃດ​ທີ່​ເອື່ອຍ​ໃສ່​ມັນ​ກໍ​ຖືກ​ສ້ຽນ​ຕຳ​ເຈັບ​ມື! ຜູ້ໃດ​ທີ່​ເພິ່ງພາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ກໍ​ເປັນ​ແບບ​ນີ້. ແລະ ຖ້າ​ທ່ານ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ພວກເຮົາ​ກຳລັງ​ເພິ່ງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ” ກໍ​ແມ່ນ​ພຣະເຈົ້າ​ອົງ​ນີ້​ບໍ່​ແມ່ນ​ບໍ​ທີ່​ເຮເຊກີຢາ​ໄດ້​ທຳລາຍ​ແທ່ນບູຊາ​ກັບ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ແລະ ກ່າວ​ກັບ​ຊາວ​ຢູດາຍ ແລະ ເຢຣູຊາເລັມ​ວ່າ, “ພວກເຈົ້າ​ຈະ​ຕ້ອງ​ນະມັດສະການ​ຢູ່​ທີ່​ແທ່ນບູຊາ​ນີ້​ໃນ​ເຢຣູຊາເລັມ​ເທົ່ານັ້ນ?”

“ ‘ມາ, ມາ​ຕໍ່ລອງ​ກັບ​ກະສັດ​ອັດຊີເຣຍ​ນາຍ​ຂອງ​ຂ້າພະເຈົ້າ​ວ່າ: ຂ້າພະເຈົ້າ​ຈະ​ໃຫ້​ມ້າ​ສອງ​ພັນ​ໂຕ​ແກ່​ທ່ານ ຖ້າ​ທ່ານ​ຫາ​ຄົນ​ຂີ່​ມ້າ​ມາ​ໄດ້! ເຮັດ​ແນວ​ໃດ​ພວກເຈົ້າ​ຈະ​ຕໍ່ສູ້​ກັບ​ຜູ້ປົກຄອງ​ທີ່​ນ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ຂອງ​ນາຍ​ເຮົາ​ໄດ້, ເຖິງແມ່ນວ່າ​ພວກເຈົ້າ​ເພິ່ງພາ​ລົດມ້າ ແລະ ມ້າ​ຈາກ​ເອຢິບ​ກໍ​ຕາມ? ຫລາຍ​ກວ່າ​ນັ້ນ ທ່ານ​ຄິດ​ວ່າ​ຂ້າພະເຈົ້າ​ມາ​ໂຈມຕີ ແລະ ທຳລາຍ​ບ່ອນ​ນີ້​ໂດຍ​ບໍ່​ມີ​ຄຳສັ່ງ​ຈາກ​ພຣະເຈົ້າ​ຢາເວ​ບໍ? ພຣະເຈົ້າ​ຢາເວ​ເອງ​ທີ່​ບອກ​ໃຫ້​ຂ້າພະເຈົ້າ​ຍົກທັບ​ມາ​ໂຈມຕີ ແລະ ທຳລາຍ​ດິນແດນ​ນີ້’ ”.

ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ, ເຊັບນາ ແລະ ໂຢອາ​ກໍ​ເວົ້າ​ກັບ​ນາຍທະຫານ​ນັ້ນ​ວ່າ “ກະລຸນາ​ເວົ້າ​ກັບ​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ພາສາ​ອາຣາມິກ ເພາະ​ພວກເຮົາ​ຟັງ​ເຂົ້າໃຈ. ຢ່າ​ເວົ້າ​ກັບ​ພວກເຮົາ​ເປັນ​ພາສາ​ເຮັບເຣີ​ເລີຍ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ກຳແພງ​ຈະ​ໄດ້​ຍິນ”.

ແຕ່​ນາຍທະຫານ​ນັ້ນ​ຕອບ​ວ່າ “ນາຍ​ເຮົາ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ນາຍ​ຂອງ​ເຈົ້າ​ເທົ່າ​ນັ້ນ​ບໍ? ບໍ່ແມ່ນ​ກັບ​ພວກ​ທີ່​ນັ່ງ​ຢູ່​ເທິງ​ກຳແພງ​ນຳ​ບໍ? ພວກ​ນັ້ນ​ກໍ​ເໝືອນ​ເຈົ້າ ຈະ​ຕ້ອງ​ກິນ​ອາຈົມ ແລະ ດື່ມ​ຍ່ຽວ​ຂອງ​ໂຕ​ເອງ”.

ແລ້ວ​ນາຍທະຫານ​ອັດຊີເຣຍ​ກໍ​ຢືນ​ຂຶ້ນ ແລະ ຮ້ອງ​ບອກ​ເປັນ​ພາສາ​ເຮັບເຣີ​ວ່າ “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່ ຄື​ກະສັດ​ແຫ່ງ​ອັດຊີເຣຍ! ກະສັດ​ກ່າວ​ດັ່ງນີ້​ວ່າ ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກເຈົ້າ ລາວ​ຊ່ວຍ​ກູ້​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ​ບໍ່​ໄດ້. ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຊັກຈູງ​ໃຈ​ພວກເຈົ້າ​ໃຫ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວ, ຢ່າ​ເຊື່ອ​ເມື່ອ​ລາວ​ບອກ​ວ່າ ‘ພຣະເຈົ້າ​ຢາເວ​ຈະ​ຊ່ວຍ​ກູ້​ພວກເຮົາ​ແນ່ນອນ; ເມືອງ​ນີ້​ຈະ​ບໍ່​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ກະສັດ​ອັດຊີເຣຍ’.

“ຢ່າ​ໄປ​ຟັງ​ເຮເຊກີຢາ. ກະສັດ​ອັດຊີເຣຍ​ກ່າວ​ດັ່ງນີ້​ວ່າ ໃຫ້​ຈົງຮັກພັກດີ​ຕໍ່​ເຮົາ ແລະ ອອກ​ມາ​ຫາ​ເຮົາ. ແລ້ວ​ພວກເຈົ້າ​ທຸກຄົນ​ຈະ​ໄດ້​ກິນ​ໝາກອະງຸ່ນ ແລະ ໝາກເດື່ອ​ຈາກ​ສວນ​ຂອງ​ຕົນ ແລະ ດື່ມ​ນ້ຳ​ຈາກ​ບໍ່​ຂອງ​ຕົນ. ຈົນ​ກວ່າ​ເຮົາ​ຈະ​ມາ​ພາ​ພວກເຈົ້າ​ໄປ​ດິນແດນ​ໜຶ່ງ​ທີ່​ຄື​ກັນ​ກັບ​ດິນແດນ​ຂອງ​ພວກເຈົ້າ​ເອງ ເປັນ​ດິນແດນ​ທີ່​ມີ​ເມັດເຂົ້າ, ເຫລົ້າ​ອະງຸ່ນ​ໃໝ່, ເຂົ້າຈີ່, ສວນ​ອະງຸ່ນ, ຕົ້ນ​ໝາກກອກ ແລະ ນ້ຳ​ເຜິ້ງ​ຢ່າງ​ອຸດົມ​ສົມບູນ. ຈົ່ງ​ເລືອກ​ທີ່​ຈະ​ຢູ່​ດີ​ກວ່າ​ຕາຍ!

“ຢ່າ​ຟັງ​ເຮເຊກີຢາ, ພາະ​ລາວ​ກຳລັງ​ຫລອກລວງ​ເຈົ້າ​ໃຫ້​ຫລົງ​ຜິດ ເມື່ອ​ລາວ​ກ່າວ​ວ່າ ‘ພຣະເຈົ້າ​ຢາເວ​ຈະ​ຊ່ວຍ​ກອບ​ກູ້​ພວກເຮົາ’. ມີ​ພະ​ຂອງ​ຊາດ​ໃດ​ແດ່​ທີ່​ກອບ​ກູ້​ດິນແດນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ກະສັດ​ອັດຊີເຣຍ​ໄດ້? ບັນດາ​ເທບພະເຈົ້າ​ແຫ່ງ​ຮາມັດ ແລະ ອັກປັດ​ຢູ່​ໃສ? ບັນດາ​ເທບພະເຈົ້າ​ແຫ່ງ​ເສຟາກວາອິມ, ເຮນາ ແລະ ອີວາ​ຢູ່​ໃສ? ພະ​ເຫລົ່ານັ້ນ​ຊ່ວຍ​ຊາມາເຣຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ເຮົາ​ໄດ້​ບໍ? ມີ​ເທບພະເຈົ້າ​ຕົນ​ໃດ​ໃນ​ຊົນຊາດ​ເຫລົ່ານີ້​ທີ່​ສາມາດ​ຊ່ວຍ​ດິນແດນ​ຂອງ​ຕົນ​ໃຫ້ລອດພົ້ນ​ຈາກ​ເຮົາ​ໄດ້? ແລ້ວ​ພຣະເຈົ້າຢາເວ​ຈະ​ສາມາດ​ຊ່ວຍ​ກອບກູ້​ເຢຣູຊາເລັມ​ຈາກ​ກຳ​ມື​ຂອງ​ເຮົາ​ໄດ້​ບໍ?”

ແຕ່​ປະຊາຊົນ​ມິດງຽບ ແລະ ບໍ່​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ກະສັດ​ໄດ້​ສັ່ງ​ວ່າ “ຢ່າ​ຕອບ​ລາວ”.

ແລ້ວ​ເອລີອາກິມ​ຜູ້ຈັດການ​ເບິ່ງແຍງ​ວັງ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮິນກີຢາ, ເຊັບນາ​ຜູ້​ເປັນ​ເລຂາ ແລະ ໂຢອາ​ຜູ້​ຈົດ​ບັນທຶກ ເຊິ່ງ​ເປັນ​ລູກຊາຍ​ຂອງ​ອາສັບ​ຈຶ່ງ​ກັບ​ໄປ​ພົບ​ເຮເຊກີຢາ​ດ້ວຍ​ເຄື່ອງນຸ່ງ​ທີ່​ຈີກ​ຂາດ ແລະ ບອກ​ລາວ​ຕາມ​ທີ່​ນາຍທະຫານ​ອັດຊີເຣຍ​ໄດ້​ກ່າວ​ໄວ້.

Source notes (5)
  1. Footnote ພາສາ​ເຮັບເຣີ​ວ່າ ອາບີ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອາບີຢາ
  2. Footnote ຫລື ພວກເຂົາ ເອີ້ນ​ວ່າ
  3. Footnote ຄຳ​ວ່າ ເນຮູຊະຕານ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ທອງສຳລິດ ແລະ ງູ ແລະ ສິ່ງ​ທີ່​ເປັນ​ມົນທິນ
  4. Footnote ຫລື ປະມານ 11 ໂຕນ
  5. Footnote ຫລື ປະມານ 1 ໂຕນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.