Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 17

ໂຮເຊຢາ​ເປັນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ອິດສະຣາເອນ

(2ກສ 18:9-12)

ໂຮເຊອາ​ລູກຊາຍ​ຂອງ​ເອລາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ໃນ​ຊາມາເຣຍ ກົງກັບ​ປີ​ທີ​ສິບ​ສອງ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ອາຮາດ​ແຫ່ງ​ຢູດາຍ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ​ເກົ້າ​ປີ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ແຕ່​ບໍ່​ຫລາຍ​ເທົ່າ​ກັບ​ບັນດາ​ກະສັດ​ອິດສະຣາເອນ​ຄົນ​ທີ່​ຜ່ານ​ມາ.

ກະສັດ​ຊານມາເນເຊ​ແຫ່ງ​ອັດຊີເຣຍ​ໄດ້​ຂຶ້ນ​ມາ​ໂຈມຕີ​ໂຮເຊອາ ຜູ້​ທີ່​ເຄີຍ​ຈົ່ງ​ຮັກ​ພັກ​ດີ ແລະ ໄດ້​ມອບ​ເຄື່ອງ​ບັນນາການ​ໃຫ້​ເພິ່ນ. ແຕ່​ກະສັດ​ອັດຊີເຣຍ​ພົບ​ວ່າ​ໂຮເຊອາ​ເປັນ​ຄົນ​ທໍລະຍົດ, ງົດ​ສົ່ງ​ເຄື່ອງ​ບັນນາການ​ປະຈຳ​ປີ ແລະ ໄດ້​ສົ່ງ​ທູດ​ໄປ​ພົບ​ກະສັດ​ໂສ1​ແຫ່ງ​ເອຢິບ. ເຫດສະນັ້ນ ຊານມາເນເຊ​ຈຶ່ງ​ໃຫ້​ຈັບ​ໂຮເຊຢາ​ລ່າມ​ໂສ້ ແລະ ຂັງ​ເພິ່ນ​ໄວ້​ໃນ​ຄຸກ. ກະສັດ​ອັດຊີເຣຍ​ໄດ້​ບຸກ​ເຂົ້າ​ໄປ​ທົ່ວ​ແຜ່ນດິນ, ຍົກ​ທັບ​ໄປ​ຕໍ່ສູ້​ກັບ​ເມືອງ​ຊາມາເຣຍ ແລະ ປິດລ້ອມ​ເມືອງ​ຊາມາເຣຍ​ເປັນ​ເວລາ​ສາມ​ປີ. ໃນ​ປີ​ທີ​ເກົ້າ​ແຫ່ງ​ຊ່ວງ​ການ​ປົກຄອງ​ຂອງ​ໂຮເຊອາ, ກະສັດ​ອັດຊີເຣຍ​ກໍ​ເຂົ້າ​ຢຶດ​ເມືອງ​ຊາມາເຣຍ ແລະ ກວາດ​ຕ້ອນ​ຊົນຊາດ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ໃຫ້​ຕັ້ງ​ຫລັກ​ແຫລ່ງ​ໃນ​ເມືອງ​ຮາລາ, ໃນ​ໂກຊານ​ບໍລິເວນ​ແຄມ​ຝັ່ງ​ແມ່ນ້ຳ​ຮາໂບ ແລະ ຕາມ​ເມືອງ​ຕ່າງໆ​ຂອງ​ເມເດຍ.

ອິດສະຣາເອນ​ຕົກ​ເປັນ​ຊະເລີຍ​ເພາະ​ບາບ

ທີ່​ເປັນ​ເຊັ່ນ​ນີ້​ກໍ​ເພາະ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ຜູ້​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ ຈາກ​ອຳນາດ​ຂອງ​ຟາໂຣ​ກະສັດ​ແຫ່ງ​ເອຢິບ. ພວກເຂົາ​ໄດ້​ຫັນ​ໄປ​ກາບໄຫວ້​ພະ​ອື່ນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຂອງ​ບັນດາ​ຊົນຊາດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ຂັບໄລ່​ອອກ​ໄປ​ໃຫ້​ພົ້ນ​ຈາກ​ພວກເຂົາ, ເຮັດ​ຕາມ​ແບບ​ຢ່າງ​ທີ່​ກະສັດ​ອິດສະຣາເອນ​ແນະນຳ. ຊົນຊາດ​ອິດສະຣາເອນ​ຍັງ​ໄດ້​ລັກ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຫລາຍ​ຢ່າງ​ທີ່​ຕໍ່ສູ້​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ສ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ໄວ້​ຢູ່​ທຸກ​ເມືອງ​ຂອງ​ພວກເຂົາ ຕັ້ງ​ແຕ່​ຫໍຄອຍ​ຈົນ​ຮອດ​ປ້ອມ​ປ້ອງກັນ. ພວກເຂົາ​ໄດ້​ຕັ້ງ​ຫີນ​ສັກສິດ ແລະ ເສົາ​ເຈົ້າ​ແມ່​ອາເຊຣາ​ຢູ່​ເທິງ​ໂນນພູ​ສູງ​ທຸກ​ຍອດ ແລະ ກ້ອງ​ຕົ້ນໄມ້​ໃຫຍ່​ທຸກ​ຕົ້ນ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ຢູ່​ທີ່​ສະຖານ​ບູຊາ​ເທິງ​ທີ່​ສູງ​ທຸກ​ແຫ່ງ ເໝືອນ​ຢ່າງ​ບັນດາ​ຊົນຊາດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຈາກ​ດິນແດນ. ເມື່ອ​ອິດສະຣາເອນ​ເຂົ້າ​ມາ ອິດສະຣາເອນ​ກໍ​ໄດ້​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ຍົວະ​ໃຫ້​ພຣະເຈົ້າ​ຢາເວ​ໃຈຮ້າຍ. ພວກເຂົາ​ໄດ້​ກາບໄຫວ້​ບັນດາ​ຮູບເຄົາລົບ ເຖິງ​ແມ່ນ​ວ່າ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ພວກເຈົ້າ​ຢ່າ​ເຮັດ​ສິ່ງ​ນີ້”.2 ພຣະເຈົ້າ​ຢາເວ​ໃຊ້​ຜູ້ທຳນວາຍ ແລະ ຜູ້​ທຳນວາຍ​ມາ​ເຕືອນ​ທັງ​ອິດສະຣາເອນ ແລະ ຢູດາ​ວ່າ, “ຈົ່ງ​ຫັນ​ໜີ​ຈາກ​ວິຖີ​ທາງ​ອັນ​ຊົ່ວຮ້າຍ​ຂອງ​ພວກເຈົ້າ. ຈົ່ງ​ປະຕິບັດ​ຕາມ​ຄຳສັ່ງ ແລະ ດຳລັດ​ຂອງ​ເຮົາ ຕາມ​ກົດບັນຍັດ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ເຊື່ອງຟັງ ແລະ ທີ່​ເຮົາ​ໄດ້​ແຈ້ງ​ແກ່​ພວກເຈົ້າ​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ເຮົາ”.

ແຕ່​ອິດສະຣາເອນ​ບໍ່​ຍອມ​ຟັງ ແລະ ມີ​ໃຈ​ດື້ດ້ານ​ຄື​ກັນ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເຊິ່ງ​ບໍ່​ໄດ້​ວາງ​ໃຈ​ໃນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ປະຕິເສດ​ດຳລັດ​ຂອງ​ພຣະອົງ ແລະ ຄຳໝັ້ນສັນຍາ​ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ ກົດເກນ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຕືອນ​ໃຫ້​ພວກເຂົາ​ໃຫ້​ປະຕິບັດ​ຕາມ. ພວກເຂົາ​ໄປ​ຕິດ​ຕາມ​ບັນດາ​ຮູບເຄົາລົບ​ອັນ​ໄຮ້​ຄ່າ ແລະ ພວກເຂົາ​ຈຶ່ງ​ເປັນ​ຄົນ​ໄຮ້​ຄ່າ. ພວກເຂົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ອ້ອມ​ຂ້າງ​ພວກເຂົາ ເຖິງ​ວ່າ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ພວກເຂົາ​ໄວ້​ວ່າ, “ຈົ່ງ​ຢ່າ​ເຮັດ​ຕາມ​ພວກເຂົາ”.

ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງ​ທັງໝົດ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ ໄດ້​ສ້າງ​ຮູບເຄົາລົບ​ເປັນ​ງົວ​ນ້ອຍ​ສອງ​ໂຕ​ໄວ້​ສຳລັບ​ພວກເຂົາ​ເອງ ແລະ ເສົາ​ເຈົ້າ​ແມ່​ອາເຊຣາ. ພວກເຂົາ​ໄດ້​ກາບ​ລົງ​ຕໍ່​ບັນດາ​ດາວ​ທັງຫລາຍ ແລະ ພວກເຂົາ​ໄດ້​ກາບໄຫວ້​ພະບາອານ. ພວກເຂົາ​ໄດ້​ເອົາ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ຕົນ​ເຜົາ​ບູຊາ​ຍັນ.3 ພວກເຂົາ​ໄດ້​ຝຶກຝົນ​ການ​ທຳນາຍ ແລະ ສະແຫວງຫາ​ລາງ​ບອກ​ເຫດ ແລະ ປ່ອຍ​ຕົນ​ເອງ​ໃຫ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ແລະ ຍົວະ​ໃຫ້​ພຣະອົງ​ໃຈຮ້າຍ.

ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ໃຈຮ້າຍ​ໃຫ້​ອິດສະຣາເອນ​ຫລາຍ ແລະ ຂັບໄລ່​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ພຣະອົງ. ເຫລືອ​ຢູ່​ແຕ່​ເຜົ່າ​ຢູດາ​ເທົ່າ​ນັ້ນ, ແລະ ແມ່ນ​ແຕ່​ຢູດາ​ເອງ​ກໍ​ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ປະຕິບັດ​ຕາມ​ແນວທາງ​ທີ່​ອິດສະຣາເອນ​ແນະນຳ. ເຫດສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ປະຕິເສດ​ຊົນຊາດ​ອິດສະຣາເອນ​ທັງໝົດ; ພຣະອົງ​ໄດ້​ລົງໂທດ​ພວກເຂົາ ແລະ ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ຜູ້​ປຸ້ນ​ຈີ້, ຈົນ​ກວ່າ​ພຣະອົງ​ຈະ​ກຳຈັດ​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ພຣະອົງ.

ເມື່ອ​ພຣະເຈົ້າ​ໄດ້​ຈີກ​ອິດສະຣາເອນ​ອອກ​ໄປ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ແລ້ວ, ພວກເຂົາ​ກໍ​ໄດ້​ເລືອກ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ເປັນ​ກະສັດ​ຂອງ​ພວກເຂົາ. ເຢໂຣໂບອາມ​ໄດ້​ຊັກຈູງ​ອິດສະຣາເອນ​ອອກ​ຈາກ​ການ​ຕິດ​ຕາມ​ພຣະເຈົ້າ​ຢາເວ ແລະ ເຮັດ​ໃຫ້​ພວກເຂົາ​ເຮັດ​ບາບ​ອັນ​ຮ້າຍແຮງ. ຊາວ​ອິດສະຣາເອນ​ຈົມ​ຢູ່​ໃນ​ບາບ​ຂອງ​ເຢໂຣໂບອາມ ແລະ ບໍ່​ຍອມ​ຫັນ​ໜີ​ຈາກ​ຄວາມ​ບາບ​ເຫລົ່ານັ້ນ ຈົນ​ໃນ​ທີ່​ສຸດ ພຣະເຈົ້າ​ຢາເວ​ກຳຈັດ​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ເຕືອນ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ຖືກ​ກວາດ​ຕ້ອນ​ໄປ​ຈາກ​ບ້ານເກີດ​ເມືອງ​ນອນ​ຂອງ​ຕົນ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ອັດຊີເຣຍ ແລະ ພວກເຂົາ​ກໍ​ຍັງ​ຢູ່​ທີ່​ນັ້ນ.

ຄົນຕ່າງຊາດ​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ຊາມາເລຍ

ກະສັດ​ອັດຊີເຣຍ​ໄດ້​ນຳ​ຄົນ​ຈາກ​ບາບີໂລນ, ກຸດທາ, ອີວາ, ຮາມັດ ແລະ ເສຟາກວາອິມ ແລະ ໃຫ້​ພວກເຂົາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຊາມາເລຍ​ແທນ​ທີ່​ຊາວ​ອິດສະຣາເອນ. ພວກເຂົາ​ໄດ້​ຢຶດ​ຄອງ​ຊາມາເຣຍ ແລະ ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ. ເມື່ອ​ພວກເຂົາ​ມາ​ເຖິງ​ເປັນ​ຄັ້ງ​ທຳອິດ ພວກເຂົາ​ບໍ່​ໄດ້​ນະມັດສະການ​ພຣະເຈົ້າ​ຢາເວ; ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ສົ່ງ​ໂຕສິງ​ມາ​ຢູ່​ທ່າມກາງ​ພວກເຂົາ ແລະ ພວກເຂົາ​ໄດ້​ຂ້າ​ບາງຄົນ. ກະສັດ​ອັດຊີເຣຍ​ໄດ້​ຮັບ​ລາຍງານ​ວ່າ, “ປະຊາຊົນ​ທີ່​ເພິ່ນ​ໃຫ້​ເຂົ້າ​ມາ​ຕັ້ງ​ຖິ່ນຖານ​ໃນ​ເມືອງ​ຊາມາເຣຍ​ນັ້ນ​ບໍ່​ຮູ້​ກົດບັນຍັດ​ຂອງ​ພະ​ແຫ່ງ​ດິນແດນ​ນີ້. ເພິ່ນ​ຈຶ່ງ​ໄດ້​ສົ່ງ​ໂຕສິງ​ເຂົ້າ​ມາ​ທ່າມກາງ​ພວກເຂົາ ເຊິ່ງ​ໄດ້​ຂ້າ​ພວກເຂົາ​ຫລາຍ​ຄົນ ເພາະ​ປະຊາຊົນ​ບໍ່​ຮູ້​ສິ່ງ​ທີ່​ເພິ່ນ​ຢາກ​ໃຫ້​ປະຕິບັດ”.

ກະສັດ​ອັດຊີເຣຍ​ຈຶ່ງ​ມີ​ຄຳສັ່ງ​ນີ້​ວ່າ, “ໃຫ້​ສົ່ງ​ປະໂລຫິດ​ຄົນ​ໜຶ່ງ​ທີ່​ຖືກ​ພວກເຈົ້າ​ກວາດ​ຕ້ອນ​ມາ​ຈາກ​ຊາມາເຣຍ​ກັບ​ໄປ​ຢູ່​ທີ່​ນັ້ນ ເພື່ອ​ສອນ​ປະຊາຊົນ​ໃຫ້​ຮູ້​ສິ່ງ​ທີ່​ພະ​ແຫ່ງ​ດິນແດນ​ນັ້ນ​ຢາກ​ໃຫ້​ເຮັດ”. ດັ່ງນັ້ນ ປະໂລຫິດ​ຄົນ​ໜຶ່ງ ເຊິ່ງ​ເປັນ​ຊະເລີຍ​ມາ​ຈາກ​ຊາມາເຣຍ​ຈຶ່ງ​ມາ​ຢູ່​ທີ່​ເບັດເອນ ແລະ ໄດ້​ສອນ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ​ຢາເວ.

ແຕ່​ຊົນຊາດ​ເຫລົ່ານີ້​ໄດ້​ສ້າງ​ພະ​ຂອງ​ຕົນ​ໃນ​ເມືອງ​ຕ່າງໆ​ທີ່​ມາ​ຕັ້ງ​ຖິ່ນ​ຖານ​ດ້ວຍ ແລະ ຕັ້ງ​ພະ​ໄວ້​ຕາມ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ເຊິ່ງ​ຊາວຊາມາເຣຍ​ໄດ້​ສ້າງ​ໄວ້. ຄົນ​ທີ່​ມາ​ຈາກ​ບາບີໂລນ​ກໍ​ສ້າງ​ພະ​ຊຸກໂກດເບໂນດ, ບັນດາ​ຄົນ​ທີ່​ມາ​ຈາກ​ກຸດທາ​ໄດ້​ສ້າງ​ພະ​ເນການ ແລະ ບັນດາ​ຄົນ​ທີ່​ມາ​ຈາກ​ຮາມັດ​ໄດ້​ສ້າງ​ພະ​ອາຊີມາ. ຊາວ​ອິບວາ​ໄດ້​ສ້າງ​ພະ​ນິບຮາດ ແລະ ພະ​ຕາກຕັກ ແລະ ຊາວ​ເສຟາກວາອິມ​ໄດ້​ເຜົາ​ລູກ​ຂອງ​ຕົນ​ຖວາຍ​ແກ່​ພະ​ອັດຣຳເມເລັກ ແລະ ພະ​ອານາມເມເລັກ ເຊິ່ງ​ເປັນ​ພະ​ຂອງ​ເມືອງ​ເຊຟາກວາອິມ. ພວກເຂົາ​ນະມັດສະການ​ພຣະເຈົ້າ​ຢາເວ, ແຕ່​ພວກເຂົາ​ກໍ​ໄດ້​ຕັ້ງ​ຄົນ​ຂອງ​ພວກເຂົາ​ເອງ​ຈາກ​ທຸກ​ປະເພດ​ໃຫ້​ເປັນ​ປະໂລຫິດ​ປະຈຳ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ. ພວກເຂົາ​ນະມັດສະການ​ພຣະເຈົ້າ​ຢາເວ, ແຕ່​ພວກເຂົາ​ກໍ​ຮັບໃຊ້​ພະ​ຂອງ​ຕົນ ຕາມ​ທຳນຽມ​ຂອງ​ປະຊາຊາດ​ທັງຫລາຍ​ທີ່​ພວກເຂົາ​ຖືກ​ພາ​ມາ.

ພວກເຂົາ​ຍັງ​ຢຶດ​ຖື​ເຄົາລົບ​ທຳນຽມ​ເດີມ​ຂອງ​ພວກເຂົາ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ພວກເຂົາ​ບໍ່​ໄດ້​ນະມັດສະການ​ພຣະເຈົ້າ​ຢາເວ​ຢ່າງ​ແທ້​ຈິງ ຫລື ຢຶດໝັ້ນ​ໃນ​ດຳລັດ ແລະ ກົດເກນ, ກົດບັນຍັດ ແລະ ຄຳສັ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ໄວ້​ແກ່​ເຊື້ອສາຍ​ຂອງ​ຢາໂຄບ ເຊິ່ງ​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ​ອິດສະຣາເອນ. ເມື່ອ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ຄຳໝັ້ນສັນຍາ​ກັບ​ຊົນຊາດ​ອິດສະຣາເອນ; ພຣະອົງ​ໄດ້​ສັ່ງ​ພວກເຂົາ​ໄວ້​ວ່າ: “ຢ່າ​ນະມັດສະການ​ບັນດາ​ພະ​ອື່ນ ຫລື ກາບ​ລົງ​ຕໍ່​ພວກເຂົາ, ຢ່າ​ຮັບໃຊ້​ພວກເຂົາ ຫລື ຖວາຍ​ເຄື່ອງບູຊາ​ແກ່​ພະ​ເຫລົ່ານັ້ນ. ແຕ່​ພວກເຈົ້າ​ຈົ່ງ​ນະມັດສະການ​ພຣະເຈົ້າ​ຢາເວ​ແຕ່​ພຽງ​ຜູ້​ດຽວ, ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ລິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ດ້ວຍ​ມື​ທີ່​ຢຽດ​ອອກ, ພວກເຈົ້າ​ຈະ​ຕ້ອງ​ກາບ​ລົງ ແລະ ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ. ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ປະຕິບັດ​ຕາມ​ດຳລັດ ແລະ ກົດເກນ, ກົດບັນຍັດ ແລະ ຄຳສັ່ງ​ທີ່​ພຣະອົງ​ຂຽນ​ໄວ້​ໃຫ້​ພວກເຈົ້າ. ຢ່າ​ໄປ​ນະມັດສະການ​ພະ​ອື່ນ. ຢ່າ​ລືມ​ຄຳໝັ້ນສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ພວກເຈົ້າ ແລະ ຢ່າ​ນະມັດສະການ​ພະ​ອື່ນ. ແຕ່​ຈົ່ງ​ນະມັດສະການ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຜູ້​ທີ່​ຈະ​ກອບກູ້​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ສັດຕູ​ຂອງ​ພວກເຈົ້າ​ທັງໝົດ”.

ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ຟັງ, ພວກເຂົາ​ຍັງ​ເຮັດ​ຕາມ​ທຳນຽມ​ເດີມ​ຂອງ​ພວກເຂົາ. ເຖິງ​ແມ່ນ​ວ່າ​ຄົນ​ເຫລົ່ານີ້​ກຳລັງ​ນະມັດສະການ​ພຣະເຈົ້າ​ຢາເວ, ພວກເຂົາ​ກໍ​ຍັງ​ຮັບໃຊ້​ບັນດາ​ຮູບເຄົາລົບ​ຂອງ​ຕົນ. ບັນດາ​ລູກ​ຂອງ​ພວກເຂົາ ແລະ ຫລານ​ຂອງ​ພວກເຂົາ​ກໍ​ສືບຕໍ່​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.

Source notes (3)
  1. Footnote ອາດຈະ​ເປັນ​ຊື່​ຫຍໍ້​ຂອງ ໂອໂສກອນ
  2. Footnote ອພຍ 20:4,5
  3. Footnote ຫລື ພວກ​ພວກເຂົາ​ໃຫ້​ລູກຊາຍ​ລູກ​ສາວ​ລຸຍ​ໄຟ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.