Skip to content
BibleKenya

Biblica® Open Lao Contemporary Version

2 ກະສັດ 16

ກະສັດ​ອາຮາດ​ແຫ່ງ​ຢູດາ

(2ຂຄ 28:1-27)

ອາຮາດ​ລູກຊາຍ​ກະສັດ​ໂຢທາມ​ແຫ່ງ​ຢູດາຍ​ໄດ້​ຂຶ້ນ​ປົກຄອງ ກົງກັບ​ປີ​ທີ​ສິບ​ເຈັດ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ເປກາ ລູກຊາຍ​ຂອງ​ເຣມາລີຢາ. ອາຮາດ​ມີ​ອາຍຸ​ຊາວ​ປີ ເມື່ອ​ເພິ່ນ​ຂຶ້ນ​ເປັນ​ກະສັດ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບ​ຫົກ​ປີ. ອາຮາດ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ເໝືອນ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ​ທີ່​ເຄີຍ​ເຮັດ. ເພິ່ນ​ໄດ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ກະສັດ​ທັງຫລາຍ​ຂອງ​ອິດສະຣາເອນ ແລະ ຈົນວ່າ​ນຳ​ລູກຊາຍ​ຂອງ​ຕົນ​ມາ​ເຜົາ​ບູຊາ​ຍັນ1 ຕາມ​ແບບ​ຢ່າງ​ອັນ​ໜ້າ​ກຽດ​ຊັງ​ຂອງ​ຊົນຊາດ​ຕ່າງໆ ທີ່​ພຣະເຈົ້າ​ຢາເວ​ໄດ້​ຂັບໄລ່​ອອກ​ໄປ​ໃຫ້​ພົ້ນ​ຈາກ​ຊາວ​ອິດສະຣາເອນ. ອາຮາດ​ໄດ້​ຖວາຍ​ເຄື່ອງບູຊາ ແລະ ເຜົາ​ເຄື່ອງຫອມ​ຕາມ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ, ເທິງ​ໂນນພູ​ຕ່າງໆ ແລະ ຢູ່​ກ້ອງ​ຕົ້ນໄມ້​ໃຫຍ່​ທຸກ​ຕົ້ນ.

ຕໍ່ມາ​ກະສັດ​ເຣຊິນ​ແຫ່ງ​ອາຣາມ ແລະ ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ​ໄດ້​ຍົກ​ທັບ​ຂຶ້ນ​ມາ​ສູ້ຮົບ​ກັບ​ເຢຣູຊາເລັມ ແລະ ປິດລ້ອມ​ອາຮາດ, ແຕ່​ພວກເຂົາ​ບໍ່​ສາມາດ​ເອົາ​ຊະນະ​ອາຮາດ​ໄດ້. ໃນ​ເວລາ​ນັ້ນ, ກະສັດ​ເຣຊິນ​ແຫ່ງ​ອາຣາມ​ໄດ້​ຢຶດ​ເອົາ​ເອລາດ​ຄືນ​ມາ​ໃຫ້​ອາຣາມ ໂດຍ​ຂັບໄລ່​ຊາວ​ຢູດາຍ​ອອກ​ໄປ. ແລ້ວ​ຊາວ​ເອໂດມ​ຈຶ່ງ​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເອລາດ​ຈົນ​ເຖິງ​ທຸກ​ວັນ​ນີ້.

ອາຮາດ​ໄດ້​ສົ່ງ​ຜູ້ສື່ສານ​ໄປ​ບອກ​ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ວ່າ, “ຂ້າພະເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງ​ທ່ານ ແລະ ຜູ້​ສັດຊື່​ຕໍ່​ທ່ານ. ຂໍ​ໃຫ້​ຂຶ້ນ​ມາ ແລະ ຊ່ວຍ​ຂ້າພະເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ກະສັດ​ອາຣາມ ແລະ ໃຫ້​ພົ້ນ​ຈາກ​ກະສັດ​ອິດສະຣາເອນ ເຊິ່ງ​ກຳລັງ​ໂຈມຕີ​ຂ້າພະເຈົ້າ​ດ້ວຍ”. ອາຮາດ​ໄດ້​ນຳ​ເອົາ​ເງິນ ແລະ ຄຳ​ທີ່​ມີ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ໃນ​ຄັງ​ຫລວງ ແລ້ວ​ສົ່ງ​ໄປ​ມອບ​ໃຫ້​ກະສັດ​ອັດຊີເຣຍ​ເພື່ອ​ເປັນ​ຂອງ​ຂວັນ. ກະສັດ​ອັດຊີເຣຍ​ກໍ​ໄດ້​ປະຕິບັດຕາມ​ນັ້ນ ໂດຍ​ໂຈມຕີ​ເມືອງ​ດາມັສກັດ ແລະ ຢຶດ​ເອົາ​ເມືອງ​ນັ້ນ. ເພິ່ນ​ໄດ້​ກວາດ​ຕ້ອນ​ຊາວ​ເມືອງ​ນັ້ນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ເມືອງ​ກີຣະ ແລະ ຂ້າ​ເຣຊິນ.

ກະສັດ​ອາຮາດ​ໄດ້​ໄປ​ທີ່​ເມືອງ​ດາມັສກັດ​ເພື່ອ​ພົບກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ. ເພິ່ນ​ໄດ້​ເຫັນ​ແທ່ນບູຊາ​ຢູ່​ທີ່​ເມືອງ​ດາມັສກັດ ແລະ ກໍ​ໄດ້​ສົ່ງ​ແບບ​ຮ່າງ ພ້ອມ​ດ້ວຍ​ລາຍລະອຽດ​ໃນ​ການ​ສ້າງ​ແທ່ນບູຊາ​ມາ​ໃຫ້​ປະໂລຫິດ​ອູຣີຢາ. ດັ່ງນັ້ນ ປະໂລຫິດ​ອູຣີຢາ​ຈຶ່ງ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ມາ​ອີກ​ແທ່ນ​ໜຶ່ງ​ຕາມ​ແບບ​ທີ່​ກະສັດ​ອາຮາດ​ໄດ້​ສົ່ງ​ມາ​ຈາກ​ເມືອງ​ດາມັສກັດ​ທຸກ​ປະການ ແລະ ສ້າງ​ສຳເລັດ​ກ່ອນ​ທີ່​ກະສັດ​ອາຮາດ​ຈະ​ກັບ​ຄືນ​ມາ. ເມື່ອ​ກະສັດ​ກັບ​ມາ​ຈາກ​ເມືອງ​ດາມັສກັດ ແລະ ເຫັນ​ແທ່ນ ເພິ່ນ​ກໍ​ເຂົ້າ​ໄປ​ໃກ້​ແທ່ນ​ນັ້ນ ແລະ ໄດ້​ຖວາຍ​ເຄື່ອງບູຊາ2​ເທິງ​ແທ່ນ​ນັ້ນ. ເພິ່ນ​ໄດ້​ຖວາຍ​ເຄື່ອງເຜົາ​ບູຊາ ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ, ເຄື່ອງດື່ມ​ບູຊາ​ຂອງ​ເພິ່ນ ແລະ ຊິດ​ເລືອດ​ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ເພິ່ນ​ຢູ່​ເທິງ​ແທ່ນ​ນັ້ນ. ສ່ວນ​ແທ່ນບູຊາ​ທອງສຳລິດ​ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ແທ່ນ​ເດີມ​ນັ້ນ ເພິ່ນ​ໄດ້​ຍ້າຍ​ຈາກ​ດ້ານ​ໜ້າ​ຂອງ​ວິຫານ ຄື​ລະຫວ່າງ​ແທ່ນບູຊາ​ໃໝ່​ກັບ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄປ​ຕັ້ງ​ໄວ້​ຢູ່​ດ້ານ​ທິດ​ເໜືອ​ຂອງ​ແທ່ນບູຊາ​ໃໝ່.

ກະສັດ​ອາຮາດ​ໄດ້​ສັ່ງ​ປະໂລຫິດ​ອູຣີຢາ​ວ່າ, “ຈົ່ງ​ໃຊ້​ແທ່ນບູຊາ​ໃໝ່​ນີ້​ສຳລັບ​ຖວາຍ​ເຄື່ອງເຜົາ​ບູຊາ​ຕອນ​ເຊົ້າ ແລະ ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຕອນ​ແລງ, ເຄື່ອງເຜົາ​ບູຊາ​ຂອງ​ກັບ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ກະສັດ ແລະ ເຄື່ອງເຜົາ​ບູຊາ​ກັບ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ​ຂອງ​ປະຊາຊົນ. ຈົ່ງ​ເອົາ​ເລືອດ​ຈາກ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ຕ່າງໆ​ສາດ​ໃສ່​ທີ່​ແທ່ນ​ໃໝ່​ນີ້​ດ້ວຍ. ສ່ວນ​ແທ່ນ​ທອງສຳລິດ​ນັ້ນ ເຮົາ​ຈະ​ໃຊ້​ສຳລັບ​ຂໍ​ຄຳ​ແນະນຳ”. ປະໂລຫິດ​ອູຣີຢາ​ກໍ​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ອາຮາດ.

ກະສັດ​ອາຮາດ​ໄດ້​ຮື້​ແຜງ​ດ້ານ​ຂ້າງ​ຂອງ​ແທ່ນ​ເຄື່ອນ​ທີ່​ທອງສຳລິດ ແລະ ຍ້າຍ​ຂັນ​ບັນຈຸ​ນ້ຳ​ທີ່​ວາງ​ຢູ່​ເທິງ​ແທ່ນ​ນັ້ນ​ອອກ​ໄປ. ເພິ່ນ​ໄດ້​ຍ້າຍ​ຂັນ​ຈາກ​ຫລັງ​ຂອງ​ງົວ​ທອງສຳລິດ​ໄປ​ຕັ້ງ​ໄວ້​ເທິງ​ຖານ​ຫີນ. ເພື່ອ​ເອົາ​ໃຈ​ກະສັດ​ອັດຊີເຣຍ, ອາຮາດ​ໄດ້​ຍ້າຍ​ສາລາ​ຊະບາໂຕ​ທີ່​ໄດ້​ສ້າງ​ຂຶ້ນ​ຢູ່​ທີ່​ວິຫານ​ອອກ​ໄປ ແລະ ປິດ​ທາງເຂົ້າ​ສ່ວນ​ຕົວ​ດ້ານ​ນອກ​ທີ່​ມາ​ຫາ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາຮາດ ແລະ ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ຢູ່​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ອາຮາດ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ຮ່ວມ​ກັນ​ໃນ​ເມືອງ​ດາວິດ. ແລ້ວ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

Source notes (2)
  1. Footnote ຫລື ໃຫ້​ລຸຍ​ໄຟ​ເປັນ​ເຄື່ອງບູຊາ
  2. Footnote ຫລື​ໄດ້​ຂຶ້ນ​ໄປ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.