Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 1

ບັນທຶກ​ປະຫວັດສາດ​ຕັ້ງແຕ່​ອາດາມເຖິງ​ອັບຣາຮາມ

ຕັ້ງແຕ່​ອາດາມ​ເຖິງ​ລູກຊາຍ​ຂອງ​ໂນອາ

ອາດາມ, ເຊດ, ເອໂນດ,

ເກນານ, ມະຫາລາເລນ, ຢາເຣັດ,

ເອນົກ, ເມທູເສລາ, ລາເມັກ,

ແລະ ໂນອາ.

ລູກຊາຍ​ຂອງ​ໂນອາ​ມີ​ດັ່ງນີ້1: ເຊມ, ຮາມ ແລະ ຢາເຟດ.

ເຊື້ອສາຍ​ຂອງ​ຢາເຟດ

(ປຖກ 10:2-5)

ລູກຊາຍ​ຂອງ​ຢາເຟດ​ມີ​ດັ່ງນີ້:

ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.

ລູກຊາຍ​ຂອງ​ໂກເມ​ມີ​ດັ່ງນີ້:

ອັດຊະເກນາດ, ຣີຟາດ ແລະ ໂຕກາມາ.

ລູກຊາຍ​ຂອງ​ຢາວານ​ມີ​ດັ່ງນີ້:

ເອລີຊາ, ຕາກຊິດ, ສະເປນ, ໄຊປຣັດ ແລະ ໂຣເດັດ.

ເຊື້ອສາຍ​ຂອງ​ຮາມ

(ປຖກ 10:6-20)

ລູກຊາຍ​ຂອງ​ຮາມ​ມີ​ດັ່ງນີ້:

ກູເຊ, ເອຢິບ,2 ພູດ ແລະ ການາອານ.

ບັນດາ​ລູກຊາຍ​ຂອງ​ກູເຊ​ມີ​ຄື:

ເຊບາ, ຮາວີລາ, ສັບຕາ, ຣາອາມາ ແລະ ສັບເຕກາ.

ບັນດາ​ລູກຊາຍ​ຂອງ​ຣາອາມາ​ມີ​ຄື:

ເຊບາ ແລະ ເດດານ.

ກູເຊ​ເປັນ​ພໍ່3​ຂອງ

ນິມໂຣດ, ຜູ້​ທີ່​ໄດ້​ກາຍ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ​ໃນ​ໂລກ.

ເອຢິບ​ເປັນ​ພໍ່​ຂອງ

ຊາວ​ລູດີອາ, ຊາວ​ອານາມ, ຊາວ​ເລຮາບ, ຊາວ​ນັບຕູ ຊາວ​ປາທະຣູຊິມ, ຊາວ​ກັດສະລູ ແລະ ຊາວ​ກະເຣເຕ (ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ຟີລິດສະຕິນ) ແລະ ຊາວ​ຄັບຟະໂທຣິມ.

ການາອານ​ເປັນ​ພໍ່​ຂອງ

ຊີໂດນ ຜູ້​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ລາວ4 ແລະ ຊາວ​ຮິດຕີ, ຊາວ​ເຢບຸດ, ຊາວ​ອາໂມ, ຊາວ​ກີກາຊີ, ຊາວ​ຮີວີ, ຊາວ​ອາກກີ, ຊາວ​ສີນີ, ຊາວ​ອາກວາດີ, ຊາວ​ເຊມາຣີ ແລະ ຊາວ​ຮາມັດ.

ເຊື້ອສາຍ​ຂອງ​ເຊມ

(ປຖກ 10:21-31; 11:10-27)

ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້:

ເອລາມ, ອັດຊູຣະ, ອາກປັກຊາດ, ລູດ, ແລະ ອາຣາມ.

ລູກຊາຍ​ຂອງ​ອາຣາມ​ມີ​ດັ່ງນີ້:5

ອູເສ, ຮຸນ, ເກເຕີ ແລະ ເມເຊັກ.

ອາກປັກຊາດ​ເປັນ​ພໍ່​ຂອງ​ເຊລາ,

ແລະ ເຊລາ​ເປັນ​ພໍ່​ຂອງ​ເອເບ.

ເອເບ​ມີ​ລູກຊາຍ​ສອງ​ຄົນ​ມີ​ດັ່ງນີ້:

ຜູ້​ໜຶ່ງ​ຊື່​ວ່າ ເປເລັກ6 ເພາະ​ໃນ​ສະໄໝ​ຂອງ​ລາວ​ໂລກ​ໄດ້​ແບ່ງແຍກ​ກັນ; ແລະ ອີກ​ຜູ້​ໜຶ່ງ​ຊື່​ວ່າ​ໂຢກທານ.

ໂຢກທານ​ເປັນ​ພໍ່​ຂອງ

ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ, ຮາໂດຣາມ, ອູຊານ, ດີກະລາ, ເອບານ,7 ອາບີມາເອນ, ເຊບາ, ໂອຟີ, ຮາວີລາ ແລະ ໂຢບັບ. ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ລູກຊາຍ​ຂອງ​ໂຢກທານ.

ເຊມ, ອາກປັກຊາດ,8 ເຊລາ,

ເອເບ, ເປເລັກ, ເຣອູ,

ເສຣຸກ, ນາໂຮ, ເຕຣາ,

ແລະ ອັບຣາມ (ຄື​ອັບຣາຮາມ).

ຄອບຄົວ​ຂອງ​ອັບຣາຮາມ

ລູກຊາຍ​ຂອງ​ອັບຣາຮາມ​ມີ​ດັ່ງນີ້: ອີຊາກ ແລະ ອິດຊະມາເອນ.

ເຊື້ອສາຍ​ຂອງ​ນາງ​ຮາກາ

(ປຖກ 25:12-16)

ລູກຊາຍ​ຂອງ​ອິດຊະມາເອນ​ມີ​ດັ່ງນີ້:

ເນບາໂຢດ​ເປັນ​ລູກຊາຍ​ກົກ​ຂອງ​ອິດຊະມາເອນ, ເກດາ, ອັດເບເອນ, ມິບຊາມ, ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ, ເຢຕຸຣະ, ນາຟີດ ແລະ ເກເດມາ.

ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ.

ເຊື້ອສາຍ​ຂອງ​ນາງ​ເກຕູຣາ

(ປຖກ 25:1-4)

ລູກຊາຍ​ທີ່​ເກີດ​ມາ​ຈາກ​ນາງ​ເກຕູຣາ ເຊິ່ງ​ເປັນ​ເມຍນ້ອຍ​ຂອງ​ອັບຣາຮາມ​ມີ​ດັ່ງນີ້:

ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ.

ລູກຊາຍ​ຂອງ​ໂຢກຊານ​ມີ​ດັ່ງນີ້:

ເຊບາ ແລະ ເດດານ.

ລູກຊາຍ​ຂອງ​ມີດີອານ​ມີ​ດັ່ງນີ້:

ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອນດາອາ.

ຄົນ​ທັງໝົດ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ນາງ​ເກຕູຣາ.

ເຊື້ອສາຍ​ຂອງ​ນາງ​ຊາຣາ

(ປຖກ 36:10-14)

ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ.

ລູກຊາຍ​ຂອງ​ອີຊາກ​ມີ​ດັ່ງນີ້:

ເອຊາວ ແລະ ອິດສະຣາເອນ.

ລູກຊາຍ​ຂອງ​ເອຊາວ

ລູກຊາຍ​ຂອງ​ເອຊາວ​ມີ​ດັ່ງນີ້:

ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະ ໂກຣາ.

ລູກຊາຍ​ຂອງ​ເອລີຟັດ​ມີ​ດັ່ງນີ້:

ເຕມານ, ໂອມາກ, ເຊຟີ,9 ຄາຕາມ, ເກນາດ,

ແລະ ອາມາເຫລັກ, ທີ່​ເກີດ​ມາ​ຈາກ​ນາງ​ຕີມນາ.10

ລູກຊາຍ​ຂອງ​ເຣອູເອນ​ມີ​ດັ່ງນີ້:

ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ.

ປະຊາຊົນ​ຂອງ​ເສອີ​ໃນ​ເອໂດມ

(ປຖກ 36:20-28)

ລູກຊາຍ​ຂອງ​ເສອີ​ມີ​ດັ່ງນີ້:

ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ ດີຊານ.

ລູກຊາຍ​ຂອງ​ໂລຕັນ​ມີ​ດັ່ງນີ້:

ໂຮຣີ ແລະ ໂຮມາມ. ຕີມນາ​ເປັນ​ນ້ອງສາວ​ຂອງ​ໂລຕັນ.

ລູກຊາຍ​ໂຊບານ​ມີ​ດັ່ງນີ້:

ອາລີອານ,11 ມານາຮາດ, ເອບານ, ເຊໂຟ ແລະ ໂອນາມ.

ລູກຊາຍ​ຊີເບໂອນ​ມີ​ດັ່ງນີ້:

ອາອີຢາ ແລະ ອານາ.

ລູກຊາຍ​ຂອງ​ອານາ​ມີ​ດັ່ງນີ້:

ດີໂຊນ

ລູກຊາຍ​ຂອງ​ດີໂຊນ​ມີ​ດັ່ງນີ້:

ຮຳຣານ,12 ເອັດຊະບານ, ອິທະຣານ ແລະ ເກຣານ.

ລູກຊາຍ​ຂອງ​ເອເຊ​ມີ​ດັ່ງນີ້:

ບິນຮານ, ຊາອາວານ ແລະ ອາການ.13

ລູກຊາຍ​ຂອງ​ດີຊານ14​ມີ​ດັ່ງນີ້:

ອູເຊ ແລະ ອາຣານ.

ບັນດາ​ຜູ້ປົກຄອງ​ຂອງ​ເອໂດມ

(ປຖກ 36:31-43)

ຄົນ​ເຫລົ່ານີ້​ເປັນ​ບັນດາ​ກະສັດ​ທີ່​ໄດ້​ປົກຄອງ​ໃນ​ເອໂດມ​ກ່ອນ​ທີ່​ຈະ​ມີ​ບັນດາ​ກະສັດ​ອິດສະຣາເອນ​ໄດ້​ປົກຄອງ​ມີ​ດັ່ງນີ້:15

ເບລາ ລູກຊາຍ​ຂອງ​ເບໂອ, ເຊິ່ງ​ມີ​ເມືອງ​ທີ່​ຊື່​ວ່າ​ດິນຮາບາ.

ເມື່ອ​ເບລາ​ໄດ້​ຕາຍ​ໄປ​ແລ້ວ, ໂຢບັບ ລູກຊາຍ​ຂອງ​ເຊຣາ​ຈາກ​ເມືອງ​ໂບຊະຣາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

ເມື່ອ​ໂຢບັບ​ຕາຍໄປ​ແລ້ວ, ຮູຊາມ​ຈາກ​ດິນແດນ​ຂອງ​ຊາວ​ເຕມານ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

ເມື່ອ​ຮູຊາມ​ໄດ້​ໄປ​ຕາຍ​ແລ້ວ, ຮາດັດ​ລູກ​ຊາຍ​ຂອງ​ເບດັດ, ຜູ້​ທີ່​ໄດ້​ເອົາ​ຊະນະ​ຊາວ​ມີດີອານ​ໃນ​ດິນແດນ​ໂມອາບ, ລາວ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ, ເມືອງ​ຂອງ​ເພິ່ນ​ຊື່​ວ່າ ອາວິດ.

ເມື່ອ​ຮາດັດ​ໄດ້​ຕາຍ​ໄປ​ແລ້ວ, ຊາມລາ​ຈາກ​ເມືອງ​ມັດເຣກາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

ເມື່ອ​ຊາມລາ​ໄດ້​ຕາຍ​ໄປ​ແລ້ວ, ຊາອູນ​ຈາກ​ເມືອງ​ເຣໂຮໂບດ​ຕັ້ງ​ຢູ່​ທີ່​ແຄມ​ແມ່ນໍ້າ16​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

ເມື່ອ​ຊາອູນ​ໄດ້​ຕາຍ​ໄປ​ແລ້ວ, ບາອານຮານານ ລູກຊາຍ​ຂອງ​ອັກໂບ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

ເມື່ອ​ບາອານຮານານ​ໄດ້​ຕາຍ​ໄປ​ແລ້ວ, ຮາດັດ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ປາອູ17 ແລະ ເມຍ​ຂອງ​ເພິ່ນ​ຊື່​ວ່າ ເມເຫັດຕາເບັນ ຜູ້​ເປັນ​ລູກສາວ​ຂອງ​ມາດເຣດ, ຫລານສາວ​ຂອງ​ເມຊາຮາບ. ຮາດັດ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.

ຫົວໜ້າ​ເຜົ່າ​ຂອງ​ເອໂດມ​ມີ​ດັ່ງນີ້:

ຕິມນາ, ອານວາ, ເຢເທັດ, ໂອໂຮລີບາມາ, ເອລາ, ປີໂນນ, ເກນາດ, ເຕມານ, ມິບສາຣະ,

ມັກດີເອນ ແລະ ອີຣາມ, ຄົນ​ເຫລົ່ານີ້​ແມ່ນ​ຫົວໜ້າ​ເຜົ່າ​ຂອງ​ເອໂດມ.

Source notes (17)
  1. Footnote ພາສາ​ເຮັບເຣີ​ບໍ່​ມີ​ຂໍ້ຄວາມ​ວ່າ ລູກຊາຍ​ຂອງ​ໂນອາ​ມີ​ດັ່ງນີ້
  2. Footnote ຄື ເອຢິບ ເຊັ່ນ​ດຽວ​ກັບ​ຂໍ້ 11
  3. Footnote ຄຳ​ວ່າ ບິດາ ອາດ​ໝາຍ​ເຖິງ ບັນພະບຸລຸດ ຕົ້ນ​ຕະກຸນ ຫລື ຜູ້​ກໍ່​ຕັ້ງ ເຊັ່ນ​ດຽວ​ກັບ​ຂໍ້ 11, 13, 18 ແລະ 20
  4. Footnote ຫລື ຊາວ​ຊີໂດນ​ພວກ​ທຳອິດ​ສຸດ
  5. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ບໍ່​ມີ​ປະ​ໂຫຍກ​ນີ້ (ເບິ່ງ ປຖກ 10:23)
  6. Footnote ແປ​ວ່າ ແຍກ
  7. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ເອບານ (ເບິ່ງ ປຖກ 10:28)
  8. Footnote ສຳ​ເນົາ ເຊັບຕູອາຈິນ​ບາງ​ສະບັບ​ວ່າ ອາກຟາສາດ ກາຍ​ນານ
  9. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ເສ​ເຟ (ເບິ່ງ ປຖກ 36:11)
  10. Footnote ພາສາ​ເຮັບເຣີ​ວ່າ ຄາຕາມ ເກນາດ ຕິມນາ ແລະ ອາ ເມ ເຫລັກ (ເບິ່ງ ປຖກ 36:12)
  11. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ເອລີ​ຍັນ (ເບິ່ງ ປຖກ 36:23)
  12. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ຮຳລານ (ເບິ່ງ ປຖກ 36:26)
  13. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ຢາອາຄານ (ເບິ່ງ ປຖກ 36:27)
  14. Footnote ພາສາ​ເຮັບເຣີ​ວ່າ ດີໂຊນ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ດີຊານ
  15. Footnote ຫລື ກ່ອນ​ກະສັດ​ອິດສະຣາເອນ​ປົກຄອງ​ເໜືອ​ພວກເຂົາ
  16. Footnote ອາດຈະ​ເປັນ​ແມ່ນ້ຳ​ເອີຟຣັດ
  17. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ປາອີ (ເບິ່ງ ປຖກ 36:39)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.