Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 2

ລູກຊາຍ​ຂອງ​ອິດສະຣາເອນ

(ປຖກ 35:23-26)

ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ອິດສະຣາເອນ​ມີ​ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ, ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ ອາເຊ.

ຢູດາ

(ນຣ 4:18-22; ມທ 1:3-6)

ຕັ້ງແຕ່​ຢູດາ​ເຖິງ​ລູກຊາຍ​ຂອງ​ເຮຊະໂຣນ

ລູກຊາຍ​ຂອງ​ຢູດາ​ມີ​ດັ່ງນີ້:

ເອຣະ, ໂອນານ ແລະ ເຊລາ. ຄົນ​ເຫລົ່ານີ້​ເກີດ​ຈາກ​ນາງ​ບັດຊູອາ​ຍິງ​ຊາວ​ການາອານ, ທີ່​ເປັນ​ລູກສາວ​ຂອງ​ຊູອາ.

(ເອຣະ​ເປັນ​ລູກຊາຍ​ກົກ​ຂອງ​ຢູດາ, ລາວ​ເປັນ​ຄົນ​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ; ດັ່ງນັ້ນ ພຣະອົງ​ຈຶ່ງ​ຂ້າ​ລາວ).

ນາງ​ຕາມາ​ເປັນ​ລູກ​ໄພ້​ຂອງ​ຢູດາ​ມີ​ລູກຊາຍ​ສອງ​ຄົນ​ຄື: ເປເຣັດ ແລະ ເຊຣາ.

ຢູດາ​ຈຶ່ງ​ມີ​ລູກຊາຍ​ທັງໝົດ​ຫ້າ​ຄົນ.

ລູກຊາຍ​ຂອງ​ເປເຣັດ​ມີ​ດັ່ງນີ້:

ເຮຊະໂຣນ ແລະ ຮາມູນ.

ລູກຊາຍ​ຂອງ​ເຊຣາ​ມີ​ດັ່ງນີ້:

ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາກດາ1 ທັງໝົດ​ມີ​ຫ້າ​ຄົນ.

ລູກຊາຍ​ຂອງ​ການໝີ​ມີ​ດັ່ງນີ້:

ອາການ,2 ຜູ້​ທີ່​ນຳ​ຄວາມ​ຍາກລໍາບາກ​ມາ​ສູ່​ອິດສະຣາເອນ​ໂດຍ​ການ​ເກັບ​ເອົາ​ສິ່ງ​ທີ່​ຫ່ວງຫ້າມ​ທີ່​ໄດ້​ອຸທິດ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.3

ລູກຊາຍ​ຂອງ​ເອທານ​ຄື:

ອາຊາຣີຢາ.

ລູກຊາຍ​ຂອງ​ເຮຊະໂຣນ​ມີ​ດັ່ງນີ້:

ເຢຣາເມເອນ, ຣາມ ແລະ ກາເລັບ.4

ຕັ້ງແຕ່​ຣາມ​ລູກຊາຍ​ຂອງ​ເຮຊະໂຣນ

ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ,

ແລະ ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, ຜູ້​ທີ່​ເປັນ​ຜູ້ນໍາ​ຂອງ​ປະຊາຊົນ​ຢູດາຍ.

ນາໂຊນ​ເປັນ​ພໍ່​ຂອງ​ສານໂມນ,5

ສານໂມນ​ເປັນ​ພໍ່​ຂອງ​ໂບອາດ,

ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ

ແລະ ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.

ເຢຊີ​ເປັນ​ພໍ່​ຂອງ

ເອລີອາບ​ຜູ້​ທີ່​ເປັນ​ລູກຊາຍ​ກົກ; ລູກຊາຍ​ຄົນ​ທີ​ສອງ​ແມ່ນ​ອາບີນາດາບ,

ຄົນ​ທີ​ສາມ​ແມ່ນ​ຊີເມອາ, ຄົນ​ທີ​ສີ່​ແມ່ນ​ເນທາເນນ,

ຄົນ​ທີ​ຫ້າ​ແມ່ນ​ຣັດດາຍ, ຄົນ​ທີ​ຫົກ​ແມ່ນ​ໂອເຊມ

ແລະ ຄົນ​ທີ​ເຈັດ​ແມ່ນ​ດາວິດ.

ເອື້ອຍ​ຂອງ​ພວກເຂົາ​ແມ່ນ​ນາງ​ເຊຣູອີຢາ ແລະ ນາງ​ອາບີກາຍ.

ນາງ​ເຊຣູອີຢາ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອາບີໄຊ, ໂຢອາບ ແລະ ອາສາເຮນ.

ອາບີກາຍ​ເປັນ​ແມ່​ຂອງ​ອາມາສາ ເຊິ່ງ​ພໍ່​ຂອງ​ລາວ​ແມ່ນ​ເຢເທີ​ເປັນ​ຊາວ​ອິດຊະມາເອນ.

ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ

ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ​ໄດ້​ລູກ​ກັບ ນາງ​ອາຊູບາ (ແລະ ເຢຣີໂອດ). ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ນາງ​ອາຊູບາ​ມີ​ດັ່ງນີ້:

ເຢເຊ, ໂຊບັບ ແລະ ອາກໂດນ.

ເມື່ອ​ອາຊູບາ​ໄດ້​ຕາຍ​ໄປ​ແລ້ວ, ກາເລັບ​ກໍ​ໄດ້​ແຕ່ງງານ​ກັບ​ເອຟຣັດ, ເຊິ່ງ​ນາງ​ມີ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຮູເຣ.

ຮູເຣ​ເປັນ​ພໍ່​ຂອງ​ອູຣິ, ແລະ ອູຣິ​ເປັນ​ພໍ່​ຂອງ​ເບຊາເລນ.

ຕໍ່ມາ, ເມື່ອ​ລາວ​ມີ​ອາຍຸ​ຫົກ​ສິບ​ປີ, ເຮຊະໂຣນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ມາກີ, ເຊິ່ງ​ເປັນ​ພໍ່​ຂອງ​ກີເລອາດ. ລາວ​ຮັກ​ນາງ​ຫລາຍ ແລະ ນາງ​ໄດ​ໃຫ້​ກຳເນີດ​ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເສກຸບ.

ເສກຸບ​ເປັນ​ພໍ່​ຂອງ​ຢາອີ, ເຊິ່ງ​ລາວ​ໄດ້​ປົກຄອງ​ເມືອງ 23 ແຫ່ງ​ໃນ​ເຂດແດນ​ກີເລອາດ.

(ແຕ່​ເກຊູ ແລະ ອາຣາມ​ໄດ້​ຢຶດ​ເມືອງ​ຮັບໂວດ​ຢາອີ,6 ພວກເຂົາ​ຍັງ​ໄດ້​ຢຶດ​ເມືອງ​ເກນາດ​ພ້ອມທັງ​ຫົກສິບ​ເມືອງ​ທີ່​ຕັ້ງ​ຢູ່​ອ້ອມ​ນັ້ນ​ດ້ວຍ).

ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ເຊື້ອສາຍ​ຂອງ​ມາກີ​ຜູ້​ທີ່​ເປັນ​ພໍ່​ຂອງ​ກີເລອາດ.

ຫລັງຈາກ​ທີ່​ເຮຊະໂຣນ​ໄດ້​ຕາຍ​ໄປ​ໃນ​ກາເລັບ​ເອຟຣັດ, ອາບີຢາ​ເມຍ​ຂອງ​ເຮຊະໂຣນ​ມີ​ລູກຊາຍ​ຊື່ ອາຊະຮູ, ເຊິ່ງ​ເປັນ​ພໍ່7​ຂອງ​ເຕກົວ.

ເຢຣາເມເອນ​ລູກຊາຍ​ຂອງ​ເຮຊະໂຣນ

ລູກຊາຍ​ຂອງ​ເຢຣາເມເອນ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ເຮຊະໂຣນ ມີ​ດັ່ງນີ້:

ຣາມ​ເປັນ​ລູກຊາຍ​ກົກ​ຂອງ​ລາວ, ບູນາ, ໂອເຣນ, ໂອເຊມ ແລະ8 ອາຮີຢາ. ເຢຣາເມເອນ​ມີ​ເມຍ​ອີກ​ຄົນ​ໜຶ່ງ, ເຊິ່ງ​ຊື່​ວ່າ ອາຕາຣາ; ນາງ​ເປັນ​ແມ່​ຂອງ​ໂອນາມ.

ຣາມ​ເປັນ​ລູກຊາຍ​ກົກ​ຂອງ​ເຢຣາເມເອນ​ມີ​ລູກຊາຍ​ດັ່ງນີ້:

ມາອາ, ຢາມິນ ແລະ ເອເກ.

ລູກຊາຍ​ຂອງ​ໂອນາມ​ມີ​ດັ່ງນີ້:

ຊາມມາຍ ແລະ ຢາດາ.

ລູກຊາຍ​ຂອງ​ຊາມມາຍ​ມີ​ດັ່ງນີ້:

ນາດາບ ແລະ ອາບີຊູ. ເມຍ​ຂອງ​ອາບີຊູ​ຊື່​ວ່າ ອາບີໄຮ, ນາງ​ມີ​ລູກຊາຍ​ຊື່​ວ່າ ອາບານ ແລະ ໂມລິດ.

ລູກຊາຍ​ຂອງ​ນາດາບ​ມີ​ດັ່ງນີ້:

ເສເລັດ ແລະ ອັບປາອິມ. ເສເລັດ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.

ລູກຊາຍ​ຂອງ​ອັບປາອິມ​ມີ​ດັ່ງນີ້:

ອີຊີ, ຜູ້​ທີ່​ເປັນ​ພໍ່​ຂອງ​ເຊຊານ. ເຊຊານ​ເປັນ​ພໍ່​ຂອງ​ອາຮະໄລ.

ລູກຊາຍ​ຂອງ​ຢາດາ, ເຊິ່ງ​ເປັນ​ນ້ອງຊາຍ​ຂອງ​ຊາມມາຍ​ມີ​ດັ່ງນີ້:

ເຢເທີ ແລະ ໂຢນາທານ. ເຢເທີ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.

ລູກຊາຍ​ຂອງ​ໂຢນາທານ​ມີ​ດັ່ງນີ້:

ເປເລັດ ແລະ ຊາຊາ.

ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເຢຣາເມເອນ.

ເຊຊານ​ບໍ່​ມີ​ລູກຊາຍ, ລາວ​ມີ​ແຕ່​ລູກສາວ.

ລາວ​ມີ​ຄົນ​ຮັບໃຊ້​ຊາວ​ເອຢິບ​ຜູ້​ໜຶ່ງ​ຊື່​ວ່າ​ຢາຣະຮາ. ເຊຊານ​ຍົກ​ລູກສາວ​ຄົນ​ໜຶ່ງ​ໃຫ້​ແຕ່ງງານ​ກັບ​ຄົນຮັບໃຊ້​ຂອງ​ຕົນ​ຊື່​ວ່າ ຢາຣະຮາ, ແລ້ວ​ນາງ​ກໍ​ມີ​ລູກຊາຍ​ຊື່​ວ່າ ອັດໄຕ.

ອັດໄຕ​ເປັນ​ພໍ່​ຂອງ​ນາທານ,

ນາທານ​ເປັນ​ພໍ່​ຂອງ​ຊາບັດ,

ຊາບັດ​ເປັນ​ພໍ່​ຂອງ​ເອຟະລານ,

ເອຟະລານ​ເປັນ​ພໍ່​ຂອງ​ໂອເບັດ,

ໂອເບັດ​ເປັນ​ພໍ່​ຂອງ​ເຢຮູ,

ເຢຮູ​ເປັນ​ພໍ່​ຂອງ​ອາຊາຣີຢາ,

ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ,

ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ,

ເອເລອາສາ​ເປັນ​ພໍ່​ຂອງ​ສີສະໝາຍ,

ສີສະໝາຍ​ເປັນ​ພໍ່​ຂອງ​ຊໍລູມ,

ຊໍລູມ​ເປັນ​ພໍ່​ຂອງ​ເຢກາມີຢາ

ແລະ ເຢກາມີຢາ​ເປັນ​ພໍ່​ຂອງ​ເອລີຊາມາ.

ຕະກຸນ​ຂອງ​ກາເລັບ

ລູກຊາຍ​ຂອງ​ກາເລັບ​ທີ່​ເປັນ​ນ້ອງຊາຍ​ຂອງ​ເຢຣາເມເອນ​ມີ​ດັ່ງນີ້:

ເມຊາ​ເປັນ​ລູກຊາຍ​ກົກ​ຂອງ​ລາວ, ເຊິ່ງ​ລາວ​ເປັນ​ພໍ່​ຂອງ​ສີເຟ,

ແລະ ລູກຊາຍ​ຂອງ​ລາວ​ແມ່ນ​ມາເຣຊາ,9 ເຊິ່ງ​ເປັນ​ພໍ່​ຂອງ​ເຮັບໂຣນ.

ລູກຊາຍ​ຂອງ​ເຮັບໂຣນ​ມີ​ດັ່ງນີ້:

ໂກຣາ, ຕັບປູອາ, ເຣເກມ ແລະ ເຊມາ.

ເຊມາ​ເປັນ​ພໍ່​ຂອງ​ຣາຮາມ

ແລະ ຣາຮາມ​ເປັນ​ພໍ່​ຂອງ​ຢອກເກອາມ.

ເຣເກມ​ເປັນ​ພໍ່​ຂອງ​ຊາມມາຍ.

ລູກຊາຍ​ຂອງ​ຊາມມາຍ​ແມ່ນ​ມາໂອນ,

ແລະ ມາໂອນ​ເປັນ​ພໍ່​ຂອງ​ເບັດຊູເຣ.

ເມຍນ້ອຍ​ຂອງ​ກາເລັບ​ແມ່ນ​ເອຟາ​ທີ່​ແມ່​ຂອງ

ຮາຣານ, ໂມຊາ ແລະ ກາເຊ.

ຮາຣານ​ເປັນ​ພໍ່​ຂອງ​ກາເຊ.

ລູກຊາຍ​ຂອງ​ຢາດາຍ​ມີ​ດັ່ງນີ້:

ເຣເຄມ, ໂຢທານ, ເກຊານ, ເປເລດ, ເອຟາ ແລະ ຊາອາບ.

ມາອາກາ​ເປັນ​ເມຍນ້ອຍ​ຂອງ​ກາເລັບ​ທີ່​ເປັນ​ແມ່​ຂອງ

ເຊເບ ແລະ ຕີຮານາ.

ນາງ​ກໍ​ຍັງ​ໄດ້​ເກີດ​ລູກຊາຍ​ອີກ​ຊື່​ວ່າ ຊາອາບ, ຜູ້​ທີ່​ເປັນ​ພໍ່​ຂອງ​ມາດມານນາ

ແລະ ໄດ້​ເກີດ​ເຊວາ​ຜູ້​ເປັນ​ພໍ່​ຂອງ​ມັກເບນາ ແລະ ກີເບອາ.

ລູກສາວ​ຂອງ​ກາເລັບ​ແມ່ນ​ອັກຊາ.

ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ກາເລັບ.

ລູກຊາຍ​ຂອງ​ຮູເຣ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ນາງ​ເອຟຣັດ​ມີ​ດັ່ງນີ້:

ໂຊບານ​ເປັນ​ພໍ່​ຂອງ​ກີຣີອາດ​ເຢອາຣີມ, ສານມາ​ເປັນ​ພໍ່​ຂອງ​ເບັດເລເຮັມ ແລະ ຮາເຣັບ​ທີ່​ເປັນ​ພໍ່​ຂອງ​ເບັດກາເດ.

ເຊື້ອສາຍ​ຂອງ​ໂຊບານ​ທີ່​ເປັນ​ພໍ່​ຂອງ​ກີຣີອາດ​ເຢອາຣີມ​ມີ​ດັ່ງນີ້:

ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ເປັນ​ຊາວ​ເມນູໂຮດ, ແລະ ຕະກຸນ​ຕ່າງໆ​ຂອງ​ກີຣີອາດ​ເຢອາຣີມ​ມີ​ດັ່ງນີ້: ຊາວ​ອິດໄຣ, ປູທະ, ຊູມາ ແລະ ຊາວ​ມິດຊະຣາ. ຊາວ​ໂຊຣາ ແລະ ເອຊະຕາໂອນ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ເຫລົ່ານີ້.

ເຊື້ອສາຍ​ຂອງ​ສານມາ​ມີ​ດັ່ງນີ້:

ເບັດເລເຮັມ, ຊາວ​ເນໂຕຟາ, ຊາວ​ອາໂຣດ​ເບັດ​ໂຢອາບ ແລະ ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ. ແລະ ຕະກຸນ​ຕ່າງໆ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ທາງ​ການ​ຂຽນ10​ທີ່​ອາໄສ​ຢູ່​ທີ່​ເມືອງ​ຢາເບດ​ມີ​ດັ່ງນີ້: ຊາວ​ຕີຣາດ, ຊີເມອາດ ແລະ ສູກາດ. ຄົນ​ເຫລົ່ານີ້​ເປັນ​ຊາວ​ເກນິດ​ທີ່​ມາ​ຈາກ​ຮາມມັດ, ເຊິ່ງ​ເປັນ​ຕົ້ນ​ຕະກຸນ​ຂອງ​ຊາວ​ເຣກາບ.11

Source notes (11)
  1. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ດາ​ລາ (ເບິ່ງ 1ກສ 4:31) ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາກດາ
  2. Footnote ແປ​ວ່າ ບັນຫາ ໃນ​ພະທຳ​ໂຢຊວຍ​ເອີ້ນ ອາ​ຄາລີ ວ່າ ອາການ
  3. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແດ່​ອົງພຣະຜູ້ເປັນເຈົ້າ​ແລ້ວ ບໍ່​ອາດ​ເອີ້ນ​ຄືນ​ໄດ້ ມັກ​ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ສິ້ນ​ໄປ
  4. Footnote ພາສາ​ເຮັບເຣີ​ວ່າ ເຄລຸໄບ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ກາເລັບ
  5. Footnote ພາສາ​ເຮັບເຣີ​ວ່າ ຊານມາ (ເບິ່ງ ນຣ 4:21)
  6. Footnote ຫລື ຢຶດ​ບໍລິເວນ​ທີ່​ຕັ້ງ​ຖິ່ນ​ຖານ​ຂອງ​ຢາອີ
  7. Footnote ຄຳ​ວ່າ ບິດາ ອາດຈະ​ມີ​ຄວາມຫມາຍ​ວ່າ ຜູ້​ນຳ​ທາງ​ພົນລະ​ເມືອງ ຫລື ຜູ້​ນຳ​ທາງ​ທະຫານ ເຊັ່ນ​ດຽວ​ກັບ​ຂໍ້ 42, 45, 49-52 ແລະ ອາດຈະ​ມີ​ຄວາມຫມາຍ​ຢ່າງ​ນີ້​ໃນ​ທີ່​ອື່ນໆ​ດ້ວຍ
  8. Footnote ຫລື ໂອເຣັນ ແລະ ໂອເສມ ເຊິ່ງ​ເກີດ​ຈາກ​ນາງ
  9. Footnote ໃນ​ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  10. Footnote ຫລື ຂອງ​ຊາວ​ໂຊເຟີ
  11. Footnote ຫລື ເປັນ​ພໍ່​ຂອງ ເບັດເຣກາບ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.