Biblica® Open Lao Contemporary Version
1 ຂ່າວຄາວ 3
ລູກຊາຍຂອງດາວິດ
(2ຊມອ 3:2-5; 5:14-16; 1ຂຄ 14:4-7)
ຄົນເຫລົ່ານີ້ເປັນລູກຊາຍຂອງດາວິດທີ່ໄດ້ເກີດໃນເມືອງເຮັບໂຣນມີດັ່ງນີ້:
ລູກຊາຍກົກແມ່ນອຳໂນນທີ່ເປັນລູກຊາຍຂອງນາງອາຮີໂນອາມແຫ່ງຢິດຊະເຣນ;
ຄົນທີສອງຄືດານີເອນ, ເຊິ່ງເປັນລູກຊາຍຂອງນາງອາບີກາຍແຫ່ງກາເມນ;
ຄົນທີສາມຄືອັບຊາໂລມ, ເຊິ່ງເປັນລູກຊາຍຂອງນາງມາອາກາທີ່ເປັນລູກສາວຂອງກະສັດຕານໄມແຫ່ງເມືອງເກຊູ;
ຄົນທີສີ່ຄືອາໂດນີຢາ, ເຊິ່ງເປັນລູກຊາຍຂອງນາງຮັກກິດ;
ຄົນທີຫ້າຄືເຊຟາຕີຢາ, ເຊິ່ງເປັນລູກຊາຍຂອງນາງອາບີຕານ;
ແລະ ຄົນທີຫົກຄືອິດທະເລອາມ, ເຊິ່ງເປັນລູກຊາຍຂອງນາງເອັກລາ.
ລູກຊາຍຫົກຄົນເຫລົ່ານີ້ໄດ້ເກີດຢູ່ໃນເມືອງເຮັບໂຣນ, ເຊິ່ງດາວິດໄດ້ຂຶ້ນປົກຄອງເປັນເວລາເຈັດປີ ແລະ ຫົກເດືອນ.
ດາວິດໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມເປັນເວລາສາມສິບສາມປີ,
ແລະ ຄົນເຫລົ່ານີ້ແມ່ນລູກຊາຍຂອງເພິ່ນທີ່ໄດ້ເກີດຢູ່ໃນນະຄອນເຢຣູຊາເລັມມີດັ່ງນີ້:
ຊີເມອາ,1 ໂຊບັບ, ນາທານ ແລະ ໂຊໂລໂມນ. ລູກຊາຍສີ່ຄົນນີ້ໄດ້ເກີດມາຈາກນາງບັດເຊບາ2ທີ່ລູກສາວຂອງອາມມີເອນ.
ລູກຊາຍຄົນອື່ນໆອີກແມ່ນອິບຮາ, ເອລີຊາມາ,3 ເອລີເຟເລັດ, ໂນຄາ, ເນເຟັກ, ຢາເຟຍ, ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ, ເຊິ່ງລວມທັງໝົດເກົ້າຄົນ.
ລາຍຊື່ທັງໝົດເຫລົ່ານີ້ເປັນລູກຊາຍຂອງດາວິດ, ບໍ່ລວມລູກຊາຍຂອງເພິ່ນທີ່ເກີດມາຈາກເມຍນ້ອຍຂອງເພິ່ນ ແລະ ມີລູກສາວຜູ້ໜຶ່ງອີກຊື່ວ່າຕາມາ.
ບັນດາກະສັດແຫ່ງຢູດາຍ
ລູກຊາຍຂອງໂຊໂລໂມນແມ່ນເຣໂຫໂບອາມ,
ລູກຊາຍຂອງເພິ່ນຄືອາບີຢາ,
ລູກຊາຍຂອງເພິ່ນຄືອາສາ,
ລູກຊາຍຂອງເພິ່ນຄືເຢໂຮຊາຟັດ,
ລູກຊາຍຂອງເພິ່ນຄືໂຢຣາມ,4
ລູກຊາຍຂອງເພິ່ນຄືອາຮາຊີຢາ,
ລູກຊາຍຂອງເພິ່ນຄືໂຢອາດ,
ລູກຊາຍຂອງເພິ່ນຄືອາມາຊີຢາ,
ລູກຊາຍຂອງເພິ່ນຄືອາຊາຣີຢາ,
ລູກຊາຍຂອງເພິ່ນຄືໂຢທາມ,
ລູກຊາຍຂອງເພິ່ນຄືອາຮາດ,
ລູກຊາຍຂອງເພິ່ນຄືເຮເຊກີຢາ,
ລູກຊາຍຂອງເພິ່ນຄືມານາເຊ,
ລູກຊາຍຂອງເພິ່ນຄືອາໂມນ
ລູກຊາຍຂອງເພິ່ນຄືໂຢສີຢາ.
ລູກຊາຍຂອງໂຢສີຢາມີດັ່ງນີ້:
ໂຢຮານັນເປັນລູກຊາຍກົກ
ຄົນທີສອງຄືເຢໂຮຍອາກິມ
ຄົນທີສາມຄືເຊເດກີຢາ
ຄົນທີສີ່ຄືຊໍລູມ
ບັນດາຜູ້ທີ່ເປັນຜູ້ສືບທອດແທນເຢໂຮຍອາກິມມີດັ່ງນີ້:
ລູກຊາຍຂອງເພິ່ນຄືເຢໂຮຍອາກິນ,5 ເຊເດກີຢາ
ແລະ ເຊເດກີຢາ.
ຄອບຄົວຂອງກະສັດຫລັງຈາກຕົກໄປເປັນຊະເລີຍ
ເຊື້ອສາຍຂອງເຢໂຮຍອາກິນທີ່ຖືກຈັບໄປເປັນຊະເລີຍມີດັ່ງນີ້:
ລູກຊາຍຂອງເພິ່ນຄືເຊອານຕີເອນ, ມານກີຣາມ, ເປດາອີຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ ແລະ ເນດາບີຢາ.
ລູກຊາຍຂອງເປດາອີຢາມີດັ່ງນີ້:
ເຊຣຸບບາເບນ ແລະ ຊີເມອີ.
ລູກຊາຍຂອງເຊຣຸບບາເບນມີດັ່ງນີ້:
ເມຊູນລຳ ແລະ ຮານານີຢາ. ລູກສາວຄົນໜຶ່ງຂອງເພິ່ນຄືເຊໂລມິດ. ແລະ ເພິ່ນກໍຍັງມີລູກສາວຄົນອື່ນໆອີກດັ່ງນີ້: ຮາຊູບາ, ໂອເຮນ, ເບເຣກີຢາ, ຮາສາດີຢາ ແລະ ຢູຊັບເຮເສັດ.
ເຊື້ອສາຍຂອງຮານານີຢາມີດັ່ງນີ້:
ເປລາຕີຢາ ແລະ ເຢຊາອີຢາ, ແລະ ລູກຊາຍຂອງເຣຟາອີຢາ, ລາວເປັນພໍ່ຂອງອາກນັນ, ໂອບາດີຢາ ແລະ ເຊການີຢາ.
ເຊື້ອສາຍຂອງເຊການີຢາມີດັ່ງນີ້:
ເຊມາອີຢາ ແລະ ລູກຊາຍຂອງລາວມີດັ່ງນີ້: ຮັດຕຸເຊ, ອີການ, ບາຣີຢາ, ເນອາຣີຢາ ແລະ ຊາຟັດ ລວມທັງໝົດມີຫົກຄົນ.
ລູກຊາຍຂອງເນອາຣີຢາມີດັ່ງນີ້:
ເອລີໂອນາຍ, ເຮເຊກີຢາ ແລະ ອາຊະຣິກຳ ລວມທັງໝົດມີສາມຄົນ.
ລູກຊາຍຂອງເອລີໂອນາຍມີດັ່ງນີ້:
ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະ ອານານີ ລວມທັງໝົດມີເຈັດຄົນ.
Source notes (5)
- Footnote ພາສາເຮັບເຣີວ່າ ຊິເມອາ ເປັນອີກຮູບໜຶ່ງຂອງ ຊາມມູອາ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ບັດຊູອາ (ເບິ່ງ 2ຊມອ 11:3)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເອລີຊາມາ (ເບິ່ງ 2ຊມອ 5:15 ແລະ 1ຂຄ 14:5)
- Footnote ພາສາເຮັບເຣີວ່າ ໂຢຣາມ ເປັນອີກຮູບໜຶ່ງຂອງ ເຢໂຮຣາມ
- Footnote ພາສາເຮັບເຣີວ່າ ເຢໂຄນິຢາ ເປັນອີກຮູບໜຶ່ງຂອງ ເຍໂຮຢາກິນ ເຊັ່ນດຽວກັບຂໍ້ 17
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.