Biblica® Open Lao Contemporary Version
1 ຂ່າວຄາວ 4
ຕະກຸນອື່ນໆຂອງຢູດາ
ເຊື້ອສາຍຂອງຢູດາມີດັ່ງນີ້:
ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະ ໂຊບານ.
ເຣອາອີຢາລູກຊາຍຂອງໂຊບານເປັນພໍ່ຂອງຢາຮາດ, ແລະ ຢາຮາດເປັນພໍ່ຂອງອາຮູມາຍ ແລະ ລາຮາດ. ຄົນເຫລົ່ານີ້ແມ່ນຕະກຸນຂອງຊາວໂຊຣາ.
ຄົນເຫລົ່ານີ້ແມ່ນລູກຊາຍ1ຂອງເອຕາມມີດັ່ງນີ້:
ຢິດຊະເຣນ, ອີຊະມາ ແລະ ອີດະບັດ. ແລະ ມີລູກສາວຜູ້ໜຶ່ງຊື່ວ່າ ຮັດເຊເລນໂປນີ. ເປນູເອນເປັນພໍ່ຂອງເກໂດເຣ ແລະ ເອເຊເປັນພໍ່ຂອງຮູຊາ.
ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງຮູເຣ, ເຊິ່ງເປັນລູກຊາຍກົກຂອງນາງເອຟຣັດ ແລະ ເປັນພໍ່2ຂອງເບັດເລເຮັມ.
ອາຊະຮູເປັນພໍ່ຂອງເຕກົວທີ່ມີເມຍສອງຄົນຄື ເຮລາ ແລະ ນາອາຣາ.
ນາງນາອາຣາມີລູກຊາຍຄື ອາຮູດຊຳ, ເຮເຟ, ເຕເມນີ ແລະ ຮາຮັດສະຕາຣີ. ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງນາງນາອາຣາ.
ລູກຊາຍຂອງນາງເຮລາມີດັ່ງນີ້:
ເຊເຣດ, ອີຊະຮາດ ແລະ ເອັດນັນ. ແລະ ໂກເຊ, ຜູ້ທີ່ເປັນພໍ່ຂອງອານຸບ ແລະ ໂຊເບບາ ແລະ ເປັນຕົ້ນຕະກຸນຕ່າງໆຂອງອາຮາເຮນລູກຊາຍຂອງຮາຣູມ.
ຢາເບດເປັນຜູ້ທີ່ໄດ້ຮັບຄວາມນັບຖືຫລາຍກວ່າອ້າຍນ້ອງຂອງລາວ. ແມ່ຂອງລາວຕັ້ງຊື່ໃຫ້ລາວວ່າ ຢາເບດ3 ເພາະນາງເວົ້າວ່າ, “ເພາະຂ້ອຍໄດ້ເກີດລາວອອກມາດ້ວຍຄວາມເຈັບປວດ”. ຢາເບດຮ້ອງຫາພຣະເຈົ້າແຫ່ງອິດສະຣາເອນວ່າ, “ໂອ, ຂໍພຣະອົງອວຍພອນຂ້ານ້ອຍ ແລະ ຂະຫຍາຍເຂດແດນຂອງຂ້ານ້ອຍ! ຂໍໃຫ້ມືຂອງພຣະອົງຢູ່ກັບຂ້ານ້ອຍ, ແລະ ປົກປ້ອງຂ້ານ້ອຍຈາກໄພອັນຕະລາຍເພື່ອຂ້ານ້ອຍຈະພົ້ນຈາກຄວາມເຈັບປວດ”. ແລ້ວພຣະເຈົ້າໄດ້ປະທານຕາມຄໍາຂໍຂອງລາວ.
ເກລຸບເປັນອ້າຍຂອງຊູຮາ, ລາວເປັນພໍ່ຂອງເມຮີ, ຜູ້ທີ່ເປັນພໍ່ຂອງເອຊະໂຕນ. ເອຊະໂຕນເປັນພໍ່ຂອງເບັດຣາພາ, ປາເສຢາ ແລະ ເຕຮີນນາ. ເຊິ່ງເປັນພໍ່ຂອງເອີຣະນາຮາດ.4 ຄົນເຫລົ່ານີ້ແມ່ນຊາວເມືອງເຣກາ.
ລູກຊາຍຂອງເກນາມີດັ່ງນີ້:
ໂອດນີເອນ ແລະ ເສຣາອີຢາ.
ລູກຊາຍຂອງໂອດນີເອນມີດັ່ງນີ້:
ຮາທັດ ແລະ ເມໂອໂນໄທ.5 ເມໂອໂນໄທເປັນພໍ່ຂອງໂອຟະຣາ.
ເສຣາອີຢາເປັນພໍ່ຂອງໂຢອາບ,
ພໍ່ແຫ່ງເກຮາຣາອິມ.6 ທີ່ໄດ້ເອີ້ນແບບນີ້ເພາະປະຊາຊົນຈໍານວນຫລາຍຂອງເມືອງເປັນນາຍຊ່າງສີມື.
ລູກຊາຍຂອງກາເລັບທີ່ເປັນລູກຊາຍຂອງເຢຟຸນເນມີດັ່ງນີ້:
ອີຣູ, ເອລາ ແລະ ນາອາມ.
ລູກຊາຍຂອງເອລາຄື:
ເກນາດ.
ລູກຊາຍຂອງເຢຮັນເລເລນມີດັ່ງນີ້:
ສີເຟ, ຊີຟາ, ຕີຣີອາ ແລະ ອາສາເຣນ.
ລູກຊາຍຂອງເອຊະຣາມີດັ່ງນີ້:
ເຢເທ, ເມເຣດ, ເອເຟ ແລະ ຢາໂລນ.
ເມຍຄົນໜຶ່ງຂອງເມເຣດມີລູກຊາຍຄື ມີຣີອາມ ຊາມມາຍ ແລະ ອີຊະບາ, ອີຊະບາເປັນພໍ່ຂອງເອຊະເຕມົວ. ເມຍຂອງເອຊະເຕມົວມາຈາກເຜົ່າຢູດາມີລູກຊາຍຄື ເຢເຣັດເປັນພໍ່ຂອງເກໂດເຣ, ເຮເບເປັນພໍ່ຂອງໂຊໂກ ແລະ ເຢກູທິເອນເປັນພໍ່ຂອງຊາໂນອາ.
ຄົນເຫລົ່ານີ້ແມ່ນບີທີຢາລູກສາວຂອງຟາໂຣ, ເຊິ່ງເມເຣດໄດ້ແຕ່ງງານນໍາ.
ລູກຊາຍທີ່ເກີດມາຈາກເມຍຂອງໂຮດີຢາ, ເຊິ່ງເປັນນ້ອງສາວຂອງນາຮາມມີດັ່ງນີ້:
ມີລູກຊາຍເປັນຕົ້ນຕະກຸນແຫ່ງເກອີລາຂອງຊາວການມີ ແລະ ເປັນຕົ້ນຕະກຸນແຫ່ງເອຊະເຕມົວຂອງຊາວມາອາກາດ.
ລູກຊາຍຂອງຊີໂມນມີດັ່ງນີ້:
ອາມໂນນ, ຣິນນາ, ເບນຮານານ ແລະ ຕີໂລນ.
ເຊື້ອສາຍຂອງອີຊີມີດັ່ງນີ້:
ໂຊເຮັດ ແລະ ເບນໂຊເຫັດ.
ເຊລາເປັນລູກຊາຍຂອງຢູດາມີລູກຊາຍດັ່ງນີ້:
ເອຣະເປັນພໍ່ຂອງເລກາ, ລາອາດາເປັນພໍ່ຂອງມາເຣຊາ ແລະ ເປັນຕະກຸນຂອງຊ່າງຜ້າຝ້າຍລິນິນຢູ່ທີ່ເມືອງເບັດອາຊະເບອາ,
ໂຢກີມ, ປະຊາຊົນຂອງເມືອງໂກເຊບາ, ໂຢອາດ ແລະ ສາຣາບ, ທີ່ໄດ້ປົກຄອງໃນໂມອາບ ແລະ ຢາຊູບິເລເຮັມ (ການບັນທຶກເຫລົ່ານີ້ແມ່ນໄດ້ມາຈາກສະໄໝບູຮານ). ພວກເຂົາເປັນຊ່າງປັ້ນໝໍ້ທີ່ອາໄສຢູ່ທີ່ເມືອງເນຕາອີມ ແລະ ເກເດຣາ; ພວກເຂົາໄດ້ອາໄສຢູ່ທີ່ນັ້ນ ແລະ ໄດ້ເຮັດວຽກໃຫ້ກະສັດ.
ເຊື້ອສາຍຂອງຊີເມໂອນ
(ຢຊ 19:2-10)
ເຊື້ອສາຍຂອງຊີເມໂອນມີດັ່ງນີ້:
ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ ຊາອູນ;
ລູກຊາຍຂອງຊາອູນແມ່ນຊໍລູມ, ລູກຊາຍຂອງຊໍລູມແມ່ນມິບຊາມ ແລະ ເຫລັນຂອງລາວແມ່ນມິຊະມາ.
ເຊື້ອສາຍຂອງມິຊະມາມີດັ່ງນີ້:
ຮາມມູເອນ, ຊັກກູເຣ ແລະ ຊີເມອີ.
ຊີເມອີມີລູກຊາຍສິບຫົກຄົນ ແລະ ມີລູກສາວຫົກຄົນ, ແຕ່ອ້າຍນ້ອງຂອງລາວມີລູກບໍ່ຫລາຍຄົນ; ດັ່ງນັ້ນຕະກຸນຂອງພວກເຂົາທັງໝົດຈຶ່ງມີຈຳນວນຄົນບໍ່ຫລາຍເໝືອນດັ່ງຊາວຢູດາ. ພວກເຂົາໄດ້ອາໄສຢູ່ທີ່ເມືອງເບເອນເຊບາ, ໂມລາດາ, ຮາຊາຊູອານ, ບິນຮາ, ເອເສມ, ໂຕລາດ, ເບທູເອນ, ໂຮມາ, ຊິກລັກ, ເບັດມັກກາໂບດ, ຮາຊາສູສິມ, ເບັດບີຣີ ແລະ ຊາອາຣາອິມ. ເມືອງເຫລົ່ານີ້ເປັນຂອງພວກເຂົາຈົນເຖິງໄລຍະການປົກຄອງຂອງດາວິດ. ໝູ່ບ້ານອ້ອມແອ້ມຂອງພວກເຂົາມີດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະ ອາຊານ, ລວມທັງໝົດມີຫ້າເມືອງ. ແລະ ບ້ານທັງໝົດທີ່ຢູ່ອ້ອມແອ້ມເມືອງເຫລົ່ານີ້ໄກອອກໄປຈົນເຖິງເມືອງບາອາລາດ.7 ບ່ອນຕ່າງໆເຫລົ່ານີ້ເປັນບ່ອນທີ່ພວກເຂົາຕັ້ງຖິ່ນຖານຢູ່.
ແລະ ພວກເຂົາໄດ້ເກັບຮັກສາການບັນທຶກລໍາດັບເຊື້ອສາຍໄວ້ດັ່ງນີ້:
ເມໂຊບັບ, ຢາມເລັກ,
ໂຢຊາເປັນລູກຊາຍຂອງອາມາຊີຢາ, ໂຢເອນ,
ເຢຮູເປັນລູກຊາຍຂອງໂຢຊີບີຢາ, ຫລານຊາຍຂອງເສຣາອີຢາ, ເຫລັນຂອງອາສີເອນ;
ຍັງມີເອລີໂອນາຍ; ຢາອາໂກບາດ; ເຢໂຊຮາອີຢາ;
ອາສາອີຢາ; ອາດີເອນ; ເຢສີມີເອນ; ເບນາອີຢາ;
ແລະ ຊີຊາເປັນລູກຊາຍຂອງຊິບຟີ, ຫລານຊາຍຂອງອັນໂລນ, ລູກຊາຍຂອງເຢດາອີຢາ, ເຢດາອີຢາເປັນລູກຊາຍຂອງຊິມຣີ, ຫລານຊາຍຂອງເຊມາອີຢາ.
ລາຍຊື່ຄົນທີ່ຢູ່ເທິງນີ້ແມ່ນຜູ້ນຳຂອງຕະກຸນ.
ຄອບຄົວຂອງພວກເຂົາເພີ່ມຂຶ້ນຫລາຍ, ແລະ ພວກເຂົາໄດ້ຂະຫຍາຍອອກໄປທີ່ເກໂດເຣຈົນເຖິງທາງຕາເວັນອອກຂອງຮ່ອມພູເພື່ອຊອກຫາທົ່ງຫຍ້າສຳລັບຝູງແກະຂອງພວກເຂົາ. ພວກເຂົາໄດ້ພົບທົ່ງຫຍ້າທີ່ອຸດົມສົມບູນ ແລະ ດິນແດນກໍກວ້າງຂວາງ, ສະຫງົບສຸກ ແລະ ງຽບສະຫງົບ. ມີເຊື້ອສາຍຂອງຊາວຮາມບາງຄົນໄດ້ອາໄສຢູ່ທີ່ນັ້ນມາກ່ອນ.
ໃນສະໄໝຂອງກະສັດເຮເຊກີຢາແຫ່ງອານາຈັກຢູດາຍ ພວກຜູ້ຊາຍທີ່ມີລາຍຊື່ບັນທຶກໄວ້. ພວກເຂົາໄດ້ໂຈມຕີທີ່ຢູ່ອາໄສຂອງຊາວຮາມ ແລະ ຊາວເມອູນີທີ່ອາໄສຢູ່ທີ່ນັ້ນດ້ວຍ ແລະ ໄດ້ທໍາລາຍ8 ພວກເຂົາຈົນໝົດສິ້ນ. ດັ່ງທີ່ເຫັນຢ່າງຊັດເຈນຈົນເຖິງທຸກວັນນີ້. ພວກເຂົາໄດ້ຕັ້ງຖິ່ນຖານຂອງຕົນໃສ່ແທນເພາະມີທົ່ງຫຍ້າສຳລັບຝູງແກະຂອງພວກເຂົາ. ແລະ ມີຊາວຊີເມໂອນຫ້າຮ້ອຍຄົນ, ທີ່ນຳໂດຍເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະ ອຸດສິເອນ, ເຊິ່ງເປັນລູກຊາຍຂອງອີຊີ, ພວກເຂົາໄດ້ພາກັນບຸກລຸກເນີນພູເສອີ. ພວກເຂົາໄດ້ຂ້າຊາວອາມາເຫລັກທີ່ຍັງເຫລືອຢູ່, ແລະ ພວກເຂົາກໍໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
Source notes (8)
- Footnote ພາສາເຮັບເຣີວ່າ ບິດາ
- Footnote ຄຳວ່າ ບິດາ ອາດຈະມີຄວາມຫມາຍວ່າ ຜູ້ນຳທາງພົນລະເມຶອງ ຫລື ຜູ້ນຳທາງທະຫານ ເຊັ່ນດຽວກັບຂໍ້ 12, 14, 17, 18 ແລະ ອາດຈະມີຄວາມຫມາຍຢ່າງນີ້ໃນທີ່ອື່ນໆດ້ວຍ
- Footnote ຄຳວ່າ ຢາເບດ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ເຈັບປວດ
- Footnote ຫລື ເມືອງຂອງນາຮາດ
- Footnote ພາສາເຮັບເຣີບໍ່ມີວະລີທີ່ວ່າ ກັບເມໂອໂນ ທາຍ
- Footnote ແປວ່າ ຮ່ອມພູຊ່າງຝີມື
- Footnote ພາສາເຮັບເຣີວ່າ ບາອານ (ເບິ່ງ ຢຊ 19:8)
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງ ສິ່ງຂອງ ຫລື ບຸກຄົນທີ່ຖວາຍແດ່ອົງພຣະຜູ້ເປັນເຈົ້າແລ້ວ ບໍ່ອາດເອີ້ນຄືນໄດ້ ມັກຈະຕ້ອງທຳລາຍໃຫ້ໝົດສິ້ນໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.