Biblica® Open Lao Contemporary Version
1 ຂ່າວຄາວ 5
ເຊື້ອສາຍຂອງຣູເບັນ
ຣູເບັນເປັນລູກຊາຍກົກຂອງອິດສະຣາເອນ (ລາວເປັນລູກຊາຍກົກ, ແຕ່ເມື່ອລາວເຮັດໃຫ້ຕຽງແຕ່ງງານຂອງພໍ່ຕົນເປັນມົນທິນ, ສິດການເປັນລູກຊາຍກົກຂອງລາວຈຶ່ງໄດ້ຖືກມອບໃຫ້ແກ່ໂຢເຊບທີ່ເປັນລູກຊາຍຂອງອິດສະຣາເອນ. ດັ່ງນັ້ນ ລາວຈຶ່ງບໍ່ມີລາຍຊື່ຢູ່ໃນການບັນທຶກລຳດັບຕະກຸນຕາມສິດໃນຖານະເປັນລູກຊາຍກົກ. ໂຢເຊັບໄດ້ຮັບສິດເປັນລູກຊາຍກົກ ເຖິງແມ່ນວ່າຢູດາເປັນຕະກຸນທີ່ເຂັ້ມແຂງທີ່ສຸດໃນບັນດາພີ່ນ້ອງຂອງຕົນ ແລະ ຈະມີຜູ້ປົກຄອງຄົນໜຶ່ງອອກມາຈາກຢູດາ) ລູກຊາຍຂອງຣູເບັນທີ່ເປັນລູກຊາຍກົກຂອງອິດສະຣາເອນມີດັ່ງນີ້:
ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.
ເຊື້ອສາຍຂອງໂຢເອນມີດັ່ງນີ້:
ໂຢເອນມີລູກຊາຍຄືເຊມາອີຢາ, ເຊມາອີຢາມີລູກຄືໂກກ,
ໂກກມີລູກຊາຍຄືຊີເມອີ, ຊີເມອີມີລູກຊາຍຄືມີກາ,
ມີກາມີລູກຊາຍຄືເຣອາອີຢາ, ເຣອາອີຢາມີລູກຊາຍຄືບາອານ.
ແລະ ບາອານມີລູກຊາຍຄືເບເອຣາ, ຜູ້ທີ່ເປັນຜູ້ນໍາຂອງຊາວຣູເບັນ ເຊິ່ງຕີກະລາດປີເລເສກະສັດແຫ່ງອັດຊີເຣຍໄດ້ຈັບໄປເປັນຊະເລີຍ.1
ຍາດພີ່ນ້ອງຂອງພວກເຂົາຕາມຕະກຸນຕ່າງໆທີ່ໄດ້ບັນທຶກໃນລຳດັບວົງຕະກຸນຂອງພວກເຂົາມີດັ່ງນີ້:
ເຢອີເອນເປັນຫົວໜ້າ, ເຊກາຣີຢາ ແລະ ເບລາເປັນລູກຊາຍຂອງອາສາ, ອາສາເປັນລູກຊາຍຂອງເຊມາ, ເຊມາເປັນລູກຊາຍຂອງໂຢເອນ.
ພວກເຂົາໄດ້ຕັ້ງຖິ່ນຖານຢູ່ໃນບໍລິເວນຕັ້ງແຕ່ອາໂຣເອຈົນເຖິງເນໂບ ແລະ ບາອານເມໂອນ. ທາງທິດຕາເວັນອອກ ພວກເຂົາໄດ້ຢຶດຄອງດິນແດນໄປຈົນເຖິງແຄມຖິ່ນແຫ້ງແລ້ງກັນດານເລີຍອອກໄປຈົນຮອດແມ່ນໍ້າເອີຟຣັດ, ເພາະຝູງສັດໄດ້ເພີ່ມຂຶ້ນໃນດິນແດນກີເລອາດ.
ໃນສະໄໝການປົກຄອງຂອງໂຊນພວກເຂົາໄດ້ເຮັດເສິກຕໍ່ສູ້ກັບຊາວຮັກກິດ, ເຊິ່ງກໍໄດ້ເອົາໄຊຊະນະດ້ວຍມືຂອງພວກເຂົາເອງ; ພວກເຂົາໄດ້ຢຶດຄອງບ່ອນຢູ່ອາໄສຂອງຊາວຮັກກິດທັງໝົດທົ່ວຂົງເຂດທາງຕາເວັນອອກຂອງກີເລອາດ.
ເຊື້ອສາຍຂອງກາດ
ຊາວກາດໄດ້ອາໄສຢູ່ຕໍ່ຈາກເຜົ່າຣູເບັນໃນດິນແດນບາຊານທີ່ໄກອອກໄປຈົນເຖິງສາເລກາຄື:
ໂຢເອນເປັນຫົວໜ້າ, ຮອງແມ່ນຊາຟາມ, ແລ້ວກໍແມ່ນຢານາຍ ແລະ ຊາຟັດໃນບາຊານ.
ຍາດພີ່ນ້ອງຂອງລາວຕາມຄອບຄົວຕ່າງໆ ມີດັ່ງນີ້:
ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະ ເອເບີ. ລວມທັງໝົດມີເຈັດຄົນ.
ຄົນເຫລົ່ານີ້ແມ່ນລູກຊາຍຂອງອາບີໄຮເປັນລູກຊາຍຂອງຮູຣິ, ຮູຣິເປັນລູກຊາຍຂອງຢາໂຣອາ, ຢາໂຣອາເປັນລູກຊາຍຂອງກີເລອາດ, ກີເລອາດເປັນລູກຊາຍຂອງມີກາເອນ, ມີກາເອນເປັນລູກຊາຍຂອງເຢຊີຊາຍ, ເຢຊີຊາຍເປັນລູກຊາຍຂອງຢາໂດ, ຢາໂດເປັນລູກຊາຍຂອງບູເຊ.
ອາຮີລູກຊາຍຂອງອັບດີເອນ, ອັບດີເອນເປັນລູກຊາຍຂອງກູນີ, ກູນີເປັນຫົວໜ້າຄອບຄົວຂອງພວກເຂົາ.
ຊາວກາດອາໄສຢູ່ໃນກີເລອາດ, ໃນບາຊານ ແລະ ໝູ່ບ້ານຕ່າງໆທີ່ຢູ່ນອກເມືອງ ແລະ ພວກເຂົາໄດ້ຂະຫຍາຍອອກໄປໄກຈົນເຖິງທົ່ງຫຍ້າທັງໝົດຂອງຊາໂຣນ.
ທັງໝົດນີ້ໄດ້ຖືກບັນທຶກໃນການບັນທຶກລຳດັບວົງຕະກຸນໃນຊ່ວງການປົກຄອງຂອງກະສັດໂຢທາມແຫ່ງຢູດາຍ ແລະ ກະສັດເຢໂຣໂບອາມແຫ່ງອິດສະຣາເອນ.
ຊາວຣູເບັນ ຊາວກາດ ແລະ ຊາວມານາເຊເຄິ່ງເຜົ່າມີກຳລັງທະຫານ 44.760 ຄົນທີ່ພ້ອມອອກໄປສູ້ຮົບຄືເປັນຜູ້ຊາຍທີ່ແຂງແຮງທຸກຄົນທີ່ສາມາດຖືໂລ່, ຈັບດາບ, ເຊິ່ງສາມາດໃຊ້ທະນູໄດ້ ແລະ ໄດ້ຮັບການຝຶກຝົນເພື່ອຮົບສູ້. ພວກເຂົາໄດ້ເຮັດເສິກຕໍ່ສູ້ກັບຊາວຮັກກິດ, ຊາວເຢຕຸຣະ, ຊາວນາຟີດ ແລະ ຊາວໂນດາບ. ພຣະເຈົ້າໄດ້ຊ່ວຍເຫລືອພວກເຂົາໃນການສູ້ຮົບ ແລະ ພຣະອົງໄດ້ມອບຊາວຮັກກິດ ແລະ ພັນທະມິດທັງໝົດໄວ້ໃນມືຂອງພວກເຂົາ. ເພາະພວກເຂົາໄດ້ອະທິຖານຂໍຕໍ່ພຣະອົງໃນໄລຍະທີ່ສູ້ຮົບຢູ່. ພຣະອົງໄດ້ຕອບຄຳອະທິຖານຂອງພວກເຂົາ, ເພາະພວກເຂົາໄດ້ໄວ້ວາງໃຈໃນພຣະອົງ. ພວກເຂົາໄດ້ຢຶດເອົາຝູງສັດມາຈາກຊາວຮັກກິດມີດັ່ງນີ້: ອູດຫ້າສິບພັນໂຕ, ແກະສອງຮ້ອຍຫ້າສິບພັນໂຕ ແລະ ລໍສອງພັນໂຕ. ພວກເຂົາຍັງໄດ້ຈັບຊະເລີຍອີກໜຶ່ງແສນຄົນ. ແລະ ໄດ້ຂ້າສັດຕູຄົນອື່ນໆຢ່າງຫລວງຫລາຍ, ເພາະການສູ້ຮົບຄັ້ງນີ້ເປັນຂອງພຣະເຈົ້າ. ແລະ ພວກເຂົາກໍໄດ້ຄອບຄອງດິນແດນຈົນຖືກກວດໄປເປັນຊະເລີຍ.
ເຊື້ອສາຍຂອງມານາເຊເຄິ່ງເຜົ່າ
ປະຊາຊົນຂອງມານາເຊເຄິ່ງເຜົ່າມີຈໍານວນຫລວງຫລາຍ; ພວກເຂົາໄດ້ຕັ້ງຖິ່ນຖານຢູ່ໃນດິນແດນຕັ້ງແຕ່ບາຊານຈົນເຖິງບາອານເຮີໂມນ, ນັ້ນຄືເສນີ (ພູເຂົາເຮີໂມນ).
ຫົວໜ້າຄອບຄົວຂອງພວກເຂົາມີດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະ ຢາດີເອນ. ພວກເຂົາເປັນນັກຮົບທີ່ກ້າຫານ, ມີຊື່ສຽງ ແລະ ເປັນຜູ້ນຳຄອບຄົວ. ແຕ່ພວກເຂົາໄດ້ບໍ່ສັດຊື່ຕໍ່ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະ ໄດ້ກາບໄຫວ້ບັນດາພະຂອງປະຊາຊົນໃນດິນແດນນັ້ນ, ເຊິ່ງພຣະເຈົ້າໄດ້ທຳລາຍຕໍ່ໜ້າພວກເຂົາ. ສະນັ້ນພຣະເຈົ້າແຫ່ງອິດສະຣາເອນໄດ້ເຮັດໃຫ້ກະສັດປູນແຫ່ງອັດຊີເຣຍ (ຄືຕີກະລາດປີເລເສ), ຈັບຊາວຣູເບັນ, ຊາວກາດ, ຊາວມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ. ເພິ່ນໄດ້ຈັບພວກເຂົາໄປທີ່ຮາລາ, ຮາໂບ, ຮາຣາ ແລະ ແມ່ນໍ້າໂກຊານ, ເຊິ່ງເປັນບ່ອນທີ່ພວກເຂົາໄດ້ອາໄສຢູ່ຈົນເຖິງທຸກວັນນີ້.
Source notes (1)
- Footnote ພາສາເຮັບເຣີວ່າ ທິນກາດປິນເນເສີລ໌ ເປັນອີກຮູບໜຶ່ງຂອງ ທິກັດປິເລເສີລ໌ ເຊັ່ນດຽວກັບຂໍ້ 26
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.