Biblica® Open Lao Contemporary Version
1 ຂ່າວຄາວ 6
ເຊື້ອສາຍຂອງເລວີ
ພວກລູກຊາຍຂອງເລວີມີດັ່ງນີ້:
ເກໂຊນ, ໂກຮາດ ແລະ ເມຣາຣິ.
ລູກຊາຍຂອງໂກຮາດມີດັ່ງນີ້:
ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.
ລູກຊາຍຂອງອຳຣາມມີດັ່ງນີ້:
ອາໂຣນ ແລະ ໂມເຊ ແລະ ມີຣີອາມ.
ລູກຊາຍຂອງອາໂຣນມີດັ່ງນີ້:
ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
ເອເລອາຊາເປັນພໍ່ຂອງຟີເນຮາ,
ຟີເນຮາເປັນພໍ່ຂອງອາບີຊູອາ,
ອາບີຊູອາເປັນພໍ່ຂອງບຸກກີ,
ບຸກກີເປັນພໍ່ຂອງອຸດຊີ,
ອຸດຊີເປັນພໍ່ຂອງເຊຣາຮີຢາ,
ເຊຣາຮີຢາເປັນພໍ່ຂອງເມຣາອີໂຢດ,
ເມຣາອີໂຢດເປັນພໍ່ຂອງອາມາຣີຢາ,
ອາມາຣີຢາເປັນພໍ່ຂອງອາຮີຕຸບ,
ອາຮີຕຸບເປັນພໍ່ຂອງຊາດົກ,
ຊາດົກເປັນພໍ່ຂອງອາຮີມາອາດ,
ອາຮີມາອາດເປັນພໍ່ຂອງອາຊາຣີຢາ,
ອາຊາຣີຢາເປັນພໍ່ຂອງໂຢຮານານ,
ໂຢຮານານເປັນພໍ່ຂອງອາຊາຣີຢາ.
ຜູ້ທີ່ໄດ້ຮັບໃຊ້ເປັນປະໂລຫິດໃນວິຫານທີ່ໂຊໂລໂມນສ້າງຂຶ້ນໃນນະຄອນເຢຣູຊາເລັມ.
ອາຊາຣີຢາເປັນພໍ່ຂອງອາມາຣີຢາ,
ອາມາຣີຢາເປັນພໍ່ຂອງອາຮີຕຸບ,
ອາຮີຕຸບເປັນພໍ່ຂອງຊາດົກ,
ຊາດົກເປັນພໍ່ຂອງຊໍລູມ,
ຊໍລູມເປັນພໍ່ຂອງຮິນກີຢາ,
ຮິນກີຢາເປັນພໍ່ຂອງອາຊາຣີຢາ,
ອາຊາຣີຢາເປັນພໍ່ຂອງເສຣາອີຢາ,
ແລະ ເສຣາອີຢາເປັນພໍ່ຂອງເຢໂຮຊາດັກ.
ເຢໂຮຊາດັກຖືກຈັບໄປເປັນຊະເລີຍ ເມື່ອພຣະເຈົ້າຢາເວໄດ້ສົ່ງປະຊາຊົນຢູດາຍ ແລະ ປະຊາຊົນເຢຣູຊາເລັມໄປເປັນຊະເລີຍໂດຍມືຂອງເນບູກາດເນັດຊາ.
ລູກຊາຍຂອງເລວີມີດັ່ງນີ້:
ເກໂຊນ,1 ໂກຮາດ ແລະ ເມຣາຣິ.
ລາຍຊື່ເຫລົ່ານີ້ແມ່ນລູກຊາຍຂອງເກໂຊນມີດັ່ງນີ້:
ລິບນີ ແລະ ຊີເມອີ.
ລູກຊາຍຂອງໂກຮາດມີດັ່ງນີ້:
ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.
ລູກຊາຍຂອງເມຣາຣິມີດັ່ງນີ້:
ມາຮະລີ ແລະ ມູຊີ.
ຄົນເຫລົ່ານີ້ແມ່ນຕະກຸນຕ່າງໆຂອງເລວີທີ່ໄດ້ຈັດລຳດັບຕາມຕົ້ນຕະກຸນຂອງພວກເຂົາມີດັ່ງນີ້:
ເຊື້ອສາຍຂອງເກໂຊນມີດັ່ງນີ້:
ລູກຊາຍຂອງລິບນີແມ່ນຢາຮາດ,
ລູກຊາຍຂອງຢາຮາດແມ່ນຊິມມາ, ລູກຊາຍຂອງຊິມມາແມ່ນໂຢອາ,
ລູກຊາຍຂອງໂຢອາແມ່ນອິດໂດ,
ລູກຊາຍຂອງອິດໂດແມ່ນເຊຣາ, ແລະ ລູກຊາຍຂອງເຊຣາແມ່ນເຢອາເທຣາຍ.
ເຊື້ອສາຍຂອງໂກຮາດມີດັ່ງນີ້:
ລູກຊາຍຂອງໂກຮາດແມ່ນອຳມີນາດາບ, ລູກຊາຍຂອງອຳມີນາດາບແມ່ນໂກຣາ,
ລູກຊາຍຂອງໂກຣາແມ່ນອັດຊີເຣ, ລູກຊາຍຂອງອັດຊີເຣແມ່ນເອນການາ,
ລູກຊາຍຂອງເອນການາແມ່ນເອບີອາສັບ, ລູກຊາຍຂອງເອບີອາສັບແມ່ນອັດຊີເລ,
ລູກຊາຍຂອງອັດຊີເຣແມ່ນຕາຮາດ, ລູກຊາຍຂອງຕາຮາດແມ່ນອູຣິເອນ,
ລູກຊາຍຂອງອູຣິເອນແມ່ນອຸດຊີອາ, ລູກຊາຍຂອງອຸດຊີຢາແມ່ນຊາອູນ.
ເຊື້ອສາຍຂອງເອນການາມີດັ່ງນີ້:
ອາມາໄສ ແລະ ອາຮີມົດ.
ລູກຊາຍຂອງອາຮີມົດແມ່ນເອນການາ,2 ລູກຊາຍຂອງເອນການາແມ່ນໂຊໄຟ,
ລູກຊາຍຂອງໂຊໄຟແມ່ນນາຮາດ, ລູກຊາຍຂອງນາຮາດແມ່ນເອລີອາບ ລູກຊາຍຂອງເອລີອາບແມ່ນເຢໂຣຮາມ,
ລູກຊາຍຂອງເຢໂຣຮາມແມ່ນເອນການາ.
ແລະ ລູກຊາຍຂອງເອນການາແມ່ນຊາມູເອນ3
ລູກຊາຍຂອງຊາມູເອນມີດັ່ງນີ້:
ໂຢເອນ4ເປັນລູກຊາຍກົກ
ແລະ ອາບີຢາເປັນລູກຊາຍຄົນທີສອງ.
ເຊື້ອສາຍຂອງເມຣາຣິມີດັ່ງນີ້:
ລູກຊາຍຂອງມາຮະລີແມ່ນລີບນີ,
ລູກຊາຍຂອງລິບນີແມ່ນຊີເມອີ, ລູກຊາຍຂອງຊີເມອີແມ່ນອຸດຊາ,
ລູກຊາຍຂອງອຸດຊາແມ່ນຊີເມອາ, ລູກຊາຍຂອງຊີເມອາແມ່ນຮັກກິຢາ,
ແລະ ລູກຊາຍຂອງຮັກກິຢາແມ່ນອາສາອີຢາ.
ນັກດົນຕີປະຈຳວິຫານ
(ຢຊ 21:4-39)
ຄົນເຫລົ່ານີ້ແມ່ນພວກທີ່ກະສັດດາວິດໃຫ້ຮັບຜິດຊອບດົນຕີໃນວິຫານຂອງອົງພຣະເຈົ້າຢາເວ ຫລັງຈາກທີ່ໄດ້ນຳເອົາຫີບຄໍາໝັ້ນສັນຍາມາໄວ້ຢູ່ທີ່ນັ້ນ. ພວກເຂົາເຮັດໜ້າທີ່ຫລິ້ນດົນຕີຢູ່ດ້ານໜ້າຫໍເຕັນສັກສິດ, ເຕັນບ່ອນຊຸມນຸມ, ຈົນກວ່າໂຊໂລໂມນໄດ້ສ້າງວິຫານຂອງພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ. ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຕາມກົດລະບຽບທີ່ໄດ້ຕັ້ງໄວ້ສໍາລັບພວກເຂົາ.
ຄົນເຫລົ່ານີ້ແມ່ນຄົນທີ່ຮັບໃຊ້ພ້ອມກັບລູກຊາຍຂອງພວກເຂົາ ມີດັ່ງນີ້:
ຈາກຕະກຸນໂກຮາດມີດັ່ງນີ້:
ເຮມານເປັນນັກດົນຕີ
ເຮມານເປັນລູກຊາຍຂອງໂຢເອນ, ໂຢເອນເປັນລູກຊາຍຂອງຊາມູເອນ,
ຊາມູເອນເປັນລູກຊາຍຂອງເອນການາ, ເອນການາເປັນລູກຊາຍຂອງເຢໂຣຮາມ,
ເຢໂຣຮາມເປັນລູກຊາຍຂອງເອລີເອນ, ເອລີເອນເປັນເປັນລູກຊາຍຂອງໂຕອາ,
ໂຕອາເປັນລູກຊາຍຂອງສູເຟ, ສູເຟເປັນລູກຊາຍຂອງເອນການາ,
ເອນການາເປັນລູກຊາຍຂອງມາຮາດ, ມາຮາດເປັນລູກຊາຍຂອງອາມາໄສ
ອາມາໄສເປັນລູກຊາຍຂອງເອນການາ, ເອນການາເປັນລູກຊາຍຂອງໂຢເອນ
ໂຢເອນເປັນລູກຊາຍຂອງອາຊາຣີຢາ, ອາຊາຣີຢາເປັນລູກຊາຍຂອງເຊຟານີຢາ
ເຊຟານີຢາເປັນລູກຊາຍຂອງຕາຮາດ, ຕາຮາດເປັນລູກຊາຍຂອງອັດຊີເລ
ອັດຊີເຣເປັນລູກຊາຍຂອງເອບີອາສັບ, ເອບີອາສັບເປັນລູກຊາຍຂອງໂກຣາ
ໂກຣາເປັນລູກຊາຍຂອງອີຊະຮາດ, ຜູ້ເປັນລູກຊາຍຂອງໂກຮາດ
ໂກຮາດເປັນລູກຊາຍຂອງເລວີ, ເລວີເປັນລູກຊາຍຂອງອິດສະຣາເອນ.
ແລະ ຜູ້ຊ່ວຍຂອງເຮມານແມ່ນອາສັບ, ຜູ້ທີ່ຮັບໃຊ້ເປັນມືຂວາຂອງລາວມີດັ່ງນີ້:
ອາສັບເປັນລູກຊາຍຂອງເບເຣກີຢາ, ເບເຣກີຢາເປັນລູກຊາຍຂອງຊີເມອາ,
ຊີເມອາເປັນລູກຊາຍຂອງມີກາເອນ, ມີກາເອນເປັນລູກຊາຍຂອງບາອາເສອີຢາ,5
ບາອາເສອີຢາເປັນລູກຊາຍຂອງມານກີຢາ, ມານກີຢາເປັນລູກຊາຍຂອງເອທະນີ,
ເອທະນີເປັນລູກຊາຍຂອງເຊຣາ, ເຊຣາເປັນລູກຊາຍຂອງອາດາອີຢາ,
ອາດາອີຢາເປັນລູກຊາຍຂອງເອທານ, ເອທານເປັນລູກຊາຍຂອງຊິມມາ,
ຊິມມາເປັນລູກຊາຍຂອງຊີເມອີ, ຊີເມອີເປັນລູກຊາຍຂອງຢາຮາດ
ຢາຮາດເປັນລູກຊາຍຂອງເກໂຊນ, ເກໂຊນເປັນລູກຊາຍຂອງເລວີ.
ແລະ ພວກຜູ້ຊ່ວຍຂອງພວກເຂົາ, ຜູ້ທີ່ຮັບໃຊ້ເປັນມືຊ້າຍຂອງແມ່ນເອທານຈາກຕະກຸນເມຣາຣິມີດັ່ງນີ້:
ເອທານເປັນລູກຊາຍຂອງກີຊີ ກີຊີເປັນລູກຊາຍຂອງອັບດີ
ອັບດີເປັນລູກຊາຍຂອງມານລຸກ, ມານລຸກເປັນລູກຊາຍຂອງຮາຊາບີຢາ,
ຮາຊາບີຢາເປັນລູກຊາຍຂອງອາມາຊີຢາ, ອາມາຊີຢາເປັນລູກຊາຍຂອງຮິນກີຢາ,
ຮິນກີຢາເປັນລູກຊາຍຂອງອາມຊີ, ອາມຊີເປັນລູກຊາຍຂອງບານີ,
ບານີເປັນລູກຊາຍຂອງເຊເມ, ເຊເມເປັນລູກຊາຍຂອງມາຮະລີ,
ມາຮະລີເປັນລູກຊາຍຂອງມູຊີ, ມູຊີເປັນລູກຊາຍຂອງເມຣາຣິ,
ເມຣາຣິເປັນລູກຊາຍຂອງເລວີ.
ພີ່ນ້ອງຊາວເລວີຂອງພວກເຂົາທີ່ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ອື່ນໆທັງໝົດໃນຫໍເຕັນສັກສິດ, ເຊິ່ງເປັນວິຫານຂອງພຣະເຈົ້າ. ແຕ່ອາໂຣນ ແລະ ເຊື້ອສາຍຂອງລາວເປັນຜູ້ເຜົາເຄື່ອງຖວາຍບູຊາເທິງແທ່ນບູຊາ ແລະ ເຜົາເຄື່ອງຫອມຕ່າງໆພ້ອມທັງຮັບຜິດຊອບວຽກທັງໝົດຢູ່ໃນບ່ອນສັກສິດທີ່ສຸດ ແລະ ຂໍການລຶບລ້າງບາບສຳລັບອິດສະຣາເອນໃຫ້ຄົບຖ້ວນທຸກປະການ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າໄດ້ສັ່ງໄວ້.
ເຊື້ອສາຍຂອງອາໂຣນມີດັ່ງນີ້:
ລູກຊາຍຂອງອາໂຣນແມ່ນເອເລອາຊາ, ລູກຊາຍຂອງເອເລອາຊາແມ່ນຟີເນຮາ,
ລູກຊາຍຂອງຟີເນຮາແມ່ນອາບີຊູອາ, ລູກຊາຍຂອງອາບີຊູອາແມ່ນບຸກກີ,
ລູກຊາຍຂອງບຸກກີແມ່ນອຸດຊີ, ລູກຊາຍຂອງອຸດຊີແມ່ນເຊຣາຮີຢາ,
ລູກຊາຍຂອງເຊຣາຮີຢາແມ່ນເມຣາອີໂຢດ, ລູກຊາຍຂອງເມຣາອີໂຢດແມ່ນອາມາຣີຢາ,
ລູກຊາຍຂອງອາມາຣີຢາແມ່ນອາຮີຕຸບ, ລູກຊາຍຂອງອາຮີຕຸບແມ່ນຊາດົກ,
ລູກຊາຍຂອງຊາດົກແມ່ນອາຮີມາອາດ.
ສະຖານທີ່ເຫລົ່ານີ້ເປັນເຂດແດນສຳລັບການຕັ້ງຖິ່ນຖານຂອງພວກເຂົາທີ່ໄດ້ຈັດສັນໄວ້ເປັນເຂດແດນຂອງພວກເຂົາ (ເຂດແດນທີ່ໄດ້ຖືກມອບໃຫ້ເຊື້ອສາຍຂອງອາໂຣນຈາກຕະກຸນໂກຮາດ, ເພາະວ່າການຈັບສະຫລາກຄັ້ງທໍາອິດນັ້ນໄດ້ຈົກຖືກພວກເຂົາ) ມີດັ່ງນີ້:
ພວກເຂົາໄດ້ເມືອງເຮັບໂຣນໃນຢູດາຍ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມຮອບນັ້ນ. (ແຕ່ທົ່ງນາ ແລະ ໝູ່ບ້ານຕ່າງໆທີ່ອ້ອມເມືອງນັ້ນໄດ້ມອບໃຫ້ກາເລັບລູກຊາຍຂອງເຢຟຸນເນ. ດັ່ງນັ້ນ ເຊື້ອສາຍຂອງອາໂຣນຈຶ່ງໄດ້ເມືອງເຮັບໂຣນ (ເມືອງລີ້ໄພ) ແລະ ລິບນາ,6 ຢັດທີ, ເອຊະເຕມົວ, ຮີເລນ, ເດບີ, ອາຊານ, ຢຸດທາ ແລະ ເບັດເຊເມດ,7 ລວມທັງທົ່ງຫຍ້າຂອງພວກເຂົາ.
ແລະ ຈາກເຜົ່າເບັນຢາມິນ ພວກເຂົາໄດ້ຮັບກີເບໂອນ8 ເກບາ ອາເລເມັດ ແລະ ອານາທົດ, ລວມທັງທົ່ງຫຍ້າຂອງພວກເຂົາ.
ຈໍານວນເມືອງລວມທັງໝົດມີສິບສາມເມືອງໄດ້ຖືກມອບໃຫ້ແກ່ຕະກຸນໂກຮາດ.
ເຊື້ອສາຍຂອງໂກຮາດຄົນອື່ນໆທີ່ຍັງເຫລືອໄດ້ຈັດສັນໄວ້ມີສິບເມືອງຈາກຕະກຸນຕ່າງໆຂອງມານາເຊເຄິ່ງເຜົ່າ.
ສຳລັບເຊື້ອສາຍຂອງເກໂຊນຕາມແຕ່ລະຕະກຸນໄດ້ຖືກຈັດສັນໄວ້ໃຫ້ມີສິບສາມເມືອງຈາກເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະ ມານາເຊຕາເວັນອອກໃນບາຊານ.
ເຊື້ອສາຍຂອງເມຣາຣິຕາມແຕ່ລະຕະກຸນໄດ້ຖືກມອບໃຫ້ມີສິບສອງເມືອງຈາກເຜົ່າຣູເບັນ, ກາດ ແລະ ເຊບູໂລນ.
ດັ່ງນັ້ນຊາວອິດສະຣາເອນໄດ້ມອບເມືອງຕ່າງໆ ແລະ ທົ່ງຫຍ້າໃຫ້ຊາວເລວີ.
ຈາກເຜົ່າຢູດາຍ, ຊີເມໂອນ ແລະ ເບັນຢາມິນ ພວກເຂົາໄດ້ຮັບການມອບໝາຍໃຫ້ໂດຍການໃຊ້ສະຫລາກຄືກັນ.
ເຜົ່າເອຟຣາອິມໄດ້ມອບເຂດແດນເມືອງຕ່າງໆໃຫ້ແກ່ຕະກຸນຕ່າງໆຂອງຊາວໂກຮາດບາງຄົນເປັນເຂດແດນຂອງພວກເຂົາ.
ເມືອງຊີເຄມ (ເມືອງລີ້ໄພ) ໃນແຖບເນີນພູເອຟຣາອິມ, ແລະ ເມືອງເກເຊ9, ເມືອງໂຢກເມອາມ, ເມືອງເບັດໂຮໂຣນ, ເມືອງໄອຢາໂລນ ແລະ ກາດຣິມໂມນ. ໂມນພ້ອມທັງທົ່ງຫຍ້າດ້ວຍ.
ຈາກເຜົ່າມານາເຊເຄິ່ງເຜົ່າ ຊາວອິດສະຣາເອນໄດ້ມອບເມືອງອາເນ ແລະ ເມືອງບີເລອາມພ້ອມທັງທົ່ງຫຍ້າໃຫ້ແກ່ຕະກຸນທີ່ຍັງເຫລືອຂອງຊາວໂກຮາດ.
ຕະກຸນເກໂຊນໄດ້ຮັບເມືອງຕ່າງໆມີດັ່ງນີ້:
ຈາກຕະກຸນຂອງເຜົ່າມານາເຊເຄິ່ງເຜົ່າ ພວກເຂົາໄດ້ຮັບເມືອງໂກລານໃນບາຊານ ແລະ ອັດຊະທາໂຣດນໍາ, ພ້ອມທັງທົ່ງຫຍ້າ.
ຈາກເຜົ່າອິດຊາຄາ ພວກເຂົາໄດ້ຮັບເມືອງເກເດັດ, ເມືອງດາເບຣັດ, ເມືອງຣາໂມດ ແລະ ເມືອງອາເນມ ພ້ອມທັງທົ່ງຫຍ້າ.
ເຜົ່າອາເຊ ພວກເຂົາໄດ້ຮັບເມືອງມາຊານ, ເມືອງອັບໂດນ, ເມືອງຮູກົກ ແລະ ເມືອງເຣໂຮບ, ພ້ອມທັງທົ່ງຫຍ້າ;
ແລະ ຈາກເຜົ່າເນັບທາລີ ພວກເຂົາໄດ້ຮັບເມືອງເກເດັດໃນຄາລີເລ, ເມືອງຮາມໂມນ ແລະ ເມືອງກີຣິອາດທາອິມ, ພ້ອມທັງທົ່ງຫຍ້າ.
ເຊື້ອສາຍເມຣາຣິ (ຊາວເລວີທີ່ຍັງເຫລືອຢູ່ນັ້ນ) ກໍໄດ້ຮັບເມືອງຕ່າງໆດັ່ງນີ້:
ຈາກເຜົ່າເຊບູໂລນໄດ້ຮັບເມືອງໂຢກເນອາມ, ເມືອງການຕາ,10 ເມືອງຣິມໂມໂນ ແລະ ເມືອງທາໂບ, ພ້ອມທັງທົ່ງຫຍ້າ;
ຈາກເຜົ່າຣູເບັນທາງຝັ່ງເບື້ອງຕາເວັນອອກຂອງແມ່ນໍ້າຈໍແດນຂອງເມືອງເຢຣິໂກ ພວກເຂົາໄດ້ຮັບເມືອງເບເຊໃນຖິ່ນແຫ້ງແລ້ງກັນດານ, ເມືອງຢາຊາ, ເມືອງເກເດໂມດ ແລະ ເມືອງເມຟາອາດ, ພ້ອມທັງທົ່ງຫຍ້າ.
ແລະ ຈາກເຜົ່າກາດ ພວກເຂົາໄດ້ຮັບເມືອງຣາໂມດໃນກີເລອາດ, ເມືອງມະຫານາອິມ, ເມືອງເຮັດຊະໂບນ ແລະ ເມືອງຢາເຊ, ພ້ອມທັງທົ່ງຫຍ້າ.
Source notes (10)
- Footnote ພາສາເຮັບເຣີວ່າ ເກໂຊມ ເປັນອີກຮູບໜຶ່ງຂອງ ເກໂຊນ ເຊັ່ນດຽວກັບຂໍ້ 17, 20, 43, 62 ແລະ 71
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ອາຮີໂມດ 26ແລະ ເອນການາ ບຸດຂອງເອນການາ ໄດ້ແກ່
- Footnote ພາສາເຮັບເຣີບໍ່ມີວະລີທີ່ວ່າ ເຊິ່ງມີບຸດຄືຊາມູເອນ (ເບິ່ງ 1ຊມອ 1:19,20 ແລະ 1ຂຄ 6:33,34)
- Footnote ພາສາເຮັບເຣີບໍ່ມີຄຳວ່າ ໂຢເອນ (ເບິ່ງ 1ຊມອ 8:2 ແລະ 1ຂຄ 6:33)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີບາງສະບັບ ແລະ ສຳເນົາສະບັບ LXX. ໜຶ່ງສະບັບ ແລະ ສະບັບ Syr. ວ່າ ມາອາເສຢາ
- Footnote ພາສາເຮັບເຣີວ່າ ໄດ້ຮັບເມືອງລີ້ໄພຕ່າງໆ ໄດ້ແກ່ ເຮັບໂຣນ (ເບິ່ງ ຢຊ 21:13)
- Footnote ພາສາເຮັບເຣີບໍ່ມີຄຳວ່າ ຢຸດຕາ (ເບິ່ງ ຢຊ 21:16)
- Footnote ພາສາເຮັບເຣີບໍ່ມີຄຳວ່າ ກີເບໂອນ (ເບິ່ງ ຢຊ 21:17)
- Footnote ພາສາເຮັບເຣີວ່າ ໄດ້ຮັບເມືອງລີ້ໄພຕ່າງໆ ໄດ້ແກ່ ເມືອງຊີເຄມ (ເບິ່ງ ຢຊ 21:21)
- Footnote ພາສາເຮັບເຣີບໍ່ມີຄຳວ່າ ເມືອງໂຢກເນອາມ ເມືອງການທາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.