Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 7

ເຊື້ອສາຍ​ຂອງ​ອິດຊາຄາ

ລູກຊາຍ​ຂອງ​ອິດຊາຄາ​ມີ​ດັ່ງນີ້:

ໂຕລາ, ປູອາ, ຢາຊຸບ ແລະ ຊິມໂຣນ. ລວມ​ທັງໝົດ​ມີ​ສີ່​ຄົນ.

ລູກຊາຍ​ຂອງ​ໂຕລາ​ມີ​ດັ່ງນີ້:

ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະ ຊາມູເອນ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ. ໃນ​ຊ່ວງ​ການ​ປົກຄອງ​ຂອງ​ດາວິດ, ເຊື້ອສາຍ​ຂອງ​ໂຕລາ​ທີ່​ເປັນ​ທະຫານ, ເຊິ່ງ​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ​ມີ 22.600 ຄົນ.

ລູກຊາຍ​ຂອງ​ອຸດຊີ​ມີ​ດັ່ງນີ້:

ອີຊະຣາຮີຢາ.

ລູກຊາຍ​ຂອງ​ອີຊະຣາຮີຢາ​ມີ​ດັ່ງນີ້:

ມີກາເອນ, ໂອບາດີຢາ, ໂຢເອນ ແລະ ອິດຊີຢາ. ພວກເຂົາ​ຫ້າ​ຄົນ​ເປັນ​ຫົວໜ້າ. ອີງ​ຕາມ​ການ​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ, ພວກເຂົາ​ມີ​ທະຫານ 36.000 ຄົນ​ທີ່​ພ້ອມ​ອອກ​ສູ້ຮົບ. ຍ້ອນ​ພວກເຂົາ​ມີ​ເມຍ ແລະ ລູກ​ຫລາຍ​ຄົນ.

ບັນດາ​ຍາດ​ພີ່ນ້ອງ​ທີ່​ເປັນ​ທະຫານ​ຂອງ​ເຜົ່າ​ອິດຊາຄາ​ທັງໝົດ, ພວກເຂົາ​ມີ 87.000 ຄົນ, ດັ່ງ​ທີ່​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ.

ເຊື້ອສາຍ​ຂອງ​ເບັນຢາມິນ

ລູກຊາຍ​ຂອງ​ເບັນຢາມິນ​ມີ​ດັ່ງນີ້:

ເບລາ, ເບເກ ແລະ ເຢດີອາເອນ.

ລູກຊາຍ​ຂອງ​ເບລາ​ມີ​ດັ່ງນີ້:

ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ ອີຣິ. ພວກເຂົາ​ມີ​ທັງໝົດ​ຫ້າ​ຄົນ​ເປັນ​ຫົວໜ້າ​ຄອບຄົວ. ຕາມ​ທີ່​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ພວກເຂົາ​ມີ​ທະຫານ 22.034 ຄົນ.

ລູກຊາຍ​ຂອງ​ເບເກ​ມີ​ດັ່ງນີ້:

ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣິ, ເຢເຣໂມດ, ອາບີຢາ, ອານາທົດ ແລະ ອາເລເມັດ. ຄົນ​ທັງໝົດ​ນີ້​ເປັນ​ລູກຊາຍ​ຂອງ​ເບເຄ. ຕາມ​ການ​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ, ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ ແລະ ມີ​ທະຫານ 20.200 ຄົນ.

ລູກຊາຍ​ຂອງ​ເຢດີອາເອນ​ມີ​ດັ່ງນີ້:

ບິນຮານ.

ລູກຊາຍ​ຂອງ​ບິນຮານ​ມີ​ດັ່ງນີ້:

ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ, ຕາກຊິດ ແລະ ອາຮິຊາຮາ. ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ລູກຊາຍ​ຂອງ​ເຢດີອາເອນ​ທີ່​ເປັນ​ຫົວໜ້າ​ຄອບຄົວ. ມີ​ທະຫານ 17.200 ຄົນ​ທີ່​ພ້ອມ​ອອກ​ໄປ​ສູ້ຮົບ.

ຊາວ​ຊຸບປິມ ແລະ ຊາວ​ຮູບປິມ​ເປັນ​ເຊື້ອສາຍ​ຂອງ​ອີຣະ ແລະ ຊາວ​ຮູຊິມ​ເປັນ​ເຊື້ອສາຍ​ຂອງ​ອາເຮີ.

ເຊື້ອສາຍ​ຂອງ​ເນັບທາລີ

ລູກຊາຍ​ຂອງ​ເນັບທາລີ​ມີ​ດັ່ງນີ້:

ຢາຊີເອນ, ກູນີ, ເຢເຊ ແລະ ຊໍລູມ,1 ທີ່​ເປັນ​ເຊື້ອສາຍ​ຂອງ​ນາງ​ບິນຮາ.

ເຊື້ອສາຍ​ຂອງ​ມານາເຊ

ເຊື້ອສາຍ​ຂອງ​ມານາເຊ​ມີ​ດັ່ງນີ້:

ອາຊະຣີເອນ​ເປັນ​ເຊື້ອສາຍ​ທີ່​ໄດ້​ມາ​ຈາກ​ເມຍນ້ອຍ​ຊາວ​ອາຣາມ.

ນາງ​ໄດ້​ເກີດ​ມາກີ​ພໍ່​ຂອງ​ກີເລອາດ ມາກີ​ໄດ້​ເມຍ​ຈາກ​ຊາວ​ຊຸບປິມ ແລະ ຊາວ​ຮູບປິມ​ຜູ້​ລະ​ຄົນ. ນ້ອງສາວ​ຂອງ​ລາວ​ຊື່​ວ່າ ມາອາກາ. ເຊື້ອສາຍ​ອີກ​ຄົນ​ໜຶ່ງ​ຊື່​ວ່າ​ເຊໂລເຟຮັດ, ຜູ້​ທີ່​ມີ​ແຕ່​ລູກສາວ​ເທົ່ານັ້ນ. ມາອາກາ​ເມຍ​ຂອງ​ມາກີ​ມີ​ລູກຊາຍ​ຄົນໜຶ່ງ ແລະ ໄດ້​ຕັ້ງ​ຊື່​ວ່າ ເປເຣັດ. ນ້ອງຊາຍ​ຂອງ​ລາວ​ຊື່ວ່າ ເຊເລດ, ແລະ ລາວ​ມີ​ລູກຊາຍ​ຄື ອູລາມ ແລະ ເຣເກມ.

ລູກຊາຍ​ຂອງ​ອູລາມ​ຄື:

ເບດານ.

ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ກີເລອາດ, ຜູ້​ເປັນ​ລູກຊາຍ​ຂອງ​ມາກີ, ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ມານາເຊ.

ຮາມໂມເລເກັດ​ເປັນ​ນ້ອງສາວ​ຂອງ​ກີເລອາດ​ມີ​ລູກຊາຍ​ດັ່ງນີ້: ອີໂຊດ, ອາບີເອເຊ ແລະ ມາລາ.

ລູກຊາຍ​ຂອງ​ເຊມີດາ​ມີ​ດັ່ງນີ້:

ອາຮີອານ, ຊີເຄມ, ລີຄີ ແລະ ອານີອາມ.

ເຊື້ອສາຍ​ຂອງ​ເອຟຣາອິມ

ເຊື້ອສາຍ​ຂອງ​ເອຟຣາອິມ​ມີ​ດັ່ງນີ້:

ຊູເທລາ, ລູກຊາຍ​ຂອງ​ລາວ​ແມ່ນ​ເບເຣັດ,

ລູກຊາຍ​ຂອງ​ເບເຣັດ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ເອເລອາດາ,

ລູກຊາຍ​ຂອງ​ເອເລອາດາ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ຊາບາດ,

ລູກຊາຍ​ຂອງ​ຊາບາດ​ແມ່ນ​ຊູເທລາ.

(ເອເຊ ແລະ ເອເລອາດ​ຖືກ​ຊາວ​ພື້ນເມືອງ​ຂອງ​ກາດ​ຂ້າ, ເມື່ອ​ພວກເຂົາ​ໄປ​ຢຶດ​ຝູງສັດ​ຂອງ​ຊາວ​ກາດ. ເອຟຣາອິມ​ພໍ່​ຂອງ​ພວກເຂົາ​ກໍ​ໄວ້​ທຸກ​ໃຫ້​ພວກເຂົາ​ເປັນ​ເວລາ​ຫລາຍ​ມື້ ແລະ ຍາດ​ພີ່ນ້ອງ​ຂອງ​ລາວ​ກໍ​ໄດ້​ພາກັນ​ມາ​ເລົ້າໂລມ​ໃຈ​ລາວ. ຫລັງຈາກນັ້ນ​ເອຟຣາອິມ​ກໍ​ຫລັບ​ນອນ​ກັບ​ເມຍ​ຂອງ​ຕົນ​ອີກ, ນາງ​ໄດ້​ຖື​ພາ ແລະ ເກີດ​ລູກຊາຍ​ຄົນໜຶ່ງ. ລາວ​ໄດ້​ຕັ້ງຊື່​ໃຫ້​ລູກຊາຍ​ວ່າ​ເບຣິຢາ,2 ເພາະ​ມີ​ເຫດການ​ຮ້າຍ​ເກີດ​ຂຶ້ນ​ໃນ​ຄອບຄົວ​ຂອງ​ລາວ. ລູກສາວ​ຂອງ​ເອຟຣາອິມ​ແມ່ນ​ເຊເອຣາ, ຜູ້​ທີ່​ສ້າງ​ເມືອງ​ເບັດ​ໂຮໂຣນ​ຕອນ​ລຸ່ມ ແລະ ຕອນ​ເທິງ​ເມືອງ​ອຸດເຊັນເຊເອຣາ).

ເຣຟາ​ເປັນ​ລູກຊາຍ​ຂອງ​ເອຟຣາອິມ​ອີກ​ຜູ້​ໜຶ່ງ​ແມ່ນ​ເຣຟາ, ລູກຊາຍ​ຂອງ​ເຣຟາ​ແມ່ນ​ເຣເຊັບ,3

ລູກຊາຍ​ຂອງ​ເຣເຊັບ​ແມ່ນ​ເຕລາ, ລູກຊາຍ​ຂອງ​ເຕລາ​ແມ່ນ​ຕາຮານ,

ລູກຊາຍ​ຂອງ​ຕາຮານ​ແມ່ນ​ລາດານ, ລູກຊາຍ​ຂອງ​ລາດານ​ແມ່ນ​ອາມມີຮູດ,

ລູກຊາຍ​ຂອງ​ອາມມີຮຸດ​ແມ່ນ​ເອລີຊາມາ, ລູກຊາຍ​ຂອງ​ເອລີຊາມາ​ແມ່ນ​ນູນ,

ລູກຊາຍ​ຂອງ​ນູນ​ແມ່ນ​ໂຢຊວຍ.

ດິນແດນ ແລະ ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ລວມ​ທັງ​ເມືອງ​ເບັດເອນ ແລະ ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ຕ່າງໆ​ນັ້ນ, ນາອາຣານ​ຈົນ​ເຖິງ​ທາງ​ຕາເວັນ​ອອກ, ເມືອງ​ເກເຊ ແລະ ບ້ານ​ຕ່າງໆ​ທີ່​ອ້ອມ​ເມືອງ​ນັ້ນ​ໄປ​ຈົນ​ເຖິງ​ທາງ​ຕາເວັນ​ຕົກ ແລະ ຈາກ​ເມືອງ​ຊີເຄມ ແລະ ໝູ່ບ້ານ​ຕ່າງໆ​ທີ່ຢູ່​ອ້ອມ​ໄປ​ຈົນ​ເຖິງ​ເມືອງ​ອາອີ ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່ານັ້ນ. ລຽບຕາມ​ຊາຍແດນ​ຂອງ​ມານາເຊ​ມີ​ເມືອງ​ຕ່າງໆ​ຄື: ເບັດເຊອານ, ຕາອານັກ, ເມກິດໂດ ແລະ ເມືອງ​ໂດເຣ, ພ້ອມທັງ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່ານັ້ນ. ເຊື້ອສາຍ​ຂອງ​ໂຢເຊັບ​ລູກຊາຍ​ອິດສະຣາເອນ​ອາໄສ​ຢູ່​ໃນ​ເມືອງ​ເຫລົ່ານີ້.

ເຊື້ອສາຍ​ຂອງ​ອາເຊ

ລູກຊາຍ​ຂອງ​ອາເຊ​ມີ​ດັ່ງນີ້:

ອິມນາ, ອີຊະວາ, ອີຊະວີ ແລະ ເບຣີຢາ. ລາວ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເສຣາ.

ລູກຊາຍ​ຂອງ​ເບຣີຢາ​ມີ​ດັ່ງນີ້:

ເຮເບ ແລະ ມັນກີເອນ, ມັນກີເອນ​ເປັນ​ພໍ່​ຂອງ​ບີຣະຊາອິດ.

ເຮເບ​ເປັນ​ພໍ່​ຂອງ​ຢາຟະເລດ, ໂຊເມ, ໂຮທາມ ແລະ ນ້ອງສາວ​ຂອງ​ພວກເຂົາ​ຊື່​ວ່າ ຊູອາ.

ລູກຊາຍ​ຂອງ​ຢາຟະເລດ​ມີ​ດັ່ງນີ້:

ປາສັກ, ບີມຮານ ແລະ ອາຊະວາດ.

ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ຢາຟະເລດ.

ລູກຊາຍ​ຂອງ​ໂຊເມ​ມີ​ດັ່ງນີ້:

ອາຮີ, ໂຣກາ,4 ຮຸບບາ ແລະ ອາຣາມ.

ໂຮທາມ​ນ້ອງຊາຍ​ຂອງ​ລາວ​ມີ​ລູກຊາຍ​ດັ່ງນີ້:

ໂຊພາ, ອີມນາ, ເຊເລັດ ແລະ ອາມານ.

ລູກຊາຍ​ຂອງ​ໂຊພາ​ມີ​ດັ່ງນີ້:

ສູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ, ເບເຊ, ໂຮດ, ຊາມມາ, ຊິນຊາ, ອີທະຣານ5 ແລະ ເບເອຣາ.

ລູກຊາຍ​ຂອງ​ເຢເທີ​ມີ​ດັ່ງນີ້:

ເຢຟຸນເນ, ປີສະປາ, ແລະ ອາຣາ.

ລູກຊາຍ​ຂອງ​ອຸນລາ​ມີ​ດັ່ງນີ້:

ອາຣາ, ຮານນີເອນ, ແລະ ຣີຊີອາ.

ຄົນ​ທັງໝົດ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ອາເຊ, ເຊິ່ງ​ເປັນ​ຫົວໜ້າ​ຄອບຄົວ, ເປັນ​ທະຫານ​ໄດ້​ຮັບ​ການ​ຄັດເລືອກ, ເປັນ​ນັກຮົບ​ເກັ່ງກ້າ ແລະ ເປັນ​ຜູ້ນຳ​ທີ່​ສໍາຄັນ. ມີ​ຈໍານວນ​ທະຫານ 26.000 ຄົນ​ທີ່​ພ້ອມ​ອອກ​ສູ້ຮົບ, ດັ່ງ​ທີ່​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ.

Source notes (5)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ຊໍລູມ (ເບິ່ງ ປຖກ 46:24 ແລະ ຈບຊ 26:49)
  2. Footnote ຄຳວ່າ ເບຣີອາ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ເຄາະ​ຮ້າຍ
  3. Footnote ພາສາ​ເຮັບເຣີ​ບໍ່​ມີ​ປະໂຫຍກ​ທີ່​ວ່າ ເຊິ່ງ​ມີ​ລູກ​ຄື
  4. Footnote ຫລື ບຸດ​ຂອງ​ອ້າຍນ້ອງ​ຂອງ​ໂຊເມເຣ​ໄດ້​ແກ່ ໂຣຮະກາ
  5. Footnote ອາດຈະ​ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຢເທ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.