Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 8

ເຊື້ອສາຍ​ຂອງ​ໂຊນ​ຊາວ​ເບັນຢາມິນ

(1ຂຄ 9:34-44)

ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້:

ເບລາ​ເປັນ​ລູກຊາຍ​ກົກ

ອັດຊະເບັນ​ເປັນ​ລູກຊາຍ​ຄົນ​ທີ​ສອງ, ອາຮາຣາ​ເປັນ​ຄົນ​ທີ​ສາມ,

ໂນຮາ​ເປັນ​ຄົນ​ທີ​ສີ່ ແລະ ຣາຟາ​ເປັນ​ຄົນ​ທີ​ຫ້າ.

ລູກຊາຍ​ຂອງ​ເບລາ​ມີ​ດັ່ງນີ້:

ອັດດາ, ເກຣາ, ອາບີຮຸດ,1 ອາບີຊູອາ, ນາອາມານ, ອາໂຮຢາ, ເກຣາ, ເຊຟູຟານ ແລະ ຮູຣາມ.

ຄົນ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ເອຮຸດ, ເຊິ່ງ​ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ເມືອງ​ເກບາ ແລະ ຖືກ​ບັງຄັບ​ໃຫ້​ຍ້າຍ​ໄປ​ຢູ່​ທີ່​ເມືອງ​ມານາຮາດ​ມີ​ດັ່ງນີ້:

ນາອາມານ, ອາຮີຢາ, ແລະ ເກຣາ, ຜູ້​ທີ່​ຍ້າຍ​ພວກເຂົາ​ອອກ​ໄປ ແລະ ຜູ້​ທີ່​ເປັນ​ພໍ່​ຂອງ​ອຸດຊາ ແລະ ອາຮີຮຸດ.

ຫລັງຈາກ ຊາຮາຣາອິມ​ໄດ້​ຢ່າຮ້າງ​ກັບ​ນາງ​ຮູຊິມ​ເມຍ​ຂອງ​ລາວ ແລະ ບາອາຣາ, ລາວ​ມີ​ລູກຊາຍ​ທີ່​ໄດ້​ເກີດ​ຢູ່​ໃນ​ໂມອາບ. ເມຍ​ຂອງ​ລາວ​ຊື່​ວ່າ​ນາງ​ໂຮເດັດ​ມີ​ລູກຊາຍ​ຄື ໂຢບັບ, ຊີບີອາ, ເມຊາ, ມັນກຳ, ເຢອູດ, ສາຄີອາ ແລະ ມີຣະມາ. ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຄອບຄົວ. ລາວ​ມີ​ລູກຊາຍ​ຈາກ​ນາງ​ຮູຊິມ ດັ່ງນີ້: ອາບີຕຸບ ແລະ ເອນປາອານ.

ບັນດາ​ລູກຊາຍ​ຂອງ​ເອນປາອານ ມີ​ດັ່ງນີ້:

ເອເບີ, ມີຊາມ ແລະ ເຊເມັດ. (ເປັນ​ຜູ້​ສ້າງ​ເມືອງ​ໂອໂນ ແລະ ເມືອງ​ໂຣດ ພ້ອມ​ທັງ​ບ້ານ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ) ເບຣິຢາ ແລະ ເຊມາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ເຊິ່ງ​ອາໄສຢູ່​ໃນ​ເມືອງ​ໄອຢາໂລນ ແລະ ເປັນ​ຜູ້​ທີ່​ໄດ້​ຂັບໄລ່​ປະຊາຊົນ​ທີ່ຢູ່​ໃນ​ເມືອງ​ກາດ​ອອກ​ໄປ.

ພວກລູກຊາຍ​ຂອງ​ເບຣິຢາ ມີ​ດັ່ງນີ້: ອາຮີໂອ, ຊາຊັກ, ເຢເຣໂມດ, ເຊບາດີຢາ, ອາຣາດ, ເອເດ, ມີກາເອນ, ອີຊະປາ ແລະ ໂຢຮາ. ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ເບຣິຢາ.

ບັນດາ​ລູກຊາຍ​ຂອງ​ເອນປາອານ ມີດັ່ງນີ້: ເຊບາດີຢາ, ເມຊຸນລຳ, ຮີຊະກີ, ເຮເບ, ອີຊະເມຣາຍ, ອີຊະລີຢາ ແລະ ໂຢບັບ.

ພວກລູກຊາຍ​ຂອງ​ຊີເມອີ ມີ​ດັ່ງນີ້: ຢາກີມ, ຊີກະຣີ, ຊັບດີ, ເອລີເອນາຍ, ຊິນເລໄທ, ເອລີເອນ, ອາດາອີຢາ, ເບຣາອີຢາ ແລະ ຊິມຣາດ.

ບັນດາ​ລູກຊາຍ​ຂອງ​ຊາຊັກ ມີ​ດັ່ງນີ້: ອີຊະປັນ, ເອເບ, ເອລີເອນ, ອັບໂດນ, ຊີກະຣີ, ຮານານ, ຮານານີຢາ, ເອລາມ, ອັນໂທທິຢາ, ອິບເດອີຢາ ແລະ ເປນູເອນ.

ພວກລູກຊາຍ​ຂອງ​ເຢໂຣຮາມ ມີດັ່ງນີ້: ຊາມເຊໄຣ, ເຊຮາຣີຢາ, ອາທາລີຢາ, ຢາອາເຣຊີຢາ, ເອລີຢາ ແລະ ຊີກະຣີ.

ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ຫົວໜ້າ​ຄອບຄົວ ແລະ ຜູ້ນຳ​ທີ່​ບັນທຶກ​ໄວ້​ຕາມ​ລຳ​ດັບ​ຕະກຸນ ຂອງ​ພວກເຂົາ ແລະ ໄດ້​ອາໄສ​ຢູ່​ທີ່​ເຢຣູຊາເລັມ.

ເຢອີເອນ2​ເປັນ​ພໍ່3​ຂອງ​ກີເບໂອນ​ອາໄສ​ຢູ່​ທີ່​ກີເບໂອນ.

ເມຍ​ຂອງ​ລາວ​ຊື່​ວ່າ​ມາອາກາ, ແລະ ລູກຊາຍ​ກົກ​ຂອງ​ລາວ​ແມ່ນ​ອັບໂດນ ລູກຊາຍ​ຄົນ​ອື່ນໆ​ມີ​ດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ,4 ນາດາບ, ເກໂດເຣ, ອາຮີໂອ, ເຊເກ, ແລະ ມີກໂລດ​ຜູ້​ເປັນ​ພໍ່​ຂອງ​ຊີເມອາ. ພວກເຂົາ​ກໍ​ອາໄສ​ຢູ່​ໃກ້​ຍາດ​ພີ່ນ້ອງ​ທີ່​ຢູ່​ເຢຣູຊາເລັມ​ເໝືອນ​ກັນ.

ເນຣະ​ເປັນ​ພໍ່​ຂອງ​ກີເຊ ກີເຊ​ເປັນ​ພໍ່​ຂອງ​ໂຊນ ແລະ ໂຊນ​ເປັນ​ພໍ່​ຂອງ​ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ ເອຊະບາອານ.5

ລູກຊາຍ​ຂອງ​ໂຢນາທານ ມີ​ດັ່ງນີ້:

ເມຣິບບາອານ,6 ຜູ້​ເປັນ​ພໍ່​ຂອງ​ມີກາ.

ບັນດາ​ລູກຊາຍ​ຂອງ​ມີກາ ມີ​ດັ່ງນີ້:

ປີໂທນ, ເມເລັກ, ຕາເຣອາ ແລະ ອາຮາດ.

ອາຮາດ​ເປັນ​ພໍ່​ຂອງ​ເຢໂຮອາດດາ, ເຢໂຮອາດດາ​ເປັນ​ພໍ່​ຂອງ​ອາເລເມດ, ອາຊະມາເວດ ແລະ ຊິມຣີ. ຊິມຣີ​ເປັນ​ພໍ່​ຂອງ​ໂມຊາ, ໂມຊາ​ເປັນ​ພໍ່​ຂອງ​ບີເນອາ, ບີເນອາ​ເປັນ​ພໍ່​ຂອງ​ຣາພາ, ຣາພາ​ເປັນ​ພໍ່​ຂອງ​ເອເລອາສາ ແລະ ເອເລອາສາ​ເປັນ​ພໍ່​ຂອງ​ອາເຊນ.

ອາເຊນ​ມີ​ລູກຊາຍ​ຫົກ​ຄົນ ມີ​ດັ່ງນີ້:

ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ ຮານານ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອາເຊນ.

ລູກຊາຍ​ຂອງ​ເອເຊນ​ນ້ອງຊາຍ​ອາເຊນ​ມີ​ດັ່ງນີ້:

ອູລາມ​ເປັນ​ລູກຊາຍ​ກົກ ເຢອຸດ​ເປັນ​ຄົນ​ທີ​ສອງ ແລະ ເອລີເຟເລັດ​ເປັນ​ຄົນ​ທີ​ສາມ ບັນດາ​ລູກຊາຍ​ຂອງ​ອູລາມ​ເປັນ​ນັກຮົບ​ເກັ່ງ​ກ້າ ແລະ ເປັນ​ນັກຍິງທະນູ. ພວກເຂົາ​ມີ​ລູກຊາຍ ແລະ ລູກຫລານ​ທັງໝົດ​ໜຶ່ງຮ້ອຍ​ຫ້າສິບ​ຄົນ.

ພວກຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເຜົ່າ​ເບັນຢາມິນ.

Source notes (6)
  1. Footnote ຫລື ເກຣາ​ບິດາ​ຂອງ​ເອຮູດ
  2. Footnote ພາສາ​ເຮັບເຣີ​ບໍ່​ມີ​ຄຳ​ວ່າ ເຢອີເອນ ( ເບິ່ງ 9:35)
  3. Footnote ຄຳ​ວ່າ ບິດາ ອາດຈະ​ມີ​ຄວາມຫມາຍ​ວ່າ ຜູ້​ນຳ​ທາງ​ພົນລະ​ເມືອງ ຫລື ຜູ້​ນຳ​ທາງ​ທະຫານ
  4. Footnote ພາສາ​ເຮັບເຣີ​ບໍ່​ມີ​ຄຳ​ວ່າ ເນຣະ ( ເບິ່ງ 9:36)
  5. Footnote ເປັນ​ທີ່​ຮູ້​ຈັກ​ໃນ​ອີກ​ຊື່​ໜຶ່ງ​ວ່າ ອີຊະໂບເຊັດ
  6. Footnote ເປັນ​ທີ່​ຮູ້​ຈັກ​ໃນ​ອີກ​ຊື່​ໜຶ່ງ​ວ່າ ເມ​ຟີ​ໂບ​ເຊັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.