Biblica® Open Lao Contemporary Version
1 ຂ່າວຄາວ 9
ຊົນຊາດອິດສະຣາເອນທຸກຄົນມີຊື່ລາຍຢູ່ໃນບັນທຶກຕາມລຳດັບເຊື້ອສາຍ ເຊິ່ງບັນທຶກໄວ້ໃນປື້ມບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ ພວກເຂົາໄດ້ຖືກຈັບໄປເປັນຊະເລີຍທີ່ບາບີໂລນ ເພາະຄວາມບໍ່ຊື່ສັດຂອງພວກເຂົາ.
ປະຊາຊົນໃນເຢຣູຊາເລັມ
(ນມຢ 11:3-19)
ພວກທຳອິດທີ່ກັບຄືນມາຕັ້ງຖິ່ນຖານຢູ່ໃນທີ່ດິນຂອງຕົນຕາມເມືອງຕ່າງໆມີຊາວອິດສະຣາເອນ, ບັນດາປະໂລຫິດ, ພວກເລວີ ແລະ ພວກຄົນຮັບໃຊ້ໃນວິຫານ.
ປະຊາຊົນຈາກເຜົ່າຢູດາ, ເບັນຢາມິນ, ເອຟຣາອິມ ແລະ ມານາເຊໄດ້ມາອາໄສໃນເຢຣູຊາເລັມ ມີດັ່ງນີ້:
ອູໄທລູກຊາຍຂອງອາມມີຮຸດ, ອາມມີຮຸດເປັນລູກຊາຍຂອງອົມຣິ, ອົມຣິເປັນລູກຊາຍຂອງອິມຣີ, ອິມຣີເປັນລູກຊາຍຂອງບານີ, ທີ່ເປັນເຊື້ອສາຍຂອງເປເຣັດລູກຊາຍຢູດາ.
ຈາກເຊື້ອສາຍຂອງຊິໂລ ມີດັ່ງນີ້:
ອາສາອີຢາເປັນລູກຊາຍກົກ ແລະ ລູກຊາຍຄົນອື່ນໆຂອງລາວ.
ຈາກເຊື້ອສາຍເຊຣາ ມີດັ່ງນີ້:
ເຢອູເອນ.
ປະຊາຊົນຈາກຢູດາມີຈຳນວນຫົກຮ້ອຍເກົ້າສິບຄົນ.
ຈາກເຊື້ອສາຍຂອງຊາວເບັນຢາມິນ ມີດັ່ງນີ້:
ສານລູເປັນລູກຊາຍຂອງເມຊຸນລຳ, ເມຊຸນລຳເປັນລູກຊາຍຂອງໂຮດາວິຢາ, ແລະ ໂຮດາວິຢາເປັນລູກຊາຍຂອງຮັດເສນູຢາ
ອິບເນອີຢາ ເປັນລູກຊາຍຂອງເຢໂຣຮາມ,
ເອລາ ເປັນລູກຊາຍຂອງອຸດຊີ ອຸດຊີເປັນລູກຊາຍຂອງມີກະຣີ
ແລະ ເມຊຸນລຳ ເປັນລູກຊາຍຂອງເຊຟາຕີຢາ ເຊຟາຕີຢາເປັນລູກຊາຍຂອງເຣອູເອນ ເຣອູເອນເປັນລູກຊາຍຂອງອິບນີຢາ.
ປະຊາຊົນຈາກເຜົ່າເບັນຢາມິນໄດ້ມີລາຍຊື່ບັນທຶກໄວ້ຕາມລຳດັບເຊື້ອສາຍມີຈໍານວນເກົ້າຮ້ອຍຫ້າສິບຫົກຄົນ, ພວກເຂົາທັງໝົດເປັນຫົວໜ້າຄອບຄົວ.
ສ່ວນບັນດາປະໂລຫິດ ມີດັ່ງນີ້:
ເຢດາອີຢາ, ເຢໂຮຍອາຣິບ, ຢາກິນ
ແລະ ອາຊາຣີຢາເປັນລູກຊາຍຂອງຮິນກີຢາ, ຜູ້ເປັນລູກຊາຍຂອງເມຊຸນລຳ ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງເມຣາອີຢົດ, ຜູ້ເປັນລູກຊາຍຂອງອາຮີຕຸບ (ຄົນເຫລົ່ານີ້ເປັນເຈົ້າໜ້າທີ່ຮັບຜິດຊອບເບິ່ງແຍງວິຫານຂອງພຣະເຈົ້າ;
ແລະ ອາດາອີຢາເປັນລູກຊາຍຂອງເຢໂຣຮາມ, ເຢໂຣຮາມເປັນລູກຊາຍຂອງປັດຊູ, ປັດຊູເປັນລູກຊາຍຂອງມັນກີຢາ,
ແລະ ມາອາໄສເປັນລູກຊາຍຂອງອາດີເອນ, ອາດີເອນເປັນລູກຊາຍຂອງຢາຮະເຊຣາ, ຢາຮະເຊຣາເປັນລູກຊາຍຂອງເມຊຸນລຳ, ເມຊຸນລຳເປັນລູກຊາຍຂອງເມຊິນເລມິດ, ເມຊິນເລມິດເປັນລູກຊາຍຂອງອິມເມ.
ບັນດາປະໂລຫິດຜູ້ເປັນຫົວໜ້າຄອບຄົວລວມທັງໝົດມີໜຶ່ງພັນເຈັດຮ້ອຍຫົກສິບຄົນ. ພວກເຂົາເປັນຜູ້ທີ່ມີຄວາມສາມາດ, ມີໜ້າທີ່ຮັບຜິດຊອບເພື່ອຮັບໃຊ້ໃນວິຫານຂອງພຣະເຈົ້າ.
ຈາກຊາວເລວີ ມີດັ່ງນີ້:
ເຊມາອີຢາເປັນລູກຊາຍຂອງຮັດຊຸບ, ຮັດຊຸບເປັນລູກຊາຍຂອງອາຊະຣີກຳ, ອາຊະຣີກຳເປັນລູກຊາຍຂອງຮາຊາບີຢາແຫ່ງຕະກຸນເມຣາຣິ;
ບັກບັກກາ, ເຮເຣັດ, ກາລານ ແລະ ມັດຕານີຢາເປັນລູກຊາຍຂອງມີກາ, ມີກາເປັນລູກຊາຍຂອງຊີກະຣີ, ຊີກະຣີເປັນລູກຊາຍຂອງອາສັບ;
ໂອບາດີຢາເປັນລູກຊາຍຂອງເຊມາອີຢາ, ເຊມາອີຢາເປັນລູກຊາຍຂອງກາລານ, ກາລານເປັນລູກຊາຍຂອງເຢດູທູນ
ແລະ ເບເຣກີຢາ ລູກຊາຍຂອງອາສາ, ອາສາເປັນລູກຊາຍຂອງເອນການາ ຜູ້ໄດ້ອາໄສຢູ່ໃນບ້ານຕ່າງໆຂອງຊາວເນໂຕຟາ.
ຄົນເຝົ້າຍາມປະຕູວິຫານ ມີດັ່ງນີ້:
ຊໍລູມ, ອັກກຸບ, ຕານໂມນ ແລະ ອາຮີມານພ້ອມທັງພີ່ນ້ອງຊາວເລວີຂອງພວກເຂົາ, ຊໍລູມເປັນຜູ້ນຳຂອງພວກເຂົາ. ຄົນເຝົ້າຍາມປະຕູເຫລົ່ານີ້ເປັນຄົນຈາກຄ້າຍພັກຂອງຊາວເລວີ ພວກເຂົາຍັງຮັບຜິດຊອບເຝົ້າຍາມປະຕູຂອງກະສັດທາງດ້ານຕາເວັນອອກຈົນເຖິງທຸກວັນນີ້.
ຊໍລູມເປັນລູກຊາຍຂອງໂກເຣ, ໂກເຣເປັນລູກຊາຍຂອງເອບີອາສັບ, ເອບີອາສັບເປັນລູກຊາຍຂອງໂກຣາ ຊາມລູມ ແລະ ພີ່ນ້ອງເປັນຄົນເຝົ້າຍາມນໍາກັນມາຈາກຕະກຸນດຽວກັນຄື (ຕະກຸນໂກຣາ) ເປັນຜູ້ຮັບຜິດຊອບເຝົ້າຍາມຢູ່ທີ່ປະຕູຂອງຫໍເຕັນ1 ເໝືອນດັ່ງທີ່ບັນພະບຸລຸດຂອງພວກເຂົາຮັບຜິດຊອບເຝົ້າຍາມທາງເຂົ້າບ່ອນທີ່ພຣະເຈົ້າຢາເວສະຖິດຢູ່.
ໃນສະໄໝກ່ອນນັ້ນຟີເນຮາ ລູກຊາຍຂອງເອເລອາຊາເຄີຍເປັນຂ້າລາຊະການທີ່ຮັບຜິດຊອບເບິ່ງແຍງພວກຄົນເຝົ້າຍາມ ແລະ ພຣະເຈົ້າຢາເວຢູ່ນໍາລາວ
ເຊກາຣີຢາລູກຊາຍຂອງເມເຊເລມີຢາເປັນຄົນເຝົ້າຍາມທາງເຂົ້າຫໍເຕັນບ່ອນຊຸມນຸມ.
ຜູ້ທີ່ໄດ້ຖືກເລືອກໃຫ້ເປັນຄົນເຝົ້າຍາມປະຕູເຂົ້າເຊິ່ງລວມທັງໝົດມີ 212 ຄົນ ພວກເຂົາໄດ້ຖືກຈົດຊື່ເຂົ້າຕາມລໍາດັບເຊື້ອສາຍໃນບ້ານຕ່າງໆທີ່ພວກເຂົາໄດ້ອາໄສຢູ່.
ພວກຄົນເຝົ້າຍາມໄດ້ຮັບມອບໝາຍໃຫ້ຮັບຕໍາແໜ່ງຂອງພວກເຂົາດ້ວຍຄວາມໄວ້ວາງໃຈຈາກດາວິດ ແລະ ຜູ້ທຳນວາຍຊາມູເອນ. ພວກເຂົາ ແລະ ເຊື້ອສາຍໄດ້ຮັບໜ້າທີ່ເຝົ້າຍາມປະຕູຕ່າງໆຂອງວິຫານຂອງພຣະເຈົ້າຢາເວ ວິຫານເອີ້ນວ່າ ຫໍເຕັນແຫ່ງການຊຸມນຸມ. ພວກຄົນເຝົ້າຍາມປະຈຳການທີ່ປະຕູທັງສີ່ດ້ານຄືດ້ານຕາເວັນອອກ, ຕາເວັນຕົກ, ເໜືອ ແລະ ໃຕ້. ພີ່ນ້ອງຊາວເລວີຂອງພວກເຂົາຈາກບ້ານຕ່າງໆກໍໄດ້ປ່ຽນຜຽນກັນ ແລະ ໄດ້ແປ່ງໜ້າທີ່ກັນເຝົ້າເທື່ອລະເຈັດວັນ. ຫົວໜ້າເຝົ້າຍາມປະຕູສີ່ຄົນເປັນຊາວເລວີທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ຮັບຜິດຊອບຫ້ອງຕ່າງໆ ແລະ ຊັບສົມບັດຕ່າງໆໃນວິຫານຂອງພຣະເຈົ້າ. ພວກເຂົາຕ້ອງເຝົ້າຍາມປະຈຳການອ້ອມວິຫານຂອງພຣະເຈົ້າຕະຫລອດຄືນ, ເພາະພວກເຂົາຕ້ອງເຝົ້າຮັກສາວິຫານ ແລະ ພວກເຂົາມີໜ້າທີ່ເປີດປະຕູທຸກເຊົ້າ.
ພວກເຂົາບາງຄົນມີໜ້າທີ່ຮັບຜິດຊອບເບິ່ງແຍງເຄື່ອງໃຊ້ຕ່າງໆທີ່ນໍາໃຊ້ໃນການນະມັດສະການ, ພວກເຂົາຈະນັບເບິ່ງເມື່ອພວກເຂົາໄດ້ນໍາໄປ ແລະ ນຳເອົາກັບມາ. ຄົນອື່ນຖືກຮັບຜິດຊອບເບິ່ງແຍງເຄື່ອງໃຊ້ຕ່າງໆ ແລະ ເຄື່ອງໃຊ້ສັກສິດລວມທັງແປ້ງ, ເຫລົ້າອະງຸ່ນ, ນໍ້າມັນໝາກກອກ, ເຄື່ອງຫອມ ແລະ ເຄື່ອງເທດ. ແຕ່ປະໂລຫິດບາງຄົນເບິ່ງແຍງການປຸງເຄື່ອງເທດ ຊາວເລວີຄົນໜຶ່ງຊື່ວ່າ ມັດຕີທີຢາ, ລູກຊາຍກົກຂອງຊໍລູມແຫ່ງຕະກຸນໂກຣາ, ໄດ້ຮັບຜິດຊອບໜ້າທີ່ໃຫ້ເຮັດເຂົ້າຈີ່ຖວາຍບູຊາ. ພີ່ນ້ອງຕະກຸນໂກຮາດບາງຄົນມີໜ້າທີ່ຈັດຕຽມເຂົ້າຈີ່ວາງໄວ້ເທິງໂຕະທຸກວັນຊະບາໂຕ.
ບັນດານັກດົນຕີທີ່ເປັນຫົວໜ້າຄອບຄົວຕ່າງໆຂອງຊາວເລວີໄດ້ພັກທີ່ຫ້ອງໃນວິຫານ ແລະ ໄດ້ຖືກຍົກເວັ້ນຈາກໜ້າທີ່ອື່ນໆ ເພາະພວກເຂົາຕ້ອງຮັບຜິດຊອບວຽກທັງກາງເວັນ ແລະ ກາງຄືນ.
ພວກຄົນເຫລົ່ານີ້ເປັນຫົວໜ້າຄອບຄົວ ແລະ ເປັນຜູ້ນຳຕ່າງໆຂອງຊາວເລວີ ມີລາຍຊື່ບັນທຶກໄວ້ຕາມລຳດັບເຊື້ອສາຍຂອງພວກເຂົາ ແລະ ໄດ້ອາໄສໃນຢູ່ເຢຣູຊາເລັມ.
ເຊື້ອສາຍຂອງໂຊນ
(1ຂຄ 8:28-38)
ເຢອີເອນເປັນພໍ່2ຂອງກີເບໂອນອາໄສຢູ່ທີ່ກີເບໂອນ.
ເມຍຂອງລາວຊື່ວ່າມາອາກາ ແລະ ລູກຊາຍກົກຂອງລາວແມ່ນອັບໂດນ ລູກຊາຍຄົນອື່ນໆຂອງລາວມີດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ, ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະ ມີກໂລດ, ມີກໂລດເປັນພໍ່ຂອງຊີເມອາ. ພວກເຂົາກໍອາໄສຢູ່ໃກ້ຍາດພີ່ນ້ອງທີ່ຢູ່ເຢຣູຊາເລັມເໝືອນກັນ.
ເນຣະເປັນພໍ່ຂອງກີເຊ, ກີເຊເປັນພໍ່ຂອງໂຊນ ແລະ ໂຊນເປັນພໍ່ຂອງໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ ເອຊະບາອານ.3
ລູກຊາຍຂອງໂຢນາທານ ມີດັ່ງນີ້:
ເມຣິບບາອານ,4 ຜູ້ເປັນພໍ່ຂອງມີກາ.
ບັນດາລູກຊາຍຂອງມີກາ ມີດັ່ງນີ້:
ປີໂທນ, ເມເລັກ, ຕາເຣອາ ແລະ ອາຮາດ.5
ອາຮາດເປັນພໍ່ຂອງຢາດາ6, ຢາດາເປັນພໍ່ຂອງອາເລເມດ, ອາຊະມາເວດ ແລະ ຊິມຣີ, ຊິມຣີເປັນພໍ່ຂອງໂມຊາ. ໂມຊາເປັນພໍ່ຂອງບີເນອາ, ບີເນອາເປັນພໍ່ຂອງເຣຟາອີຢາ, ເຣຟາອີຢາເປັນພໍ່ຂອງເອເລອາສາ, ເອເລອາສາເປັນພໍ່ຂອງອາເຊນ.
ອາເຊນມີລູກຊາຍຫົກຄົນ ມີດັ່ງນີ້:
ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ ຮານານ. ຄົນເຫລົ່ານີ້ເປັນລູກຊາຍຂອງອາເຊນ.
Source notes (6)
- Footnote ຄື ວິຫານ ເຊັ່ນດຽວກັບຂໍ້ 23
- Footnote ຄຳວ່າ ບິດາ ອາດຈະມີຄວາມຫມາຍວ່າ ຜູ້ນຳທາງພົນລະເມືອງ ຫລື ຜູ້ນຳທາງທະຫານ
- Footnote ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າ ອີຊະໂບເຊັດ
- Footnote ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າ ເມຟີໂບເຊັດ
- Footnote ພາສາເຮັບເຣີບໍ່ມີຄຳວ່າ ແລະ ອາຮາດ ( ເບິ່ງ 8:35)
- Footnote ຫລື ຂອງຢາລາ, ຢາລາ ( ເບິ່ງ 8:36)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.