Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 10

ໂຊນ​ຂ້າ​ໂຕ​ຕາຍ

(1ຊມອ 31:1-13; 2ຊມອ 1:4-12)

ຝ່າຍ​ຊາວ​ຟີລິດສະຕິນ​ໄດ້​ສູ້ຮົບ​ກັບ​ຊາວ​ອິດສະຣາເອນ; ຊາວ​ອິດສະຣາເອນ​ໄດ້​ປົບໜີ​ໄປ ແລະ ມີ​ຫລາຍ​ຄົນ​ລົ້ມ​ຕາຍ​ຢູ່​ເທິງ​ພູເຂົາ​ກິນໂບອາ. ຊາວ​ຟີລິດສະຕິນ​ໄດ້​ໄລ່ຕາມ​ຈັບ​ໂຊນ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ ແລະ ພວກເຂົາ​ໄດ້​ຂ້າ​ລູກຊາຍ​ທັງ​ສາມ​ຄື: ໂຢນາທານ, ອາບີນາດາບ ແລະ ມັນກີຊູອາ. ການ​ສູ້ຮົບ​ອ້ອມ​ໂຊນ​ເປັນ​ໄປ​ຢ່າງ​ດຸເດືອດ, ເມື່ອ​ນັກທະນູ​ໄດ້​ຍິງ​ທະນູ​ໃສ່​ໂຊນ ເຮັດ​ໃຫ້​ໂຊນ​ບາດເຈັບ​ສາຫັດ.

ໂຊນ​ໄດ້​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ຂອງ​ຕົນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ ແລ້ວ​ແທງ​ທະລຸ​ຮ່າງ​ຂອງ​ເຮົາ ບໍ່​ດັ່ງນັ້ນ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ​ເຫລົ່ານີ້​ຈະ​ມາ​ຂ້າ​ເຮົາ ແລະ ນຳ​ຄວາມ​ອັບອາຍ​ມາ​ໃຫ້​ເຮົາ”.

ແຕ່​ຊາຍ​ທີ່​ຖື​ອາວຸດ​ນັ້ນ​ຢ້ານ ແລະ ບໍ່​ກ້າ​ເຮັດ ດັ່ງນັ້ນ​ໂຊນ​ຈຶ່ງ​ເອົາ​ດາບ​ຂອງ​ເພິ່ນ​ອອກ​ມາ ແລ້ວ​ກໍ​ຖິ້ມ​ຕົວ​ລົງ​ໃສ່​ດາບ​ຂອງ​ຕົນ ເມື່ອ​ຊາຍ​ນັ້ນ​ເຫັນ​ວ່າ​ໂຊນ​ໄດ້​ຕາຍ​ແລ້ວ ກໍ​ໃຊ້​ດາບ​ຂອງ​ຕົນ​ຂ້າ​ຕົນເອງ​ຕາຍ. ດັ່ງນັ້ນ ໂຊນ ແລະ ລູກຊາຍ​ທັງ​ສາມ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ຕາຍ​ໄປ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ​ໄດ້​ຕາຍ​ພ້ອມ​ກັນ.

ເມື່ອ​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຢູ່​ຕາມ​ຮ່ອມພູ​ເຫັນ​ວ່າ​ກອງທັບ​ກໍ​ໄດ້​ພາກັນ​ປົບໜີ​ໄປ ແລະ ເຫັນ​ວ່າ​ໂຊນ ແລະ ລູກຊາຍ​ໄດ້​ຕາຍ​ໄປ​ແລ້ວ, ພວກເຂົາ​ຈຶ່ງ​ພາກັນ​ປະຖິ້ມ​ບ້ານ​ເມືອງ​ຂອງ​ພວກເຂົາ​ໜີ​ໄປ ແລ້ວ​ຊາວ​ຟີລິດສະຕິນ​ກໍ​ໄດ້​ເຂົ້າ​ໄປ​ຢຶດ​ເອົາ.

ມື້​ຕໍ່ມາ​ເມື່ອ​ຊາວ​ຟີລິດສະຕິນ​ໄດ້​ອອກ​ມາ​ປົດ​ເອົາ​ເຄື່ອງ​ຂອງ​ທີ່​ມີ​ຄ່າ​ອອກ​ຈາກ​ສົບ, ພວກເຂົາ​ໄດ້​ພົບ​ສົບ​ຂອງ​ໂຊນ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ​ຢູ່​ເທິງ​ພູເຂົາ​ກິນໂບອາ. ພວກເຂົາ​ໄດ້​ແກ້​ເອົາ​ເຄື່ອງ​ຂອງ​ເພິ່ນ ແລະ ຕັດ​ຫົວ​ຂອງ​ເພິ່ນ ແລະ ເອົາ​ຍຸດທະພັນ​ຂອງ​ເພິ່ນ​ໄປ, ແລ້ວ​ກໍ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ທົ່ວ​ດິນແດນ​ຟີລິດສະຕິນ ເພື່ອ​ປະກາດ​ຂ່າວ​ທ່າມກາງ​ບັນດາ​ພະ​ທັງຫລາຍ ແລະ ປະຊາຊົນ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເອົາ​ຍຸດທະພັນ​ຂອງ​ໂຊນ​ໄປ​ເກັບ​ໄວ້​ໃນ​ວິຫານ​ຂອງ​ພະ​ຂອງ​ຕົນ ແລະ ຫ້ອຍ​ຫົວ​ຂອງ​ເພິ່ນ​ໄວ້​ໃນ​ວິຫານ​ຂອງ​ພະ​ດາໂກນ.

ເມື່ອ​ຊາວ​ຢາເບັດ​ກີເລອາດ​ທັງໝົດ​ໄດ້​ຍິນ​ສິ່ງ​ທີ່​ຊາວ​ຟີລິດສະຕິນ​ໄດ້​ເຮັດ​ຕໍ່​ໂຊນ, ທະຫານ​ທີ່​ເກັ່ງກ້າ​ຂອງ​ພວກເຂົາ​ກໍ​ອອກ​ໄປ​ເອົາ​ສົບ​ຂອງ​ໂຊນ ແລະ ສົບ​ຂອງ​ລູກຊາຍ​ຂອງ​ເພິ່ນ​ກັບ​ມາ​ທີ່​ຢາເບັດ. ແລ້ວ​ພວກເຂົາ​ໄດ້​ຝັງ​ກະດູກ​ຂອງ​ພວກເພິ່ນ​ໄວ້​ຢູ່​ກ້ອງ​ຕົ້ນໄມ້​ໃຫຍ່​ໃນ​ຢາເບັດ ແລະ ພວກເຂົາ​ໄດ້​ຖືສິນ​ອົດອາຫານ​ເປັນ​ເວລາ​ເຈັດ​ວັນ.

ໂຊນ​ໄດ້​ຕາຍ​ໄປ ເພາະ​ເພິ່ນ​ບໍ່​ໄດ້​ຊື່ສັດ​ຕໍ່​ພຣະເຈົ້າຢາເວ, ເພິ່ນ​ບໍ່​ໄດ້​ຮັກສາ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ ໄດ້​ໄປ​ຂໍ​ຄຳ​ປຶກສາ​ຈາກ​ວິນຍານ​ຂອງ​ຄົນ​ຕາຍ. ແລະ ບໍ່​ໄດ້​ຂໍ​ຄໍາແນະນໍາ​ຈາກ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ຂ້າ​ເພິ່ນ ແລະ ມອບ​ອານາຈັກ​ໃຫ້​ແກ່​ດາວິດ​ລູກຊາຍ​ຂອງ​ເຢຊີ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.