Skip to content
BibleKenya

Biblica® Open Lao Contemporary Version

2 ໂກຣິນໂທ 13

ຄຳເຕືອນ​ສຸດທ້າຍ

ນີ້​ຄົງ​ຈະ​ເປັນ​ເທື່ອ​ທີສາມ​ທີ່​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ. “ທຸກ​ຄະດີ​ຈະ​ຕ້ອງ​ມີ​ພະຍານ​ຢືນຢັນ​ສອງ ຫລື ສາມ​ປາກ”.1 ເຮົາ​ໄດ້​ໃຫ້​ຄຳເຕືອນ​ພວກເຈົ້າ​ໄວ້​ແລ້ວ​ເມື່ອ​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ເທື່ອ​ທີ​ສອງ. ບັດນີ້ ເຮົາ​ຂໍ​ຢ້ຳ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ວ່າ: ເມື່ອ​ເຮົາ​ກັບມາ ເຮົາ​ຈະ​ບໍ່​ລະເວັ້ນ​ບັນດາ​ຜູ້​ທີ່​ໄດ້​ເຮັດບາບ​ກ່ອນ​ໜ້າ​ນີ້ ຫລື ຄົນ​ອື່ນໆ​ໃດ​ອີກ, ເມື່ອ​ພວກເຈົ້າ​ຮຽກຮ້ອງ​ໃຫ້​ພິສູດ​ວ່າ​ພຣະຄຣິດເຈົ້າ​ກຳລັງ​ກ່າວ​ຜ່ານ​ທາງ​ເຮົາ. ພຣະອົງ​ບໍ່​ໄດ້​ອ່ອນແອ​ໃນ​ຄວາມສຳພັນ​ກັບ​ພວກເຈົ້າ ແຕ່​ເຕັມ​ດ້ວຍ​ລິດອຳນາດ​ຢູ່​ທ່າມກາງ​ພວກເຈົ້າ. ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.

ຈົ່ງ​ພິຈາລະນາ​ຕົນ​ເອງ​ເພື່ອ​ເບິ່ງ​ວ່າ​ພວກເຈົ້າ​ຢູ່​ໃນ​ຄວາມເຊື່ອ ຫລື ບໍ່; ຈົ່ງ​ທົດສອບ​ຕົນ​ເອງ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພຣະເຢຊູຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ແນ່ນອນ​ເວັ້ນໄວ້​ແຕ່​ວ່າ​ພວກເຈົ້າ​ບໍ່​ຜ່ານ​ການທົດສອບ​ນັ້ນ? ແລະ ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈະ​ພົບ​ວ່າ​ພວກເຮົາ​ຜ່ານ​ການທົດສອບ​ນັ້ນ. ບັດນີ້ ພວກເຮົາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ພວກເຈົ້າ​ຈະ​ບໍ່​ເຮັດຜິດ​ອັນໃດ ບໍ່​ແມ່ນ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຮົາ​ໄດ້​ຜ່ານ​ການທົດສອບ ແຕ່​ເພື່ອ​ພວກເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງແມ່ນ​ເບິ່ງ​ຄື​ວ່າ​ພວກເຮົາ​ບໍ່​ຜ່ານ​ການທົດສອບ ເພາະ​ພວກເຮົາ​ບໍ່​ອາດ​ເຮັດ​ສິ່ງໃດ​ທີ່​ຂັດ​ກັບ​ຄວາມຈິງ​ໄດ້ ແຕ່​ເຮັດ​ເພື່ອ​ຄວາມຈິງ​ເທົ່ານັ້ນ. ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່. ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.

ຄຳ​ລົງທ້າຍ

ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນຊົມຍິນດີ! ຈົ່ງ​ສູ້ຊົນ​ເພື່ອ​ການຟື້ນຟູ​ຢ່າງ​ເຕັມທີ່, ຈົ່ງ​ໜູນໃຈ​ກັນ, ຈົ່ງ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ, ຈົ່ງ​ຢູ່​ຢ່າງ​ສະຫງົບ. ແລ້ວ​ພຣະເຈົ້າ​ແຫ່ງ​ຄວາມ​ຮັກ ແລະ ສັນຕິສຸກ​ຈະ​ຢູ່​ກັບ​ພວກເຈົ້າ.

ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.

ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.

ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມ​ຮັກ​ຂອງ​ພຣະເຈົ້າ ແລະ ຄວາມ​ສາມັກຄີທຳ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.

Source notes (1)
  1. Footnote ພບຍ 19:15

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.