Skip to content
BibleKenya

Biblica® Open Lao Contemporary Version

ຄາລາເຕຍ 1

ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,

ແລະ ພີ່ນ້ອງ​ທຸກຄົນ​ທີ່​ຢູ່​ກັບ​ເຮົາ,

ເຖິງ​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ຄາລາເຕຍ:

ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ, ພຣະອົງ​ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄວາມບາບ​ທັງຫລາຍ​ຂອງ​ພວກເຮົາ ເພື່ອ​ຊ່ວຍ​ຊີວິດ​ພວກເຮົາ​ຈາກ​ຍຸກ​ປັດຈຸບັນ​ອັນ​ຊົ່ວຮ້າຍ​ນີ້, ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.

ບໍ່​ມີ​ຂ່າວປະເສີດ​ອື່ນ

ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ ເຊິ່ງ​ບໍ່ແມ່ນ​ຂ່າວປະເສີດ​ເລີຍ. ເຫັນ​ໄດ້​ຊັດເຈນ​ວ່າ​ບາງຄົນ​ກຳລັງ​ໂຍນ​ພວກເຈົ້າ​ເຂົ້າສູ່​ຄວາມສັບສົນ ແລະ ພະຍາຍາມ​ບິດເບືອນ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ແຕ່​ຖ້າຫາກ​ວ່າ​ພວກເຮົາ ຫລື ເທວະດາ​ຈາກ​ສະຫວັນ​ຈະ​ປະກາດ​ຂ່າວປະເສີດ​ອື່ນ ເຊິ່ງ​ແຕກຕ່າງ​ໄປ​ຈາກ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ! ດັ່ງ​ທີ່​ພວກເຮົາ​ໄດ້​ກ່າວ​ໄວ້​ແລ້ວ, ດັ່ງນັ້ນ ບັດນີ້​ເຮົາ​ຂໍ​ກ່າວ​ອີກ​ວ່າ: ຖ້າ​ຜູ້ໃດ​ກໍ​ຕາມ​ປະກາດ​ຂ່າວປະເສີດ​ອື່ນ​ໃຫ້​ແກ່​ພວກເຈົ້າ​ນອກເໜືອ​ຈາກ​ສິ່ງ​ທີ່​ພວກເຈົ້າ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ!

ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດ​ໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດ​ໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.

ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ໂປໂລ

ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ, ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ນັ້ນ​ແມ່ນ​ບໍ່​ໄດ້​ມາ​ຈາກ​ມະນຸດ. ເຮົາ​ບໍ່​ໄດ້ຮັບ​ຂ່າວປະເສີດ​ນີ້​ມາ​ຈາກ​ມະນຸດ​ຄົນໃດ ຫລື ເຮົາ​ບໍ່​ໄດ້​ຮັບ​ການສິດສອນ​ຂ່າວປະເສີດ​ນີ້, ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ໂດຍ​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ.

ເພາະວ່າ​ພວກເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ເຖິງ​ວິຖີຊີວິດ​ຂອງ​ເຮົາ​ທີ່​ຜ່ານມາ​ໃນ​ສາສະໜາຢິວ, ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮຸນແຮງ ແລະ ພະຍາຍາມ​ຈະ​ທຳລາຍ​ຄຣິສຕະຈັກ. ເມື່ອ​ເຮົາ​ຢູ່​ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ. ແຕ່​ເມື່ອ​ພຣະເຈົ້າ ຜູ້​ແຍກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ ເອີ້ນ​ເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ, ພຣະອົງ​ພໍໃຈ ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ. ເຮົາ​ບໍ່​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ບັນດາ​ຄົນ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ, ແຕ່​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ປະເທດ​ອາຣາເບຍ. ຫລັງຈາກ​ນັ້ນ​ເຮົາ​ຈຶ່ງ​ໄດ້​ກັບຄືນ​ມາ​ເມືອງ​ດາມັສກັດ.

ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ1 ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ. ເຮົາ​ບໍ່​ໄດ້​ເຫັນ​ອັກຄະສາວົກ​ຄົນ​ອື່ນ​ເລີຍ ນອກຈາກ​ຢາໂກໂບ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ. ເຮົາ​ຂໍ​ຢືນຢັນ​ຕໍ່​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ວ່າ​ສິ່ງ​ທີ່​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ຕົວະ.

ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ຍັງ​ຊີເຣຍ ແລະ ກີລີເກຍ. ຄຣິສຕະຈັກ​ຕ່າງໆ​ໃນ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ບໍ່​ໄດ້​ຮູ້​ຈັກ​ເຮົາ​ເປັນການສ່ວນຕົວ. ພວກເຂົາ​ພຽງແຕ່​ໄດ້​ຍິນ​ລາຍງານ​ວ່າ: “ຜູ້ຊາຍ​ທີ່​ໃນ​ເມື່ອ​ກ່ອນ​ເຄີຍ​ຂົ່ມເຫັງ​ພວກເຮົາ​ນັ້ນ ດຽວນີ້​ກຳລັງ​ປະກາດ​ຄວາມເຊື່ອ ເຊິ່ງ​ຄັ້ງໜຶ່ງ​ລາວ​ເຄີຍ​ພະຍາຍາມ​ທີ່​ຈະ​ທຳລາຍ”. ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ກໍ​ເພາະ​ເຮົາ.

Source notes (1)
  1. Footnote ນັ້ນ​ແມ່ນ​ເປໂຕ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.