Biblica® Open Lao Contemporary Version
2 ໂກຣິນໂທ 12
ນິມິດຂອງໂປໂລ ແລະ ສ້ຽນໜາມຂອງເພິ່ນ
ເຮົາຕ້ອງອວດຕໍ່ໄປ. ເຖິງແມ່ນວ່າຈະບໍ່ເກີດປະໂຫຍດອັນໃດກໍຕາມ, ເຮົາກໍຈະສືບຕໍ່ເລົ່ານິມິດ ແລະ ການເປີດເຜີຍຕ່າງໆຈາກອົງພຣະຜູ້ເປັນເຈົ້າ. ເຮົາຮູ້ຈັກຊາຍຄົນໜຶ່ງໃນພຣະຄຣິດເຈົ້າ ເຊິ່ງສິບສີ່ປີຜ່ານມາໄດ້ຖືກຮັບຂຶ້ນໄປຍັງສະຫວັນຊັ້ນທີສາມ. ຈະໄປທັງກາຍ ຫລື ນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນຮູ້. ແລະ ເຮົາຮູ້ວ່າຊາຍຜູ້ນີ້ຖືກຮັບຂຶ້ນໄປ ຈະໄປທັງກາຍ ຫລື ນອກກາຍເຮົາບໍ່ຮູ້, ແຕ່ພຣະເຈົ້າຮູ້ວ່າຊາຍຜູ້ນີ້ ຖືກຮັບຂຶ້ນໄປເຖິງເມືອງສຸກຂະເສີມ ແລະ ໄດ້ຍິນສິ່ງຕ່າງໆທີ່ບໍ່ສາມາດບັນຍາຍໄດ້, ເປັນສິ່ງທີ່ບໍ່ອະນຸຍາດໃຫ້ຄົນໃດເປີດເຜີຍ. ເຮົາຈະອວດເຖິງຊາຍຢ່າງນີ້ແຫລະ, ແຕ່ເຮົາຈະບໍ່ອວດກ່ຽວກັບເຮົາເອງ, ນອກຈາກເລື່ອງຄວາມອ່ອນແອທັງຫລາຍຂອງເຮົາ. ແມ່ນແຕ່ຖ້າເຮົາຄວນເລືອກທີ່ຈະອວດ, ເຮົາກໍຈະບໍ່ເປັນຄົນໂງ່ ເພາະເຮົາຈະເວົ້າຄວາມຈິງ. ແຕ່ເຮົາອົດກັ້ນໄວ້ເພື່ອຈະບໍ່ມີຜູ້ໃດຄິດຫລາຍເກີນກວ່າທີ່ເຮົາໄດ້ຮັບປະກັນໂດຍສິ່ງທີ່ເຮົາເຮັດ ຫລື ເວົ້າ, ຫລື ເນື່ອງຈາກການເປີດເຜີຍອັນຍິ່ງໃຫຍ່ລ້ຳເລີດເຫລົ່ານີ້, ເຫດສະນັ້ນເພື່ອຮັກສາເຮົາຈາກການກາຍເປັນຜູ້ອວດດີ, ເຮົາຈຶ່ງຖືກເຮັດໃຫ້ມີສ້ຽນໜາມໃນເນື້ອກາຍຂອງເຮົາ ເປັນບໍລິວານຂອງຊາຕານເພື່ອທໍລະມານເຮົາ. ເຮົາໄດ້ອ້ອນວອນຂໍອົງພຣະຜູ້ເປັນເຈົ້າສາມເທື່ອແລ້ວ ເພື່ອໃຫ້ເອົາສ້ຽນໜາມນີ້ອອກໄປຈາກເຮົາ. ແຕ່ພຣະອົງກ່າວກັບເຮົາວ່າ, “ພຣະຄຸນຂອງເຮົາກໍພຽງພໍແລ້ວສຳລັບເຈົ້າ, ເພາະວ່າລິດອຳນາດຂອງເຮົາຈະໄດ້ປາກົດໃນຄວາມອ່ອນແອຢ່າງເຕັມທີ່”. ເຫດສະນັ້ນ ເຮົາຈຶ່ງຈະອວດຄວາມອ່ອນແອທັງໝົດຂອງເຮົາດ້ວຍຄວາມຍິນດີ, ເພື່ອລິດອຳນາດຂອງພຣະຄຣິດເຈົ້າຈະໄດ້ຢູ່ກັບເຮົາ. ດ້ວຍເຫດນີ້ແຫລະ ເພື່ອເຫັນແກ່ພຣະຄຣິດເຈົ້າເຮົາຈຶ່ງຍິນດີໃນບັນດາຄວາມອ່ອນແອ, ໃນການໝິ່ນປະໝາດ, ໃນຄວາມຍາກລຳບາກ, ໃນການກົດຂີ່ຂົ່ມເຫັງ, ໃນຄວາມຫຍຸ້ງຍາກ. ເພາະວ່າເມື່ອເຮົາອ່ອນແອ ແລ້ວເຮົາກໍເຂັ້ມແຂງ.
ໂປໂລຫ່ວງໃຍພີ່ນ້ອງຊາວໂກຣິນໂທ
ເຮົາໄດ້ເຮັດໃຫ້ຕົນເອງເປັນຄົນໂງ່ແລ້ວ, ແຕ່ພວກເຈົ້າກໍເປັນຜູ້ກົດດັນໃຫ້ເຮົາເປັນຢ່າງນີ້. ພວກເຈົ້າທັງຫລາຍສົມຄວນຈະຍົກຍ້ອງເຮົາ ເພາະເຖິງແມ່ນວ່າເຮົາຈະບໍ່ມີສິ່ງໃດດີເດັ່ນ ແຕ່ເຮົາກໍບໍ່ໄດ້ຕໍ່າຕ້ອຍໄປກວ່າ “ບັນດາອັກຄະສາວົກຊັ້ນສູງ”.1 ເຮົາໄດ້ພະຍາຍາມເຮັດໃນສິ່ງທີ່ບົ່ງບອກເຖິງເຄື່ອງໝາຍຂອງຄວາມເປັນອັກຄະສາວົກທີ່ແທ້ຈິງໃນທ່າມກາງພວກເຈົ້າ, ໃນການລວມເອົາບັນດາໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ. ພວກເຈົ້າຕໍ່າຕ້ອຍກວ່າຄຣິສຕະຈັກອື່ນໆໃນຂໍ້ໃດແດ່? ຍົກເວັ້ນທີ່ເຮົາບໍ່ເຄີຍເປັນພາລະໃຫ້ແກ່ພວກເຈົ້າ ຂໍໃຫ້ອະໄພແກ່ເຮົາໃນຄວາມຜິດຂໍ້ນີ້!
ບັດນີ້ ເຮົາພ້ອມແລ້ວທີ່ຈະມາຢ້ຽມຢາມພວກເຈົ້າເປັນເທື່ອທີສາມ ແລະ ເຮົາຈະບໍ່ເປັນພາລະແກ່ພວກເຈົ້າ, ເພາະວ່າສິ່ງທີ່ເຮົາຕ້ອງການບໍ່ແມ່ນຊັບສິນຂອງພວກເຈົ້າ ແຕ່ແມ່ນພວກເຈົ້າ. ເຖິງຢ່າງໃດກໍຕາມ ລູກບໍ່ສົມຄວນທີ່ຈະທ້ອນໂຮມຊັບສິນໄວ້ໃຫ້ພໍ່ແມ່ຂອງຕົນ? ແຕ່ແມ່ນພໍ່ແມ່ທີ່ທ້ອນໂຮມຊັບສິນໄວ້ໃຫ້ລູກຂອງຕົນ. ດັ່ງນັ້ນ ເຮົາກໍຍິນດີຫລາຍທີ່ຈະໃຊ້ທຸກສິ່ງທີ່ເຮົາມີ ແລະ ທຸ້ມເທເຮົາເອງເພື່ອພວກເຈົ້າດ້ວຍ. ຖ້າເຮົາຮັກພວກເຈົ້າຫລາຍຂຶ້ນ ພວກເຈົ້າຈະຮັກເຮົາໜ້ອຍລົງບໍ? ເໝືອນດັ່ງທີ່ເປັນມາ ເຮົາບໍ່ເຄີຍເປັນພາລະໃຫ້ແກ່ພວກເຈົ້າ. ແຕ່ຄົນເລ່ລ່ຽມຢ່າງທີ່ເຮົາເປັນຢູ່ ເຮົາໄດ້ດັກຈັບພວກເຈົ້າໂດຍກົນອຸບາຍ! ເຮົາໄດ້ເອົາປຽບພວກເຈົ້າຜ່ານທາງຄົນໃດທີ່ເຮົາໄດ້ສົ່ງມາຫາພວກເຈົ້າບໍ? ເຮົາຈຶ່ງຂໍຮ້ອງໃຫ້ຕີໂຕມາຫາພວກເຈົ້າ ແລະ ເຮົາກໍໄດ້ສົ່ງພີ່ນ້ອງຄົນໜຶ່ງມາກັບເພິ່ນດ້ວຍ. ຕີໂຕບໍ່ໄດ້ເອົາປຽບພວກເຈົ້າແມ່ນບໍ? ພວກເຮົາບໍ່ໄດ້ເດີນຕາມບາດກ້າວດຽວກັນໂດຍພຣະວິນຍານອົງດຽວກັນບໍ?
ພວກເຈົ້າຄິດມາຕະຫລອດວ່າພວກເຮົາກຳລັງປົກປ້ອງພວກເຮົາເອງຕໍ່ພວກເຈົ້າແມ່ນບໍ? ພວກເຮົາເວົ້າໃນສາຍຕາຂອງພຣະເຈົ້າຢ່າງຄົນທີ່ຢູ່ໃນພຣະຄຣິດເຈົ້າ, ເພື່ອນທີ່ຮັກ, ທຸກສິ່ງທີ່ພວກເຮົາເຮັດກໍເຮັດເພື່ອເສີມກຳລັງຂອງພວກເຈົ້າ. ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ. ເຮົາຢ້ານວ່າເມື່ອເຮົາມາອີກ ພຣະເຈົ້າຂອງເຮົາຈະເຮັດໃຫ້ເຮົາຖ່ອມລົງຕໍ່ໜ້າພວກເຈົ້າ ແລະ ເຮົາຈະໂສກເສົ້າເພາະຫລາຍຄົນທີ່ໄດ້ເຮັດບາບມາກ່ອນແລ້ວ ແລະ ຍັງບໍ່ຍອມກັບໃຈປະຖິ້ມຄວາມເປື້ອນເປິ, ຄວາມບາບທາງເພດ ແລະ ຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດຢູ່.
Source notes (1)
- Footnote ຫລື ບັນດາອັກຄະສາວົກທີ່ມີຊື່ສຽງທີ່ສຸດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.