Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 31

ເມື່ອ​ຈົບ​ພິທີ​ສະຫລອງ​ແລ້ວ ຊາວ​ອິດສະຣາເອນ​ຜູ້​ທີ່​ຢູ່​ທີ່​ນັ້ນ​ກໍ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກເຂົາ​ໄດ້​ທຸບ​ທຳລາຍ​ຫີນ​ສັກສິດ ແລະ ໄດ້​ຕັດ​ເສົາໄມ້​ເຈົ້າແມ່​ອາເຊຣາ​ລົງ. ພວກເຂົາ​ໄດ້​ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ແລະ ທຳລາຍ​ແທ່ນບູຊາ​ຕ່າງໆ​ທົ່ວ​ຢູດາຍ, ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ ມານາເຊ. ຫລັງຈາກ​ພວກເຂົາ​ໄດ້​ທຳລາຍ​ຈົນ​ໝົດ​ແລ້ວ, ຊາວ​ອິດສະຣາເອນ​ທັງໝົດ​ກໍ​ກັບ​ຄືນ​ເມືອ​ເມືອງ ແລະ ດິນແດນ​ຂອງ​ຕົນ.

ການ​ຖວາຍ​ເພື່ອ​ການ​ນະມັດສະການ

(2ກສ 18:5-7)

ເຮເຊກີຢາ​ໄດ້​ມອບໝາຍ​ໃຫ້​ບັນດາ​ປະໂລຫິດ ແລະ ຊາວເລວີ​ຈັດ​ໜ້າທີ່​ຮັບຜິດຊອບ​ຂອງ​ພວກເຂົາ​ແຕ່ລະ​ຄົນ​ໃນ​ຖານະ​ເປັນ​ປະໂລຫິດ ຫລື ຊາວເລວີ ເພື່ອ​ຖວາຍ​ເຄື່ອງເຜົາ​ບູຊາ, ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ການ​ບົວລະບັດ​ຮັບໃຊ້, ການ​ໂມທະນາ​ຂອບພຣະຄຸນ ແລະ ຮ້ອງ​ເພງ​ສັນລະເສີນ​ຢູ່​ທີ່​ປະຕູ​ຕ່າງໆ​ຂອງ​ບ່ອນ​ຢູ່​ຂອງ​ພຣະເຈົ້າຢາເວ. ກະສັດ​ມີ​ສ່ວນ​ມອບ​ຊັບສິນ​ສ່ວນ​ຕົວ​ຂອງ​ຕົນ​ເພື່ອ​ຈັດຫາ​ເຄື່ອງເຜົາ​ບູຊາ​ປະຈຳ​ວັນ​ໃນ​ຕອນເຊົ້າ ແລະ ໃນ​ຕອນແລງ ແລະ ຈັດຫາ​ເຄື່ອງເຜົາ​ບູຊາ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ເດືອນ​ຂຶ້ນ​ໃໝ່ ແລະ ໃນ​ເທດສະການ​ຕ່າງໆ​ຕາມ​ທີ່​ກໍານົດ​ໄວ້​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ສັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ນຳ​ເອົາ​ສ່ວນ​ທີ່​ບັນດາ​ປະໂລຫິດ ແລະ ຊາວເລວີ​ຄວນ​ໄດ້​ຮັບ​ມາ​ໃຫ້​ພວກເຂົາ ເພື່ອ​ວ່າ​ປະໂລຫິດ ແລະ ຄົນ​ເລວີ​ຈະ​ອຸທິດ​ຕົນ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ. ພໍ​ແຕ່​ຄໍາສັ່ງ​ໄດ້​ປະກາດ​ອອກ​ໄປ, ຊາວອິດສະຣາເອນ​ທີ່​ມີ​ໃຈ​ກວ້າງຂວາງ​ກໍ​ໄດ້​ເອົາ​ນຳ​ຜົນທຳອິດ​ຂອງ​ເມັດພືດ, ເຫລົ້າອະງຸ່ນ, ນໍ້າມັນ​ໝາກກອກ, ນໍ້າເຜິ້ງ ແລະ ພືດຜົນ​ທຸກ​ຊະນິດ​ຂອງ​ພວກເຂົາ​ທີ່​ຢູ່​ໃນ​ທົ່ງນາ​ມາ​ຖວາຍ. ພວກເຂົາ​ໄດ້​ນຳ​ເອົາ​ເງິນ​ເປັນ​ຈໍານວນ​ຫລວງຫລາຍ, ໜຶ່ງ​ສ່ວນ​ສິບ​ຈາກ​ຊັບສິນ​ທຸກ​ຢ່າງ​ທີ່​ພວກເຂົາ​ມີ​ມາ​ຖວາຍ. ປະຊາຊົນ​ອິດສະຣາເອນ ແລະ ຢູດາຍ​ຜູ້​ທີ່​ອາໄສ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ຍັງ​ນຳ​ເອົາ​ໜຶ່ງ​ສ່ວນ​ສິບ​ຈາກ​ຝູງ​ງົວ ແລະ ຝູງແກະ​ຂອງ​ຕົນ​ມາ​ຖວາຍ ແລະ ໜຶ່ງ​ສ່ວນ​ສິບ​ຂອງ​ສິ່ງ​ບໍລິສຸດ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ແລ້ວ​ພວກເຂົາ​ກໍ​ເອົາ​ມາ​ລວມ​ກັນ​ໄວ້​ເປັນ​ກອງ. ພວກເຂົາ​ເລີ່ມ​ນຳ​ເຂົ້າ​ມາ​ໃນ​ເດືອນ​ທີ​ສາມ​ຈົນ​ຄົບຖ້ວນ​ໃນ​ເດືອນ​ທີ​ເຈັດ. ເມື່ອ​ກະສັດ​ເຮເຊກີຢາ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ມາ​ເຫັນ​ກອງ​ເຄື່ອງ​ຖວາຍ​ເຫລົ່ານີ້ ກໍ​ສັນລະເສີນ​ພຣະເຈົ້າຢາເວ ແລ້ວ​ກໍ​ອວຍພອນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.

ເຮເຊກີຢາ​ໄດ້​ຖາມ​ບັນດາ​ປະໂລຫິດ ແລະ ຊາວເລວີ​ກ່ຽວກັບ​ກອງ​ເຄື່ອງ​ຖວາຍ​ເຫລົ່ານັ້ນ; ແລະ ອາຊາຣີຢາ​ຫົວໜ້າ​ປະໂລຫິດ​ທີ່​ມາ​ຈາກ​ເຊື້ອສາຍ​ຂອງ​ຊາດົກ​ໄດ້​ຕອບ​ວ່າ, “ຕັ້ງແຕ່​ປະຊາຊົນ​ເລີ່ມ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ, ພວກເຮົາ​ກໍ​ມີ​ອາຫານ​ກິນ​ຈົນ​ອີ່ມ ແລະ ຍັງ​ເຫລືອ​ຈຳນວນ​ຫລວງຫລາຍ​ຂະໜາດ​ນີ້, ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ”.

ເຮເຊກີຢາ​ໄດ້​ສັ່ງ​ໃຫ້​ຈັດ​ຕຽມ​ຄັງ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ພວກເຂົາ​ກໍ​ໄດ້​ເຮັດ​ຕາມ​ນັ້ນ. ແລ້ວ​ພວກເຂົາ​ໄດ້​ນຳ​ເອົາ​ເຄື່ອງຖວາຍ​ຕ່າງໆ, ໜຶ່ງ​ສ່ວນ​ສິບ ແລະ ຂອງຂັວນ​ເຂົ້າ​ມາ​ເກັບ​ໄວ້​ຢູ່​ທີ່​ນັ້ນ​ຢ່າງ​ສັດຊື່. ໂກນານີຢາ​ຊາວ​ເລວີ ເປັນ​ຫົວໜ້າ​ຮັບຜິດຊອບ​ສິ່ງຂອງ​ເຫລົ່ານີ້ ແລະ ນ້ອງຊາຍ​ຂອງ​ລາວ​ຄື ຊີເມອີ​ຢູ່​ໃນ​ຕໍາແໜ່ງ​ເປັນ​ຮອງ. ເຢອູເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະ ເບນາອີຢາ​ເປັນ​ຜູ້​ຊ່ວຍ​ຂອງ​ໂກນານີຢາ ແລະ ຊີເມອີ​ນ້ອງຊາຍ​ຂອງ​ລາວ. ຄົນ​ທັງໝົດ​ເຫລົ່ານີ້​ໄດ້​ຮັບໃຊ້​ໂດຍ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ເຮເຊກີຢາ ແລະ ອາຊາຣີຢາ​ໃຫ້​ເປັນ​ເຈົ້າໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ວິຫານ​ຂອງ​ພຣະເຈົ້າ.

ມີ​ໂກເຣ​ລູກຊາຍ​ຂອງ​ອີມນາ​ເປັນ​ຊາວເລວີ, ເຊິ່ງ​ເປັນ​ຄົນ​ເຝົ້າ​ຍາມ​ປະຕູ​ທາງ​ດ້ານ​ຕາເວັນ​ອອກ, ລາວ​ມີ​ໜ້າທີ່​ຮັບຜິດຊອບ​ເຄື່ອງຖວາຍ​ດ້ວຍ​ຄວາມ​ສະມັກໃຈ​ທີ່​ແກ່​ພຣະເຈົ້າ, ມີ​ໜ້າທີ່​ແຈກຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ ເຄື່ອງຖວາຍ​ທີ່​ບໍລິສຸດ​ດ້ວຍ. ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະ ເຊການີຢາ​ເປັນ​ຜູ້ຊ່ວຍ​ຂອງ​ລາວ​ຢ່າງ​ສັດຊື່​ໃນ​ເມືອງ​ຕ່າງໆ​ຂອງ​ບັນດາ​ປະໂລຫິດ, ໂດຍ​ເຮັດ​ໜ້າທີ່​ແຈກ​ຢາຍ​ເຄື່ອງຖວາຍ​ແກ່​ພີ່ນ້ອງ​ທີ່​ເປັນ​ປະໂລຫິດ​ຢ່າງ​ເທົ່າທຽມ​ກັນ​ບໍ່​ວ່າ​ພວກເຂົາ​ຈະ​ເປັນ​ຄົນໜຸ່ມ ຫລື ເປັນ​ຜູ້​ອາວຸໂສ​ກໍ​ຕາມ.

ນອກຈາກ​ນີ້, ພວກເຂົາ​ຍັງ​ໄດ້​ແຈກຢາຍ​ໃຫ້​ກັບ​ຜູ້ຊາຍ​ທີ່​ມີ​ອາຍຸ​ສາມ​ປີ​ຂຶ້ນ​ໄປ ຫລື ມີ​ຊື່​ຢູ່​ໃນ​ບັນທຶກ​ລຳດັບ​ວົງ​ຕະກຸນ​ຄື​ທຸກຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ປະຕິບັດ​ໜ້າທີ່​ປະຈຳ​ວັນ​ຂອງ​ພວກເຂົາ, ຕາມ​ໜ້າທີ່​ຮັບຜິດຊອບ ແລະ ຕາມ​ໝວດ​ຂອງ​ພວກເຂົາ​ທີ່​ໄດ້​ຈັດຕັ້ງ​ໄວ້. ແລະ ພວກເຂົາ​ໄດ​ແຈກ​ຢາຍ​ໃຫ້​ແກ່​ບັນດາ​ປະໂລຫິດ​ທີ່​ມີ​ຊື່​ບັນທຶກ​ຕາມ​ຄອບຄົວ​ໃນ​ວົງ​ຕະກຸນ​ຂອງ​ພວກເຂົາ ແລະ ແຈກຢາຍ​ໃຫ້​ແກ່​ຊາວເລວີ​ຜູ້​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ, ຕາມ​ໜ້າທີ່​ຮັບຜິດຊອບ ແລະ ຕາມ​ໝວດ​ຂອງ​ພວກເຂົາ​ທີ່​ໄດ້​ຈັດຕັ້ງໄວ້​ເໝືອນ​ກັນ. ລວມທັງ​ລູກນ້ອຍ, ເມຍ, ລູກຊາຍ ແລະ ລູກສາວ​ໃນ​ຊຸມຊົນ​ທັງໝົດ​ທີ່​ມີ​ລາຍ​ຊື່​ບັນທຶກ​ຕາມ​ລຳດັບ​ວົງ​ຕະກຸນ​ເຫລົ່ານີ້ ເພາະ​ພວກເຂົາ​ສັດຊື່​ໃນ​ການ​ຊຳລະ​ຕົນ​ໃຫ້​ບໍລິສຸດ.

ສຳລັບ​ບັນດາ​ປະໂລຫິດ, ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ອາໂຣນ, ຜູ້​ທີ່​ອາໄສ​ຢູ່​ໃນ​ພື້ນ​ທີ່​ປູກຝັງ​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຂົາ ຫລື ຢູ່​ຕາມ​ເມືອງ​ອື່ນໆ, ຈະ​ມີ​ຄົນ​ຮັບຜິດຊອບ​ແຈກຢາຍ​ສ່ວນ​ແບ່ງ​ໃຫ້​ແກ່​ຜູ້ຊາຍ​ທຸກຄົນ​ໃນ​ພວກເຂົາ ແລະ ຊາວເລວີ​ທັງໝົດ​ທີ່​ມີ​ລາຍ​ຊື່​ບັນທຶກ​ລຳດັບ​ວົງ​ຕະກຸນ​ຂອງ​ຊາວເລວີ.

ເຮເສກີຢາ​ໄດ້​ເຮັດ​ແບບ​ນີ້​ທົ່ວ​ຢູດາຍ, ເຊິ່ງ​ເປັນ​ການ​ເຮັດ​ສິ່ງ​ທີ່​ດີ ແລະ ຖືກຕ້ອງ ແລະ ສັດຊື່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ. ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ເພື່ອ​ການຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ, ແລະ ໃນ​ການ​ເຊື່ອຟັງ​ກົດບັນຍັດ ແລະ ໃນ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງ​ພຣະອົງ, ເພິ່ນ​ສະແຫວງ​ຫາ​ພຣະເຈົ້າ​ຂອງ​ເພິ່ນ ແລະ ເຮັດ​ວຽກງານ​ຢ່າງ​ສຸດໃຈ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.