Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 32

ເຊັນນາເກຣິບ​ຂົ່ມຂູ່​ເຢຣູຊາເລັມ

(2ກສ 18:17-35; 19:35-37; ອຊຢ 36:2-20; 37:36-38)

ຫລັງຈາກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ຢ່າງ​ສັດຊື່​ແລ້ວ, ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ກໍ​ໄດ້​ມາ​ຮຸກຮານ​ຢູດາຍ. ເພິ່ນ​ໄດ້​ປິດລ້ອມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມປ້ອງ​ໄວ້, ເພິ່ນ​ຄິດ​ຈະ​ຕີ​ເອົາ​ມາ​ເປັນ​ເມືອງ​ຂຶ້ນ​ຂອງ​ຕົນ. ເມື່ອ​ເຮເຊກີຢາ​ເຫັນ​ວ່າ ເຊັນນາເກຣິບ​ໄດ້​ມາ ແລະ ຕັ້ງໃຈ​ຈະ​ສູ້ຮົບ​ກັບ​ເຢຣູຊາເລັມ, ເພິ່ນ​ກໍ​ໄດ້​ປຶກສາ​ກັບ​ບັນດາ​ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່​ທະຫານ​ກ່ຽວກັບ​ການ​ປິດ​ນ້ຳ​ຈາກ​ບໍ່ນໍ້າ​ຕ່າງໆ​ທາງ​ນອກ​ເມືອງ ແລະ ພວກເຂົາ​ກໍ​ໄດ້​ຊ່ວຍ​ເພິ່ນ. ພວກເຂົາ​ຈຶ່ງ​ນຳ​ເອົາ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ເພື່ອ​ຕັນ​ບໍ່ນໍ້າ​ທັງໝົດ ແລະ ປິດ​ແມ່ນ້ຳ​ທີ່​ໄຫລ​ຜ່ານ​ທົ່ວ​ດິນແດນ. ພວກເຂົາ​ໄດ້​ເວົ້າ​ວ່າ “ເປັນຫຍັງ​ບັນດາ​ກະສັດ1​ແຫ່ງ​ອັດຊີເຣຍ​ໄດ້​ມາ ແລະ ຊອກຫາ​ບໍນ້ຳ​ທີ່​ອຸດົມສົມບູນ​ເຮັດ​ຫຍັງ?” ແລ້ວ​ເພິ່ນ​ໄດ້​ເຮັດວຽກ​ໜັກ​ເພື່ອ​ຮີບ​ສ້ອມແປງ​ກຳແພງ​ເມືອງ​ທັງໝົດ​ສ່ວນ​ທີ່​ມັນ​ເປ້ເພ ແລະ ສ້າງ​ຫໍຄອຍ​ຕາມ​ເທິງ​ກຳແພງ. ເພິ່ນ​ໄດ້​ກໍ່​ກຳແພງ​ດ້ານ​ນອກ​ອີກ​ຊັ້ນ​ໜຶ່ງ ແລະ ເຮັດ​ເພິ່ມ​ລະບຽງ​ຕື່ມ​ອີກ2​ໃນ​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ເຮັດ​ຫອກ ແລະ ໂລ່​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ​ດ້ວຍ.

ລາວ​ໄດ້​ແຕ່ງຕັ້ງ​ນາຍ​ທະຫານ​ເບິ່ງແຍງ​ປະຊາຊົນ ແລະ ໃຫ້​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ຕໍ່ໜ້າ​ລາວ​ທີ່​ສີ່​ແຍກ​ທີ່​ປະຕູ​ເມືອງ. ແລະ ໄດ້​ກ່າວ​ໃຫ້​ກຳລັງ​ໃຈ​ພວກເຂົາ​ດ້ວຍ​ຖ້ອຍຄໍາ​ດັ່ງນີ້: “ຈົ່ງ​ເຂັ້ມແຂງ ແລະ ກ້າຫານ. ຢ່າ​ສູ່​ຢ້ານ ຫລື ທໍ້ຖອຍໃຈ ຍ້ອນ​ກະສັດ​ແຫ່ງ​ອັດຊີເຣຍ ແລະ ກອງທັບ​ໃຫ່ຍ​ທີ່​ມາ​ກັບ​ລາວ, ເພາະ​ມີ​ພະລັງ​ອຳນາດ​ໜຶ່ງ​ຍິ່ງໃຫຍ່​ກວ່າ​ພວກເຮົາ ແລະ ກວ່າ​ລາວ. ລາວ​ມີ​ພຽງແຕ່​ອຳນາດ​ຂອງ​ມະນຸດ​ເທົ່ານັ້ນ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ຊ່ວຍ​ພວກເຮົາ ແລະ ຕໍ່ສູ້​ເພື່ອ​ພວກເຮົາ”. ສິ່ງ​ທີ່​ເຮເຊກີຢາ​ແຫ່ງ​ຢູດາຍ​ກ່າວ​ນັ້ນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມໝັ້ນ​ໃຈ​ຫລາຍຂຶ້ນ.

ຕໍ່ມາ, ເມື່ອ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ແລະ ກອງທັບ​ຂອງ​ລາວ​ກໍາລັງ​ປິດລ້ອມ​ເມືອງ​ລາກິດ​ໄວ້, ເພິ່ນ​ໄດ້​ສົ່ງ​ເຈົ້າໜ້າທີ່​ມາ​ທີ່​ເຢຣູຊາເລັມ​ພ້ອມທັງ​ຂໍ້ຄວາມ​ນີ້​ມາ​ຫາ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ ແລະ ມາ​ຫາ​ປະຊາຊົນ​ຢູດາຍ​ທັງທົດ​ທີ່​ຢູ່​ທີ່​ນັ້ນ​ດັ່ງນີ້:

“ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ກ່າວ​ດັ່ງນີ້​ວ່າ: ແມ່ນ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ໝັ້ນໃຈ, ພວກເຈົ້າ​ຈຶ່ງ​ຍັງ​ຢູ່​ໃນ​ເຢຣູຊາເລັມ​ພາຍໃຕ້​ການປິດ​ລ້ອມ​ນີ້? ເມື່ອ​ເຮເຊກີຢາ​ໄດ້​ກ່າວ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ພວກເຮົາ​ພົ້ນ​ຈາກ​ມື​ກະສັດ​ແຫ່ງ​ອັດຊີເຣຍ,’ ເພິ່ນ​ກໍາລັງ​ຫລອກລວງ​ພວກເຈົ້າ, ເພື່ອ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ຕາຍ​ດ້ວຍ​ຄວາມ​ອຶດ​ເຂົ້າ ແລະ ຫິວ​ນໍ້າ. ເຮເຊກີຢາ​ເອງ​ບໍ່​ໄດ້​ທໍາລາຍ​ສະຖານທີ່​ບູຊາ​ທີ່​ສູງ ແລະ ແທ່ນບູຊາ​ຂອງ​ພະ​ຕ່າງໆ​ໂດຍ​ກ່າວ​ກັບ​ຢູດາຍ ແລະ ເຢຣູຊາເລັມ​ວ່າ, ‘ພວກເຈົ້າ​ຈະ​ຕ້ອງ​ນະມັດສະການ​ຕໍ່ໜ້າ​ແທ່ນບູຊາ ແລະ ເຜົາ​ເຄື່ອງບູຊາ​ຢູ່​ເທິງ​ແທ່ນບູຊາ​ບ່ອນດຽວ​ເທົ່ານັ້ນ’?

“ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຮົາ ແລະ ບັນພະບຸລຸດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ແກ່​ປະຊາຊົນ​ທັງໝົດ​ໃນ​ດິນແດນ​ອື່ນໆ? ບັນດາ​ພະ​ຂອງ​ຊົນຊາດ​ເຫລົ່ານັ້ນ​ສາມາດ​ກອບກູ້​ດິນແດນ​ຂອງ​ຕົນ​ຈາກ​ມື​ເຮົາ​ໄດ້​ບໍ? ພະ​ທັງໝົດ​ຂອງ​ຊົນຊາດ​ເຫລົ່ານີ້​ອົງ​ໃດ​ທີ່​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ທຳລາຍ​ໄປ​ທີ່​ສາມາດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນຈາກ​ກຳມື​ຂອງ​ເຮົາ​ໄດ້? ແລ້ວ​ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ເຮົາ​ໄດ້​ຢ່າງໃດ? ບັດນີ້ ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ​ພວກເຈົ້າ ຫລື ນຳ​ພາ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ​ເຊັ່ນນີ້​ເລີຍ. ຢ່າ​ສູ່​ໄປ​ເຊື່ອ​ລາວ, ເພາະ​ບໍ່​ມີ​ພະເຈົ້າ​ຂອງ​ຊົນຊາດ​ໃດ ຫລື ອານາຈັກ​ໃດໆ​ສາມາດ​ກອບກູ້​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ ຫລື ຈາກ​ບັນພະບຸລຸດ​ຂອງ​ເຮົາ​ໄດ້. ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ​ກໍ​ເປັນ​ໄປ​ບໍ່​ໄດ້!”

ເຈົ້າໜ້າທີ່​ຂອງ​ເຊັນນາເກຣິບ​ກ່າວ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ ແລະ ຕໍ່ສູ້​ກະສັດ​ເຮເຊກີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ. ກະສັດ​ຍັງ​ໄດ້​ຂຽນ​ຈົດໝາຍ​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອິດສະຣາເອນ, ແລະ ກ່າວ​ຕໍ່ສູ້​ພຣະອົງ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ບັນດາ​ພະ​ຂອງ​ປະຊາຊົນ​ທັງໝົດ​ໃນ​ດິນແດນ​ອື່ນໆ​ບໍ່​ໄດ້​ຊ່ວຍ​ກອບກູ້​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ມື​ເຮົາ​ໄດ້, ພຣະເຈົ້າ​ຂອງ​ເຮເຊກີຢາ​ກໍ​ຈະ​ບໍ່​ຊ່ວຍ​ກອບກູ້​ປະຊາຊົນ​ຂອງ​ລາວ​ຈາກ​ມື​ຂອງ​ເຮົາ​ໄດ້​ເຊັ່ນດຽວ​ກັນ”. ຈາກ​ນັ້ນ ພວກເຂົາ​ຮ້ອງ​ຂຶ້ນ​ເປັນ​ພາສາ​ເຮັບເຣີ​ໃສ່​ປະຊາຊົນ​ຊາວ​ເຢຣູຊາເລັມ​ທີ່​ຢູ່​ເທິງ​ກຳແພງ​ເມືອງ, ເພື່ອ​ເຮັດ​ໃຫ້​ພວກເຂົາ​ເສຍ​ກໍາລັງ​ໃຈ ແລະ ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເພື່ອ​ຈະ​ໄດ້​ຢຶດ​ເມືອງ. ພວກເຂົາ​ໄດ້​ເວົ້າ​ໃຫ້​ພຣະເຈົ້າ​ຂອງ​ຊາວ​ເຢຣູຊາເລັມ​ເປັນ​ເໝືອນ​ກັບ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ​ໃນ​ໂລກ​ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ມະນຸດ.

ກະສັດ​ເຮເຊກີຢາ ແລະ ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ຮ້ອງ​ຂຶ້ນ​ເປັນ​ຄໍາອະທິຖານ​ສູ່​ຟ້າສະຫວັນ​ກ່ຽວກັບ​ເລື່ອງ​ນີ້. ແລະ ພຣະເຈົ້າຢາເວ​ໄດ້​ສົ່ງ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຂ້າ​ທະຫານ, ພວກ​ຜູ້ບັນຊາການ ແລະ ພວກ​ເຈົ້າໜ້າທີ່​ທັງໝົດ​ໃນ​ຄ້າຍ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ​ຈົນ​ໝົດ. ສະນັ້ນ ເຊັນນາເກຣິບ​ຈຶ່ງ​ຖອຍ​ທັບ​ໄປ​ກັບ​ທີ່​ດິນແດນ​ຂອງ​ເພິ່ນ​ໄປ​ດ້ວຍ​ຄວາມອັບອາຍ. ແລະ ເມື່ອ​ເພິ່ນ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ເທບພະເຈົ້າ​ຂອງ​ເພິ່ນ, ລູກຊາຍ​ບາງຄົນ​ຂອງ​ເພິ່ນ, ເຊິ່ງ​ເປັນ​ລູກຊາຍ​ແທ້​ຂອງ​ເພິ່ນ​ໄດ້​ຂ້າ​ເພິ່ນ​ດ້ວຍ​ດາບ.

ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຊ່ວຍ​ກອບກູ້​ເອົາ​ເຮເຊກີຢາ ແລະ ຊາວ​ເຢຣູຊາເລັມ​ຈາກ​ມື​ຂອງ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ ແລະ ຈາກ​ບັນດາ​ສັດຕູ​ອື່ນໆ. ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ3​ທຸກໆ​ດ້ານ. ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ນຳ​ເຄື່ອງຖວາຍ​ມາ​ທີ່​ເຢຣູຊາເລັມ ເພື່ອ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ ໄດ້​ນຳ​ເອົາ​ຂອງຂັວນ​ອັນ​ມີ​ຄ່າ​ມາ​ໃຫ້​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ. ນັບ​ຕັ້ງແຕ່​ນັ້ນ​ມາ ເພິ່ນ​ກໍ​ໄດ້​ຮັບ​ຄວາມ​ນັບຖື​ເປັນ​ຢ່າງສູງ​ຈາກ​ຊົນຊາດ​ທັງໝົດ.

ຄວາມ​ຈອງຫອງ, ຄວາມ​ສຳເລັດ ແລະ ການ​ຕາຍ​ຂອງ​ເຮເຊກີຢາ

(2ກສ 20:1-21; ອຊຢ 37:21-38; 38:1-8)

ໃນ​ເວລາ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ໜັກ ແລະ ຈົນ​ເພິ່ນ​ເກືອບ​ຕາຍ. ເພິ່ນ​ຈຶ່ງ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ, ພຣະອົງ​ໄດ້​ຕອບ ແລະ ໃຫ້​ໝາຍສຳຄັນ​ແກ່​ເພິ່ນ. ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ ແລະ ເພິ່ນ​ບໍ່​ໄດ້​ສຳນຶກ​ໃນ​ຄວາມ​ເມດຕາ​ຂອງ​ພຣະອົງ​ທີ່​ໄດ້​ສໍາແດງ​ແກ່​ເພິ່ນ; ເຫດສະນັ້ນ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ ແລະ ຢູດາຍ ແລະ ເຢຣູຊາເລັມ. ແລ້ວ​ເຮເຊກີຢາ ແລະ ຊາວ​ເຢຣູຊາເລັມ​ກໍ​ໄດ້​ກັບໃຈ​ຈາກ​ຄວາມ​ຈອງຫອງ​ຂອງ​ຕົນ; ເຫດສະນັ້ນ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ບໍ່​ໄດ້​ຕົກ​ໃສ່​ພວກເຂົາ​ໃນ​ຊ່ວງ​ສະໄໝ​ຂອງ​ເຮເຊກີຢາ.

ເຮເຊກີຢາ​ໄດ້​ຮັ່ງມີ​ຂຶ້ນ​ຫລາຍ ແລະ ມີ​ກຽດ​ຫລາຍ, ເພິ່ນ​ໄດ້​ສ້າງ​ຄັງ​ຕ່າງໆ ເພື່ອ​ເກັບ​ເງິນ, ຄໍາ, ຫີນ​ອັນ​ງົດງາມ​ຕ່າງໆ, ເຄື່ອງເທດ, ໂລ່ ແລະ ສິ່ງຂອງ​ທີ່​ມີ​ຄ່າ​ອື່ນໆ. ເພິ່ນ​ຍັງ​ໄດ້​ສ້າງ​ຄັງ​ເພື່ອ​ເກັບ​ເຂົ້າ, ເຫລົ້າອະງຸ່ນ​ໃໝ່, ນໍ້າມັນ​ໝາກກອກ ແລະ ເພິ່ນ​ໄດ້​ສ້າງ​ຄອກ​ຕ່າງໆ​ສຳລັບ​ງົວ​ປະເພດ​ຕ່າງ ແລະ ຄອກແກະ. ເພິ່ນ​ໄດ້​ສ້າງ​ໝູ່ບ້ານ​ຫລາຍ​ແຫ່ງ ແລະ ມີ​ຝູງແບ້, ຝູງແກະ ແລະ ຝູງ​ງົວ​ເປັນ​ຈໍານວນ​ຫລວງຫລາຍ. ເພາະ​ພຣະເຈົ້າ​ໄດ້​ໃຫ້​ຄວາມ​ຮັ່ງມີ​ອັນ​ຫລວງຫລາຍ​ໃຫ້​ແກ່​ເພິ່ນ.

ກະສັດ​ເຮເຊກີຢາ​ແມ່ນ​ເປັນ​ຜູ້​ທີ່​ອັດ​ນໍ້າ​ທີ່​ໄຫລ​ໄປ​ສູ່​ບໍ່ນໍ້າ​ກີໂຮນ​ດ້ານເທິງ ແລະ ທາງ​ລະບາຍ​ນ້ຳ​ໄຫລ​ມາ​ສູ່​ທາງ​ດ້ານ​ຕາເວັນ​ຕົກ​ຂອງ​ເມືອງ​ຂອງ​ດາວິດ. ເພິ່ນ​ໄດ້​ປະສົບ​ຜົນ​ສໍາເລັດ​ໃນ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ. ແຕ່​ເມື່ອ​ບັນດາ​ຜູ້ປົກຄອງ​ຂອງ​ບາບີໂລນ​ໄດ້​ສົ່ງ​ຄະນະ​ທູດ​ມາ​ຖາມ​ກ່ຽວກັບ​ໝາຍສຳຄັນ​ທີ່​ເກີດ​ຂຶ້ນ​ໃນ​ດິນແດນ​ຂອງ​ເພິ່ນ, ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ພວກເພິ່ນ​ທົດສອບ​ເຮເຊກີຢາ ແລະ ເພື່ອ​ຢາກຮູ້​ທຸກສິ່ງ​ທີ່​ຢູ່​ໃນ​ຈິດໃຈ​ຂອງ​ເພິ່ນ.

ເຫດການ​ອື່ນໆ​ກ່ຽວກັບ​ການ​ປົກຄອງ​ຂອງ​ເຮເຊກີຢາ ແລະ ການ​ກະທໍາ​ທີ່​ເປັນ​ການ​ອຸທິດຕົນ​ຂອງ​ເພິ່ນ​ເພື່ອ​ພຣະເຈົ້າ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ນິມິດ​ຂອງ​ຜູ້ທໍານວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ ອິດສະຣາເອນ. ເຮເຊກີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ເທິງ​ເນີນພູ​ທີ່​ເປັນ​ບ່ອນທີ່​ອຸບມຸງ​ຂອງ​ເຊື້ອສາຍ​ດາວິດ​ຕັ້ງ​ຢູ່. ປະຊາຊົນ​ຢູດາຍ ແລະ ເຢຣູຊາເລັມ​ທັງໝົດ​ໄດ້​ໃຫ້​ກຽດ​ເພິ່ນ​ເມື່ອ​ເພິ່ນ​ໄດ້​ຕາຍໄປ. ແລ້ວ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

Source notes (3)
  1. Footnote ສະບັບ ເຊັບຕູອາຈິນ ວ່າ ເປັນຫຍັງ​ຈະ​ໃຫ້​ກະສັດ
  2. Footnote ຫລື ມິນໂລ
  3. Footnote ສະບັບ ເຊັບຕູອາຈິນ. ວ່າ​ໃຫ້​ພວກເຂົາ​ຢຸດ​ພັກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.