Biblica® Open Lao Contemporary Version
2 ຂ່າວຄາວ 30
ເຮເສກີຢາສະຫລອງປັດສະຄາ
ເຮເສກີຢາໄດ້ແຈ້ງໄປທົ່ວແດນອິດສະຣາເອນ ແລະ ຢູດາຍທັງໝົດ ແລະ ຍັງໄດ້ຂຽນຈົດໝາຍໄປຫາເຜົ່າເອຟຣາອິມ ແລະ ມານາເຊ, ເພື່ອເຊີນພວກເຂົາໃຫ້ມາທີ່ວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມ ແລະ ສະຫລອງປັດສະຄາຖວາຍແກ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ. ກະສັດເຮເຊກີຢາ ແລະ ບັນດາຂ້າລາຊະການ ແລະ ປະຊາຊົນທັງໝົດໃນເຢຣູຊາເລັມໄດ້ຕົກລົງກັນສະຫລອງປັດສະຄາໃນເດືອນທີສອງ. ພວກເຂົາບໍ່ສາມາດສະຫລອງປັດສະຄາຕາມເວລາເດີມໄດ້ ເພາະປະໂລຫິດທີ່ຊຳລະຕົນແລ້ວມີບໍ່ພຽງພໍ ແລະ ປະຊາຊົນກໍຍັງບໍ່ໄດ້ມາຊຸມນຸມກັນໃນເຢຣູຊາເລັມ. ແຜນການນີ້ເບິ່ງເໝືອນວ່າເປັນທີ່ພໍໃຈຕໍ່ທັງກະສັດ ແລະ ປະຊາຊົນ. ພວກເຂົາຈຶ່ງຕົກລົງກັນສົ່ງການປະກາດໄປທົ່ວອິດສະຣາເອນ, ຕັ້ງແຕ່ເມືອງເບເອນເຊບາຈົນຮອດເມືອງດານ, ເພື່ອເຊີນຊວນປະຊາຊົນໃຫ້ມາທີ່ເຢຣູຊາເລັມ ແລະ ສະຫລອງປັດສະຄາຖວາຍແກ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ. ອີງຕາມສິ່ງທີ່ໄດ້ບັນທຶກໄວ້ແລ້ວບໍ່ເຄີຍມີຄົນເປັນຈໍານວນຫລວງຫລາຍມາສະຫລອງແບບນີ້ມາກ່ອນ.
ຜູ້ສົ່ງຂ່າວກໍໄດ້ອອກໄປທົ່ວອິດສະຣາເອນ ແລະ ຢູດາຍພ້ອມທັງມີຈົດໝາຍຈາກກະສັດ ແລະ ບັນດາຂ້າລາຊະການຂອງເພິ່ນ, ຕາມຄຳສັ່ງຂອງກະສັດວ່າດັ່ງນີ້:
“ປະຊາຊົນອິດສະຣາເອນ, ຈົ່ງກັບຄືນມາຫາພຣະເຈົ້າຢາເວ, ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ເພື່ອພຣະອົງຈະກັບຄືນມາຫາພວກທ່ານທີ່ເຫລືອຢູ່, ແລ້ວພວກທ່ານຈະໄດ້ໃຫ້ລອດພົ້ນຈາກມືຂອງບັນດາກະສັດແຫ່ງອັດຊີເຣຍ. ຢ່າເປັນເໝືອນກັບບັນພະບຸລຸດ ແລະ ພີ່ນ້ອງອິດສະຣາເອນຂອງທ່ານເລີຍ, ຜູ້ທີ່ບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ, ດັ່ງນັ້ນ ພຣະອົງຈຶ່ງເຮັດໃຫ້ພວກເຂົາເປັນທີ່ໜ້າລັງກຽດດັ່ງທີ່ພວກທ່ານເຫັນຢູ່. ຢ່າດື້ດ້ານເໝືອນດັ່ງບັນພະບຸລຸດຂອງພວກທ່ານ; ຈົ່ງຍອມຈຳນົນຕໍ່ພຣະເຈົ້າຢາເວ. ຈົ່ງມາທີ່ສະຖານນະມັດສະການຂອງພຣະອົງ, ເຊິ່ງພຣະອົງໄດ້ຊຳລະໃຫ້ບໍລິສຸດຕະຫລອດໄປ, ຈົ່ງບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ, ເພື່ອວ່າຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງຈະຫັນໜີຈາກພວກທ່ານໄປ. ຖ້າພວກທ່ານກັບຄືນມາຫາພຣະເຈົ້າຢາເວ, ແລ້ວພີ່ນ້ອງອິດສະຣາເອນ ແລະ ລູກຫລານຂອງພວກທ່ານຈະໄດ້ຮັບຄວາມເມດຕາຈາກພວກຜູ້ທີ່ໄດ້ຈັບພວກເຂົາໄປເປັນຊະເລີຍ ແລະ ພວກເຂົາຈະໄດ້ກັບຄືນມາທີ່ດິນແດນນີ້ອີກ, ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານມີພຣະຄຸນ ແລະ ມີໃຈເມດຕາກະລຸນາ. ພຣະອົງຈະບໍ່ຫັນໜ້າໜີຈາກພວກທ່ານ ຖ້າພວກທ່ານກັບຄືນມາຫາພຣະອົງ”.
ຜູ້ສົ່ງຂ່າວໄດ້ເດີນທາງໄປຕັ້ງແຕ່ເມືອງໜຶ່ງໄປຫາອີກເມືອງໃນດິນແດນຂອງເຜົ່າເອຟຣາອິມ ແລະ ມານາເຊ, ແລະ ໄກອອກໄປຈົນເຖິງເຜົ່າເຊບູໂລນ, ແຕ່ປະຊາຊົນໄດ້ເວົ້າດູໝິ່ນ ແລະ ເຢາະເຢີ້ຍພວກເຂົາ. ເຖິງຢ່າງໃດກໍຕາມ, ມີບາງຄົນຈາກເຜົ່າອາເຊ, ມານາເຊ ແລະ ເຊບູໂລນໄດ້ຖ່ອມໃຈລົງ ແລະ ໄດ້ມາທີ່ເຢຣູຊາເລັມ. ມືຂອງພຣະເຈົ້າກໍຢູ່ເໜືອປະຊາຊົນໃນຢູດາຍເຮັດໃຫ້ພວກເຂົາເປັນນໍ້າໜຶ່ງໃຈດຽວກັນເພື່ອປະຕິບັດຕາມຄຳສັ່ງຂອງກະສັດ ແລະ ບັນດາຂ້າລາຊະການຂອງເພິ່ນໄດ້ສັ່ງໂດຍເຮັດຕາມຖ້ອຍຄຳຂອງພຣະເຈົ້າຢາເວ.
ປະຊາຊົນຈຳນວນຫລວງຫລາຍກໍໄດ້ມາເຕົ້າໂຮມກັນຢູ່ທີ່ເຢຣູຊາເລັມໃນເດືອນທີສອງ ເພື່ອສະຫລອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. ພວກເຂົາໄດ້ມ້າງແທ່ນບູຊາໃນເຢຣູຊາເລັມ ແລະ ກວາດລ້າງແທ່ນເຜົາເຄື່ອງຫອມຕ່າງໆອອກໄປ ແລະ ນຳໄປຖິ້ມໃນຮ່ອມພູກິດໂຣນ.
ໃນວັນທີສິບສີ່ເດືອນທີສອງ ພວກເຂົາໄດ້ຂ້າລູກແກະສຳລັບຖວາຍບູຊາໃນປັດສະຄາ. ບັນດາປະໂລຫິດ ແລະ ຊາວເລວີຮູ້ສຶກລະອາຍໃຈ ແລະ ຈຶ່ງຊຳລະຕົນເອງໃຫ້ບໍລິສຸດ ແລ້ວພວກເຂົານຳເຄື່ອງເຜົາບູຊາມາທີ່ວິຫານຂອງພຣະເຈົ້າຢາເວ. ຫລັງຈາກນັ້ນ ພວກເຂົາກໍໄດ້ເຂົ້າປະຈຳໜ້າທີ່ຂອງຕົນຕາມທີ່ກໍານົດໄວ້ໃນຢູ່ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ. ຊາວເລວີໄດ້ນໍາເອົາເລືອດມາໃຫ້ບັນດາປະໂລຫິດຊິດໃສ່ແທ່ນບູຊາ. ເນື່ອງຈາກມີປະຊາຊົນຫລວງຫລາຍທີ່ບໍ່ໄດ້ຊຳລະຕົນເອງ, ຊາວເລວີຈຶ່ງຕ້ອງຂ້າລູກແກະປັດສະຄາສໍາລັບທຸກຄົນທີ່ເປັນມົນທິນຕາມລະບຽບພິທີ ແລະ ເພື່ອຄົນທີ່ບໍ່ສາມາດເອົາລູກແກະມາຂ້າຊໍາລະຕົນຖວາຍແກ່ພຣະເຈົ້າຢາເວໄດ້. ເຖິງແມ່ນວ່າປະຊາຊົນສ່ວນຫລາຍມາຈາກເຜົ່າເອຟຣາອິມ, ມານາເຊ, ອິດຊາຄາ ແລະ ເຊບູໂລນບໍ່ໄດ້ຊຳລະຕົນເອງກໍຕາມ, ພວກເຂົາກໍກິນປັດສະຄາໄດ້ ເຊິ່ງເປັນການຂັດແຍ້ງກັບກົດບັນຍັດ ແຕ່ເຮເຊກີຢາກໍໄດ້ພາວັນນາອະທິຖານເພື່ອພວກເຂົາວ່າ, “ຂໍພຣະເຈົ້າຢາເວ, ຜູ້ປະເສີດ, ຂໍໂຜດຍົກໂທດໃຫ້ແກ່ທຸກຄົນ ຜູ້ທີ່ຕັ້ງໃຈຈະສະແຫວງຫາພຣະເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ເຖິງແມ່ນວ່າຕາມກົດຂອງສະຖານນະມັດສະການແລ້ວພວກເຂົາຍັງເປັນມົນທິນຢູ່ກໍຕາມ”. ແລ້ວພຣະເຈົ້າຢາເວໄດ້ຟັງອະທິຖານຂອງເຮເຊກີຢາ ແລະ ໄດ້ຮັກສາປະຊາຊົນເຫລົ່ານັ້ນ.
ຊາວອິດສະຣາເອນທີ່ຢູ່ໃນເຢຣູຊາເລັມຈຶ່ງໄດ້ສະຫລອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງດ້ວຍຄວາມຊົມຊື່ນຍິນດີເປັນເວລາເຈັດວັນ, ຝ່າຍຊາວເລວີ ແລະ ບັນດາປະໂລຫິດກໍຮ້ອງເພງຖວາຍພຣະເຈົ້າຢາເວທຸກມື້ ປະສານກັບສຽງເຄື່ອງດົນຕີທີ່ໃຊ້ສັນລະເສີນພຣະເຈົ້າຢາເວ.
ເຮເສກີຢາໄດ້ກ່າວໃຫ້ກຳລັງໃຈຊາວເລວີທັງໝົດ, ຜູ້ທີ່ໄດ້ຮັບໃຊ້ພຣະເຈົ້າຢາເວຢ່າງດີ ພວກເຂົາໄດ້ກິນອາຫານຕາມສ່ວນທີ່ໄດ້ແບ່ງໄວ້ໃຫ້ພວກເຂົາ ແລະ ໄດ້ຖວາຍເຄື່ອງບູຊາແຫ່ງມິດຕະພາບ ແລະ ສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາເປັນເວລາເຈັດວັນ.
ແລ້ວປະຊາຊົນທັງໝົດກໍໄດ້ຕົກລົງກັນສະຫລອງເທດສະການຕໍ່ໄປອີກເປັນເວລາເຈັດວັນ; ຈຶ່ງມີການສະຫລອງຕໍ່ໄປອີກເປັນເວລາເຈັດວັນດ້ວຍຄວາມຊົມຊື່ນຍິນດີ. ກະສັດເຮເຊກີຢາແຫ່ງຢູດາຍໄດ້ມອບງົວເຖິກໜຶ່ງພັນໂຕ ແລະ ລູກແກະ ແລະ ແບ້ເຈັດພັນໂຕແກ່ໃຫ້ປະຊາຊົນ ແລະ ບັນດາເຈົ້າໜ້າທີ່ກໍໄດ້ເອົາງົວເຖິກໜຶ່ງພັນໂຕ ແລະ ແກະເຖິກສິບພັນໂຕໃຫ້ພວກເຂົາ. ມີບັນດາປະໂລຫິດເປັນຈຳນວນຫລາຍໄດ້ຊຳລະຕົນໃຫ້ບໍລິສຸດ. ປະຊາຊົນຢູດາຍທັງໝົດກໍພາກັນຊື່ນຊົມຍິນດີພ້ອມທັງບັນດາປະໂລຫິດ ຊາວເລວີ ແລະ ທຸກຄົນທີ່ມາເຕົ້າໂຮມກັນໃນອິດສະຣາເອນດ້ວຍ, ລວມທັງຄົນຕ່າງດ້າວທີ່ມາຈາກອິດສະຣາເອນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນຢູດາຍດ້ວຍ. ມີຄວາມຊື່ນຊົມຍິນດີຢ່າງໃຫຍ່ໃນເຢຣູຊາເລັມ ເພາະບໍ່ເຄີຍມີການສະຫລອງຢ່າງນີ້ເລີຍຕັ້ງແຕ່ສະໄໝຂອງໂຊໂລໂມນລູກຊາຍກະສັດດາວິດແຫ່ງອິດສະຣາເອນ. ບັນດາປະໂລຫິດ ແລະ ຊາວເລວີໄດ້ຢືນຂຶ້ນອວຍພອນປະຊາຊົນ ແລະ ພຣະເຈົ້າໄດ້ຟັງສຽງຂອງພວກເຂົາ, ເພາະຄຳອະທິຖານຂອງພວກເຂົາຂຶ້ນໄປເຖິງຟ້າສະຫວັນ, ເຊິ່ງເປັນບ່ອນຢູ່ອັນບໍລິສຸດຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.