Biblica® Open Lao Contemporary Version
2 ຂ່າວຄາວ 28
ກະສັດອາຮາດແຫ່ງຢູດາ
(2ກສ 16:1-20)
ອາຮາດມີອາຍຸຊາວປີ ເມື່ອເພິ່ນຂຶ້ນເປັນກະສັດ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສິບຫົກປີ. ອາຮາດບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນເໝືອນດາວິດຜູ້ເປັນບັນພະບຸລຸດຂອງເພິ່ນທີ່ເຄີຍເຮັດ. ແຕ່ເພິ່ນໄດ້ເຮັດຕາມວິຖີທາງຂອງບັນດາກະສັດແຫ່ງອິດສະຣາເອນ ແລະ ເພິ່ນຍັງໄດ້ສ້າງຮູບເຄົາລົບຕ່າງໆເພື່ອກາບໄຫວ້ພະບາອານ. ອາຮາດເຜົາເຄື່ອງບູຊາຢູ່ໃນຮ່ອມພູເບນຮິນໂນມ ແລະ ເອົາລູກຂອງເພິ່ນເອງມາເຜົາເປັນເຄື່ອງບູຊາ, ເພິ່ນມີສ່ວນຮ່ວມກັບການປະຕິບັດສິ່ງທີ່ໜ້າລັງກຽດຂອງຊົນຊາດຕ່າງໆທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າຊາວອິດສະຣາເອນ. ອາຮາດໄດ້ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຕາມສະຖານບູຊາເທິງທີ່ສູງທັງຫລາຍ, ເທິງໂນນພູຕ່າງໆ ແລະ ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ.
ເຫດສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຈຶ່ງໄດ້ມອບເພິ່ນໄວ້ໃນມືຂອງກະສັດແຫ່ງອາຣາມ. ຊາວອາຣາມໄດ້ເອົາຊະນະເພິ່ນ ແລະ ຈັບເອົາປະຊາຊົນເປັນຈຳນວນຫລວງຫລາຍໄປເປັນນັກໂທດ ແລະ ນໍາເອົາພວກເຂົາໄປທີ່ດາມັສກັດ.
ພຣະເຈົ້າຍັງໄດ້ມອບອາຮາດໄວ້ໃນມືຂອງກະສັດແຫ່ງອິດສະຣາເອນດ້ວຍ, ເຊິ່ງເຮັດໃຫ້ເພິ່ນຕ້ອງສູນເສຍທະຫານຈຳນວນຫລວງຫລາຍ. ໃນມື້ດຽວກັນນັ້ນ ເປກາລູກຊາຍຂອງເຣມາລີຢາໄດ້ຂ້າທະຫານໜຶ່ງແສນຊາວພັນຄົນຢູ່ໃນຢູດາຍ ເພາະປະຊາຊົນຢູດາໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ. ຊີກະຣີທີ່ເປັນນັກຮົບຊາວເອຟຣາອິມ, ລາວໄດ້ຂ້າມາອາເສອີຢາລູກຊາຍຂອງກະສັດອາຮາດ, ອາຊະຣີກຳເປັນເຈົ້າໜ້າທີ່ຮັບຜິດຊອບວັງ ແລະ ເອນການາເປັນຜູ້ຮອງຕໍ່ຈາກກະສັດ. ທະຫານອິດສະຣາເອນໄດ້ຈັບພີ່ນ້ອງຊາວອິດສະຣາເອນຂອງຕົນທີ່ມາຈາກຢູດາຍເປັນຈໍານວນສອງແສນຄົນ ມີບັນດາເມຍ, ບັນດາລູກຊາຍ ແລະ ບັນດາລູກສາວຂອງພວກເຂົາໄປເປັນຊະເລີຍ. ພວກເຂົາຍັງໄດ້ຢຶດເຄື່ອງຂອງເປັນຈຳນວນຫລວງຫລາຍກັບໄປທີ່ຊາມາເຣຍ.
ແຕ່ມີຜູ້ທຳນວາຍຄົນໜຶ່ງຂອງພຣະເຈົ້າຢາເວຊື່ວ່າ ໂອເດັດຢູ່ທີ່ນັ້ນ ແລະ ລາວໄດ້ອອກໄປພົບກອງທັບ ເມື່ອກອງທັບກັບຄືນມາທີ່ຊາມາເຣຍ. ລາວໄດ້ກ່າວກັບພວກເຂົາວ່າ, “ຍ້ອນພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ, ພຣະອົງໄດ້ໂກດຮ້າຍໃຫ້ກັບຊາວຢູດາ, ພຣະອົງຈຶ່ງໄດ້ມອບພວກເຂົາໄວ້ໃນມືຂອງພວກທ່ານ. ແຕ່ພວກທ່ານໄດ້ສັງຫານພວກເຂົາຢ່າງໂຫດຮ້າຍຈົນໄປເຖິງຟ້າສະຫວັນ. ແລະ ບັດນີ້ ພວກທ່ານຕັ້ງໃຈເຮັດໃຫ້ຜູ້ຊາຍ ແລະ ຜູ້ຍິງຂອງຊາວຢູດາ ແລະ ຊາວເຢຣູຊາເລັມເປັນຂ້າທາດຂອງພວກທ່ານ. ພວກທ່ານບໍ່ໄດ້ເຮັດຜິດບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານບໍ? ຈົ່ງຟັງຂ້າພະເຈົ້າ! ຈົ່ງສົ່ງພີ່ນ້ອງຊາວອິດສະຣາເອນທີ່ພວກທ່ານຈັບມາເປັນນັກໂທດໃຫ້ກັບຄືນເມືອ, ເພາະຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວຈະຕົກໃສ່ພວກທ່ານ”.
ແລ້ວບັນດາຜູ້ນຳບາງຄົນໃນເອຟຣາອິມຄື ອາຊາຣີຢາລູກຊາຍຂອງໂຢຮານານ, ເບເຣກີຢາລູກຊາຍຂອງເມຊິນເລໂມດ, ເຢຮີຊະກີຢາລູກຊາຍຂອງຊໍລູມ ແລະ ອາມາສາລູກຊາຍຂອງຮັດໄລໄດ້ປະເຊີນໜ້າກັບບັນດາຄົນທີ່ຫາກໍກັບມາຈາກການສູ້ຮົບ. ພວກເຂົາໄດ້ເວົ້າວ່າ, “ຢ່ານຳເອົາບັນດານັກໂທດເຫລົ່ານັ້ນມາທີ່ນີ້, ບໍ່ດັ່ງນັ້ນພວກເຮົາຈະມີຄວາມຜິດຕໍ່ໜ້າພຣະເຈົ້າຢາເວ. ພວກທ່ານຕັ້ງໃຈຈະເພີ່ມຄວາມບາບ ແລະ ຄວາມຜິດຂອງພວກເຮົາໃຫ້ໜັກຂຶ້ນອີກບໍ? ເພາະຄວາມຜິດຂອງເຮົາກໍໜັກຢູ່ແລ້ວ ແລະ ຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າກໍຕົກໃສ່ອິດສະຣາເອນ”.
ດັ່ງນັ້ນ ພວກທະຫານຈຶ່ງໄດ້ປ່ອຍບັນດານັກໂທດໄປ ແລະ ເອົາສິ່ງຂອງທີ່ພວກເຂົາໄດ້ຢຶດນັ້ນສົ່ງຄືນໃຫ້ບັນດາເຈົ້າໜ້າທີ່ ແລະ ໃຫ້ປະຊາຊົນທັງໝົດ. ຄົນທີ່ໄດ້ຮັບແຕ່ງຕັ້ງໃຫ້ຮັບຜິດຊອບບັນດານັກໂທດ ແລະ ສິ່ງຂອງທີ່ໄດ້ຢຶດມານັ້ນພວກເຂົາກໍຢາຍເຄື່ອງນຸ່ງໃຫ້ຄົນທີ່ເປືອຍກາຍຢູ່. ພວກເຂົາໄດ້ຈັດຕຽມເຄື່ອງນຸ່ງ, ເກີບ, ອາຫານ, ນໍ້າດື່ມ ແລະ ຢາທາບາດແຜໃຫ້ແກ່ພວກເຂົາ. ສ່ວນຄົນທີ່ອິດເມື່ອຍອ່ອນແຮງກໍໃຫ້ນັ່ງເທິງຫລັງລໍ. ດັ່ງນັ້ນ ພວກເຂົາໄດ້ນຳບັນດານັກໂທດກັບຄືນເມືອໄປຫາພີ່ນ້ອງຊາວອິດສະຣາເອນທີ່ເຢຣິໂກ, ເມືອງແຫ່ງຕົ້ນປາມ, ແລ້ວພວກເຂົາກໍໄດ້ກັບຄືນໄປທີ່ຊາມາເຣຍ.
ໃນເວລານັ້ນ ກະສັດອາຮາດສົ່ງຄົນໄປຂໍຄວາມຊ່ວຍເຫລືອຈາກບັນດາກະສັດ1ແຫ່ງອັດຊີເຣຍ. ຊາວເອໂດມໄດ້ກັບມາອີກ ແລະ ໄດ້ໂຈມຕີຢູດາຍ ແລະ ຈັບເອົາບັນດານັກໂທດໄປນໍາ, ໃນຂະນະດຽວກັນນັ້ນ ຊາວຟີລິດສະຕິນກໍປຸ້ນເມືອງຕ່າງໆຢູ່ແຖບຕີນພູ ແລະ ໃນເນເກັບຂອງຢູດາຍ. ພວກເຂົາໄດ້ຢຶດເມືອງຕ່າງໆ ແລະ ໄດ້ປົກຄອງເບັດເຊເມດ, ໄອຢາໂລນ ແລະ ເກເດໂຣດ ແລະ ໂຊໂກ, ຕິມນາ ແລະ ກິມໂຊ, ພ້ອມທັງໝູ່ບ້ານຕ່າງໆທີ່ຢູ່ອ້ອມເມືອງເຫລົ່ານີ້. ພຣະເຈົ້າຢາເວໄດ້ໃຫ້ຢູດາຍຖ່ອມຕົວລົງ ເພາະກະສັດອາຮາດແຫ່ງອິດສະຣາເອນ,2 ເພາະເພິ່ນໄດ້ສົ່ງເສີມຄວາມຊົ່ວຮ້າຍໃນຢູດາຍ ແລະ ບໍ່ສັດຊື່ຕໍ່ພຣະເຈົ້າຢາເວ. ກະສັດຕີກະລາດປີເລເສ3ແຫ່ງອັດຊີເຣຍໄດ້ມາຫາເພິ່ນ, ແຕ່ເພິ່ນໄດ້ສ້າງຄວາມເດືອດຮ້ອນໃຫ້ອາຮາດແທນທີ່ຈະໃຫ້ຄວາມຊ່ວຍເຫລືອ. ອາຮາດໄດ້ເອົາສິ່ງຂອງບາງຢ່າງຈາກວິຫານຂອງພຣະເຈົ້າຢາເວ ແລະ ຈາກວັງ ແລະ ຈາກບັນດາເຈົ້າໜ້າທີ່ໄປ ແລ້ວກໍໄດ້ມອບສິ່ງເຫລົ່ານັ້ນໃຫ້ແກ່ກະສັດແຫ່ງອັດຊີເຣຍ, ແຕ່ເພິ່ນກໍບໍ່ໄດ້ຮັບຄວາມຊ່ວຍເຫລືອຈາກອາຮາດ.
ໃນເວລາທີ່ກະສັດອາຮາດພົບຄວາມເດືອດຮ້ອນ ເພິ່ນກໍຍິ່ງບໍ່ສັດຊື່ຕໍ່ພຣະເຈົ້າຢາເວຫລາຍຂຶ້ນ. ເພິ່ນໄດ້ຖວາຍເຄື່ອງບູຊາແກ່ບັນດາພະຂອງດາມັສກັດທີ່ໄດ້ເອົາຊະນະເພິ່ນ; ເພາະເພິ່ນຄິດວ່າ, “ເນື່ອງຈາກ ບັນດາພະຂອງກະສັດແຫ່ງອາຣາມໄດ້ຊ່ວຍເຫລືອພວກເຂົາ. ເຮົາຈະຖວາຍເຄື່ອງບູຊາໃຫ້ພະເຫລົ່ານັ້ນ ເພື່ອວ່າພະເຫລົ່ານັ້ນກໍຈະຊ່ວຍເຮົານໍາ”. ແຕ່ພະເຫລົ່ານີ້ແມ່ນນຳເອົາຄວາມຈິບຫາຍມາສູ່ເພິ່ນ ແລະ ມາສູ່ອິດສະຣາເອນທັງໝົດ.
ອາຮາດໄດ້ຮວບຮວມເຄື່ອງໃຊ້ຕ່າງໆຈາກວິຫານຂອງພຣະເຈົ້າ ແລະ ທັບເຄື່ອງໃຊ້ເຫລົ່ານັ້ນເປັນປ່ຽງໆ.4 ເພິ່ນໄດ້ປິດປະຕູວິຫານຂອງພຣະເຈົ້າຢາເວໄວ້ ແລະ ຕັ້ງແທ່ນບູຊາໄວ້ທຸກແຈຖະໜົນຫົນທາງໃນເຢຣູຊາເລັມ. ເພິ່ນໄດ້ສ້າງທີ່ສະຖານບູຊາເທິງທີ່ສູງໃນທຸກເມືອງຂອງຢູດາຍ ເພື່ອເຜົາເຄື່ອງບູຊາແກ່ພະອື່ນໆ ແລະ ໄດ້ຍຸແຍ່ໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງເພິ່ນໃຈຮ້າຍ.
ເຫດການອື່ນໆໃນຊ່ວງການປົກຄອງຂອງເພິ່ນ ແລະ ວຽກງານທັງໝົດຂອງເພິ່ນຕັ້ງແຕ່ຕົ້ນຈົນຈົບໄດ້ຖືກບັນທຶກໄວ້ໃນປື້ມຂອງບັນດາກະສັດແຫ່ງຢູດາຍ ແລະ ອິດສະຣາເອນ. ອາຮາດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນນະຄອນເຢຣູຊາເລັມ, ແຕ່ເພິ່ນບໍ່ໄດ້ຖືກວາງໄວ້ໃນອຸບມຸງແຫ່ງກະສັດແຫ່ງອິດສະຣາເອນ. ແລ້ວເຮເຊກີຢາລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນເພິ່ນ.
Source notes (4)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ບັນດາກະສັດ (ເບິ່ງ 2ກສ 16:7)
- Footnote ຄື ຢູດາ ພົບເລື້ອຍໆໃນ 2 ຂ່າວຄາວ
- Footnote ພາສາເຮັບເຣີວ່າ ຕີກະລາດປີເລເຊ
- Footnote ຫລື ແລະ ຕັດເປັນຊິ້ນໆ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.