Biblica® Open Lao Contemporary Version
2 ຂ່າວຄາວ 27
ກະສັດໂຢທາມແຫ່ງຢູດາຍ
(2ກສ 15:33-38)
ເມື່ອໂຢທາມຂຶ້ນເປັນກະສັດ ເພິ່ນອາຍຸຊາວຫ້າປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາສິບຫົກປີ. ແມ່ຂອງເພິ່ນມີຊື່ວ່າເຢຣູຊາ ເປັນລູກສາວຂອງຊາດົກ. ໂຢທາມໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວເໝືອນກັນກັບອຸດຊີຢາພໍ່ຂອງເພິ່ນໄດ້ເຮັດ, ແຕ່ເພິ່ນບໍ່ໄດ້ລ່ວງເຂົ້າໄປໃນວິຫານຂອງຂອງພຣະເຈົ້າຢາເວເໝືອນກັນກັບອຸດຊີຢາ. ເຖິງຢ່າງໃດກໍຕາມ, ປະຊາຊົນກໍຍັງສືບຕໍ່ເຮັດບາບຢູ່. ໂຢທາມໄດ້ສ້າງປະຕູທາງດ້ານເທິງຂອງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່ ແລະ ໄດ້ຕໍ່ເຕີມກຳແພງທີ່ເນີນພູໂອເຟນ. ເພິ່ນໄດ້ສ້າງເມືອງຕ່າງໆເທິງເນີນພູຂອງຢູດາຍ ແລະ ໄດ້ສ້າງປ້ອມປ້ອງກັນ ແລະ ຫໍຄອຍຕ່າງໆໃນເຂດປ່າໄມ້.
ໂຢທາມໄດ້ສູ້ຮົບກັບກະສັດຂອງຊາວອຳໂມນ ແລະ ໄດ້ເອົາຊະນະພວກເຂົາ. ໃນປີນັ້ນຊາວອໍາໂມນຈ່າຍເງິນໃຫ້ເພິ່ນ 100 ຕາລັນຕົນ,1 ເຂົ້າຫວີດ 10.000 ໂຄຣະ2 ແລະ ເຂົ້າບາເລ 10.000 ໂຄຣະ. ຊາວອຳໂມນໄດ້ນໍາເອົາສິ່ງເຫລົ່ານີ້ມາໃຫ້ເພິ່ນຕາມຈຳນວນເດີມໃນປີທີສອງ ແລະ ປີທີສາມດ້ວຍ.
ໂຢທາມມີອຳນາດເຂັ້ມແຂງຂຶ້ນ ເພາະເພິ່ນໄດ້ດຳເນີນຕາມພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢ່າງສັດຊື່.
ເຫດການອື່ນໆໃນຊ່ວງການປົກຄອງຂອງໂຢທາມ, ພ້ອມທັງການສູ້ຮົບຂອງເພິ່ນທັງໝົດ ແລະ ສິ່ງອື່ນໆອີກທີ່ເພິ່ນໄດ້ເຮັດນັ້ນໄດ້ຖືກບັນທຶກໄວ້ໃນປື້ມຂອງບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ. ເມື່ອໂຢທາມຂຶ້ນເປັນກະສັດ ເພິ່ນມີອາຍຸ 25 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາ 60 ປີ. ໂຢທາມໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນເມືອງຂອງດາວິດ. ແລ້ວອາຮາດລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນເພິ່ນ.
Source notes (2)
- Footnote ປະມານ 3,4 ໂຕນ
- Footnote ຫລື ເຂົ້າຫລີດປະມານ 1.600 ໂຕນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.