Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 26

ກະສັດ​ອຸດສີ​ຢາ​ແຫ່ງ​ຢູດາ

(2ກສ 14:21-22; 15:1-7)

ແລ້ວ​ປະຊາຊົນ​ຢູດາຍ​ທັງໝົດ​ກໍ​ເລືອກ​ເອົາ​ອຸດຊີຢາ1 ຜູ້​ທີ່​ມີ​ອາຍຸ​ສິບ​ຫົກ​ປີ, ແລະ ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແທນ​ອາມາຊີຢາ​ພໍ່​ຂອງ​ເພິ່ນ. ຫລັງຈາກ​ອາມາຊີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ. ອຸດຊີຢາ​ໄດ້​ສ້າງ​ເມືອງ​ເອລາດ​ຂຶ້ນ​ໃໝ່ ແລະ ຢຶດ​ເມືອງ​ນັ້ນ​ຄືນ​ມາ​ເປັນ​ຂອງ​ຢູດາຍ.

ເມື່ອ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ເພິ່ນ​ອາຍຸ​ສິບ​ຫົກ​ປີ, ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ 52 ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂກລີຢາ; ນາງ​ມາ​ຈາກ​ເຢຣູຊາເລັມ ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ກັບ​ອາມາຊີຢາ​ພໍ່​ຂອງ​ເພິ່ນ​ທີ່​ໄດ້​ເຮັດ. ເພິ່ນ​ໄດ້​ສະແຫວງ​ຫາ​ພຣະເຈົ້າ​ຕະຫລອດ​ທີ່​ເຊກາຣີຢາ​ມີ​ຊີວິດ​ຢູ່, ຜູ້​ທີ່​ແນະນຳ​ເພິ່ນ​ໃນ​ການຢຳເກງ​ພຣະເຈົ້າ.2 ຕາບໃດ​ທີ່​ເພິ່ນ​ສະແຫວງ​ຫາ​ພຣະເຈົ້າຢາເວ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ພົບ​ຄວາມ​ສຳເລັດ.

ອຸດຊີຢາ​ໄດ້​ອອກ​ໄປ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ ແລະ ໄດ້​ທຳລາຍ​ກຳແພງ​ເມືອງ​ກາດ, ເມືອງ​ຢັບເນ ແລະ ເມືອງ​ອາຊະໂດດ​ໃຫ້​ເພພັງ​ລົງ. ແລ້ວ​ເພິ່ນ​ກໍ​ໄດ້​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ໃໝ່​ໃກ້​ກັບ​ເມືອງ​ອາຊະໂດດ ແລະ ໃນ​ບ່ອນ​ອື່ນໆ​ອີກ​ໃນ​ທ່າມກາງ​ຊາວຟີລິດສະຕິນ. ພຣະເຈົ້າ​ໄດ້​ຊ່ວຍ​ເພິ່ນ​ຕໍ່ສູ້​ກັບ​ຊາວຟີລິດສະຕິນ ແລະ ຊາວ​ອາຣັບ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເກີດບາອານ ແລະ ຊາວ​ເມອູນີ. ຊາວອຳໂມນ​ໄດ້​ນໍາເອົາ​ເຄື່ອງບັນນາການ​ມາ​ມອບ​ໃຫ້​ອຸດຊີຢາ, ແລະ ຊື່ສຽງ​ຂອງ​ເພິ່ນ​ໄດ້​ໂດ່ງດັງ​ອອກ​ໄປ​ຈົນ​ເຖິງ​ຊາຍແດນ​ຂອງ​ເອຢິບ, ເພາະ​ເພິ່ນ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ອຳນາດ​ຫລາຍ​ທີ່ສຸດ.

ອຸດຊີຢາ​ໄດ້​ສ້າງ​ຫໍຄອຍ​ຕ່າງໆ​ຂຶ້ນ​ໃນ​ເຢຣູຊາເລັມ​ທີ່​ແຈ​ປະຕູ, ທີ່​ປະຕູ​ຮ່ອມພູ ແລະ ທີ່​ແຈ​ກຳແພງ, ແລະ ທີ່​ມຸມ​ກຳແພງ ແລ້ວ​ເພິ່ນ​ສ້າງ​ປ້ອມ​ປ້ອງກັນ​ໃສ່​ກໍາແພງ. ເພິ່ນ​ຍັງ​ໄດ້​ສ້າງ​ຫໍຄອຍ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ແລະ ຂຸດ​ອ່າງ​ເກັບ​ນ້ຳ​ໄວ້​ຫລາຍ​ບ່ອນ, ຍ້ອນ​ເພິ່ນ​ມີ​ຝູງສັດ​ເປັນ​ຈໍານວນ​ຫລວງຫລາຍ​ຢູ່​ຕາມ​ຕີນ​ພູ ແລະ ຢູ່​ຕາມ​ທົ່ງພຽງ. ເພິ່ນ​ມີ​ຄົນ​ເຮັດ​ວຽກ​ໃນ​ທົ່ງນາ ແລະ ສວນ​ອະງຸ່ນ​ທີ່​ຢູ່​ເທິງ​ໃນ​ເນີນພູ ແລະ ໃນ​ດິນແດນ​ທີ່​ອຸດົມສົມບູນ, ເພາະ​ເພິ່ນ​ຮັກ​ການປູກຝັງ.

ອຸດຊີຢາ​ມີ​ກອງທັບ​ທີ່​ໄດ້​ຮັບການ​ຝຶກຝົນ​ມາ​ເປັນ​ຢ່າງ​ດີ, ເຊິ່ງ​ພ້ອມ​ທີ່​ຈະ​ອອກ​ໄປ​ໂດຍ​ແບ່ງ​ອອກ​ເປັນ​ໜວດ​ຕ່າງໆ​ຕາມ​ຈໍານວນ​ທີ່​ເຢອີເອນ​ຜູ້​ທີ່​ເປັນ​ເລຂາທິການ​ໄດ້​ຈັດ​ໄວ້ ແລະ ມາອາເສອີຢາ​ຜູ້​ທີ່​ເປັນ​ເຈົ້າໜ້າທີ່​ຢູ່​ພາຍໃຕ້​ການ​ນໍາພາ​ຂອງ​ຮານານີຢາ, ເຊິ່ງ​ເປັນ​ຄົນ​ໜຶ່ງ​ໃນ​ຂ້າລາຊະການ​ຂອງ​ກະສັດ. ຈໍານວນ​ຜູ້ນຳ​ຄອບຄົວ​ທັງໝົດ​ມີ 2.600 ຄົນ​ທີ່​ເບິ່ງແຍງ​ທະຫານ. ກອງທັບ​ທີ່​ມີ​ທະຫານ 307.500 ຄົນ​ທີ່​ຢູ່​ພາຍໃຕ້​ຄໍາສັ່ງ​ຂອງ​ພວກເຂົາ, ເຊິ່ງ​ໄດ້​ຮັບ​ການ​ຝຶກຝົນ​ເພື່ອ​ອອກ​ສູ້ຮົບ, ເປັນ​ກອງ​ກຳລັງ​ທີ່​ເຂັ້ມແຂງ​ເພື່ອ​ສະໜັບສະໜູນ​ກະສັດ​ຕໍ່ສູ້​ກັບ​ບັນດາ​ສັດຕູ​ຂອງ​ເພິ່ນ. ອຸດຊີຢາ​ໄດ້​ຈັດຕຽມ​ໂລ່, ຫອກ, ໝວກເຫລັກ, ເສື້ອ​ເກາະ, ທະນູ ແລະ ກະຖຸນ​ໃຫ້​ກອງທັບ​ທັງໝົດ. ໃນ​ເຢຣູຊາເລັມ ເພິ່ນ​ໄດ້​ປະດິດ​ເຄື່ອງ​ມື​ສູ້ຮົບ​ຂຶ້ນ​ເພື່ອ​ນໍາໃຊ້​ຢູ່​ເທິງ​ຫໍຄອຍ​ຕ່າງໆ ແລະ ເປັນ​ແນວ​ປ້ອງກັນ​ຢູ່​ຕາມແຈ​ກຳແພງ​ເມືອງ ເພື່ອວ່າ​ພວກ​ທະຫານ​ຈະ​ສາມາດ​ຍິງ​ທະນູ ແລະ ແກວ່ງ​ກ້ອນຫີນ​ອອກ​ຈາກ​ກໍາແພງ​ໄປ​ໄດ້. ຊື່ສຽງ​ຂອງ​ເພິ່ນ​ໄດ້​ໂດ່ງດັງ​ທົ່ວ​ທຸກບ່ອນ, ເພາະ​ເພິ່ນ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຢ່າງຫລວງຫລາຍ​ຈາກ​ພຣະເຈົ້າ​ຈົນ​ເພິ່ນ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ອຳນາດ​ຫລາຍ​ທີ່​ສຸດ.

ແຕ່​ຫລັງຈາກ​ອຸດຊີຢາ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ອຳນາດ​ຫລາຍ​ທີ່​ສຸດ, ຄວາມ​ໂອ້ອວດ​ຂອງ​ເພິ່ນ​ກໍ​ນຳ​ເພິ່ນ​ໄປ​ສູ່​ຄວາມ​ຕົກຕໍ່າ. ເພິ່ນ​ບໍ່ສັດຊື່​ຕໍ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ດ້ວຍ​ຕົນ​ເອງ. ປະໂລຫິດ​ອາຊາຣີຢາ​ພ້ອມກັບ​ປະໂລຫິດ​ອີກ​ແປດ​ສິບ​ຄົນ​ທີ່​ກ້າ​ຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຕາມ​ອຸດຊີຢາ​ເຂົ້າ​ໄປ. ພວກເຂົາ​ໄດ້​ປະເຊີນໜ້າ​ກັບ​ກະສັດ​ອຸດຊີຢາ ແລະ ໄດ້​ເວົ້າ​ວ່າ “ອຸດຊີຢາ, ມັນ​ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ບໍ​ທີ່​ທ່ານ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະເຈົ້າຢາເວ. ເພາະ​ນັ້ນ​ແມ່ນ​ໜ້າທີ່​ຂອງ​ບັນດາ​ປະໂລຫິດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ອາໂຣນ, ຜູ້ທີ່​ໄດ້​ຮັບ​ການ​ຊຳລະ​ຕົນ​ເພື່ອ​ໃຫ້​ເຜົາ​ເຄື່ອງຫອມ. ຂໍ​ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ສັກສິດ​ນີ້, ເພາະ​ທ່ານ​ບໍ່ສັດຊື່​ແລ້ວ; ແລະ ທ່ານ​ຈະ​ບໍ່​ໄດ້​ຮັບ​ກຽດ​ຈາກ​ພຣະເຈົ້າຢາເວ ຜູ້ທີ່​ເປັນ​ພຣະເຈົ້າ”.

ອຸດຊີຢາ​ຖື​ກະຖາງ​ຖ່ານໄຟ​ພ້ອມແລ້ວ​ທີ່​ຈະ​ເຜົາ​ເຄື່ອງຫອມ, ເພິ່ນ​ກໍ​ເກີດ​ໃຈຮ້າຍ​ຂຶ້ນ. ໃນຂະນະທີ່ ເພິ່ນ​ກໍາລັງ​ໃຈຮ້າຍ​ໃຫ້​ບັນດາ​ປະໂລຫິດ​ທີ່​ຢູ່​ທາງ​ໜ້າ​ແທ່ນບູຊາ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ, ພະຍາດ​ຂີ້ທູດ3​ກໍ​ປາກົດ​ຂຶ້ນ​ເທິງ​ໜ້າຜາກ​ຂອງ​ເພິ່ນ. ເມື່ອ​ຫົວໜ້າ​ປະໂລຫິດ​ອາຊາຣີຢາ ແລະ ປະໂລຫິດ​ຄົນ​ອື່ນໆ​ແນມ​ເບິ່ງ​ເພິ່ນ, ພວກເຂົາ​ກໍ​ເຫັນ​ວ່າ​ເພິ່ນ​ເປັນ​ພະຍາດ​ຂີ້ທູດ​ຢູ່​ເທິງ​ໜ້າຜາກ​ຂອງ​ເພິ່ນ, ດັ່ງນັ້ນ ພວກເຂົາ​ກໍ​ຮີບ​ໄລ່​ເພິ່ນ​ອອກ​ໄປ. ທີ່​ຈິງ​ແລ້ວ, ອຸດຊີຢາ​ເອງ​ກໍ​ຟ້າວ​ຢາກ​ຈະ​ອອກ​ໄປ​ຢູ່​ແລ້ວ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເພິ່ນ.

ກະສັດ​ອຸດຊີຢາ​ເປັນ​ພະຍາດ​ຂີ້ທູດ​ຈົນ​ເພິ່ນ​ໄດ້​ຕາຍ​ໄປ. ເພິ່ນ​ອາໄສ​ຢູ່​ໃນ​ເຮືອນ​ທີ່​ແຍກ​ໄວ້​ຕ່າງ​ຫາກ.4 ຍ້ອນ​ເພິ່ນ​ເປັນ​ພະຍາດ​ຂີ້ທູດ, ແລະ ຈຶ່ງ​ຖືກ​ຫ້າມ​ບໍ່​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ໂຢທາມ ລູກຊາຍ​ຂອງ​ເພິ່ນ​ກໍ​ດູແລ​ເບິ່ງແຍງ​ວັງ ແລະ ປົກຄອງ​ປະຊາຊົນ​ໃນ​ດິນແດນ​ນັ້ນ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການປົກຄອງ​ຂອງ​ອຸດຊີຢາ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ. ເຊິ່ງ​ໄດ້​ຖືກ​ບັນທຶກ​ໄວ້​ໂດຍ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ອຸດຊີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ​ຖືກ​ຝັງ​ໄວ້​ໃກ້​ກັບ​ອຸບມຸງ​ແຫ່ງ​ກະສັດ, ເພາະ​ປະຊາຊົນ​ໄດ້​ເວົ້າ​ວ່າ “ເພິ່ນ​ເປັນ​ພະຍາດ​ຂີ້ທູດ” ໂຢທາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

Source notes (4)
  1. Footnote ມີ​ອີກ​ຊື່​ໜຶ່ງ​ວ່າ ອາ​ຊາ ລີ ຢາ
  2. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ​ວ່າ ສັ່ງສອນ​ໃນ​ນິມິດ​ຂອງ​ພຣະເຈົ້າ
  3. Footnote ຄຳ​ພາສາ​ເຮັບເຣີ​ອາດ​ໝາຍ​ເຖິງ​ພະຍາດ​ຜິວ​ໜັງ​ຕ່າງໆ ບໍ່​ຈຳ​ເປັນ​ຕ້ອງ​ໝາຍ​ເຖິງ​ພະຍາດຂີ້ທູດ​ເທົ່ານັ້ນ ເຊັ່ນ​ດຽວ​ກັບ​ຂໍ້ 20, 21 ແລະ 23
  4. Footnote ຫລື ຢູ່​ໃນ​ເຮືອນ​ທີ່​ລາວ​ບໍ່​ຕ້ອງ​ຮັບ​ຜິດຊອບ​ບ້ານ​ເມືອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.