Biblica® Open Lao Contemporary Version
2 ຂ່າວຄາວ 25
ກະສັດອາມາຊີຢາແຫ່ງຢູດາຍ
(2ກສ 14:1-20)
ເມື່ອອາມາຊີຢາຂຶ້ນເປັນກະສັດ ເພິ່ນອາຍຸຊາວຫ້າປີ, ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າເຢໂຮອັດດິນ;1 ນາງມາຈາກເຢຣູຊາເລັມ. ອາມາຊີຢາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ, ແຕ່ບໍ່ໄດ້ເຮັດດ້ວຍສຸດໃຈ. ຫລັງຈາກທີ່ອານາຈັກຢູ່ພາຍໃຕ້ການຄວບຄຸມຢ່າງແໜ້ນໜາຂອງອາມາຊີຢາແລ້ວ, ເພິ່ນກໍໄດ້ຂ້າບັນດາຂ້າລາຊະການຜູ້ທີ່ໄດ້ຂ້າພໍ່ຂອງເພິ່ນທີ່ເປັນກະສັດ. ແຕ່ບໍ່ໄດ້ຂ້າລູກຂອງພວກເຂົາຕາມທີ່ຂຽນໄວ້ໃນໜັງສືກົດບັນຍັດຂອງໂມເຊ ເຊິ່ງພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ: “ຢ່າຂ້າພໍ່ແມ່ເພາະບາບຂອງລູກຂອງຕົນ ຫລື ຂ້າລູກເພາະບາບຂອງພໍ່ແມ່; ແຕ່ລະຄົນຈະຕ້ອງຕາຍເພາະບາບຂອງຕົນເອງ”.2
ອາມາຊີຢາໄດ້ເອີ້ນປະຊາຊົນຢູດາຍມາເຕົ້າໂຮມກັນ ແລະ ມອບໝາຍໃຫ້ພວກເຂົາເປັນຜູ້ບັນຊາການກອງພັນ ແລະ ຜູ້ບັນຊາການກອງຮ້ອຍຕາມຕະກຸນຂອງພວກເຂົາສໍາລັບທົ່ວເຜົ່າຢູດາ ແລະ ເຜົ່າເບັນຢາມິນ. ຈາກນັ້ນເພິ່ນກໍໄດ້ຮວບຮວມພວກຜູ້ຊາຍທີ່ມີອາຍຸຊາວປີ ຫລື ກາຍຊາວປີຂຶ້ນໄປ ແລະ ພົບວ່າມີສາມແສນຄົນທີ່ພ້ອມຈະເກນເຂົ້າເປັນທະຫານ, ເຊິ່ງສາມາດໃຊ້ຫອກ ແລະ ໃຊ້ໂລ່ໄດ້. ເພິ່ນຍັງໄດ້ຈ້າງທະຫານໜຶ່ງແສນຄົນມາຈາກອິດສະຣາເອນເປັນຈໍານວນໜຶ່ງຮ້ອຍຕາລັນຕົນ.3
ແຕ່ຄົນຂອງພຣະເຈົ້າຄົນໜຶ່ງໄດ້ໄປພົບກະສັດ ແລະ ໄດ້ເວົ້າວ່າ, “ຂ້າແດ່ກະສັດ, ຢ່າໃຫ້ກອງທະຫານເຫລົ່ານີ້ຈາກອິດສະຣາເອນເດີນທາງໄປກັບທ່ານເລີຍ, ເພາະພຣະເຈົ້າຢາເວບໍ່ໄດ້ຢູ່ກັບອິດສະຣາເອນ ຫລື ບໍ່ໄດ້ຢູ່ກັບຄົນໃດຂອງປະຊາຊົນຈາກເອຟຣາອິມເລີຍ. ເຖິງແມ່ນວ່າ ທ່ານອອກໄປສູ້ຕໍ່ຢ່າງກ້າຫານໃນສະໜາມຮົບ, ພຣະເຈົ້າກໍຈະໂຍນທ່ານອອກໄປຕໍ່ໜ້າສັດຕູ, ເພາະພຣະເຈົ້າມີອຳນາດຈະຊ່ວຍເຫລືອ ຫລື ຈະໂຄ່ນລົ້ມກໍໄດ້”.
ອາມາຊີຢາຖາມຄົນຂອງພຣະເຈົ້າວ່າ, “ແຕ່ຈໍານວນເງິນໜຶ່ງຮ້ອຍຕາລັນຕົນທີ່ເຮົາໄດ້ຈ່າຍໃຫ້ກອງທະຫານອິດສະຣາເອນເຫລົ່ານີ້ເດ່?”
ຄົນຂອງພຣະເຈົ້າໄດ້ຕອບວ່າ, “ພຣະເຈົ້າຢາເວສາມາດໃຫ້ທ່ານຫລາຍກວ່ານັ້ນ”.
ດັ່ງນັ້ນ ອາມາຊີຢາຈຶ່ງໄລ່ກອງທະຫານທີ່ມາຈາກເອຟຣາອິມທີ່ມາກັບເພິ່ນໄປ ແລະ ສົ່ງພວກເຂົາກັບຄືນເມືອ. ພວກເຂົາກໍໃຈຮ້າຍຫລາຍໃຫ້ແກ່ຊາວຢູດາ ແລະ ກັບຄືນເມືອດ້ວຍຄວາມໂມໂຫ.
ແລ້ວອາມາຊີຢາໄດ້ຮວບຮວມກໍາລັງທະຫານຂອງເພິ່ນທັງໝົດ ແລະ ນຳພາກອງທັບອອກໄປທີ່ຮ່ອມພູເກືອ. ເພິ່ນໄດ້ຂ້າຊາວເສອີສິບພັນຄົນຢູ່ທີ່ນັ້ນ. ກອງທັບຢູດາຍຍັງໄດ້ຈັບເປັນຊາວເສອີທີ່ລອດຊີວິດສິບພັນຄົນ, ແລ້ວນຳເອົາພວກເຂົາຂຶ້ນໄປເທິງຈອມຜາ ແລະ ໂຍນພວກເຂົາລົງມາໃຫ້ແຕກເປັນຕ່ອນໆ.
ໃນເວລາດຽວກັນນັ້ນ ກອງທະຫານຮັບຈ້າງທີ່ອາມາຊີຢາໄດ້ສົ່ງກັບຄືນເມືອ ແລະ ເພິ່ນທີ່ບໍ່ຍອມໃຫ້ເຂົ້າຮ່ວມສູ້ຮົບນັ້ນກໍໄດ້ບຸກໂຈມຕີເມືອງຕ່າງໆຂອງຢູດາຍຕັ້ງແຕ່ເມືອງຊາມາເຣຍຈົນເຖິງເມືອງເບັດໂຮໂຣນ. ພວກເຂົາໄດ້ຂ້າຄົນສາມພັນຄົນ ແລະ ປຸ້ນເອົາເຄື່ອງຂອງທີ່ມີຄ່າໄປເປັນຈຳນວນຫລວງຫລາຍ.
ເມື່ອອາມາຊີຢາກັບມາຈາກການຂ້າຊາວເອໂດມ, ເພິ່ນໄດ້ນຳເອົາຮູບເຄົາລົບຂອງຊາວເສອີກັບຄືນມານຳດ້ວຍ. ເພິ່ນໄດ້ຕັ້ງພວກມັນເປັນພະຂອງເພິ່ນເອງ, ແລ້ວກໍກາບໄຫວ້ພວກມັນ ແລະ ເຜົາເຄື່ອງບູຊາໃຫ້ແກ່ພະເຫລົ່ານັ້ນ. ພຣະເຈົ້າຢາເວໄດ້ໂກດຮ້າຍຕໍ່ອາມາຊີຢາຫລາຍ, ພຣະອົງຈຶ່ງໄດ້ສົ່ງຜູ້ທໍານວາຍຄົນໜຶ່ງໄປຫາເພິ່ນ ແລະ ໄດ້ຖາມວ່າ “ເປັນຫຍັງທ່ານຈຶ່ງໄປປຶກສາພະຕ່າງໆຂອງຊົນຊາດນີ້, ເຊິ່ງບໍ່ສາມາດຊ່ວຍປະຊາຊົນຂອງຕົນໃຫ້ພົ້ນມືທ່ານໄດ້?”
ໃນຂະນະທີ່ຜູ້ທໍານວາຍກຳລັງເວົ້າຢູ່ນັ້ນ, ກະສັດໄດ້ກ່າວກັບເພິ່ນວ່າ “ພວກເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດບໍ? ຈົ່ງຢຸດເວົ້າສາ! ຈະໃຫ້ເຮົາຂ້າເຈົ້າເຮັດຫຍັງ?”
ດັ່ງນັ້ນ ຜູ້ທໍານວາຍຈຶ່ງຢຸດເວົ້າແຕ່ໄດ້ເວົ້າວ່າ, “ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈຈະທຳລາຍທ່ານແລ້ວ, ຍ້ອນທ່ານໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ຍອມຟັງຄຳແນະນໍາຂອງຂ້ານ້ອຍ”.
ຫລັງຈາກກະສັດອາມາຊີຢາແຫ່ງຢູດາຍໄດ້ປຶກສາຫາລືກັບບັນດາທີ່ປຶກສາຂອງເພິ່ນ, ເພິ່ນໄດ້ສົ່ງຄຳທ້າທາຍໄປຫາກະສັດເຢໂຮອາດແຫ່ງອິດສະຣາເອນ,4 ລູກຊາຍຂອງເຢໂຮອາຮາດ, ຫລານຊາຍຂອງເຢຮູວ່າ “ຈົ່ງອອກມາ, ໃຫ້ພວກເຮົາມາປະເຊີນໜ້າກັນໃນສະໜາມຮົບ”.
ແຕ່ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຕອບກະສັດອາມາຊີຢາແຫ່ງຢູດາຍວ່າ: “ຕົ້ນໜາມໃນເລບານອນສົ່ງຂ່າວມາຫາຕົ້ນສີດາໃນເລບານອນວ່າ, ‘ຈົ່ງໃຫ້ລູກສາວຂອງເຈົ້າແຕ່ງງານກັບລູກຊາຍຂອງເຮົາ’ ແລ້ວກໍມີສັດປ່າໂຕໜຶ່ງໃນເລບານອນມາຢຽບຢໍ່າຕົ້ນໜາມນັ້ນໃຫ້ໝຸ່ນ. ທ່ານຄິດວ່າທ່ານໄດ້ເອົາຊະນະຊາວເອໂດມແລ້ວ, ແລະ ທ່ານໄດ້ໂອ້ອວດ ແລະ ຈອງຫອງ. ແຕ່ຈົ່ງຢູ່ເຮືອນສາ! ເປັນຫຍັງຈຶ່ງຫາຄວາມເດືອດຮ້ອນ ແລະ ເຮັດໃຫ້ໂຕທ່ານເອງ ແລະ ຢູດາຍຈິບຫາຍໄປນໍາກັນ?”
ເຖິງຢ່າງໃດກໍ່ຕາມ, ອາມາຊີຢາບໍ່ຍອມຟັງ, ເພາະພຣະເຈົ້າເປັນຜູ້ກະທໍານັ້ນ ເພື່ອມອບພວກເຂົາໄວ້ໃນມືຂອງເຢໂຮອາດ, ຍ້ອນພວກເຂົາສະແຫວງຫາພະຕ່າງໆຂອງເອໂດມ. ດັ່ງນັ້ນ ກະສັດເຢໂຮອາດແຫ່ງອິດສະຣາເອນຈຶ່ງບຸກໂຈມຕີ. ເພິ່ນ ແລະ ກະສັດອາມາຊີຢາແຫ່ງຢູດາຍໄດ້ມາປະເຊີນໜ້າຢູ່ທີ່ເມືອງເບັດເຊເມດໃນຢູດາຍ. ແລ້ວຢູດາຍກໍພ່າຍແພ້ໃຫ້ອິດສະຣາເອນ ແລະ ທຸກຄົນໄດ້ແຕກໜີກັບໄປເຮືອນຂອງຕົນ. ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຈັບອາມາຊີຢາລູກຊາຍຂອງຢູດາຍ, ຫລານຊາຍຂອງອາຮາຊີຢາ5ໄດ້ທີ່ເບັດເຊເມດ. ແລ້ວເຢໂຮອາດກໍນຳເພິ່ນມາທີ່ເຢຣູຊາເລັມ ແລະ ໄດ້ທຳລາຍກຳແພງເມືອງເຢຣູຊາເລັມລົງຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈເປັນໄລຍະທາງຍາວ 400 ສອກ.6 ເພິ່ນໄດ້ຢຶດເອົາຄຳ, ເງິນທັງໝົດ ແລະ ເຄື່ອງໃຊ້ທຸກຢ່າງທີ່ພົບໃນວິຫານຂອງພຣະເຈົ້າທີ່ໂອເບັດເອໂດມເປັນຜູ້ເບິ່ງແຍງຢູ່, ພ້ອມທັງຊັບສົມບັດໃນວັງ ແລະ ຈັບໂຕປະກັນໄປ, ແລ້ວກໍກັບຄືນມາທີ່ຊາມາເຣຍ.
ອາມາຊີຢາລູກຊາຍຂອງກະສັດໂຢອາດແຫ່ງຢູດາຍນັ້ນມີຊີວິດຍືນກວ່າເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນສິບຫ້າປີ. ສໍາລັບເຫດການອື່ນໆໃນຊ່ວງການປົກຄອງຂອງອາມາຊີຢາ, ຕັ້ງແຕ່ຕົ້ນຈົນຈົບໄດ້ຖືກຂຽນໄວ້ໃນປື້ມຂອງບັນດາກະສັດແຫ່ງຢູດາຍ ແລະ ອິດສະຣາເອນບໍ່ແມ່ນບໍ? ຕັ້ງແຕ່ສະໄໝອາມາຊີຢາຫັນໜີຈາກການຕິດຕາມພຣະເຈົ້າຢາເວ, ພວກເຂົາຮ່ວມຫົວກັນຈະຂ້າເພິ່ນໃນເຢຣູຊາເລັມ ແລະ ເພິ່ນຈຶ່ງປົບໜີໄປທີ່ເມືອງລາກິດ, ແຕ່ພວກເຂົາໄດ້ສົ່ງຄົນໄປຕາມຂ້າເພິ່ນທີ່ເມືອງລາກິດ ແລະ ໄດ້ຂ້າເພິ່ນຢູ່ທີ່ນັ້ນ. ຊາກສົບຂອງເພິ່ນຖືກບັນທຸກໃສ່ຫລັງມ້າ ແລະ ໄດ້ຖືກຝັງໄວ້ກັບບັນພະບຸລຸດຂອງເພິ່ນໃນນະຄອນແຫ່ງຢູດາຍ.
Source notes (6)
- Footnote ພາສາເຮັບເຣີວ່າ ເຍໂຮອັດດານ ເປັນອີກຮູບໜຶ່ງຂອງ ເຢໂຮອາດິນ
- Footnote ພບຍ 24:16
- Footnote ພາສາເຮັບເຣີວ່າ 100 ຕາລັນຕົນ ເຊັ່ນດຽວກັບຂໍ້ 9
- Footnote ພາສາເຮັບເຣີວ່າ ໂຢອາດ ເປັນອີກຮູບໜຶ່ງຂອງ ເຢໂຮອາດ ເຊັ່ນດຽວກັບຂໍ້ 18, 21, 23 ແລະ 25
- Footnote ພາສາເຮັບເຣີວ່າ ເຢໂຮອາຮາດ ເປັນອີກຮູບໜຶ່ງຂອງ ອາຮາສີຢາ
- Footnote ຄື ປະມານ 180 ແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.