Biblica® Open Lao Contemporary Version
2 ຂ່າວຄາວ 24
ໂຢອາດສ້ອມແປງວິຫານ
(2ກສ 12:1-21)
ເມື່ອໂຢອາດໄດ້ຂຶ້ນເປັນກະສັດ ເພິ່ນອາຍຸເຈັດປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສີ່ສິບປີ ແມ່ຂອງເພິ່ນຊື່ວ່າຊີບີຢາ; ນາງມາຈາກເມືອງເບເອນເຊບາ. ໂຢອາດໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວຕະຫລອດທີ່ປະໂລຫິດເຢໂຮຍອາດາຍັງມີຊີວິດຢູ່. ເຢໂຮຍອາດາໄດ້ເລືອກເມຍສອງຄົນໃຫ້ເພິ່ນ, ແລະ ເພິ່ນມີລູກຊາຍ ແລະ ລູກສາວຫລາຍຄົນ.
ບໍ່ດົນຕໍ່ມາໂຢອາດກໍໄດ້ຕັດສິນໃຈສ້ອມແປງວິຫານຂອງພຣະເຈົ້າຢາເວ. ເພິ່ນຈຶ່ງເອີ້ນບັນດາປະໂລຫິດ ແລະ ຊາວເລວີໃຫ້ມາເຕົ້າໂຮມກັນ ແລະ ໄດ້ກ່າວກັບພວກເຂົາວ່າ, “ຈົ່ງໄປທີ່ເມືອງຕ່າງໆຂອງຢູດາຍ ແລະ ຮວບຮວມເງິນປະຈຳປີຈາກອິດສະຣາເອນທັງໝົດສໍາລັບສ້ອມແປງວິຫານຂອງພຣະເຈົ້າຂອງພວກທ່ານ. ຈົ່ງລົງມືເຮັດດຽວນີ້”. ແຕ່ຊາວເລວີບໍ່ໄດ້ເຮັດຕາມທັນທີ.
ເຫດສະນັ້ນ ເພິ່ນໄດ້ເອີ້ນເຢໂຮຍອາດາຫົວໜ້າປະໂລຫິດມາ ແລະ ໄດ້ຖາມເພິ່ນວ່າ “ເປັນຫຍັງທ່ານຈຶ່ງບໍ່ອອກຄຳສັ່ງໃຫ້ຊາວເລວີໄປເກັບເງິນຈາກຢູດາຍ ແລະ ໄປເກັບພາສີຈາກເຢຣູຊາເລັມ? ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ກຳນົດໄວ້ ແລະ ຕາມຊຸມຊົນອິດສະຣາເອນສຳລັບເຕັນຂອງກົດບັນຍັດແຫ່ງພັນທະສັນຍາ?”
ບັນດາລູກຊາຍຂອງນາງອາທາລີຢາ ຍິງຊົ່ວຮ້າຍໄດ້ບຸກເຂົ້າໄປໃນວິຫານຂອງພຣະເຈົ້າ ແລະ ໄດ້ນໍາເອົາເຄື່ອງບໍລິສຸດຕ່າງໆຂອງວິຫານໄປໃຊ້ສຳລັບພະບາອານ.
ກະສັດໄດ້ສັ່ງໃຫ້ເຮັດຫີບໜ່ວຍໜຶ່ງ ແລະ ເອົາໄປຕັ້ງໄວ້ດ້ານນອກທີ່ທາງປະຕູເຂົ້າວິຫານຂອງພຣະເຈົ້າຢາເວ. ແລ້ວກໍມີການປະກາດໃນຢູດາຍ ແລະ ໃນເຢຣູຊາເລັມ ເພື່ອໃຫ້ພວກເຂົານຳພາສີມາຖວາຍແກ່ພຣະເຈົ້າຢາເວຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າໄດ້ກຳນົດຈາກອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານ. ບັນດາເຈົ້າໜ້າທີ່ ແລະ ປະຊາຊົນທັງໝົດກໍໄດ້ນຳເງິນດ້ວຍຄວາມຍິນດີ, ແລະ ປ່ອນລົງໃສ່ໃນຫີບຈົນເຕັມ. ທຸກຄັ້ງທີ່ຊາວເລວີໄດ້ຫີບມາໃຫ້ເຈົ້າໜ້າທີ່ຂອງກະສັດ ແລະ ພວກເຂົາກໍເຫັນວ່າ, ມີເງິນເປັນຈຳນວນຫລວງຫລາຍ, ເລຂາທິການຂອງລາຊະວັງ ແລະ ຫົວໜ້າປະໂລຫິດຈະເອົາເງິນອອກຈາກຫີບ ແລ້ວກໍນໍາເອົາຫີບເປົ່າໄປຕັ້ງໄວ້ຢູ່ບ່ອນເກົ່າ. ພວກເຂົາເຮັດແບບນີ້ເປັນປະຈໍາ ແລະ ກໍຮວບຮວມເງິນໄດ້ເປັນຈຳນວນຫລວງຫລາຍ. ກະສັດ ແລະ ເຢໂຮຍອາດາໄດ້ມອບເງິນນັ້ນໃຫ້ບັນດາຜູ້ຮັບຜິດຊອບການກໍ່ສ້າງວິຫານຂອງພຣະເຈົ້າຢາເວ. ພວກເຂົາໄດ້ຈ້າງຊ່າງກໍ່, ຊ່າງໄມ້ ເພື່ອສ້ອມແປງວິຫານຂອງພຣະເຈົ້າຢາເວ ແລະ ຍັງໄດ້ຈ້າງຊ່າງເຫລັກ ແລະ ຊ່າງທອງສຳຣິດເພື່ອສ້ອມແປງວິຫານດ້ວຍ.
ຄົນທີ່ຮັບຜິດຊອບວຽກງານຕ່າງໆກໍເຮັດວຽກປະຕິບັດຢ່າງດຸໝັ່ນ, ການສ້ອມແປງດໍາເນີນໄປພາຍໃຕ້ການຊີ້ນໍາຂອງພວກເຂົາ ພວກເຂົາໄດ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ຕາມຮູບແບບດັ້ງເດີມຂອງວິຫານ ແລະ ເຮັດໃຫ້ແໜ້ນໜາຂຶ້ນກວ່າເກົ່າ. ເມື່ອພວກເຂົາໄດ້ເຮັດທຸກຢ່າງສໍາເລັດແລ້ວ, ພວກເຂົາກໍໄດ້ນໍາເອົາເງິນທີ່ຍັງເຫລືອນັ້ນມອບໃຫ້ກະສັດ ແລະ ເຢໂຮຍອາດາ, ແລະ ເພື່ອໃຊ້ເຮັດເຄື່ອງໃຊ້ຕ່າງໆສຳລັບວິຫານຂອງພຣະເຈົ້າຢາເວເຊັ່ນ: ເຄື່ອງໃຊ້ໃນການຮັບໃຊ້ ແລະ ເຄື່ອງເຜົາບູຊາ ແລະ ກໍຍັງເຮັດຖ້ວຍ ແລະ ເຄື່ອງໃຊ້ອື່ນໆທີ່ເປັນຄໍາ ແລະ ເງິນ. ການຖວາຍເຄື່ອງບູຊາກໍໄດ້ສືບຕໍ່ຖວາຍໃນວິຫານຂອງພຣະເຈົ້າຢາເວຕະຫລອດທີ່ເຢໂຮຍອາດາຍັງມີຊີວິດຢູ່.
ເຢໂຮຍອາດາແກ່ຊະຣາຫລາຍ ແລະ ເພິ່ນມີອາຍຸຍືນຍາວ, ແລ້ວເພິ່ນກໍໄດ້ຕາຍໄປເມື່ອເພິ່ນມີອາຍຸໄດ້ໜຶ່ງຮ້ອຍສາມສິບປີ. ເພິ່ນໄດ້ຖືກຝັງໄວ້ຮ່ວມກັນກັບບັນດາກະສັດໃນເມືອງຂອງດາວິດ, ຍ້ອນຄຸນງາມຄວາມດີທີ່ເພິ່ນໄດ້ເຮັດໄວ້ໃນອິດສະຣາເອນເພື່ອພຣະເຈົ້າ ແລະ ວິຫານຂອງພຣະອົງ.
ຄວາມຊົ່ວຮ້າຍຂອງໂຢອາດ
ຫລັງຈາກເຢໂຮຍອາດາໄດ້ຕາຍໄປແລ້ວ, ບັນດາເຈົ້າໜ້າທີ່ຂອງຢູດາຍໄດ້ມາ ແລະ ເພື່ອສະແດງຄວາມເຄົາລົບຕໍ່ກະສັດ, ແລະ ເພິ່ນໄດ້ຟັງຄວາມພວກເຂົາ. ພວກເຂົາໄດ້ປະຖິ້ມວິຫານຂອງພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ, ແລະ ໄປກາບໄຫວ້ເສົາຂອງຮູບເຈົ້າແມ່ອາເຊຣາ ແລະ ຮູບເຄົາລົບຕ່າງໆ. ຄວາມໂກດຮ້າຍຂອງພຣະເຈົ້າຈຶ່ງຕົກໃສ່ຢູດາຍ ແລະ ເຢຣູຊາເລັມຍ້ອນຄວາມຜິດຂອງພວກເຂົາ. ເຖິງແມ່ນວ່າ ພຣະເຈົ້າຢາເວໄດ້ສົ່ງບັນດາຜູ້ທຳນວາຍມາເພື່ອນຳປະຊາຊົນໃຫ້ກັບມາຫາພຣະອົງ, ແລະ ແມ່ນວ່າບັນດາຜູ້ທຳນວາຍໄດ້ເປັນພະຍານຕໍ່ສູ້ພວກເຂົາ ແຕ່ປະຊາຊົນກໍບໍ່ຍອມຟັງ.
ແລ້ວພຣະວິນຍານຂອງພຣະເຈົ້າໄດ້ລົງມາເໜືອເຊກາຣີຢາລູກຊາຍຂອງປະໂລຫິດເຢໂຮຍອາດາ. ເພິ່ນໄດ້ຢືນຂຶ້ນຕໍ່ໜ້າປະຊາຊົນ ແລະ ໄດ້ກ່າວວ່າ, “ພຣະເຈົ້າກ່າວວ່າ: ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ? ພວກເຈົ້າຈະບໍ່ຈະເລີນຂຶ້ນ. ຍ້ອນພວກເຈົ້າໄດ້ປະຖິ້ມພຣະເຈົ້າຢາເວ, ພຣະອົງຈຶ່ງໄດ້ປະຖິ້ມພວກເຈົ້າ’ ”.
ແຕ່ພວກເຂົາໄດ້ວາງແຜນຊົ່ວຮ້າຍຕໍ່ສູ້ເຊກາຣີຢາ, ແລະ ຕາມຄຳສັ່ງກະສັດ ພວກເຂົາໄດ້ແກວ່ງກ້ອນຫີນໃສ່ເພິ່ນຈົນຕາຍໃນເດີ່ນວິຫານຂອງພຣະເຈົ້າຢາເວ. ກະສັດໂຢອາດບໍ່ໄດ້ລະນຶກເຖິງຄຸນງາມຄວາມດີທີ່ເຢໂຮຍອາດາພໍ່ຂອງເຊກາຣີຢາໄດ້ສະແດງຕໍ່ເພິ່ນ ແຕ່ພັດໄດ້ຂ້າລູກຊາຍຂອງເພິ່ນ, ຂະນະທີ່ເພິ່ນຈະສິ້ນໃຈຕາຍເຊກາຣີຢາໄດ້ເວົ້າວ່າ, “ຂໍໃຫ້ພຣະເຈົ້າຢາເວໂຜດເບິ່ງສິ່ງນີ້ ແລະ ລົງໂທດທ່ານດ້ວຍ”.
ໃນປີຕໍ່ມາ,1 ກອງທັບອາຣາມໄດ້ມາຕໍ່ສູ້ກັບໂຢອາດ; ແລະ ຍັງໄດ້ບຸກລຸກຢູດາຍ ແລະ ເຢຣູຊາເລັມ ແລະ ໄດ້ຂ້າບັນດາຜູ້ນຳທັງໝົດຂອງປະຊາຊົນ. ພວກເຂົາໄດ້ນຳເອົາສິ່ງຂອງທີ່ຢຶດມາໄດ້ໄປມອບໃຫ້ກະສັດຂອງພວກເຂົາໃນເມືອງດາມັສກັດ. ເຖິງແມ່ນວ່າ ກອງທັບຂອງຊາວອາຣາມໄດ້ມາດ້ວຍກຳລັງທະຫານພຽງແຕ່ເລັກໜ້ອຍ, ແຕ່ພຣະເຈົ້າຢາເວກໍໄດ້ມອບກອງທັບທີ່ໃຫຍ່ກວ່າໄວ້ໃນມືຂອງພວກເຂົາ. ຍ້ອນຢູດາຍໄດ້ປະຖິ້ມພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ, ໂຢອາດຈຶ່ງໄດ້ຖືກລົງໂທດ. ເມື່ອຊາວອາຣາມໄດ້ຖອຍກັບໄປ, ພວກເຂົາໄດ້ປ່ອຍໃຫ້ເພິ່ນໄດ້ຮັບບາດເຈັບຢ່າງສາຫັດ. ເຈົ້າໜ້າທີ່ຂອງເພິ່ນຮ່ວມຫົວກັນຂ້າເພິ່ນຍ້ອນເພິ່ນໄດ້ຂ້າລູກຊາຍຂອງປະໂລຫິດເຢໂຮຍອາດາ, ພວກເຂົາໄດ້ຂ້າໂຢອາດຢູ່ເທິງຕຽງນອນຂອງເພິ່ນ ສະນັ້ນ ເພິ່ນໄດ້ຕາຍໄປ ແລະ ຖືກຝັງໄວ້ໃນເມືອງຂອງດາວິດ, ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ.
ຜູ້ທີ່ຮ່ວມຫົວກັນຂ້າເພິ່ນນັ້ນແມ່ນຊາບັດ2 ລູກຊາຍຂອງນາງຊີເມອາດທີ່ເປັນຍິງຊາວອຳໂມນ, ແລະ ເຢໂຮຊາບັດ ລູກຊາຍຂອງນາງຊິມຣິດ3ຍິງຊາວໂມອາບ. ການບັນທຶກກ່ຽວກັບເລື່ອງຂອງບັນດາລູກຊາຍຂອງໂຢອາດ, ມີຄຳທຳນວາຍຕ່າງໆທີ່ກ່ຽວກັບເພິ່ນ ແລະ ການບັນທຶກກ່ຽວກັບການກໍ່ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ໄດ້ຖືກຂຽນໄວ້ໃນການບັນທຶກຂອງໜັງສືແຫ່ງບັນດາກະສັດ. ແລ້ວອາມາຊີຢາລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນເພິ່ນ.
Source notes (3)
- Footnote ຄົງຈະເປັນລະດູໃບໄມ້ປົ່ງ
- Footnote ເປັນອີກຮູບໜຶ່ງຂອງ ໂຢສາບັດ
- Footnote ເປັນອີກຮູບໜຶ່ງຂອງ ໂຊເມເຣ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.