Biblica® Open Lao Contemporary Version
2 ຂ່າວຄາວ 23
ໃນປີທີເຈັດປະໂລຫິດເຢໂຮຍອາດາສະແດງໃຫ້ເຫັນຄວາມເຂັ້ມແຂງເພິ່ນ. ເພິ່ນໄດ້ເຮັດຄໍາໝັ້ນສັນຍາກັບບັນດາຜູ້ບັນຊາການກອງຮ້ອຍຄື: ອາຊາຣີຢາ ລູກຊາຍຂອງເຢໂຣຮາມ, ອິດຊະມາເອນ ລູກຊາຍຂອງເຢໂຮຮານານ, ອາຊາຣີຢາ ລູກຊາຍຂອງໂອເບັດ, ມາອາເສອີຢາ ລູກຊາຍຂອງອາດາອີຢາ ແລະ ເອລີຊາຟັດ ລູກຊາຍຂອງຊີກະຣີ. ພວກເຂົາເດີນທາງອອກໄປທົ່ວຢູດາຍ ແລະ ໄດ້ເຕົ້າໂຮມຊາວເລວີ ແລະ ຫົວໜ້າຄອບຄົວຕ່າງໆຂອງຊາວອິດສະຣາເອນຈາກທຸກເມືອງ. ເມື່ອພວກເຂົາໄດ້ມາທີ່ເຢຣູຊາເລັມ, ປະຊາຊົນທັງໝົດທີ່ໄດ້ມາຊຸມນຸມກັນກໍໄດ້ເຮັດຄໍາໝັ້ນສັນຍາກັບກະສັດທີ່ວິຫານຂອງພຣະເຈົ້າ.
ເຢໂຮຍອາດາໄດ້ກ່າວກັບພວກເຂົາວ່າ, “ລູກຊາຍຂອງກະສັດທີ່ຈະຂຶ້ນປົກຄອງ, ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກ່ຽວກັບເຊື້ອສາຍຂອງດາວິດ. ບັດນີ້ ພວກທ່ານຈະຕ້ອງເຮັດດັ່ງນີ້: ບັນດາປະໂລຫິດສາມໝວດຂອງທ່ານທີ່ເປັນປະໂລຫິດ ແລະ ຊາວເລວີຈະຕ້ອງປະຕິບັດໜ້າທີ່ໃນວັນຊະບາໂຕຄື ໝວດທີໜຶ່ງໃຫ້ຮັກສາປະຕູຕ່າງໆຂອງວິຫານ, ໝວດທີສອງໃຫ້ຮັກສາປະຕູວັງ ແລະ ໝວດທີສາມໃຫ້ປະຈໍາການຢູ່ປະຕູໂຂງ, ແລະ ສ່ວນຄົນອື່ນທັງໝົດໃຫ້ຢູ່ທີ່ເດີ່ນຂອງວິຫານຂອງພຣະເຈົ້າຢາເວ. ຢ່າໃຫ້ຜູ້ໃດເຂົ້າໄປໃນວິຫານຂອງພຣະເຈົ້າຢາເວ ນອກຈາກບັນດາປະໂລຫິດກັບຊາວເລວີທີ່ປະຕິບັດໜ້າທີ່; ພວກເຂົາຈະເຂົ້າໄປໄດ້ ເພາະພວກເຂົາໄດ້ຮັບການຊຳລະໃຫ້ບໍລິສຸດແລ້ວ, ແຕ່ຄົນອື່ນໆທັງໝົດຈະຕ້ອງປະຕິບັດຕາມຄໍາສັ່ງຂອງພຣະເຈົ້າຢາເວທີ່ຫ້າມບໍ່ໃຫ້ເຂົ້າໄປ.1 ຊາວເລວີຈະຕ້ອງເຝົ້າເບິ່ງແຍງກະສັດ, ແຕ່ລະຄົນມີອາວຸດໄວ້ພ້ອມຢູ່ໃນມື. ຜູ້ໃດກໍຕາມທີ່ເຂົ້າມາໃນວິຫານຈະຕ້ອງຖືກຂ້າ. ຈົ່ງຢູ່ໃກ້ກະສັດໃນທຸກບ່ອນທີ່ເພິ່ນໄປ”.
ຊາວເລວີ ແລະ ຊາວຢູດາທັງໝົດກໍໄດ້ເຮັດຕາມຄຳສັ່ງຂອງປະໂລຫິດເຢໂຮຍອາດາ. ແຕ່ລະຄົນກໍນຳຄົນຂອງຕົນໄປປະຕິບັດໜ້າທີ່ໃນວັນຊະບາໂຕ ແລະ ຄົນທີ່ບໍ່ໄດ້ເຂົ້າເຮັດໜ້າທີ່ເວນຍາມນັ້ນ, ເພາະປະໂລຫິດເຢໂຮຍອາດາບໍ່ໄດ້ແບ່ງໜ້າທີ່ໃດໆໃຫ້. ແລ້ວເຢໂຮຍອາດາກໍໄດ້ມອບຫອກ ແລະ ໂລ່ໃຫຍ່ ແລະ ໂລ່ນ້ອຍທີ່ເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນວິຫານຂອງພຣະເຈົ້າໃຫ້ແກ່ບັນດາຜູ້ບັນຊາການກອງຮ້ອຍ. ເພິ່ນໃຫ້ບັນດາຄົນເຫລົ່ານີ້ເຂົ້າປະຈໍາການ, ໃຫ້ແຕ່ລະຄົນຖືອາວຸດໄວ້ນໍາຕົນ, ເພື່ອເຝົ້າຮັກສາກະສັດໃກ້ແທ່ນບູຊາ ແລະ ວິຫານຈາກດ້ານໃຕ້ໄປຫາດ້ານເໜືອຂອງວິຫານ.
ເຢໂຮຍອາດາ ແລະ ບັນດາລູກຊາຍຂອງເພິ່ນກໍໄດ້ນຳລູກຊາຍຂອງກະສັດອອກມາ ແລະ ເພິ່ນໄດ້ສວມມົງກຸດໃຫ້ເພິ່ນ; ພວກເຂົາໄດ້ມອບໜັງສືຄໍາໝັ້ນສັນຍາສະບັບໜຶ່ງໃຫ້ເພິ່ນ ແລະ ໄດ້ປະກາດວ່າເພິ່ນເປັນກະສັດ. ພວກເຂົາໄດ້ແຕ່ງຕັ້ງເພິ່ນ ແລະ ກໍຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”
ເມື່ອນາງອາທາລີຢາໄດ້ຍິນສຽງໂຫ່ຮ້ອງຂອງປະຊາຊົນ ແລະ ສຽງເຊຍຕ້ອນຮັບກະສັດ, ນາງກໍອອກມາຫາພວກເຂົາທີ່ວິຫານຂອງພຣະເຈົ້າຢາເວ. ນາງໄດ້ແນມເບິ່ງ, ແລະ ເຫັນກະສັດກໍາລັງຢືນຢູ່ຂ້າງເສົາບ່ອນທາງເຂົ້າ. ມີເຈົ້າໜ້າທີ່ ແລະ ພວກຄົນເປົ່າແກຢູ່ຂ້າງກະສັດ, ແລະ ປະຊາຊົນທັງໝົດກຳລັງຊື່ນຊົມຍິນດີ ແລະ ເປົ່າແກ, ແລະ ພວກນັກດົນຕີກໍຫລິ້ນດົນຕີນໍາການສັນລະເສີນ. ແລ້ວນາງອາທາລີຢາໄດ້ຈີກເສື້ອຂອງຕົນ ແລະ ແລະ ຮ້ອງຂຶ້ນວ່າ, “ກະບົດ! ກະບົດ!”
ປະໂລຫິດເຢໂຮຍອາດາໄດ້ສົ່ງບັນດາຜູ້ບັນຊາການທີ່ຮັບຜິດຊອບກອງທະຫານອອກໄປ ແລະ ໄດ້ສັ່ງພວກເຂົາວ່າ, “ຈົ່ງເອົານາງອອກໄປຈາກແຖວທະຫານ2 ແລະ ຢ່າຂ້ານາງໃນວິຫານຂອງພຣະເຈົ້າຢາເວ. ແຕ່ໃຫ້ຂ້າທຸກຄົນທີ່ພະຍາຍາມຈະເຂົ້າມາຊ່ວຍນາງ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ຈັບນາງໄປທີ່ປະຕູທີ່ມ້າຜ່ານເຂົ້າວັງ, ແລ້ວພວກເຂົາກໍໄດ້ຂ້ານາງຢູ່ທີ່ນັ້ນ.
ຫລັງຈາກນັ້ນ ເຢໂຮຍອາດາໄດ້ເຮັດຄໍາໝັ້ນສັນຍາວ່າ, ກະສັດ ແລະ ປະຊາຊົນ3ຈະເປັນປະຊາຊົນຂອງພຣະເຈົ້າຢາເວ. ແລ້ວປະຊາຊົນທຸກຄົນກໍເຂົ້າໄປບ່ອນກາບໄຫວ້ພະບາອານ ແລະ ໄດ້ມ້າງບ່ອນນັ້ນຖິ້ມ. ພວກເຂົາໄດ້ທັບແທ່ນບູຊາ ແລະ ຮູບເຄົາລົບ ແລະ ໄດ້ຂ້າມັດຕານປະໂລຫິດຂອງພະບາອານຕໍ່ໜ້າແທ່ນບູຊານັ້ນ.
ແລ້ວເຢໂຮຍອາດາໄດ້ມອບບັນດາປະໂລຫິດຊາວເລວີໃຫ້ດູແລໃນວິຫານຂອງພຣະເຈົ້າຢາເວ, ເຊິ່ງດາວິດໄດ້ມອບໝາຍໃຫ້ປະຕິບັດໜ້າທີ່ໃນວິຫານ, ເພື່ອຖວາຍເຜົາເຄື່ອງບູຊາແກ່ພຣະເຈົ້າຢາເວດັ່ງທີ່ຂຽນໄວ້ໃນກົດບັນຍັດຂອງໂມເຊດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍການຮ້ອງເພງຕາມທີ່ດາວິດໄດ້ສັ່ງໄວ້. ເຢໂຮຍອາດາຍັງໄດ້ຈັດຄົນເຝົ້າຍາມທີ່ປະຕູວິຫານຂອງພຣະເຈົ້າຢາເວ ເພື່ອບໍ່ໃຫ້ຜູ້ໃດທີ່ເປັນມົນທິນດ້ວຍເຫດໃດກໍຕາມເຂົ້າໄປໄດ້.
ຈາກນັ້ນ ເພິ່ນໄດ້ພາບັນດາຜູ້ບັນຊາການກອງຮ້ອຍ, ບັນດາເຈົ້ານາຍ, ບັນດາຜູ້ປົກຄອງ ແລະ ປະຊາຊົນທັງໝົດໄປກັບເພິ່ນ ເພື່ອນໍາພາກະສັດລົງມາຈາກວິຫານຂອງພຣະເຈົ້າຢາເວ. ພວກເຂົາໄດ້ເຂົ້າໄປໃນວັງຜ່ານປະຕູດ້ານເທິງ ແລະ ໃຫ້ກະສັດຂຶ້ນນັ່ງເທິງລາຊະບັນລັງ. ປະຊາຊົນທັງໝົດທົ່ວດິນແດນກໍພາກັນຊື່ນຊົມຍິນດີ, ແລະ ບ້ານເມືອງກໍສະຫງົບສຸກ ຍ້ອນນາງອາທາລີຢາໄດ້ຖືກປະຫານດ້ວຍດາບແລ້ວ.
Source notes (3)
- Footnote ຫລື ໃຫ້ຖື ປະຕິບັດ ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ຢ່າເຂົ້າໄປ
- Footnote ຫລື ຈາກບໍລິເວນນີ້
- Footnote ຫລື ເຮັດຄຳໝັ້ນສັນຍາລະຫວ່າງອົງພຣະຜູ້ເປັນເຈົ້າກັບປະຊາຊົນ ແລະ ກະສັດວ່າພວກພວກເຂົາ (ເບິ່ງ 2ກສ 11:17)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.